ຂອນແກ່ນ ມີດີກວ່າທີ່ຄິດ ຊວນເລາະຫຼັງ ມຂ. Columbo Craft Village ທີ່ສາຍສິນຕ້ອງບໍ່ພາດ!

ແບ່ງປັນ

ຂອນແກ່ນ ມີດີກວ່າທີ່ຄິດ ຊວນເລາະຫຼັງ ມຂ. Columbo Craft Village ທີ່ສາຍສິນຕ້ອງບໍ່ພາດ!

18 August 2026 37

ຢາກໄປທ່ຽວຂອນແກ່ນຫວາ? ໄປເຮັດຫຍັງຮອດບໍ່ມີແນວໃຫ້ຫຼິ້ນ… ເປັນຫຍັງຈະບໍ່ມີ! ຄວາມຄິດນີ້ ມ່ວນຊວນໄປ ຂໍຄ້ານສຸດໃຈເລີຍເດີ ເພາະທຸກເມືອງມັນມີສະເໜ່, ມີຄວາມພິເສດ ແລະ ມີບາງສິ່ງບາງຢ່າງເຊື່ອງຢູ່ຖ້າໃຫ້ເຮົາເຂົ້າໄປຄົ້ນຫາຢູ່ສະເໝີເລີຍທຸກຄົນ.

ຖ້າໃຜກຳລັງຫາບ່ອນພັກຜ່ອນ, ຢາກໜີຄວາມວຸ່ນວາຍໄປປ່ອຍໃຈຊິລໆ ແຕ່ບໍ່ມີເວລາເດີນທາງຫຼາຍ, ມ່ວນຊວນໄປ ມີບ່ອນໜຶ່ງທີ່ຢາກເລົ່າໃຫ້ຟັງ ເຊິ່ງເປັນຊຸມຊົນນ້ອຍໆທີ່ໄດ້ລວມເອົາຄົນທີ່ມັກສິລະປະສາຍຊິລມາຢູ່ຮ່ວມກັນ ສະຖານທີ່ແມ່ນຢູ່ເຂດຫຼັງມະຫາວິທະຍາໄລ ຂອນແກ່ນ (ຫຼືເອີ້ນສັ້ນໆວ່າ ຫຼັງ ມຂ.) ທີ່ຊື່ວ່າ Columbo Craft village.

ບ່ອນນີ້ຈະມີບ້ານໄມ້ນ້ອຍໆແສນອົບອຸ່ນ ແລະ ຄວາມຮົ່ມເຢັນຂອງຕົ້ນໄມ້. ພໍແຕ່ກ້າວຂາເຂົ້າໄປ, ສຳລັບໃຜທີ່ມັກງານສິລະປະ ຈະຮັບຮູ້ເຖິງພະລັງງານດີໆຈາກບ່ອນນີ້ທັນທີ ເຊິ່ງບັນຍາກາດຄ້າຍຄືເວລາມັນຈະໝຸນຊ້າລົງ.

ເລື່ອງທີ່ເພີນທີ່ສຸດແມ່ນກິດຈະກຳເຮັດມືທີ່ມີໃຫ້ເລືອກເຮັດແບບຕາມໃຈມັກ, ໃຜທີ່ມັກເລື່ອງສິລະປະ ກໍສາມາດໄປນັ່ງປັ້ນດິນເຜົາ, ເພັ້ນຈອກ-ເພັ້ນຈານ, ນັ່ງລະບາຍສີເທິງແຜ່ນຜ້າໃບ ຫຼື ຈະໄປນັ່ງຮ້ອຍລູກປັດເຮັດສາຍແຂນ, ສາຍຄໍເກ໋ໆໄວ້ໃສ່ເອງກໍໄດ້.

ນອກຈາກງານສິລະປະແລ້ວ, ຢູ່ບ່ອນນີ້ຍັງມີຮ້ານກາເຟ ແລະ ຮ້ານເຂົ້າໜົມ Homemade ນ້ອຍໆເຊື່ອງຢູ່ ພ້ອມທັງຮ້ານປຶ້ມ Somjing Book ໃຫ້ໄດ້ເລືອກອ່ານປຶ້ມດີໆ. ຖ້າໂຊກດີໄປຖືກມື້ທີ່ມີງານ, ບາງເທື່ອກໍຈະມີຕະຫຼາດນັດຂາຍຂອງເຮັດມື, ຂອງມືສອງ, ປຶ້ມເກົ່າ ຫຼື ກ້ອງຖ່າຍຮູບ.

ຈຸດເດັ່ນທີ່ຫຼາຍຄົນມັກກໍຄື ບັນດານ້ອງແມວປະຈຳບ້ານທີ່ມັກຈະຍ່າງມາທັກທາຍ ແລະ ນັ່ງເປັນໝູ່ເຮົາ ເຊິ່ງສະຖານທີ່ນີ້ໄດ້ໃຫ້ຄວາມຮູ້ສຶກວ່າການໄດ້ໃຊ້ເວລາກັບໃຜຈັກຄົນ ຫຼື ການທີ່ໄດ້ຢູ່ກັບໂຕເອງ, ໄດ້ປົດປ່ອຍຄວາມຄິດສ້າງສັນມັນດີສຸດໆໄປເລີຍທຸກຄົນ. 

ອ່ານຕື່ມ:  ທ່ຽວຂອນແກ່ນ 2026: ສູນກາງອີສານ ແລະ ພື້ນທີ່ສ້າງສັນຂອງຄົນຮຸ່ນໃໝ່

Columbo Craft village ເປີດຕັ້ງແຕ່ 11:00 ຫາ 18:00 (ປິດທຸກໆ ວັນອັງຄານ).

ຖ້າໃຜມີໂອກາດໄດ້ໄປ ຂອນແກ່ນ ແລ້ວຢາກຫາບ່ອນພັກຜ່ອນສະໝອງ, ບ່ອນນີ້ຖືວ່າເປັນອົກຊິເຈນຊັ້ນດີທີ່ຄວນໄປສຳຜັດດ້ວຍໂຕເອງເດີ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.