ໜ້າຫຼັກ Muan.la - ສາລະບັນເທີງ The Interview Mon ໜຸ່ມຊ່າງພາບອິດສະລະ ຖ່າຍທອດມຸມມອງ Street ສູ່ລາງວັນເມືອງຜູ້ດີ
The Interview

Mon ໜຸ່ມຊ່າງພາບອິດສະລະ ຖ່າຍທອດມຸມມອງ Street ສູ່ລາງວັນເມືອງຜູ້ດີ

ແບ່ງປັນ
Getting your Trinity Audio player ready...

ບໍ່ຜ່ານມາເທົ່າໃດເດືອນນີ້ວົງການຖ່າຍພາບກໍໄດ້ເປັນທີ່ໜ້າຍິນດີ ເພາະໄດ້ມີຊ່າງພາບອິດສະລະໜຸ່ມຈາກລາວເຮົາໄດ້ຄວ້າລາງວັນການຖ່າຍຮູບພາບແນວ Street ສາຂາ Highly Commended Award ຈາກ London ປະເທດອັງກິດ.

ອານູຄິດ ຄິດສະວັດ ຫຼື Mon ອາຍຸ 28 ປີ ອາຊີບອິດສະລະເປັນຄົນ introvert ແຕ່ມັກກິດຈະກຳທີ່ activeເຊັ່ນ: ຫຼິ້ນເທັນນິສ, ຕີມວຍ, ຕີແບັດ ແລະ ເຮັດກຣາຟິກ.

ຈຸດເລີ່ມຕົ້ນຂອງເລື່ອງທັງໝົດນີ້ລາວເລົ່າວ່າ ມັນເລີ່ມຈາກການທີ່ລາວມັກຖ່າຍຮູບກັບພໍ່ຕັ້ງແຕ່ຍັງນ້ອຍ. ສ່ວນຫຼາຍພໍ່ຂອງລາວມັກຈະມີກ້ອງຕິດໂຕຢູ່ຕະຫຼອດ: ນັ້ນຈຶ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ມີຄວາມສົນໃຈໃນການຖ່າຍຮູບ.

ໃນຕອນທີ່ຮຽນຢູ່ຊັ້ນມັດທະຍົມ, ລາວໄດ້ມີໂອກາດໄດ້ຮ່ວມກິດຈະກຳການແຂ່ງຂັນຖ່າຍພາບຢູ່ New York, ສະຫະລັດອາເມລິກາ ເຊິ່ງເປັນໂຄງການກິດຈະກຳຂອງໂຮງຮຽນ ແລະ ໄດ້ຮັບລາງວັນຊົມເຊີຍ. ຫຼັງຈາກຮຽນຈົບກໍໄດ້ໄປຮຽນຕໍ່ຢູ່ຕ່າງປະເທດ. ນັ້ນເປັນຊ່ວງທີ່ລາວເລີ່ມເອົາດີທາງການຖ່າຍພາບຢ່າງຈິງຈັງ.

ລາວໄດ້ເລີ່ມຮຽນພື້ນຖານຕ່າງໆດ້ວຍໂຕເອງ ເປັນຕົ້ນແມ່ນພວກການຈັດອົງປະກອບຕ່າງໆຂອງມຸມກ້ອງ, ການເລົ່າເລື່ອງດ້ວຍການເຟິກຝົນເຕັກນິກຕ່າງໆຢ່າງສະໝ່ຳສະເໝີ.

ນອກຈາກການຖ່າຍຮູບແລ້ວ, ລາວຍັງມັກຫຼິ້ນດົນຕີເຊັ່ນ: ກີຕ້າ ແລະ ເປຍໂນ ເພາະຮູ້ສຶກມັກ ແຖມຍັງຊ່ວຍເຮັດໃຫ້ຜ່ອນຄາຍ.

ສຳລັບການຖ່າຍຮູບໃນແບບຂອງ Mon ເອີ້ນວ່າ ສະຕຼີດ (ການຖ່າຍຕາມທ້ອງຖະໜົນ).

ຊ່າງພາບໃນດວງໃຈຂອງລາວແມ່ນ Henri Cartier-Bresson ເປັນຊາວຝຣັ່ງ ຊ່າງທີ່ຖ່າຍທອດແກ່ນແທ້ຂອງຊີວິດປະຈຳວັນຂອງຜູ້ຄົນໄດ້ດີ. ຊ່າງພາບທ່ານນີ້ມີອິດທິພົນຕໍ່ແນວທາງໃນການຖ່າຍຮູບຂອງລາວຫຼາຍ.

ອີກຊ່າງພາບທີ່ລາວຊື່ນຊົມແມ່ນ Alan Schaller ຊ່າງພາບຊາວອັງກິດທີ່ໂດ່ງດັງໃນການຖ່າຍພາບແບບຂາວ-ດຳອັນໂດດເດັ່ນ ດ້ວຍວິທີການແຍກວັດຖຸອອກຈາກສະພາບແວ້ດລ້ອມເຮັດໃຫ້ພາບອອກມາຕິດຕາ ແລະສ້າງແຮງບັນດາໃຈ.

ການເລົ່າເລື່ອງຜ່ານພາບໃນຄວາມໝາຍຂອງ Mon ຄືການກະຕຸ້ນຄວາມຮູ້ສຶກ ແລະ ການເຊື່ອມຕໍ່ກັນ. ສຳລັບການຖ່າຍຮູບໃນແນວສະຕຼີດແລ້ວເປັນສິ່ງທີ່ຖ້າທ້າຍສຳລັບຊ່າງພາບເພາະໃນຕົວເມືອງທີ່ເຕັມໄປດ້ວຍຄວາມວຸ່ນວາຍ.

ກຸນແຈສຳຄັນຄືເຮົາຈະຕ້ອງຫາຈຸດສົມດຸນໃນຄວາມທີ່ບໍ່ສົມດຸນ ແລ້ວຖ່າຍທອດມັນອອກມາຜ່ານເລື່ອງລາວນັ້ນ

[ຮູບພາບທີ່ໄດ້ຮັບລາງວັນ Highly Commended Award]

ລາວເລົ່າວ່າ ຄວາມຮູ້ສຶກເມື່ອຮູ້ວ່າຕົນເອງໄດ້ຮັບລາງວັນແມ່ນມີຄວາມພູມໃຈຢ່າງຍິ່ງເພາະເປັນຜົນມາຈາກການທຸ່ມເທຝຶກຝົນມາຕະຫຼອດປີ.

ອ່ານຕື່ມ:  ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

“ອີກສິ່ງທີ່ເຮັດໃຫ້ຄວາມສຳເລັດນີ້ພິເສດຍິ່ງຂື້ນໄປອີກກໍຄືຜົນງານນີ້ໄດ້ຈັດວາງສະແດງໃນລອນດອນຮ່ວມກັບຜູ້ຊະນະອື່ນໆ ເຊິ່ງເປັນສິ່ງທີ່ຕື່ນເຕັ້ນຫຼາຍ,” ລາວເລົ່າ.

ປັດໄຈສຳຄັນທີ່ເຮັດໃຫ້ໄດ້ຮັບວັນນີ້ ລາວເຊື່ອວ່າມາຈາກໂທນສີ ແລະ ອົງປະກອບຕ່າງໆໃນພາບມີຄວາມກົມກືນກັນບໍ່ວ່າຈະເປັນນາມມະທຳ, ມູດອາລົມ, ໂທນສີ ແລະ ຕົວແບບທີ່ຊັດເຈນເຊິ່ງເຮັດໃຫ້ພາບໜ້າສົນໃຈ.

“ເພື່ອພັດທະນາຕົວເອງຢາກຝຶກໃນເລື່ອງການເຂົ້າຫາຜູ້ຄົນຕາມທ້ອງຖະໜົນໄດ້ງ່າຍ ແລະ ຮູ້ສຶກສະບາຍໃຈ ເພື່ອຖ່າຍພາບ ແລະ ເລົ່າເລື່ອງລາວທີ່ໜ້າສົນອອກມາໄດ້ດີຕື່ມອີກ. ສ່ວນຕົວຢາກໃຫ້ການຖ່າຍພາບສະຕຣີດໄດ້ຮັບການຍອມຮັບຫຼາຍຂຶ້ນໃນລະດັບນານາຊາດ ໃນຍຸກທີ່ມີແພລດຟອມ ແລະ ໂອກາດຫຼາຍຂຶ້ນສຳລັບຊ່າງພາບໃນການຈັດສະແດງຜົນງານຈະຊ່ວຍໃຫ້ຮູບແບບສິລະປະນີ້ພັດທະນາໄດ້ດີຂຶ້ນ.”

ປິດທ້າຍ ລາວໄດ້ໃຫ້ສຳລັບຄຳແນະນຳສຳລັບຜູ້ທີ່ສົນໃຈຢາກເລີ່ມຖ່າຍພາບແນວສະຕຣີດວ່າ ຢາກໃຫ້ມີໄອ້ເດຍທີ່ຊັດເຈນສິ່ງທີ່ຢາກຖ່າຍກ່ອນທີ່ຈະອອກໄປຖ່າຍ ອາດຈະເລີ່ມຈາກຊອກຫາພາບຕົວຢ່າງທີ່ເປັນ references (ແບບອ້າງອີງ).

“ສຶກສາຮຽນຮູ້ຈາກຊ່າງພາບທີ່ເຈົ້າຊື່ນຊົມ, ວິເຄາະອົງປະກອບເທັກນິກການເລົ່າເລື່ອງ. ຫຼີກລ່ຽງການເດີນທາງໄປມາໂດຍຄາດຫວັງວ່າຈະມີຫຍັງໜ້າສົນໃຈເກີດຂຶ້ນ. ຕັ້ງໃຈໃນການຖ່າຍທີ່ສຳຄັນຝຶກຝົນ, ຖ່ອມຕົນ ແລະ ບໍ່ຢຸດທີ່ຈະຮຽນຮູ້.”

ຕິດຕາມຜົນງານຂອງ Mon ໄດ້ທີ່:
https://www.instagram.com/monventure?igsh=em56NmlkZnJqa2du&utm_source=qr

ໂດຍ: ທີມບັນາທິການມ່ວນ

ບົດຄວາມທີ່ກ່ຽວຂ້ອງ

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ດ້ວຍຄວາມຮັກໃນການອອກກຳລັງກາຍ ສູ່ການສ້າງ Pele Fitness Club ເພື່ອສົ່ງຕໍ່ແຮງບັນດານໃຈໃຫ້ທຸກຄົນຫັນມາຮັກສາສຸຂະພາບ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.