ໜ້າຫຼັກ The Crown Exclusive ຈາກສາລະວັນສູ່ເວທີຈັກກະວານ ພາຮູ້ຈັກ “ແດງ” ລັດຕະນາ ໝັ້ນວິໄລ Miss Universe Laos 2025
The Crown Exclusive

ຈາກສາລະວັນສູ່ເວທີຈັກກະວານ ພາຮູ້ຈັກ “ແດງ” ລັດຕະນາ ໝັ້ນວິໄລ Miss Universe Laos 2025

ຮູ້ຈັກ ແດງ ລັດຕະນາ ໝັ້ນວິໄລ ສາວງາມຈາກແຂວງສາລະວັນ ຜູ້ຄອງຕຳແໜ່ງ Miss Universe Laos 2025 ຜູ້ມີຄວາມຝັນໃນການພັດທະນາຊຸມຊົນ ຜ່ານສາຍອາຊີບສະຖາປະນິກ ແລະ ວົງການບັນເທີງ.

ແບ່ງປັນ

ຂໍສະແດງຄວາມຍິນດີກັບ ລັດຕະນາ ໝັ້ນວິໄລ, ຫຼື ແດງ ຜູ້ທີ່ໄດ້ຄອງຕຳແໜ່ງ Miss Universe Laos 2025! ຜ່ານການແຂ່ງຂັນທີ່ເຕັມໄປດ້ວຍຄວາມໝັ້ນໃຈ, ຄວາມມຸ່ງໝັ້ນ ແລະ ການສະແດງທັດສະນະຄະຕິທີ່ດີເດັ່ນໃນຮອບຕ່າງໆ ຕະຫຼອດໄລຍະການເກັບຕົວ, ຈົນໃນທີ່ສຸດກໍໄດ້ຄອງຕຳແໜ່ງທີ່ຫຼາຍຄົນໃຝ່ຝັນ.

ການປະກວດໃນຮອບຕັດສິນທີ່ຕ້ອງໄດ້ອາໄສທັງບຸກຄະລິກກະພາບທີ່ໂດດເດັ່ນ ແລະ ຄວາມສາມາດໃນການຕອບຄຳຖາມໃນຮອບ 5 ຄົນ ແລະ 3 ຄົນສຸດທ້າຍ, ເຊິ່ງທັງໝົດນີ້ໄດ້ເຮັດໃຫ້ຄະນະກຳມະການຕັດສິນໃຈເລືອກ ແດງ ໃຫ້ເປັນຕົວແທນຄົນໃໝ່ຂອງລາວ.

ປະຫວັດການສຶກສາທີ່ໜ້າສົນໃຈ

ແດງ – ລັດຕະນາ ໝັ້ນວິໄລ ເປັນສາວຈາກແຂວງສາລະວັນ, ເກີດ ແລະ ເຕີບໃຫຍ່ທີ່ບ້ານນາເຫຼັກ, ເມືອງສາລະວັນ. ນອກຈາກຄວາມງາມທີ່ເປັນເອກະລັກແລ້ວ, ລາວຍັງເປັນຄົນທີ່ໃຝ່ຮຽນຮູ້.

ແດງໄດ້ຮຽນຈົບມັດທະຍົມຈາກໂຮງຮຽນ ມສ ວຽງຈັນ ດ້ວຍທຶນການສຶກສາຈາກ Kumamoto. ຫຼັງຈາກນັ້ນ, ລາວກໍໄດ້ສືບຕໍ່ການສຶກສາລະດັບປະລິນຍາຕີທີ່ຄະນະສະຖາປັດຕະຍະກຳສາດ, ພາກວິຊາສະຖາປັດຂອງມະຫາວິທະຍາໄລແຫ່ງຊາດ, ໂດຍໄດ້ຮັບທຶນການສຶກສາຈາກ AUSAID ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຄວາມສາມາດດ້ານການສຶກສາຂອງລາວ.

ເສັ້ນທາງສາຍນາງແບບ ແລະ ບັນເທີງ

ນີ້ບໍ່ແມ່ນຄັ້ງທຳອິດທີ່ ແດງ ກ້າວສູ່ເວທີນາງງາມ. ລາວເລີ່ມຕົ້ນເຂົ້າສູ່ວົງການນາງແບບມາຕັ້ງແຕ່ປີ 2017 ຈົນຮອດປັດຈຸບັນ. ທີ່ຜ່ານມາ, ແດງເຄີຍຄວ້າຕຳແໜ່ງຮອງອັນດັບ 2 Miss Universe Laos ມາແລ້ວເຖິງສອງຄັ້ງ ຄື ໃນປີ 2019 ແລະ 2022, ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ບໍ່ຍອມແພ້.

ນອກຈາກນີ້, ແດງຍັງມີປະສົບການໃນວົງການບັນເທີງອື່ນໆອີກ, ເຊັ່ນ: ຮ່ວມສະແດງໃນຮູບເງົາເລື່ອງ The Long Walk ທີ່ກຳກັບໂດຍ Mattie Do. ຮູບເງົາເລື່ອງນີ້ຍັງເປັນຮູບເງົາເລື່ອງທຳອິດຈາກລາວທີ່ໄດ້ເຂົ້າສາຍໃນແພລດຟອມລະດັບໂລກ Netflix. ຈາກປະສົບການທີ່ຫຼາກຫຼາຍນີ້, ແດງຈຶ່ງໄດ້ຖືກທາບທາມໃຫ້ເປັນ Mentor ໃນລາຍການ The Wow Laos Season 2 ນຳອີກ.

ອ່ານຕື່ມ:  ສີດຳແຫ່ງຄວາມພາກພູມໃຈ: ກັນນິກາ ສີວັງລາດ ສາວໄຕດຳຄົນທຳອິດທີ່ຄວ້າມຸງກຸດນາງສາວບັນດາເຜົ່າລາວ

ເປົ້າໝາຍ ແລະ ຄວາມມຸ່ງໝັ້ນໃນອະນາຄົດ

ເຖິງແມ່ນວ່າຈະມີຄວາມຮັກໃນວຽກວົງການບັນເທີງ, ແຕ່ເປົ້າໝາຍຫຼັກຂອງ ແດງ ແມ່ນຢາກນຳພາບໍລິສັດອອກແບບຂອງຕົນເອງໃຫ້ກາຍເປັນບໍລິສັດຊັ້ນນຳລະດັບປະເທດ. ລາວຍັງມີຄວາມຝັນທີ່ຈະນຳໃຊ້ອາຊີບສະຖາປະນິກຂອງຕົນເອງເພື່ອພັດທະນາຊຸມຊົນ ແລະ ປະເທດໄປພ້ອມໆກັນ.

ແດງກ່າວວ່າສິ່ງທີ່ທ້າທາຍສຳລັບລາວແມ່ນການສົມທົບວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນທາງດ້ານສະຖາປັດຕະຍະກຳ ແລະ ວຽກໃນວົງການບັນເທີງທີ່ສວນທາງກັນ. ແຕ່ສິ່ງນີ້ບໍ່ໄດ້ເຮັດໃຫ້ລາວທໍ້ຖອຍ, ກົງກັນຂ້າມ ມັນເຮັດໃຫ້ລາວເປັນຄົນທີ່ຕ້ອງກະຕືລືລົ້ນຕະຫຼອດເວລາ ແລະເຮັດທຸກຢ່າງດ້ວຍຄວາມຮັກ.

ກ້າວສູ່ເວທີລະດັບໂລກ Miss Universe 2025

ໃນທ້າຍປີນີ້, ລັດຕະນາ ໝັ້ນວິໄລ ຈະເປັນຕົວແທນຂອງປະເທດລາວເຂົ້າຮ່ວມການປະກວດ Miss Universe 2025 ທີ່ປະເທດໄທ, ເຊິ່ງມີສາວງາມຈາກຫຼາຍກວ່າ 90 ປະເທດເຂົ້າຮ່ວມຊີງມຸງກຸດ. ຜູ້ທີ່ຈະໄດ້ຮັບມຸງກຸດແຫ່ງກຽດຕິຍົດ ຈະຖືກສວມໂດຍ Victoria Kjær Theilvig ສາວເດນມາກ ຜູ້ຄອງຕຳແໜ່ງຄົນປັດຈຸບັນຈາກປີ 2024. ຢ່າລືມຮ່ວມສົ່ງກຳລັງໃຈໃຫ້ ແດງ ໄດ້ສ້າງຊື່ສຽງ ແລະ ຄວາມພາກພູມໃຈໃຫ້ກັບປະເທດໃນເວທີລະດັບໂລກ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

From Salavan to the Universe: Introducing “Daeng” Lattana Munvilay, Miss Universe Laos 2025

Lattana Munvilay from Salavan wins Miss Universe Laos 2025! Discover her inspiring...

7 ເລື່ອງກ່ຽວກັບ ເມ – ຈິນດາ ຈັນມູນນີ ນາງແບບຜູ້ຊະນະ FACE of LAOS 2025 ທີ່ຈະເຮັດໃຫ້ຮູ້ຈັກລາວຫຼາຍຂຶ້ນ

ເມ - ຈິນດາ ຈັນມູນນີ ຄວ້າໄຊ FACE of LAOS 2025. ມາຮູ້ຈັກ 7 ເລື່ອງຂອງນາງແບບຜູ້ມີຄວາມສາມາດ...

ພາໄປຮູ້ຈັກກັບ ສຸກິ – ສຸກິພົນ ວົງສັກ ຕົວແທນຈາກລາວໃນເວທີ Mister International 2025

ສຸກິພົນ ວົງສັກ ຕົວແທນລາວໃນ Mister International 2025 ຈະເຂົ້າປະກວດໃນປະເທດໄທ ພ້ອມຄວາມມຸ່ງໝັ້ນ ທີ່ຈະສ້າງຄວາມພາກພູມໃຈໃຫ້ກັບປະເທດລາວ.

OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.