ພາຮູ້ຈັກ ໝາຍເລກ 14 ໝິວ ສຸພາພອນ ຜູ້ເຂົ້າປະກວດນາງສັງຂານຫຼວງພະບາງ 2026

ແບ່ງປັນ

ພາຮູ້ຈັກ ໝາຍເລກ 14 ໝິວ ສຸພາພອນ ຜູ້ເຂົ້າປະກວດນາງສັງຂານຫຼວງພະບາງ 2026

ໂດຍ: Tonmai Phoutthasack Tonmai Phoutthasack
07 April 2026 6

ເຄີຍມີຄວາມຝັນໃດໜຶ່ງທີ່ຝັງເລິກຢູ່ໃນໃຈຕັ້ງແຕ່ຈື່ຄວາມໄດ້ບໍ່? ສຳລັບເດັກນ້ອຍຍິງຫຼາຍຄົນໃນຫຼວງພະບາງ, ການໄດ້ເບິ່ງຂະບວນແຫ່ນາງສັງຂານອາດເປັນພຽງສີສັນຂອງບຸນປີໃໝ່ລາວ. ແຕ່ສຳລັບໝາຍເລກ 14 ໝິວ – ສຸພາພອນ ພົມພັກດີ ສາວນ້ອຍໄວ 16 ປີ ຈາກໂຮງຮຽນສັນຕິພາບ, ຄຳວ່າ “ນາງສັງຂານ” ຄືຄວາມຜູກພັນທີ່ຕາຕຶງຢູ່ໃນຈິດວິນຍານມາຕັ້ງແຕ່ມື້ທຳອິດທີ່ນາງຮູ້ຈັກ.

ພາຍໃຕ້ຮອຍຍິ້ມທີ່ສົດໃສ, ສາວນ້ອຍຄົນນີ້ຍັງມີຄວາມຝັນອັນຍິ່ງໃຫຍ່ທີ່ຢາກຈະເປັນ “ທ່ານໝໍ” ຜູ້ມອບຄວາມຫວັງໃຫ້ກັບຜູ້ຄົນ. ເລື່ອງລາວຂອງນາງເທິງເວທີນີ້ ຈຶ່ງບໍ່ແມ່ນພຽງການແຂ່ງຂັນຄວາມງາມພາຍນອກ, ແຕ່ເປັນການເດີນຕາມສຽງຮຽກຮ້ອງຂອງຫົວໃຈ ແລະ ຄວາມຝັນ. ມາສຳຜັດທັດສະນະຄະຕິທີ່ເລິກເຊິ່ງ ແລະ ສະເໜ່ໃນຕົວຕົນຂອງໝິວໄປພ້ອມໆກັນ.

“ຄຳວ່າ ‘ນາງສັງຂານ’ ໄດ້ຕາຕຶງໃນຫົວໃຈນ້ອງຕັ້ງແຕ່ເລີ່ມເກີດມາ ແລະ ຈື່ຄວາມໄດ້. ນາງສັງຂານ ຄືສັນຍາລັກຂອງການເປັນສາວເມືອງຫຼວງພະບາງຢ່າງເຕັມຕົວ, ເປັນຮີດຄອງປະເພນີທີ່ຖືກສືບທອດມາຕັ້ງແຕ່ບູຮານນະການ. ສຳລັບນ້ອງແລ້ວ ຕຳແໜ່ງນີ້ຄືຄວາມຊົງກຽດ ແລະ ຄວາມເອກອ້າງທະນົງໃຈຂອງທັງຕົວນ້ອງເອງ ແລະ ວົງຕະກຸນ. ການໄດ້ມາຢືນຢູ່ຈຸດນີ້ຄືການສານຕໍ່ຄວາມຝັນ ແລະ ຖ້າປີນີ້ນ້ອງໄດ້ຮັບຕຳແໜ່ງຊະນະເລີດ ມັນກໍຄືຂອງຂວັນທີ່ສູງສຸດໃນຊີວິດຂອງນ້ອງເລີຍ.”

ເຖິງແມ່ນວ່າຈະຫຼົງໄຫຼໃນເສັ້ນທາງຂອງວັດທະນະທຳ, ແຕ່ໃນອີກມຸມໜຶ່ງ ໝິວມີເປົ້າໝາຍໃນອະນາຄົດທີ່ຊັດເຈນ ແລະ ງົດງາມບໍ່ແພ້ກັນ ນັ້ນກໍຄືການເປັນ “ທ່ານໝໍ” ເພື່ອໄດ້ຊ່ວຍເຫຼືອຄົນເຈັບປ່ວຍທີ່ຕ້ອງການຄວາມຊ່ວຍເຫຼືອ ເຊິ່ງສະທ້ອນໃຫ້ເຫັນເຖິງຈິດໃຈທີ່ເຕັມໄປດ້ວຍຄວາມເມດຕາຂອງນາງ.


ໝິວເຊື່ອວ່າ ຄຸນຄ່າຂອງຄົນເຮົາຄື ‘ຄຸນງາມຄວາມດີ’ ທີ່ເຮົາສະສົມເພື່ອໃຫ້ເກີດປະໂຫຍດສູງສຸດຕໍ່ຕົນເອງ ແລະ ຄົນອື່ນ, ເມື່ອຖາມເຖິງຄວາມງາມທີ່ໝິວຢາກໃຫ້ໂລກໄດ້ຮັບຮູ້, ໝິວເລືອກທີ່ຈະຍົກເອົາຄວາມງາມທີ່ບໍ່ສາມາດມອງເຫັນໄດ້ດ້ວຍຕາເປົ່າ:

“ຄວາມງາມຄືຂອງຂວັນທີ່ທຳມະຊາດສ້າງຂຶ້ນ, ແຕ່ນ້ອງມອງວ່າທຸກຄົນມີຄວາມງາມສະເພາະຕົວທີ່ບໍ່ສາມາດຈຳແນກໄດ້ດ້ວຍດວງຕາເນື້ອ. ສິ່ງໜຶ່ງທີ່ນ້ອງຢາກໃຫ້ໂລກຮັບຮູ້ຄື ຄວາມງົດງາມຂອງຮີດຄອງປະເພນີຊາດລາວ, ການນຸ່ງຖື, ກິລິຍາມາລະຍາດ, ຄວາມມີນ້ຳໃຈ ແລະ ‘ຮອຍຍິ້ມທີ່ຈິງໃຈ’ ຂອງຄົນລາວທັງຊາດ ໂດຍສະເພາະຊາວເມືອງຫຼວງພະບາງ.”

ຫາກໄດ້ຮັບຕຳແໜ່ງນາງສັງຂານຫຼວງພະບາງ 2026, ສຽງທີ່ໝິວຢາກຈະສົ່ງອອກໄປນັ້ນ ເປັນເລື່ອງໃກ້ຕົວທີ່ສຳຄັນທີ່ສຸດ ນັ້ນຄື ການປຸກລະດົມໃຫ້ທຸກຄົນຮັກສາຄວາມສະອາດ ແລະ ສິ່ງແວດລ້ອມ. ໝິວຢາກເຫັນເມືອງຫຼວງພະບາງເຕັມໄປດ້ວຍຕົ້ນໄມ້ທີ່ງົດງາມ, ອອກດອກອອກຜົນຕາມລະດູການ ເພື່ອກຽມພ້ອມຕ້ອນຮັບແຂກບ້ານແຂກເມືອງທີ່ມາຢ້ຽມຢາມ.

ອ່ານຕື່ມ:  ໜິງ ປັດທະມາ ຈິດສະຫວັດ ຈາກນັກຮ້ອງລູກທົ່ງສູ່ມົງມິສແກຣນໄທແລນ 2026

ສ່ວນໃນເລື່ອງຂອງຍຸກດິຈິຕອນນັ້ນ, ໝິວບໍ່ໄດ້ມອງວ່າເຕັກໂນໂລຊີຈະມາທຳລາຍຄວາມເປັນດັ້ງເດີມ ແຕ່ກົງກັນຂ້າມ ນາງມອງວ່າ: “ຍິ່ງໂລກທັນສະໄໝຂຶ້ນຫຼາຍເທົ່າໃດ ເຮົາກໍຍິ່ງສາມາດຮັກສາ ແລະ ຜັນຂະຫຍາຍຕົວຕົນແບບດັ້ງເດີມໄດ້ກວ້າງໄກກວ່າເກົ່າ ໂດຍການເປັນແບບຢ່າງທີ່ດີ ແລະ ປຸກລະດົມຜ່ານສື່ອອນລາຍ.”


ດ້ວຍຄວາມຫຼົງໄຫຼໃນວັດທະນະທຳ, ປັດຈຸບັນໝິວຈຶ່ງໄດ້ຝຶກຝົນຮ່ຳຮຽນການຟ້ອນແບບດັ້ງເດີມຂອງຫຼວງພະບາງ ຈົນກາຍມາເປັນອາຊີບເສີມທີ່ນາງພູມໃຈ ແລະ ຖ້າຫາກຕ້ອງເລືອກໜຶ່ງເລື່ອງລາວໄປເລົ່າໃຫ້ຄົນທົ່ວໂລກຟັງ ໝິວເລືອກທີ່ຈະເລົ່າ “ວັນນະຄະດີສະໄໝກ່ອນທີ່ຈະມາເປັນເມືອງຫຼວງ” ເພື່ອໃຫ້ທຸກຄົນໄດ້ຮູ້ວ່າ ເມືອງແຫ່ງນີ້ຄືເມືອງບູຮານທີ່ງົດງາມປຽບສະເໝືອນສະຫວັນສ້າງມາ.

ເມື່ອຖາມເຖິງນິຍາມ ‘ຄວາມງາມທີ່ແທ້ຈິງ’ ໃນມຸມມອງຂອງນັກຟ້ອນດັ້ງເດີມຄົນນີ້, ຄຳຕອບທີ່ໄດ້ແມ່ນເລິກເຊິ່ງ ແລະ ກິນໃຈ: “ຄວາມງາມທີ່ແທ້ຈິງ ບໍ່ໄດ້ໝາຍຄວາມວ່າງາມແຄ່ຮູບລັກສະນະພາຍນອກ. ແຕ່ຄຸນຄ່າທີ່ແທ້ຈິງຂອງຄວາມງາມ ຄືພະລັງຮັກອັນມີເມດຕາຈາກພາຍໃນສູ່ພາຍນອກ, ຄວາມເປັນມິດໄມຕີຕໍ່ໝູ່ຄູ່, ຄວາມອົດທົນຕໍ່ອຸປະສັກ ລວມເຖິງຄວາມສະຫງ່າງາມທັງກາຍແລະໃຈ ທີ່ສະແດງອອກຜ່ານທ່ວງທ່າທຳນອງ ແລະ ກິລິຍາບົດຂອງຮ່າງກາຍ.”

ອະດີດຄືຈິກຊໍທີ່ຫຼໍ່ຫຼອມໃຫ້ກາຍເປັນເຮົາໃນມື້ນີ້… ເມື່ອຖາມວ່າ ຖ້າຍ້ອນເວລາກັບໄປບອກຕົວເອງໃນໄວເດັກໄດ້ໜຶ່ງຢ່າງ ໝິວຕອບຢ່າງໜັກແໜ້ນວ່າ:

“ເວລາທີ່ຜ່ານມານັ້ນຄື ‘ຈິກຊໍ’ ໃນການຫຼໍ່ຫຼອມຕົວນ້ອງໃຫ້ມາເປັນນ້ອງໃນປັດຈຸບັນ. ນ້ອງຈະບໍ່ຂໍຍ້ອນເວລາ ກັບໄປແກ້ໄຂຫຍັງ ເພາະເວລາທີ່ຜ່ານມານ້ອງເຮັດມັນເຕັມທີ່ແລ້ວ ແລະ ໃນຕອນນີ້ນ້ອງກໍມຸ່ງໝັ້ນເຕັມທີ່ກັບທຸກໆບົດທົດສອບ ພ້ອມທີ່ຈະກ້າວຍ່າງຕໍ່ໄປຢ່າງສະຫງ່າງາມໃນແຕ່ລະວັນ.”

ສຸດທ້າຍນີ້, ຄວາມສຸກທີ່ລຽບງ່າຍທີ່ສຸດໃນຊີວິດຂອງສາວນ້ອຍຄົນນີ້ ຄື “ການປ່ອຍວາງສິ່ງທີ່ຢູ່ໃນໃຈ ແລະ ການມີຮອຍຍິ້ມເປື້ອນໃບໜ້າຢູ່ແທບທຸກເວລາ” ເຊິ່ງເປັນການສະທ້ອນເຖິງວິຖີຊີວິດທີ່ສະຫງົບ ແລະ ອາລົມດີອັນເປັນເອກະລັກຂອງຄົນຫຼວງພະບາງໄດ້ຢ່າງຊັດເຈນ.


ທັງຄວາມງາມພາຍນອກທີ່ສະຫງ່າ ແລະ ຄວາມງາມພາຍໃນທີ່ເຕັມໄປດ້ວຍຄວາມເມດຕາ ເຮັດໃຫ້ ໝິວ ສຸພາພອນ ພົມພັກດີ ເປັນອີກໜຶ່ງຕົວແທນສາວຫຼວງພະບາງທີ່ສົມບູນແບບເທິງເວທີປີນີ້.

ຝາກທຸກຄົນຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ນ້ອງ ໝິວ – ສຸພາພອນ ພົມພັກດີ ໝາຍເລກ 14 ໃນການປະກວດ ນາງສັງຂານຫຼວງພະບາງ 2026 ແນ່ເດີ້!
ຊ່ອງທາງການຕິດຕາມ: Facebook Mew Phomphukdee

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.