ເຄີຍມີຄວາມຝັນໃດໜຶ່ງທີ່ຝັງເລິກຢູ່ໃນໃຈຕັ້ງແຕ່ຈື່ຄວາມໄດ້ບໍ່? ສຳລັບເດັກນ້ອຍຍິງຫຼາຍຄົນໃນຫຼວງພະບາງ, ການໄດ້ເບິ່ງຂະບວນແຫ່ນາງສັງຂານອາດເປັນພຽງສີສັນຂອງບຸນປີໃໝ່ລາວ. ແຕ່ສຳລັບໝາຍເລກ 14 ໝິວ – ສຸພາພອນ ພົມພັກດີ ສາວນ້ອຍໄວ 16 ປີ ຈາກໂຮງຮຽນສັນຕິພາບ, ຄຳວ່າ “ນາງສັງຂານ” ຄືຄວາມຜູກພັນທີ່ຕາຕຶງຢູ່ໃນຈິດວິນຍານມາຕັ້ງແຕ່ມື້ທຳອິດທີ່ນາງຮູ້ຈັກ. ພາຍໃຕ້ຮອຍຍິ້ມທີ່ສົດໃສ, ສາວນ້ອຍຄົນນີ້ຍັງມີຄວາມຝັນອັນຍິ່ງໃຫຍ່ທີ່ຢາກຈະເປັນ “ທ່ານໝໍ” ຜູ້ມອບຄວາມຫວັງໃຫ້ກັບຜູ້ຄົນ. ເລື່ອງລາວຂອງນາງເທິງເວທີນີ້ ຈຶ່ງບໍ່ແມ່ນພຽງການແຂ່ງຂັນຄວາມງາມພາຍນອກ, ແຕ່ເປັນການເດີນຕາມສຽງຮຽກຮ້ອງຂອງຫົວໃຈ...
ເມື່ອເວົ້າເຖິງເທດສະການບຸນປີໃໝ່ລາວທີ່ເມືອງມໍລະດົກໂລກ, ສີສັນທີ່ຂາດບໍ່ໄດ້ເລີຍກໍຄືການປະກວດ “ນາງສັງຂານຫຼວງພະບາງ” ເວທີທີ່ເຕັມໄປດ້ວຍມົນສະເໜ່, ວັດທະນະທຳ ແລະ ຄວາມງົດງາມອັນເປັນເອກະລັກ. ມື້ນີ້ ມ່ວນຈະພາທຸກຄົນມາທຳຄວາມຮູ້ຈັກກັບ ນ້ຳຫວານ – ປິຍະດາ ພົມມະນີວົງ ສາວນ້ອຍໄວ 17 ປີ ຈາກໂຮງຮຽນ ມສ ປະຊາທິປະໄຕ ຜູ້ເຂົ້າປະກວດໝາຍເລກ 7 ທີ່ພົກພາທັງຄວາມສາມາດຮອບດ້ານ ແລະ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.