ໜ້າຫຼັກ Gadzila ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ
Gadzila

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ແບ່ງປັນ
Getting your Trinity Audio player ready...

ມາໃໝ່ອີກແລ້ວ, ສຳລັບລູກຫຼິ້ນຂອງ Meta ທີ່ໄດ້ເພີ່ມຟີເຈີໃຫ້ກັບ Messenger ໃນລະບົບແຈ້ງເຕືອນເວລາຄົນແຄັບໜ້າຈໍໃນໂໝດ Disappearing Messages (ການຕັ້ງຄ່າລົບຂໍ້ຄວາມພາຍໃນ 24 ຊົ່ວໂມງ) ໄວ້.

ທຸກຄົນຢ່າຟ້າວຕົກໃຈ ເພາະໃນສ່ວນນີ້ຂອງແຊັດ Messenger ແບບປົກກະຕິຍັງບໍ່ມີຟີເຈີນີ້ເທື່ອເດີ ສະແດງວ່າສາຍແຄັບສະບາຍໃຈໄດ້ໜ້ອຍໜຶ່ງ ແຕ່ກໍຕ້ອງລະວັງໃຫ້ຫຼາຍຂຶ້ນຄືກັນ ເພະກໍມີຜູ້ໃຊ້ງານ Messenger ເລີ່ມທີ່ຈະຕັ້ງຄ່າໂໝດການລົບຂໍ້ຄວາມພາຍໃນ 24 ຊົ່ວໂມງແລ້ວ ເພາະຢາກຮູ້ວ່າຈະມີໃຜມາແຄັບໜ້າຈໍໃນແຊັດເຮົາແດ່ (ກັອດຈິ ກໍເລີ່ມຮ້ອນໆ-ໜາວໆລະ ເພາະຄວາມລັບຫຼາຍ).

ຢາກຕັ້ງຄ່າ Disappearing Messages ກໍງ່າຍໆ ໃຜທີ່ກຳລັງສົນໃຈເຄັດລັບນີ້ ກັອດຈິ ກໍຈະມາແຊຣ໌ໃຫ້ເລີຍວ່າວິທີຕັ້ງຄ່າລະບົບແຈ້ງເຕືອນໃນ Messager ໂໝດ Disappearing Messages ເຮັດແນວໃດ?

ຕັ້ງຄ່າເປີດໂໝດ Disappearing Messages

  1. ເຂົ້າໄປທີ່ແອັບ Messager.
  2. ກົດໄປທີ່ຊື່ໝູ່ທີ່ຕ້ອງການຕັ້ງຄ່າການເປີດໂໝດ.
  3. ກົດເຂົ້າໄປຕັ້ງຄ່າສ່ວນຕົວໃນແຊັດຂອງໝູ່.
  4. ເລື່ອນລົງຫາໂໝດ Disappearing Messager ແລ້ວເປີດຕັ້ງຄ່າ ໂດຍກຳນົດເວລາໄວ້ທີ່ 24 ຊົ່ວໂມງ.
  5. ແຊັດໃດທີ່ເຮົາຕັ້ງຄ່າໂໝດ Disappearing Messager ໄວ້ ເວລາມີຄົນແຄັບໜ້າຈໍ ຫຼື ເຮົາແຄັບໄວ້ເອງ ມັນຈະຂຶ້ນສະຖານະໃນແຊັດ ພ້ອມແຈ້ງທັງສອງຝ່າຍໃຫ້ຮູ້ທັນທີເລີຍ. ກັອດຈິ ໄດ້ທົດລອງແຄັບແຊັດເອງແລ້ວ ລະບົບຂຶ້ນແຈ້ງສະຖານະວ່າ “You took a screenshot”.
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ມັກໃຜຢູ່ “ສະກິດ” ເລີຍ ຄົນໂສດອາດມີແຟນກ່ອນຈົບປີ ເພາະ Meta ນຳຟີເຈີເກົ່າສຸດຮິດໃນຍຸກທຳອິດກັບມາ

ຂ່າວດີສຳລັບຄົນໂສດ Meta ດຶງເອົາຟີເຈີ Poke ສຸດຮິດໃນຍຸກທຳອິດຂອງ Facebook ກັບມາໃຊ້ໃນສະຖານະການທີ່ເໝາະກັບການສະແດງອອກຄືການ Flirting ຫຼື Playfu ໃຫ້ເຮົາສາມາດທັກທາຍຄົນທີ່ກຳລັງສົນໃຈ.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.