ສະບາຍດີແຟນນາງງາມ! ມື້ນີ້ເຮົາມາເວົ້າເຖິງເລື່ອງທີ່ຮ້ອນແຮງສຸດໆໃນວົງການປະກວດນາງງາມຂອງໄທ. ໃຜໆກໍຕ້ອງຮູ້ຈັກສາວຄົນນີ້ “ໂອປໍ – ສຸຊາຕາ ຊ່ວງສີ” ຜູ້ທີ່ສ້າງປະຫວັດສາດໃຫ້ກັບປະເທດໄທ ດ້ວຍການຄວ້າຕຳແໜ່ງອັນຊົງກຽດ Miss World 2025 ແລະ ນີ້ເປັນຄັ້ງທຳອິດທີ່ໄທໄດ້ມຸງກຸດຟ້ານີ້.
ຈາກ “Miss Universe Thailand” ສູ່ຕົວແທນ “Miss World”
ໂອປໍ ສຸຊາຕາ ບໍ່ແມ່ນໜ້າໃໝ່ໃນວົງການນາງງາມ, ລາວສ້າງຊື່ສຽງຂຶ້ນມາຢ່າງຕໍ່ເນື່ອງ ດ້ວຍຄວາມສາມາດແລະສະເໜ່ອັນເປັນເອກະລັກ. ເມື່ອກ່ອນ ນາງໄດ້ສ້າງຄວາມປະທັບໃຈໃຫ້ກັບແຟນນາງງາມໄທ ຈົນສາມາດຄວ້າຕຳແໜ່ງ Miss Universe Thailand 2024 ມາຄອງໄດ້ຢ່າງສະງ່າຜ່າເຜີຍ.
ຫຼັງຈາກນັ້ນ, ໂອປໍ ກໍໄດ້ເປັນຕົວແທນຂອງປະເທດໄທໄປແຂ່ງຂັນໃນເວທີລະດັບໂລກ Miss Universe 2024 ທີ່ເມັກຊິໂກ. ເຖິງວ່ານາງຈະບໍ່ໄດ້ມົງກຸດຫຼັກ, ແຕ່ນາງກໍສາມາດສ້າງຊື່ສຽງໃຫ້ປະເທດໄທດ້ວຍການຄວ້າຕຳແໜ່ງ ຮອງອັນດັບ 3 Miss Universe 2024 ມາໄດ້ຢ່າງໜ້າພູມໃຈ.
ຫັກມຸມ! ກັບເສັ້ນທາງໃໝ່ທີ່ທ້າທາຍ
ແຕ່ເລື່ອງລາວຂອງໂອປໍຍັງບໍ່ຈົບພຽງເທົ່ານີ້! ມີການປະກາດຢ່າງເປັນທາງການວ່າ ໂອປໍ ສຸຊາຕາ ໄດ້ຖືກແຕ່ງຕັ້ງໃຫ້ເປັນ Miss World Thailand 2025 ແລະ ຈະເປັນຕົວແທນປະເທດໄທເຂົ້າຮ່ວມປະກວດ Miss World 2025 ທີ່ປະເທດອິນເດຍ!
ແມ່ນແລ້ວ! ໄດ້ຍິນບໍ່ຜິດ! ນາງໄດ້ໄປແຂ່ງອີກໜຶ່ງເວທີໃຫຍ່ລະດັບໂລກ ເຊິ່ງຖືເປັນປະກົດການທີ່ບໍ່ຄ່ອຍມີໃຜເຮັດໄດ້ ເພາະການທີ່ນາງໄດ້ເປັນຕົວແທນປະເທດໃນເວທີທີ່ໃຫຍ່ທັງສອງນັ້ນ ສະແດງໃຫ້ເຫັນເຖິງສັກກະຍະພາບແລະຄວາມສາມາດທີ່ບໍ່ທຳມະດາຂອງນາງແທ້ໆ.
ແນ່ນອນວ່າ, ການຕັດສິນໃຈນີ້ໄດ້ນຳມາເຊິ່ງການປ່ຽນແປງທີ່ສຳຄັນ, ເນື່ອງຈາກການເຂົ້າຮ່ວມປະກວດ Miss World ໃນຂະນະທີ່ຍັງຄອງຕຳແໜ່ງຮອງອັນດັບ 3 ຂອງ Miss Universe, ນາງຈຶ່ງຖືກຖອນຕຳແໜ່ງດັ່ງກ່າວຈາກ Miss Universe Organization. ແຕ່ເຖິງຢ່າງໃດກໍຕາມ, ນີ້ບໍ່ໄດ້ຫຼຸດຄຸນຄ່າ ຫຼື ຄວາມພູມໃຈທີ່ແຟນນາງງາມມີໃຫ້ນາງເລີຍ.

ສ້າງປະຫວັດສາດ! ຄວ້າມຸງກຸດ “Miss World 2025” ມາຄອງ
ແລະທີ່ສຳຄັນທີ່ສຸດ, ໃນວັນທີ 31 ພຶດສະພາ 2025 ທີ່ຜ່ານມາ, ໂອປໍ ສຸຊາຕາ ໄດ້ສ້າງປະຫວັດສາດຄັ້ງຍິ່ງໃຫຍ່ໃຫ້ກັບປະເທດໄທ! ລາວໄດ້ຂຶ້ນໄປຢືນຢູ່ຈຸດສູງສຸດຂອງເວທີປະກວດ Miss World 2025 ຄັ້ງທີ 72 ທີ່ HITEX Convention Center, ເມືອງໄຮເດຣາບັດ, ລັດເຕລັງການາ, ປະເທດອິນເດຍ, ໂດຍສາມາດ ຄວ້າມຸງກຸດ Miss World ມາຄອງໄດ້ສຳເລັດ! ຈາກຈຳນວນນາງງາມ 108 ປະເທດທົ່ວໂລກ.
ໃນຮອບ 8 ຄົນສຸດທ້າຍ, ໂອປໍໄດ້ຮັບຄຳຖາມວ່າ: “ເຈົ້າຄິດວ່າເຈົ້າຄວນໄດ້ເປັນ Miss World, ຕົວແທນຈາກອາຊີ ແລະ ໂອເຊອານີ ຫຼືບໍ່?”
ນາງໄດ້ຕອບດ້ວຍຄວາມໝັ້ນໃຈແລະເລິກເຊິ່ງວ່າ:
“ຂ້ອຍເບິ່ງມັນຄືກັບການດູແລສວນດອກໄມ້. ໃຜໆກໍສາມາດຫົດນໍ້າຕົ້ນໄມ້ໄດ້, ແຕ່ຖ້າຈະເຮັດໃຫ້ສວນງົດງາມ ແລະ ຍືນຍົງແທ້ໆ, ຕ້ອງມີໃຜຈັກຄົນທີ່ຢູ່ດູແລມັນຢ່າງຕໍ່ເນື່ອງ. ສິ່ງນີ້ກໍຄືກັນກັບບົດບາດຂອງ Miss Asia & Oceania, ບໍ່ແມ່ນພຽງແຕ່ການແນະນຳຕົວເອງພ້ອມຕຳແໜ່ງທີ່ໄດ້ຮັບ, ແຕ່ຄືການເຮັດໃຫ້ຜູ້ຄົນຮູ້ສຶກໄດ້ວ່າ ຂ້ອຍຢູ່ບ່ອນນີ້ເພື່ອພວກເຂົາ, ຢືນຄຽງຂ້າງພວກເຂົາແທ້ໆ ຜ່ານໂຄງການ Beauty with a Purpose ເຊິ່ງຂ້ອຍໄດ້ຮຽນຮູ້ວ່າການໃຊ້ຊີວິດຢ່າງມີຄຸນຄ່າຄືການມອບຊີວິດແລະຄວາມຝັນກັບຄືນໃຫ້ກັບຜູ້ທີ່ເຄີຍສູນເສຍມັນໄປ ແລະນັ້ນຄືເຫດຜົນທີ່ຂ້ອຍຢືນຢູ່ບ່ອນນີ້ໃນມື້ນີ້, ເພື່ອເປັນແສງແຫ່ງຄວາມຫວັງ, ແລະ ເພື່ອຖິ້ມໄວ້ເຊິ່ງຮ່ອງຮອຍຂອງຄວາມໝາຍຈົນເຖິງລົມຫາຍໃຈສຸດທ້າຍຂອງຊີວິດ.”
ຄຳຕອບນີ້ສົ່ງໃຫ້ນາງຜ່ານເຂົ້າຮອບ 4 ຄົນສຸດທ້າຍ ພ້ອມກັບຕົວແທນຈາກມາຕີນິກ, ເອທິໂອເປຍ ແລະ ໂປແລນ.
ສ່ວນໃນຮອບຄຳຖາມສຸດທ້າຍ, ໂອປໍໄດ້ຄຳຖາມທີ່ວ່າ: “ການເດີນທາງຄັ້ງນີ້ສອນເຈົ້າແນວໃດກ່ຽວກັບຄວາມຈິງ ແລະຄວາມຮັບຜິດຊອບສ່ວນບຸກຄົນໃນການກໍານົດເລື່ອງລາວທີ່ຖືກເລົ່າຂານ?”
ລາວໄດ້ຕອບດ້ວຍຄວາມສະຫຼາດ ແລະ ແຮງບັນດານໃຈວ່າ:
“ການໄດ້ມາຢືນຢູ່ບ່ອນນີ້ ຖືເປັນໂອກາດທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ. ສິ່ງໜຶ່ງທີ່ໄດ້ຮຽນຮູ້ຄືຄວາມຮັບຜິດຊອບຕໍ່ການທີ່ຄວາມຈິງຈະຖືກຖ່າຍທອດອອກໄປແນວໃດ ແລະສິ່ງທີ່ສຳຄັນທີ່ສຸດທີ່ຂ້ອຍລວມເຖິງຜູ້ເຂົ້າປະກວດທຸກຄົນ ລວມເຖິງທຸກຄົນໃນຫ້ອງນີ້ສາມາດເຮັດໄດ້ ຄືການເປັນບຸກຄົນຕົ້ນແບບທີ່ຄົນອ້ອມຂ້າງສາມາດຢຶດຖືເປັນແບບຢ່າງໄດ້. ເຊື່ອມາຕະຫຼອດວ່າ ບໍ່ວ່າຈະເປັນໃຜ, ຈະອາຍຸເທົ່າໃດ, ມີບົດບາດໜ້າທີ່ໃດໃນຊີວິດ, ກໍຕ້ອງມີໃຜຈັກຄົນໜຶ່ງທີ່ເບິ່ງຂຶ້ນມາຫາເຮົາ, ອາດເປັນເດັກນ້ອຍ, ຄົນອ້ອມຂ້າງ ຫຼືແມ່ນແຕ່ພໍ່ແມ່ຂອງເຮົາເອງ. ວິທີທີ່ດີທີ່ສຸດໃນການນຳທາງຄົນເຫຼົ່ານັ້ນ ຄືການເປັນຜູ້ນຳຜ່ານຄວາມອ່ອນໂຍນແລະການກະທຳຂອງເຮົາເອງ, ເພາະການກະທຳຂອງເຮົານັ້ນສຽງດັງກວ່າຄຳເວົ້າສະເໝີ. ນັ້ນຄືສິ່ງທີ່ດີທີ່ສຸດທີ່ເຮົາສາມາດມອບໃຫ້ກັບຄົນອ້ອມຂ້າງ ແລະ ກັບໂລກໃບນີ້. ຂໍໃຫ້ທຸກຄົນໂຊກດີແລະຢ່າລືມວ່າຈົ່ງໝັ້ນຄົງ ແລະ ໃຊ້ການກະທຳເປັນສຽງທີ່ດັງກວ່າຄຳເວົ້າ.”
ຈາກຄຳຕອບທີ່ຊົງພະລັງນີ້, ໂອປໍ ສຸຊາຕາ ໄດ້ຖືກປະກາດໃຫ້ເປັນ Miss World 2025 ຄົນໃໝ່ຂອງໂລກ!

“ຊຸດແຫ່ງການຢຽວຢາ”: ເບື້ອງຫຼັງຄວາມງາມທີ່ເລິກເຊິ່ງ
ໃນຄືນປະຫວັດສາດນັ້ນ, ຊຸດລາຕີທີ່ໂອປໍໃສ່ກໍເປັນທີ່ສົນໃຈບໍ່ແພ້ກັນ. ນາງໄດ້ເປີດເຜີຍຜ່ານເຟສບຸກສ່ວນຕົວວ່າ ຊຸດລາຕີສີຂາວລະຍິບລະຍັບຊຸດນີ້ ມີຊື່ວ່າ “ຊຸດແຫ່ງການຢຽວຢາ (The Healing Gown)“. ມັນຖືກອອກແບບມາເພື່ອເປັນສັນຍະລັກຂອງການບຳບັດຮັກສາ ແລະ ຄວາມເຂັ້ມແຂງທີ່ງຽບສະຫງົບ, ໄດ້ຮັບແຮງບັນດານໃຈຈາກການເດີນທາງຂອງໂຄງການ Opal For HER ຂອງນາງເອງ.
ຊຸດນີ້ສ້າງຂຶ້ນມາຈາກຈິດວິນຍານແລະສັນຍາລັກຈາກ “ໂອປໍ (Opal)” ເຊິ່ງເປັນອັນຍະມະນີທີ່ມີຊື່ສຽງໃນເລື່ອງຄວາມຍືດຢຸ່ນ, ຄວາມງາມ ແລະ ການປ່ຽນແປງ. ຜ້າສີຂາວເຫຼື້ອມເປັ່ງປະກາຍ, ພ້ອມລາຍດອກໄມ້ທີ່ລະອຽດອ່ອນ, ສະທ້ອນເຖິງຜູ້ຍິງທີ່ເລືອກຄວາມຫວັງຫຼາຍກວ່າຄວາມຢ້ານກົວ. ການອອກແບບທີ່ໂພງບານອອກມາຂອງຊຸດນັ້ນ ສະທ້ອນເຖິງຜົນກະທົບຂອງຄື້ນແຫ່ງຄວາມເມດຕາ, ເປັນວິທີທີ່ຫົວໃຈໜຶ່ງສາມາດປຸກອີກຫຼາຍຊີວິດໃຫ້ຕື່ນຂຶ້ນໄດ້.
ຄຣິສຕັລຂອງ Swarovski ທີ່ສ່ອງປະກາຍຢູ່ເທິງຊຸດ ກໍປຽບເໝືອນແສງສະຫວ່າງພາຍໃນທີ່ນຳທາງເຮົາຜ່ານຄວາມມືດມິດ. ຊຸດລາຕີນີ້ບໍ່ໄດ້ເປັນພຽງແຕ່ຊຸດທີ່ງາມ, ແຕ່ມັນຄື ການອຸທິດໃຫ້ແກ່ຜູ້ຍິງທຸກຄົນທີ່ກ້າຝັນ ເຖິງແມ່ນວ່າຈະປະເຊີນໜ້າກັບຄວາມບໍ່ແນ່ນອນ, ເຊັ່ນດຽວກັນກັບໂອປໍ, ລາວກໍສ່ອງປະກາຍດ້ວຍແສງສະຫວ່າງຂອງຕົນເອງ.

ສາວເກັ່ງຄົນນີ້ມີດີຫຍັງ?
ໂອປໍ ສຸຊາຕາ ເກີດເມື່ອວັນທີ 20 ມີນາ 2003 (ປີ 2025 ນີ້ກໍອາຍຸ 22 ປີ). ນາງເຕີບໂຕທີ່ແຂວງພູເກັດ ແລະ ຈົບການສຶກສາຊັ້ນມັດທະຍົມຈາກໂຮງຮຽນກຽມອຸດົມສຶກສາ. ປັດຈຸບັນກຳລັງສຶກສາຢູ່ທີ່ຄະນະການເມືອງ ແລະ ການປົກຄອງ, ສາຂາການພົວພັນລະຫວ່າງປະເທດ ມະຫາວິທະຍາໄລທຳມະສາດ. ຄອບຄົວຂອງລາວປະກອບອາຊີບທຸລະກິດສ່ວນຕົວ ຢູ່ໃຈກາງເມືອງເກົ່າແຂວງພູເກັດ.
ນອກຈາກຄວາມສວຍງາມແລ້ວ, ລາວຍັງເປັນຄົນທີ່ມີສະຕິປັນຍາ ແລະ ມີຄວາມສາມາດຫຼາກຫຼາຍ, ເວົ້າໄດ້ເຖິງ 3 ພາສາຄື: ພາສາໄທ, ພາສາອັງກິດ ແລະ ພາສາຈີນ. ດ້ວຍຄວາມສູງເຖິງ 180 ຊັງຕີແມັດ, ເຮັດໃຫ້ລາວກ້າວເຂົ້າສູ່ວົງການນາງແບບ ກ່ອນຈະຜັນຕົວມາສູ່ວົງການນາງງາມ.
ລາວຮ່ວມປະກວດເທິງເວທີປະກວດນາງງາມຄັ້ງທຳອິດໃນເວທີນາງງາມລັດຕະນະໂກສິນ, ຈາກນັ້ນກໍມາປະກົດຕົວໃນເວທີ Miss Universe Thailand 2022 ໂດຍສາມາດຄວ້າຕຳແໜ່ງຮອງອັນດັບ 3 ມາໄດ້ (ແລະ ໄດ້ຂຶ້ນເປັນຮອງອັນດັບ 2 ໃນເວລາຕໍ່ມາ).

ຈົນມາເຖິງປີ 2024, ໂອປໍກໍສາມາດຄວ້າມຸງກຸດ Miss Universe Thailand 2024 ມາຄອງໄດ້ຢ່າງສຳເລັດ.
ຄວາມພິເສດອີກຢ່າງໜຶ່ງຂອງໂອປໍຄື ລາວເປັນຜູ້ທີ່ມັກການປະກວດນາງງາມເພື່ອສ້າງຄວາມຮັບຮູ້ກ່ຽວກັບເລື່ອງສຸຂະພາບ.
ເມື່ອອາຍຸ 16 ປີ, ລາວເຄີຍຜ່າຕັດເນື້ອງອກໃນເຕົ້ານົມທີ່ມີຂະໜາດເຖິງ 10 ຊັງຕີແມັດ, ເຊິ່ງເປັນແຮງບັນດານໃຈໃຫ້ລາວຢາກໃຊ້ເວທີນາງງາມເພື່ອເປັນກະບອກສຽງໃຫ້ກັບຜູ້ຍິງຄົນອື່ນໆ.
ບອກໄດ້ເລີຍວ່າໂອປໍ ສຸຊາຕາ ເປັນນາງງາມທີ່ບໍ່ພຽງແຕ່ງາມ ແຕ່ຍັງຄົບເຄື່ອງດ້ວຍຄວາມສາມາດ, ຄວາມສະຫຼາດ ແລະ ຈິດໃຈທີ່ຢາກສ້າງສິ່ງດີໆໃຫ້ກັບສັງຄົມ.
ພາບ: Instagram / suchaaata