ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ ເລື່ອງນີ້ພະເອກບໍ່ຂາຍຫຼໍ່ ແຕ່ຂາຍແປກ ເບິ່ງແບບຖອດສະໝອງກັບຊີຣີສ໌ວາຍ Me and Thee
Muan Watch - ມ່ວນຊວນເບິ່ງ

ເລື່ອງນີ້ພະເອກບໍ່ຂາຍຫຼໍ່ ແຕ່ຂາຍແປກ ເບິ່ງແບບຖອດສະໝອງກັບຊີຣີສ໌ວາຍ Me and Thee

Me and Thee (มีสติหน่อยคุณธีร์) ເປັນຊີຣີສ໌ວາຍທີ່ເນັ້ນສ້າງຄວາມອາລົມດີ ແລະ ບົດບາດແປກໆຂອງພະເອກຢ່າງ "ທີ" ທີ່ມີສະເໜ່ຄວາມຫຼໍ່ໂດດເດັ່ນ ທີ່ພໍໄດ້ເບິ່ງແລ້ວຕ້ອງຫົວຄ້າງກັນແນ່ນອນ.

ແບ່ງປັນ

ໃຜທີ່ກຳລັງຫາຊິຣີສ໌ວາຍເບົາສະໝອງ ແບບເບິ່ງແລ້ວຕ້ອງຍິ້ມອາລົມດີຕ້ອງເລື່ອງນີ້ເລີຍ Me and Thee (มีสติหน่อยคุณธีร์) ຫຼື ວ່າຈະເອີ້ນວ່າເປັນຊິຣີສ໌ຖອດສະໝອງກໍໄດ້ ເພາະທຸກສາກທີ່ໂຕເອກອອກມາຄືຕ້ອງຫຼຸດຫົວກັບບົດບາດຂອງຜູ້ບໍລິຫານ ບໍລິສັດນ້ຳຫອມແບຣນ Asenie ຢ່າງ “ທີ” ສະເໝີ.

ທີ ບໍ່ໄດ້ມີດີພຽງແຕ່ລວຍ ແຕ່ລາວຍັງມີສະເໜ່ຄວາມຫຼໍ່ທີ່ໂດດເດັ່ນ. ພິເສດ ຫຼາຍກວ່ານັ້ນຄືຄວາມແປກທີ່ບໍ່ຄືໝູ່ ເພາະວ່າບຸກຄະລິກທີ່ຊັບຊ້ອນເຢັນຊາ ແຕ່ອົບອຸ່ນ ແລະ ການເວົ້າຂອງລາວຄືຫຼຸດມາແຕ່ໃນລະຄອນໄທເລື່ອງເກົ່າຫຼາຍສິບປີ.

ທີ ໄດ້ມີໂອກາດມາພົບກັບ ພີຊ ທີ່ປຽບເໝືອນຄວາມຮັກ Poppy Love ຫຼື ຮັກທຳອິດຂອງລາວທີ່ໄດ້ເຂົ້າມາປ່ຽນຊີວິດໄປໃນທາງທີ່ດີຂຶ້ນ ພ້ອມໃຫ້ເຂົ້າໃຈວ່າຄົນທຳມະດານັ້ນໃຊ້ຊີວິດແບບໃດ ແລະ ຊ່ວຍເຂົ້າມາເຮັດໃຫ້ລາວເປີດໃຈແກ້ໄຂປົມໃນໃຈຂອງລາວ.

ຊີວິດຂອງ ທີ ກໍບໍ່ໄດ້ສວຍງາມຢ່າງທີຄິດ ເພາະຕ້ອງໄດ້ພິສູດໂຕເອງ ເພາະເກີດມາໃນຕະກຸນຜູ້ມີອິດທິພົນເກົ່າ ແຕ່ກໍໄດ້ເລືອກທີ່ຈະຫັນຫຼັງໃຫ້ກັບເສັ້ນທາງສີເທົານັ້ນ ເພື່ອສ້າງ “ໂລກໃໝ່” ທີ່ສວຍງາມໃນແບບຂອງລາວ.

ເລື່ອງນີ້ແມ່ນຈົບແລ້ວເດີ ມີທັງໝົດ 10 ຕອນ, ທຸກຄົນສາມາດຫາເບິ່ງໄດ້ເລີຍ.

ອ່ານຕື່ມ:  ເລືອກເປັນຕົວເອງໃນທຸກພື້ນທີ່ ການເປັນຕົວເອງຕ້ອງໃຊ້ຄວາມກ້າມັນບໍ່ແມ່ນເລື່ອງງ່າຍທີ່ຈະກ້າຍອມຮັບ ແລະ ຂ້າມຜ່ານ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Wednesday Season 2: ຄວາມມືດມົນທີ່ກັບມາພ້ອມຄະດີຄາດຕະກຳສຸດເລິກລັບ

ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ....

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single

ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.

ໝູ່ສະໜິດທີ່ຫາຍຕົວໄປໃນປ່າໜຶ່ງອາທິດກັບມາ ພ້ອມປ່ຽນໄປ ຫຼື “ນີ້ບໍ່ແມ່ນຮິຄາຣຸ”

ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບເອນິເມຊັນ. The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ ແມ່ນເອນິເມຊັນສັນຊາດຍີ່ປຸ່ນທີ່ສ້າງມາຈາກມັງງະ. ມີເນື້ອຫາເວົ້າເຖິງຄວາມຜູກພັນຂອງໝູ່ສະໜິດ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.