ຕ້ອງຂໍບອກວ່າ Muan Scoop ໄດ້ມີໂອກາດເບິ່ງຕົວຢ່າງໜັງຮ່ວມທຶນສ້າງ ລາວ-ໄທ ເລື່ອງ ກ່ອງກ່ອຍ (Wrecked) ແລະ ຮູ້ສຶກຄຸ້ນໆໜ້ານັກສະແດງຊາຍທີ່ເປັນຄົນໄທສຸດໆ ເພາະສະດຸດຕາກັບຄວາມຫຼໍ່ທີ່ມີເອກະລັກ ແລະ ນຶກສົງໄສວ່າລາວແມ່ນໃຜ ຈົນຢາກຢາກຮູ້ຈັກລາວໃຫ້ຫຼາຍຂຶ້ນ.
ພໍຄົ້ນໄປຄົ້ນມາ ຈົນຫາຂໍ້ມູນມາແລ້ວນັ້ນ ຈຶ່ງຕ້ອງຮ້ອງ ອໍ~ (ລາກສຽງຍາວເດີ) ທັນທີ ເພາະລາວຄື ແມັກກ້າ – ນັດຖະພັດ ດີເລີດຕຣະກູນ (ณัฐภัทร ดีเลิศตระกูล) ຫຼື ທີ່ແຟນໆຮູ້ຈັກໃນນາມ Mcka ວົງ 4MIX ນັ້ນເອງ.
Muan Scoop ຄິດວ່າທຸກຄົນກໍຈະຄິດຄືກັນ ວ່າເຄີຍເຫັນພາບ ແມັກກ້າ ແຕ່ໃນມຸມສິລະປິນແມ່ນບໍ? ແຕ່ເທື່ອນີ້, ລາວຈະມາເຮັດໃຫ້ເຮົາຫາຍໃຈບໍ່ທົ່ວທ້ອງກັນກັບບົດບາດໃໝ່ ທີ່ຈະເຮັດໃຫ້ເຮົາໄດ້ເຫັນຜົນງານອີກດ້ານໜຶ່ງໃນຖານະນັກສະແດງຂອງລາວ.

ສ່ອງສະເໜ່ ແລະ ຮູ້ຈັກ ແມັກກ້າ (Mcka – 4MIX)
ໃຜທີ່ເປັນສາຍ T-POP ຄົງຈະຄຸ້ນໜ້າຄຸ້ນຕາລາວດີໃນຖານະແຣັບເປີຫຼັກ ແລະ ນັກເຕັ້ນນຳຂອງວົງ 4MIX ທີ່ມີສະມາຊິກຮ່ວມວົງອີກສາມຄົນຄື ນິນຈາ, ໂຟກຊອງ ແລະ ຈໍຣ໌ຈ. 4MIX ເປັນວົງທີ່ໂດດເດັ່ນ ແລະ ມີຈຸດຢືນຊັດເຈນໃນເລື່ອງຂອງຄວາມຫຼາກຫຼາຍ ຈົນມີຖານແຟນຄລັບ ຫຼື ທີ່ເອີ້ນກັນວ່າ Unix ຢ່າງໜາແໜ້ນທັງໃນໄທ ແລະ ຕ່າງປະເທດ ໂດຍສະເພາະແຖບອາເມລິກາລາຕິນ.
ແມັກກ້າ ເກີດວັນທີ 18 ກັນຍາ 2002, ລາວເປັນຜູ້ຊາຍທີ່ມີຮູບໜ້າທີ່ສະເໜ່ຫຼາຍ, ມີຄວາມເປັນເອກະລັກສູງ ແລະ ຄົນສ່ວນໃຫຍ່ກໍຍັງຫຼົງຮັກໃນສະໄຕລ໌ການແຣັບທີ່ມີພະລັງ-ດຸດັນ ບວກກັບທັກສະການເຕັ້ນທີ່ຄົມຊັດ. ລາວຍັງມາພ້ອມສະໄຕລ໌ການແຕ່ງຕົວທີ່ເບິ່ງເທ່ ແຕ່ໃນເວລາດຽວກັນກໍມີມຸມໜ້າຮັກ ແລະ ຂີ້ຫຼິ້ນ.
ຖ້າເວົ້າເຖິງຜົນງານທີ່ເຮັດໃຫ້ຄົນທົ່ວໂລກ ແລະ ແຟນໆຫັນມາຮູ້ຈັກວົງ 4MIX ແບບປັງສຸດໆ ຕ້ອງຍົກໃຫ້ເພງເປີດຕົວ (Debut) ຂອງພວກເຂົາເລີຍນັ້ນກໍຄືເພງ Y U COME BACK ທີ່ປ່ອຍອອກມາໃນປີ 2021.
ຫຼັງຈາກເພງ Y U COME BACK ແລ້ວ, ພວກເຂົາກໍມີຜົນງານເພງຕາມມາອີກເລື້ອຍໆເຊັ່ນ ເພງ ໃນລະດັບອິນເຕີ ທີ່ຍັງຄົງຮັກສາຄອນເຊັບຄວາມເທ່ ແລະ ເອກະລັກສະເພາະຕົວໄວ້ໄດ້ເປັນຢ່າງດີ ເຮັດໃຫ້ຖານແຟນຄລັບ Unix ຂະຫຍາຍຕົວຂຶ້ນເລື້ອຍໆ.
ເພງນີ້ຖືເປັນຈຸດປ່ຽນ ແລະ ເປັນໄວຣັລ (Viral) ເພື່ອຖືວ່າໄດ້ສ້າງມາດຕະຖານໃໝ່ໆໃຫ້ກັບ T-POP ເລີຍ ຈົນເຮັດໃຫ້ເກີດກະແສແຟນຄລັບຕ່າງປະເທດເຂົ້າມາຄອມເມັ້ນ ແລະ ເຮັດຄລິບ Reaction ຢ່າງຫຼວງຫຼາຍ ເພາະແນວດົນຕີ ແລະ ທ່າເຕັ້ນທີ່ດຸດັນ ຕົວເພງມີຈັງຫວະທີ່ເຂັ້ມຂຸ້ນ ບວກກັບທັກສະການເຕັ້ນທີ່ແຂງແຮງ-ຄົມຊັດ ເຊິ່ງ ແມັກກ້າ ກໍໄດ້ໂຊທັກສະການແຣັບ ແລະ ການເຕັ້ນທີ່ເປັນເອກະລັກໃນເພງນີ້ຢ່າງໂດດເດັ່ນ.
ແມັກກ້າ ກັບບົດບາດໃໝ່ໃນໜັງສະຫຍອງຂວັນ ກ່ອງກ່ອຍ (Wrecked)
ແຕ່ທຸກຄົນຮູ້ບໍ່ວ່າ ກ່ອນທີ່ລາວຈະມາເປັນສິລະປິນ, ແມັກກ້າ ເຄີຍຝັນຢາກເປັນນັກກີລາ ແລະ ເຄີຍເດີນຕາມເສັ້ນທາງນັ້ນມາກ່ອນ ແຕ່ຍ້ອນມີບາງຈຸດປ່ຽນແປງ ລາວຈຶ່ງໄດ້ຜັນຕົວມາເປັນສິລະປິນ ແລະ ເຮັດວຽກໃນວົງການບັນເທີງ ຈົນຮອດຕອນນີ້ທີ່ລາວພ້ອມແລ້ວທີ່ຈະກ້າວຂ້າມຂີດຈຳກັດຂອງການເປັນນັກຮ້ອງມາສູ່ການເປັນນັກສະແດງຢ່າງເຕັມຕົວ.
ໃນວັນທີ 16 ກໍລະກົດ 2026 ນີ້, ເຮົາຈະໄດ້ເຫັນ ແມັກກ້າ ຖິ້ມພາບລັກການເປັນສິລະປິນໄວຮຸ່ນຊົ່ວຄາວ ເພື່ອມາຮັບບົດເປັນ ປີເຕີ ໃນໜັງສະຫຍອງຂວັນເລື່ອງ ກ່ອງກ່ອຍ Wrecked.
ໜັງເລື່ອງນີ້ຍັງເປັນການຮ່ວມທຶນ ແລະ ຮ່ວມມືການຜະລິດລະຫວ່າງ ລາວ ແລະ ໄທ ທີ່ເອົາຕຳນານຜີກ່ອງກ່ອຍ ຜີປ່າໃນຄວາມເຊື່ອທ້ອງຖິ່ນມາເລົ່າໃໝ່.
ເລື່ອງລາວແມ່ນເລີ່ມຕົ້ນຈາກໄວຮຸ່ນກຸ່ມໜຶ່ງທີ່ເປັນຄອນເທັນຄຣີເອເຕີສາຍ Live Streaming ທີ່ກຳລັງເຮັດຄອນເທັນລ່າຜີ ແລະ ລອງດີ ແຕ່ສຸດທ້າຍກັບກາຍເປັນກັບດັກຄວາມແຄ້ນ ແລະ ຕ້ອງໜີການຕາມລ່າ ເພື່ອເອົາຊີວິດໃຫ້ລອດແທນ.
ພິສູດສີມືນັກສະແດງ ແມັກກ້າ ຮ່ວມງານກັບນັກສະແດງລາວ
ການມາຮັບບົດເປັນ ປີເຕີ ໃນເລື່ອງນີ້ ຖືເປັນບົດທົດສອບທີ່ທ້າທາຍຫຼາຍສຳລັບ ແມັກກ້າ ເພາະລາວຕ້ອງຮ່ວມງານກັບນັກສະແດງຄົນອື່ນໆຈາກຝັ່ງລາວຄື ນ່ານ່າ – ອາລິຍາ ສຸທຳມະວົງ (ຮັບບົດ: ຈິດ) ແລະ ອານິຕ້າ – ວິພາ ຢາກາເນກິ (ຮັບບົດ: ແອນນາ).

ແມັກກ້າ – ນັດຖະພັດ ດີເລີດຕຣະກູນ, ນ່ານ່າ – ອາລິຍາ ສຸທຳມະວົງ ແລະ ອານິຕ້າ – ວິພາ ຢາກາເນກິ
ໃນຖານະນັກສະແດງ, ແມັກກ້າຕ້ອງຖ່າຍທອດອາລົມຄວາມຢ້ານກົວ, ຄວາມກົດດັນ ແລະ ຄວາມຮຸນແຮງຂອງສະຖານະການອອກມາໃຫ້ສົມຈິງທີ່ສຸດ ເຊິ່ງນີ້ມັນເປັນໂອກາດທີ່ເຮັດໃຫ້ລາວໄດ້ພິສູດຝີມືວ່າ ຕົນເອງບໍ່ໄດ້ມີດີແຕ່ເລື່ອງການຮ້ອງເພງ ແລະ ການແຣັບ ແຕ່ຍັງມີຄວາມສາມາດໃນການສື່ສານອາລົມຜ່ານໜ້າຈໍອີກດ້ວຍ.
ຖ້າໃຜຢາກເຫັນບົດບາດໃໝ່ຂອງ ແມັກກ້າ ຈະສະແດງບົດບາດທີ່ເຕັມໄປດ້ວຍຄວາມກົດດັນໄດ້ດີຊ່ຳໃດ ຕ້ອງຫ້າມພາດໄປຕິດຕາມ ແລະ ໃຫ້ກຳລັງໃຈລາວໄດ້.