ໜ້າຫຼັກ Gadzila ທົດສອບ Love Language ຄົ້ນພົບພາສາຮັກຂອງເຈົ້າ
Gadzila

ທົດສອບ Love Language ຄົ້ນພົບພາສາຮັກຂອງເຈົ້າ

ແບ່ງປັນ
Getting your Trinity Audio player ready...

ທຸກຄົນເຄີຍສົງໄສບໍ່? ເປັນຫຍັງບາງຄົນພຽງແຕ່ໄດ້ຮັບຂໍ້ຄວາມຫວານໆຈາກຄົນຮັກກໍດີໃຈແລ້ວ ແລະ ບໍ່ໄດ້ຕ້ອງການຫຍັງຫຼາຍເລີຍ, ແຕ່ກັບບາງຄົນຕ້ອງມີຂອງຂັວນ, ການກອດ ຫຼື ສໍາຜັດ ຈຶ່ງຈະຮູ້ສຶກເຖິງຄວາມຮັກທີ່ໄດ້ຮັບ.

ຄົນເຮົາມີຫຼາກຫຼາຍແບບຄວາມມັກກໍບໍ່ຄືກັນ ແລ້ວເຮົາຈະຮູ້ໄດ້ແນວໃດວ່າຄົນຮັກເຮົາມັກຄືກັນກັບເຮົາລະ?

ກັອດຈິ ເລີຍນຳແບບທົດສອບພາສາຮັກ ຫຼື Love Language ແຕ່ລະແບບມາໃຫ້ທຸກຄົນໄດ້ລອງເຮັດຫຼິ້ນໆເບິ່ງ, ແຕ່ຖ້າໃຜຍັງໂສດກໍຫຼິ້ນໄດ້ເດີ ເພື່ອໃຫ້ເຮົາຮູ້ວ່າ Love language ຂອງເຮົາ.

Love language ແມ່ນຫຍັງ?

Love Language ແມ່ນການສະແດງຄວາມຮັກອີກແບບໜຶ່ງອອກມາຈາກການກະທຳ ເຊິ່ງຈະປະກອບມີທັງໝົດ 5 ແບບຄື:

  1. ຄໍາເວົ້າຫວານໆ (Word of Affirmation): ເວລາທີ່ເຮົາຍິນຄໍາເວົ້າດີໆ, ຄໍາຍ້ອງຍໍ ຫຼື ການເວົ້າໃຫ້ກໍາລັງໃຈຈາກຄົນຮັກ ມັນຈະເຮັດໃຫ້ຮູ້ສຶກວ່າຖືກຮັກຈາກເຂົາຫຼາຍ. 
  2. ເວລາຄຸນນະພາບ (Quality Time): ການທີ່ໄດ້ໃຊ້ເວລາຮ່ວມກັບຄົນຮັກ, ເຮັດສິ່ງດີໆຮ່ວມກັນ ແລະ ມີເວລາໃຫ້ກັນນັ້ນ ເປັນການສື່ສານອີກຢ່າງໜຶ່ງເຖິງພາສາຮັກຂອງຄົນທັງສອງ.
  3. ຂອງຂັວນ (Gifts): ການໃຫ້ຂອງຂັວນແທນໃຈ ບໍ່ຈໍາເປັນຕ້ອງເປັນສິ່ງຂອງທີ່ມີລາຄາແພງສະເໝີໄປ ແຕ່ອາດຈະເປັນການໃຫ້ສິ່ງຂອງເລັກໆນ້ອຍໆໃນວັນສໍາຄັນຕ່າງໆ, ເພື່ອສື່ເຖິງຄວາມຮັກຂອງທັງສອງຄົນ ແລະ ຄວາມຮູ້ສຶກດີໆທີ່ມີຕໍ່ກັນ. 
  4. ດູແລເອົາໃຈໃສ່ (Acts of Service): ພາສາຮັກທີ່ສະແດງອອກຜ່ານການກະທໍາທີ່ເຮັດໃຫ້ເຫັນວ່າການເອົາໃຈໃສ່ ແລະ ດູແລຄົນທີ່ຮັກດ້ວຍຄວາມຈິງໃຈແບບທີ່ບໍ່ແມ່ນການບັງຄັບ ມັນແມ່ນພາສາຮັກທີ່ເລືອກສະແດງອອກຜ່ານການກະທຳຄືຄວາມຮັກທີ່ມີໃຫ້ກັນ.
  5. ການສໍາພັດ (Physical Touch): ການສື່ສານຄວາມຮັກຜ່ານການສໍາຜັດໂຕອີກຄົນໜຶ່ງບໍ່ວ່າຈະເປັນ ການກອດ, ຈັບມື ຫຼື ລູບຫົວເບົາໆ ທີ່ເຮັດໃຫ້ຮູ້ສຶກເຖິງຄວາມຫ່ວງໃຍ ແລະ ຄວາມອົບອຸ່ນທີ່ມີຕໍ່ຄົນຮັກ.

ທຸກຄົນລອງເຮັດແບບທົດສອບໄດ້ງ່າຍໆເລີຍ. ໃຊ້ງານຟຣີ ແລະ ໃຊ້ເວລາໃນການຕອບບໍ່ດົນ ເພາະມີແຕ່ 30 ຂໍ້

ອ່ານຕື່ມ:  SONY ເປີດໂຕຫູຟັງຕັດສຽງເທບ WH-1000XM6

ເວັບໄຊແບບທົດສອບພາສາຮັກ: https://love-language.co/th

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.