ສ່ອງ Line Up ສຸດຈຶ້ງ ທີ່ງານ LIT POP MUSIC FESTIVAL

ແບ່ງປັນ

ສ່ອງ Line Up ສຸດຈຶ້ງ ທີ່ງານ LIT POP MUSIC FESTIVAL

16 March 2026 14

ກຽມຊ້ອມຄໍຮ້ອງເພງ ແລະ ສຽງກີດໃຫ້ພ້ອມ! ເພາະນະຄອນຫຼວງວຽງຈັນກຳລັງຈະລຸກເປັນໄຟ ກັບຄອນເສີດໃຫຍ່ສຸດປັອບແຫ່ງປີ LIT POP MUSIC FESTIVAL ທີ່ໄດ້ລວມເອົາສິລະປິນ ລາວ-ໄທ ໂຕທັອບມາໄວ້ໃນເວທີນີ້.

ໃນມື້ງານ LIT POP MUSIC FESTIVAL ຍັງໄດ້ ຈັດໜັກ-ຈັດເຕັມ ຄວາມມ່ວນແບບບໍ່ໃຫ້ທຸກຄົນໄດ້ພັກກັບກອງທັບສິລະປິນທີ່ຫຼາຍເຖິງ 17 Line Up.

ມ່ວນຊວນໄປ ເລີຍຈະພາມາສ່ອງ Line Up ທັງໝົດໃນເວທີນີ້ ຂໍບອກເລີຍວ່າສຸດຈຶ້ງເກີນຄຳບັນຍາຍ ເພາະແມ່ນສິລະປິນທີ່ທຸກຄົນຕິດຕາມກັນຢູ່ແລ້ວ. ພ້ອມກັນນັ້ນເທິງເວທີຍັງຈັດແສງສີສຽງມາແບບອາລັງການ ສຳລັບສາຍຄອນເສີດຕ້ອງຮັກສິ່ງນີ້ແນ່ນອນ.

ນອກຈາກນີ້, ຍັງມີໂຊນອາຫານ ແລະ ເຄື່ອງດື່ມ ຫຼາຍເຖິງ 40 ຮ້ານທີ່ພ້ອມຈະໃຫ້ທຸກຄົນເຂົ້າໄປຕື່ມພະລັງງານ ໂດຍບໍ່ຕ້ອງກັງວົນວ່າຈະຢ້ານຫິວ.

ລວມ Line Up ສິລະປິນ

  1. The Journey: NAEMZ, ZIXNA, MP-HIT ແລະ THE EARTH
  2. Bellez
  3. Veiled Musician Laos
  4. Pingko
  5. ATIAN
  6. Swagwazz, Huencrew ແລະ Luh Wvn
  7. NUTDAO
  8. Imel, Gomen. ແລະ Just”
  9. Jack Fanchan
  10. JMNK
  11. CLOZER
  12. MVIIZ
  13. SONEY
  14. ATLAS
  15. 4EVE
  16. (Special Announcement)
  17. PETH PMM ແລະ NamNam.

ໃຜບໍ່ມີປີ້ຄອນເສີດໃນມືລະວັງຈະລົມກັບໝູ່ບໍ່ຮູ້ເລື່ອງເດີ. 

  • ວັນເສົາ ທີ 21 ມີນາ 2026
  • ສະຖານທີ່: ITECC Exhibition Hall (ໄອເຕັກ ຕຶກເກົ່າ)
  • ການສະແດງເລີ່ມເວລາ 13:00 – 22:35 ໂມງ
  • ມາ Check-in ແລກສາຍຂໍ້ມືໄດ້ຕັ້ງແຕ່ 10:00 ໂມງ ເປັນຕົ້ນໄປ.
ອ່ານຕື່ມ:  ສອງຄຳກໍດັງ ເພງພາກຕໍ່ຈາກ ສະຕິ ຂອງແຣັບເປີສາວຮ້ອນແຮງເບຣກແຕກນະເວລານີ້ NAEMZ

ຊື້ປີ້ໄດ້ທີ່: Godink.la

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.