“ໃຫ້ຄິດກ່ອນຖ່າຍຮູບ” ເຄັດລັບການເລົ່າເລື່ອງຜ່ານກ້ອງຈາກໄວໜຸ່ມລາວທີ່ຄວ້າຫຼຽນເງິນລະດັບໂລກ ທີ່ງານ Higashikawa Youth Fest 2026

ແບ່ງປັນ

“ໃຫ້ຄິດກ່ອນຖ່າຍຮູບ” ເຄັດລັບການເລົ່າເລື່ອງຜ່ານກ້ອງຈາກໄວໜຸ່ມລາວທີ່ຄວ້າຫຼຽນເງິນລະດັບໂລກ ທີ່ງານ Higashikawa Youth Fest 2026

21 September 2026● 57
✦ AI Summarized

Key Takeaways:

  • ນັກຮຽນມັດທະຍົມປາຍຊາວລາວ 3 ຄົນ ຈາກທີມແຕ້ມແສງ (Tamsang Academy) ໄດ້ຮັບລາງວັນຫຼຽນເງິນ (ຮອງອັນດັບ 1) ໃນການແຂ່ງຂັນຖ່າຍຮູບລະດັບໂລກ ທີ່ປະເທດຍີ່ປຸ່ນ.
  • ຜົນງານທີ່ຊະນະເລີດແມ່ນຊຸດພາບຖ່າຍຊື່ Small things still here, ສະທ້ອນເຖິງວິຖີຊີວິດ ແລະ ທຳມະຊາດ.
  • ການແຂ່ງຂັນດັ່ງກ່າວແມ່ນເທດສະການແລກປ່ຽນພາບຖ່າຍສາກົນສຳລັບນັກຮຽນມັດທະຍົມປາຍ ຄັ້ງທີ 11, Higashikawa Youth Fest 2026.
  • ນັກຮຽນໄດ້ຊະນະເລີດລະດັບຊາດຈາກໂຄງການ Tenkawa Laos Photo Contest ໂດຍມີຫົວຂໍ້ "ຄວາມງາມໃນທ້ອງຖິ່ນຂອງເຈົ້າ" ເພື່ອເປັນຕົວແທນໄປແຂ່ງຂັນ.
  • ນອກຈາກປະສົບການຖ່າຍຮູບແລ້ວ, ນັກຮຽນຍັງໄດ້ຮຽນຮູ້ການຄິດກ່ອນຖ່າຍ, ເທັກນິກກ້ອງ, ການເລົ່າເລື່ອງ, ການປັບຕົວໃຊ້ຊີວິດຕ່າງປະເທດ ແລະ ມິດຕະພາບ.

ເປັນສິ່ງທີ່ເຮັດໃຫ້ຮູ້ສຶກປະທັບໃຈ ແລະ ໜ້າຍິນດີຫຼາຍ ກັບຄວາມສາມາດຂອງໄວໜຸ່ມມັດທະຍົມປາຍລາວເຮົາ. ເພາະພວກເຂົາທັງ 3 ຄົນ, ຫາກໍໄປລຸຍງານແຂ່ງຂັນຖ່າຍຮູບລະດັບໂລກຢູ່ ປະເທດຍີ່ປຸ່ນ ແລ້ວຄວ້າຫຼຽນເງິນກັບບ້ານມາໃຫ້ທຸກຄົນຊື່ນໃຈໄດ້.

ນັກຮຽນທັງ 3 ຄົນຈາກທີມ ແຕ້ມແສງ (Tamsang Academy) ເປັນຕົວແທນຈາກ ສປປ ລາວ ເຊິ່ງມີສະມາຊິກຄື: ສາວິກາ ພິມພິສານ, ໄຄແຜ່ນ ເສລີພົງໄຊ ແລະ ແໝ່ມໂມລີ້ ເວີນວິລາວົງ.

ອ່ານຕື່ມ:  Eastin Hotel Vientiane ຮ່ວມກັບ Go2Green ສົ່ງເສີມໄວໜຸ່ມຮັກສາສິ່ງແວດລ້ອມ

ພວກເຂົາໄດ້ຮ່ວມກັນສ້າງສັນຜົນງານພາບຖ່າຍຊຸດ Small things still here ຈົນສາມາດຄວ້າລາງວັນອັນດັບ 2 ໃນງານເທດສະການແລກປ່ຽນພາບຖ່າຍສາກົນສຳລັບນັກຮຽນມັດທະຍົມປາຍ ຄັ້ງທີ 11, Higashikawa Youth Fest 2026 ໃນປະເພດທີມ (Group Category) ມາໄດ້.

ພາບຜົນງານຈາກທີມ ແຕ້ມແສງ (Tamsang Academy) ທີ່ ຊະນະລາງວັນອັນດັບ 2 Higashikawa Youth Fest 2026

ເທັກນິກການເລົ່າເລື່ອງທີ່ເຮັດໃຫ້ຊະນະລາງວັນອັນດັບ 2

ພວກເຂົາທັງ 3 ຄົນ, ເລີ່ມຕົ້ນດ້ວຍການຊະນະເລີດການປະກວດລະດັບປະເທດຈາກໂຄງການ Tenkawa Laos Photo Contest ພາຍໃຕ້ຫົວຂໍ້ ຄວາມງາມໃນທ້ອງຖິ່ນຂອງເຈົ້າ ຈົນໄດ້ຮັບສິດເປັນຕົວແທນ ສປປ ລາວ ເດີນທາງໄປແຂ່ງຂັນຕໍ່ໃນງານ Higashikawa Youth Fest 2026 ຢູ່ເມືອງ ຮິກະຊິຄາວະ ແຂວງ ຮັອກໄກໂດ ປະເທດ ຍີ່ປຸ່ນ.

ສາວິກາ ພິມພິສານ ຈາກທີມ  ແຕ້ມແສງ (Tamsang Academy)

ພໍໄປຮອດຍີ່ປຸ່ນງານນີ້ບໍ່ແມ່ນເລື່ອງງ່າຍເລີຍ ເພາະກົດກະຕິກາໂຫດ ແລະ ທ້າທາຍຫຼາຍ ທຸກທີມມີເວລາພຽງ 3 ວັນເທົ່ານັ້ນ ໃນການລົງພື້ນທີ່ແທ້ທີ່ຕ້ອງໄດ້ ຖ່າຍຮູບ, ຄັດເລືອກຮູບ ແລະ ສົ່ງຜົນງານທີ່ສະທ້ອນເຖິງວິຖີຊີວິດ ແລະ ທຳມະຊາດຂອງເມືອງນັ້ນ.

ແຕ່ທີມໄວໜຸ່ມລາວເຮົາກໍສູ້ຊົນຈົນເຮັດຜົນງານຊຸດ Small things still here ເຂົ້າຕາກຳມະການສາກົນ ຄວ້າລາງວັນຫຼຽນເງິນ (Silver Award / ລາງວັນສະມາຄົມການທ່ອງທ່ຽວຮິກະຊິຄາວະ) ຫຼື ຮອງຊະນະເລີດອັນດັບ 1 ປະເພດທີມມາຄອງໄດ້ຢ່າງງົດງາມ ເຊິ່ງສິ້ນສຸດລົງໃນວັນທີ 22 ສິງຫາ 2026 ທີ່ຜ່ານມາ.

ໄຄແຜ່ນ ເສລີພົງໄຊ ຈາກທີມ  ແຕ້ມແສງ (Tamsang Academy)

ສ່ວນອັນດັບ 1 ຫຼຽນຄຳ ເປັນຂອງໂຮງຮຽນມັດທະຍົມ Kangasala ຈາກຟິນແລນ ໃນຫົວຂໍ້ Life in black and white would be boring ແລະ ອັນດັບ 3 ຫຼຽນທອງ ເປັນຂອງໂຮງຮຽນ Taipei Municipal Zhong-zheng Senior High School ຈາກໄຕ້ຫວັນ ໃນຫົວຂໍ້ Welcome.

ອ່ານຕື່ມ:  Eastin Hotel Vientiane ຮ່ວມກັບ Go2Green ສົ່ງເສີມໄວໜຸ່ມຮັກສາສິ່ງແວດລ້ອມ

ບົດຮຽນຊີວິດ ແລະ ເທັກນິກການເລົ່າເລື່ອງຈາກໄວໜຸ່ມມັດທະຍົມລາວ

ພວກເຂົາທັງ 3 ຄົນໄດ້ເລົ່າຄວາມຮູ້ສຶກແບບເປີດໃຈວ່າ: “ໂຄງການນີ້ບໍ່ພຽງແຕ່ໃຫ້ປະສົບການຖ່າຍຮູບທີ່ດີ ແຕ່ເຮັດໃຫ້ຮູ້ຈັກຄິດກ່ອນຖ່າຍ, ໄດ້ຮຽນຮູ້ເທັກນິກກ້ອງ ແລະ ການເລົ່າເລື່ອງຈາກຜູ້ຊ່ຽວຊານ.

 ແໝ່ມໂມລີ້ ເວີນວິລາວົງ ຈາກທີມ  ແຕ້ມແສງ (Tamsang Academy)

ສິ່ງທີ່ສຳຄັນທີ່ສຸດແມ່ນທັກສະການປັບຕົວໃຊ້ຊີວິດຢູ່ຕ່າງປະເທດ, ການໄດ້ເປີດມຸມມອງໃໝ່ໆ ແລະ ມິດຕະພາບທີ່ດີຈາກໝູ່ເພື່ອນຫຼາຍປະເທດທີ່ໄດ້ມາແລກປ່ຽນວັດທະນະທຳກັນ. ຂອບໃຈທຸກກຳລັງໃຈ ພ້ອມທັງຫວັງວ່າໂຄງການດີໆແບບນີ້ຈະມີຕໍ່ໄປເລື້ອຍໆ ເພື່ອໃຫ້ໄວໜຸ່ມລາວຮຸ່ນຕໍ່ໆໄປໄດ້ມີໂອກາດດີໆແບບນີ້ອີກ”.

ເຫັນແບບນີ້ແລ້ວ ຢາກໃຫ້ທຸກຄົນລອງຕິດຕາມຜົນງານ ແລະ ໂຄງການດີໆແບບນີ້ໄວ້ເລີຍ ເພື່ອຈະໄດ້ຮ່ວມສົ່ງກຳລັງໃຈ ແລະ ສະໜັບສະໜຸນໄວໜຸ່ມເກັ່ງໆຂອງເຮົາໃຫ້ໄດ້ໄປສະແດງສັກກະຍະພາບໃນເວທີສາກົນອີກໃນອະນາຄົດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.