ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
ເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ຫຼັງຈາກຫ່າງຫາຍໄປເກືອບ 1 ປີ
ແບ່ງປັນ

ຫຼັງຈາກທີ່ຫ່າງຫາຍໄປດົນເກືອບ 2 ປີເຕັມ, ຕັ້ງແຕ່ປ່ອຍອາລະບຳ ຊົງລຸງ Volume 2 ໃນທ້າຍປີ 2023, ໃນທີ່ສຸດວົງດົນຕີອິນດີ້ຄຸນນະພາບ OOPS ກໍກັບມາພ້ອມກັບຜົນງານໃໝ່ທີ່ເຮັດໃຫ້ແຟນໆ ຕ້ອງຮ້ອງ ໂອ້ຍ…. ເພາະເປັນການປ່ອຍແບບບໍ່ມີການສົ່ງສັນຍານໃດໆລ່ວງໜ້າ ກັບເພງທີ່ມີຊື່ວ່າ “What If?

ເຖິງຈະເປັນການກັບມາທີ່ກະທັນຫັນ, ແຕ່ຄວາມມ່ວນ ແລະ ສະເໜ່ຂອງ OOPS ຍັງຄົງຢູ່ຄົບຖ້ວນ. ເພງນີ້ຍັງຄົງໄວ້ເຊິ່ງເອກະລັກສະເພາະຕົວຂອງພວກເຂົາ ທີ່ສາມາດພາຜູ້ຟັງທຸກຄົນໄປສຳຫຼວດອີກມຸມໜຶ່ງຂອງຄວາມຮູ້ສຶກແບບເລິກໆ ຜ່ານສຽງດົນຕີທີ່ເປັນເອກະລັກ ແລະ ເນື້ອເພງທີ່ມີຄວາມໝາຍ.

“What If?” ເປັນເພງທີ່ຕັ້ງຄຳຖາມໃນໃຈຂອງຫຼາຍໆຄົນເມື່ອເຮົາຢູ່ໃນຄວາມສຳພັນທີ່ບໍ່ຊັດເຈນ, ໂດຍສະເພາະເມື່ອເຮົາສົງໄສວ່າ “ຈະເປັນແນວໃດ ຖ້າວ່າເຮົາສອງຄົນຫາກຄິດຄືກັນ?” ມັນເປັນຄຳຖາມງ່າຍໆ ແຕ່ກັບມີຄວາມໝາຍ ແລະ ເຮັດໃຫ້ເຮົາຕ້ອງຄິດນຳ. ເພງນີ້ຄ້າຍຄືການເຊີນຊວນໃຫ້ເຮົາໄປເປີດໃຈ ແລະສຳຫຼວດຄວາມຮູ້ສຶກຂອງຕົວເອງ ພ້ອມໄປກັບດົນຕີທີ່ຟັງງ່າຍ ແຕ່ເຕັມໄປດ້ວຍລາຍລະອຽດ.

ສຳລັບໃຜທີ່ຍັງບໍ່ຮູ້ຈັກວົງ OOPS BAND, ພວກເຂົາຖືເປັນອີກໜຶ່ງກຸ່ມສິລະປິນໃນວົງການເພງລາວທີ່ຄວນຄ່າແກ່ການຕິດຕາມ ເຊິ່ງເປັນວົງອິນດີ້ທີ່ມີສະມາຊິກ 5 ຄົນ ທີ່ສ້າງສັນຜົນງານມາຫຼາຍປີ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ. ຜົນງານຂອງພວກເຂົາຫຼາກຫຼາຍ, ເຕັມໄປດ້ວຍແນວເພງ ແລະ ສະໄຕລ໌ທີ່ແຕກຕ່າງຈາກວົງອື່ນໆ ຢ່າງເຫັນໄດ້ຊັດ.

ໃນຕອນບ່າຍທີ່ກຳລັງເຮັດວຽກຢູ່ ຫຼື ຕອນທີ່ກຳລັງຂັບລົດ, ລອງໃຫ້ເພງຂອງ OOPS BAND ເປັນຕົວເລືອກທີ່ດີເລີຍ. ຢ່າລືມກຽມຫູຟັງແລ້ວກົດເຂົ້າໄປຟັງເພງໃໝ່ “What If?” ນຳກັນ.

ທ່ານສາມາດຕິດຕາມຜົນງານຂອງພວກເຂົາໄດ້ທີ່:

Facebook: OOPS

YouTube: OOPS BAND Official Channel

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.