BIGPOM & PHASOUTHIN ເຕີມພະລັງໃຈໃຫ້ຄົນໄກບ້ານໃນເພງ “ຄົນໂຕນ້ອຍ”

ແບ່ງປັນ

BIGPOM & PHASOUTHIN ເຕີມພະລັງໃຈໃຫ້ຄົນໄກບ້ານໃນເພງ “ຄົນໂຕນ້ອຍ”

08 April 2026 12

Highlights

  • ແມ່ນເພງທີ່ເລົ່າການຕໍ່ສູ້ຂອງຄົນໂຕນ້ອຍ ແລະ ຖ່າຍທອດຊີວິດຄົນໄກບ້ານທີ່ຕ້ອງປະເຊີນກັບອຸປະສັກ ແລະ ຄວາມໂດດດ່ຽວໃນເມືອງໃຫຍ່ ເພື່ອໄລ່ຕາມຄວາມຝັນທີ່ຕັ້ງໃຈໄວ້.
  • ເຕີມເຕັມຄວາມອົບອຸ່ນດ້ວຍຄຳສອນຂອງພໍ່ ທີ່ຄອຍເຕືອນສະຕິ ແລະ ເປັນພະລັງໃຈໃຫ້ຜ່ານພົ້ນຄວາມເມື່ອຍລ້າທັງກາຍ ແລະ ໃຈ.
  • ສົ່ງຕໍ່ກຳລັງໃຈວ່າ “ບ້ານ” ຄືບ່ອນພັກພິງທີ່ດີທີ່ສຸດ ແລະ ພ້ອມທີ່ຈະອ້າແຂນຕ້ອນຮັບການກັບມາຂອງເຮົາສະເໝີບໍ່ວ່າຈະເປັນຕອນທີ່ເມື່ອຍ ຫຼື ຜິດຫວັງ.


ຖ້າເຈົ້າເປັນຄົນໜຶ່ງທີ່ຕ້ອງຫ່າງຈາກບ້ານເກີດ ແລະ ຄອບຄົວ, ເດີນທາງອອກມາເພື່ອຕາມຫາຄວາມຝັນຢູ່ໃນເມືອງໃຫຍ່ ພ້ອມທັງເກີດຄຳຖາມຊ້ຳໆວ່າ ຊີວິດຄົນຕ້ອງດິ້ນຮົນເພື່ອຫຍັງ?

BIGPOM ແລະ PHASOUTHIN ກໍຈະມາເຕີມພະລັງໃຈໃຫ້ຄົນໄກບ້ານ ໂດຍການສົ່ງເພງໃໝ່ທີ່ຖ່າຍທອດຊີວິດຄົນສູ້ຝັນຜ່ານບົດເພງທີ່ມີຄວາມໝາຍໃນມຸມມອງຂອງ “ຄົນໂຕນ້ອຍ” ທີ່ຕ້ອງອົດທົນ ແລະ ຕໍ່ສູ້ພຽງຄົນດຽວໃນເມືອງທີ່ແສນວຸ່ນວາຍໃນເພງໃໝ່ນີ້.

ການໄລ່ຕາມຄວາມຝັນກໍຄືແຮງຂັບເຄື່ອນສຳຄັນທີ່ເຮັດໃຫ້ຄວາມວຸ່ນວາຍໃນເມືອງໃຫຍ່ກາຍເປັນພຽງບົດທົດສອບທີ່ຄົນໂຕນ້ອຍພ້ອມຈະແລກເພື່ອໃຫ້ບັນລຸຈຸດໝາຍ ແຕ່ກໍຢ່າລືມວ່າເຮົາຍັງມີບ້ານ ແລະ ຄອບຄົວລໍຖ້າໃຫ້ເຮົາກັບໄປຫາຢູ່ເດີ.

ເພງ “ຄົນໂຕນ້ອຍ” ຈຶ່ງເປັນເພງທີ່ໄດ້ເລົ່າເຖິງຊີວິດຄົນໆໜຶ່ງ ຫຼື ການເເປັນພຽງຄົນໂຕນ້ອຍໆທີ່ຕ້ອງໄດ້ປະເຊີນກັບອຸປະສັກ ແລະ ຄວາມເມື່ອຍຈາກການດິ້ນຮົນຕໍ່ສູ້ກັບອຸປະສັກ ແຕ່ກໍຕ້ອງອົດທົນເພາະມີຄວາມມຸ່ງໝັ້ນທີ່ຈະກ້າວໄປໃຫ້ເຖິງຈຸດໝາຍທີ່ຕັ້ງໃຈໄວ້ດ້ວຍໂຕເອງ.

ເຖິງວ່າເພງນີ້ຈະເວົ້າເຖິງການສູ້ຊີວິດທີ່ມີຄວາມລຳບາກທັງດ້ານຈິດໃຈ ແລະ ຮ່າງກາຍ ແຕ່ສິ່ງທີ່ເຮັດຮູ້ສຶກເຖິງຄວາມອົບອຸ່ນຫົວໃຈໄດ້ດີກໍແມ່ນການທີ່ໄດ້ສອດແຊກຄຳສອນຂອງພໍ່ທີ່ຄອຍເຕືອນ.

ເປັນການໃຫ້ກຳລັງໃຈວ່າ ບ້ານຄືຄວາມສຸກເປັນພື້ນທີ່ປອດໄພ  ຖ້າຕ້ອງການພັກຜ່ອນກໍສາມາດກັບບ້ານເກີດໄດ້ ແລະ ມັນຍັງຄົງເປັນສະຖານທີ່ທີ່ພ້ອມຕ້ອນຮັບເຮົາສະເໝີ.

ອ່ານຕື່ມ:  ເຈົ້າໄປບໍ່ລາຮູ້ບໍ່ຄົນຖ້າມັນເຈັບ ຟັງເພງ "ຮ້າຍ ແລະ ດີ" ຈາກ Sun Raccoon

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.