ຈ່ອນນີ້ Mister Universe ສະຫວັນນະເຂດ ກັບຄືນສູ່ເວທີປະກວດດ້ວຍຄວາມເຊື່ອໝັ້ນໃນຄວາມຝັນຕົວເອງ

ແບ່ງປັນ

ຈ່ອນນີ້ Mister Universe ສະຫວັນນະເຂດ ກັບຄືນສູ່ເວທີປະກວດດ້ວຍຄວາມເຊື່ອໝັ້ນໃນຄວາມຝັນຕົວເອງ

08 July 2025 355

ການກັບຄືນສູ່ເວທີປະກວດໃນຄັ້ງນີ້ ບໍ່ແມ່ນພຽງມາເພື່ອການແຂ່ງຂັນ ແຕ່ແມ່ນການພິສູດວ່າຄວາມພະຍາຍາມ ແລະ ຄວາມຕັ້ງໃຈທີ່ສາມາດພາໃຫ້ກ້າວຜ່ານຂໍ້ຈຳກັດໄດ້. ສຳລັບໃຜທີ່ຍັງບໍ່ຮູ້ຈັກ ຈ່ອນນີ້ ແລະ ຢາກຈະຮູ້ຈັກລາວໃຫ້ຫຼາຍຂຶ້ນກັນ, ມື້ນີ້ ມ່ວນ ຈະພາມາທຳຄວາມຮູ້ຈັກລາວຈາກເບື້ອງຫຼັງວ່າລາວແມ່ນໃຜມາຈາກໃສ ແລະ ນິໄສຂອງລາວທີ່ໜ້ອຍຄົນຈະຮູ້.

ຈ່ອນນີ້-ລັດຕະນະວົງ ບຸດດີ ເປັນຜູ້ເຂົ້າປະກວດເວທີ Mister Universe ສະຫວັນນະເຂດ 2025, ປັດຈຸບັນອາຍຸ 30 ປີ ສູງ 179 cm, ອາຊີບທີ່ກຳລັງເຮັດຢູ່ໃນປັດຈຸບັນແມ່ນຄ້າຂາຍ ແລະ ເປັນ Trainer.

ສິ່ງທີ່ຫຼາຍຄົນເຫັນ ຈ່ອນນີ້ ຈາກພາຍນອກອາດຄິດໄປທາງດຽວກັນວ່າລາວເບິ່ງຄືເປັນຄົນນີ້ງໆ, ເຄັ່ງຕຶງ ແລະ ຄືຈະເຂົ້າກັບຄົນຍາກ. ແຕ່ຖ້າທຸກຄົນໄດ້ທຳຄວາມຮູ້ຈັກລາວຄືກັນກັບ ມ່ວນ ຕ້ອງຂໍບອກເລີຍວ່າສິ່ງທີ່ຄິດ ແລະ ສິ່ງທີ່ເປັນແມ່ນແຕກຕ່າງກັນຫຼາຍ ເພາະລາວກາຍເປັນຄົນລະຄົນກັບຕອນກ່ອນທີ່ຈະໄດ້ຮູ້ຈັກລາວເລີຍ.

ມ່ວນ ກໍໄດ້ລົມກັບຈ່ອນນີ້ໃນເລື່ອງຕ່າງໆໄປເລື່ອຍໆ, ໄດ້ຖາມລາວເຖິງສິ່ງທີ່ເຮັດໃຫ້ລາວໝັ້ນໃຈ ແລະ ຄິດວ່າເປັນສະເໜ່ແມ່ນຫຍັງ? ລາວກໍໄດ້ເວົ້າຕອບກັບຂຶ້ນມາດ້ວຍຮ້ອຍຍິ້ມໝັ້ນໃຈວ່າ: “ຖ້າເວົ້າໄປແລ້ວກໍຄືວ່າຂີ່ໂມ້ ຫຼື ວ່າຫຼົງໂຕເອງ ແຕ່ ຈ່ອນນີ້ ຄິດວ່າຮູບຮ່າງຂອງຕົວເອງຄ່ອນຂ້າງມີສະເໜ່ທີ່ສຸດໃນຕອນນີ້.

ເລື່ອງທີ່ຫຼາຍຄົນບໍ່ຮູ້ກ່ຽວກັບ ຈ່ອນນີ້

ນິໄສສ່ວນຕົວຂອງ ຈ່ອນນີ້ ເປັນຄົນຄ່ອນຂ້າງຂີ້ຫຼິ້ນ, ມັກຢອກ, ມັກກວນ ແລະ ເຂົ້າໄດ້ກັບຄົນຫຼາກຫຼາຍແບບ ແຕ່ລາວກໍຍັງຄົງສະເໜ່ທີ່ເປັນເອກະລັກຕົວຕົນຂອງລາວຄື ເປັນຄົນທີ່ເວົ້າບໍ່ຄ່ອຍເກັ່ງ ຫຼື ຊວນລົມບໍ່ເກັ່ງ ນັ້ນເອງ. ເວລາວ່າງຈາກກິດຈະກຳອື່ນໆ ຈ່ອນນີ້ ກໍຈະໄປອອກກຳລັງກາຍ ແລະ ຮ້ອງເພງ ເຊິ່ງທັງສອງຢ່າງນີ້ເປັນສິ່ງທີ່ລາວມັກທີ່ສຸດ.

ອ່ານຕື່ມ:  ຄັອບເຕີ້: ຜູ້ສົ່ງຕໍ່ພະລັງບວກສູ່ຄວາມຝັນໃນ Oishi Teen Idol The Final Season

ໃນການຮ້ອງເພງເຖິງວ່າຈະຮ້ອງບໍ່ມ່ວນ ແຕ່ໃນຕອນນີ້ລາວກໍກຳລັງຕັ້ງໃຈຝືກຮຽນຮ້ອງຢູ່ ເຊິ່ງລາວຍັງໄດ້ເລົ່າໃຫ້ ມ່ວນ ຟັງຕື່ມອີກວ່າ: “ໃນຕອນຍັງນ້ອຍ ຈ່ອນນີ້ ເຄີຍຄິດພາບຕົວເອງເຖິງຂັ້ນກຳລັງຂຶ້ນເວທີນັກຮ້ອງ, ຂໍພຣີເຊັນເພີ່ມຕື່ມ ເຖິງວ່າເບິ່ງຄືໂຫດ ແຕ່ຢູ່ໃນໂໝດຄິດຕີ້ເດີ້ຈະບອກໃຫ້” ຈ່ອນນີ້ ກ່າວພ້ອມສຽງຫົວອາລົມດີ.

ຈ່ອນນີ້ ລາວກໍເຄີຍຍ່າງຫຼິ້ນຢູ່ໃນວົງການມາກ່ອນ ເພາະລາວນັ້ນເຄີຍລົງປະກວດໃນຊ່ວງປີ 2021 ແລະ ນອກຈາກນີ້ກໍມີງານຖ່າຍແບບມາເລື່ອຍໆຄືກັນ.

ຈ່ອນນີ້ ຜູ້ຫຼົງໄຫຼໃນການອອກກຳລັງກາຍ

ຕັ້ງແຕ່ໄໝກ່ອນ ຈ່ອນນີ້ ກໍເປັນຄົນທີ່ຫຼົງໄຫຼໃນການປ່ຽນແປງຮູບຮ່າງມາແຕ່ຍັງນ້ອຍ ລາວເຄີຍຝັນວ່າຢາກມີຫຸ່ນແບບນັກກິລາ, ເພາະມັນສື່ເຖິງຄວາມເຂັ້ມແຂງຂອງຜູ້ຊາຍ ແຕ່ໃນປັດຈຸບັນນີ້ທີ່ ຈ່ອນນີ້ ເຂົ້າ Gym ເກືອບທຸກມື້ແມ່ນບໍ່ໄດ້ມີແຮງບັນໃຈຫຍັງເລີຍ ເພາະມັນເລີຍຈຸດນັ່ນມາແລ້ວ. ສິ່ງທີ່ລາວເຮັດເປັນ Routines ມັນໄດ້ກາຍວິໄນ ແລະ ພັດທະນາຈາກວິໄນກາຍເປັນນິໄສໄປແລ້ວ, ໃນມື້ໃດທີ່ບໍ່ໄດ້ໄປອອກກຳລັງກາຍກໍຮູ້ສຶກມື້ນັ້ນຄືຂາດຫຍັງໄປບາງຢ່າງ.

ການກັບຂອງ ຈ່ອນນີ້ ໃນເວທີປະກວດ

ນັບຕັ້ງແຕ່ຈົບງານປະກວດໃນປີ 2021 ຈ່ອນນີ້ ກໍຖືວ່າງຽບຫາຍໄປຈາກວົງການເລີຍ, ແຕ່ຈາກປະສົບການໃນຄັ້ງນັ້ນຂອງລາວມັນກໍຖືວ່າເປັນບົດຮຽນຊັ້ນດີ ແລະ ເຮັດໃຫ້ ຈ່ອນນີ້ ບໍ່ຖືວ່າໄດ້ເລີ່ມໃໝ່ທັງໝົດ, ລາວຍັງມີຄວາມຄິດວ່າຕົວເອງກໍເປັນອີກໜຶ່ງຄົນທີ່ບໍ່ໄດ້ຫຼົງໃຫຼໃນສິ່ງທີ່ໄດ້ຮັບ ຫຼື ຄຳຍ້ອງຍໍ ເພາະຮູ້ຕົວເອງດີວ່າຍັງມີຫຼາຍຈຸດທີ່ຕ້ອງພັດທະນາອີກຕໍ່ໄປ.

ຈ່ອນນີ້ ໄດ້ຫ່າງຫາຍຈາກເວທີໄປດົນຈົນຫຼາຍໆຄົນຄິດວ່າລາວຈະບໍ່ກັບມາສູ່ວົງການອີກແລ້ວ ແຕ່ກໍມີຄົນມາບອກໃຫ້ລາວລົງອີກຄັ້ງ ແລະ ໃນສ່ວນເລິກຂອງຈິດໃຈກໍຢາກລົງປະກວດອີກຄັ້ງແດ່ ເພາະຖ້າປ່ອຍເວລາໃຫ້ດົນກວ່ານີ້ອາຍຸຂອງລາວອາດຈະກາຍຈົນບໍ່ສາມາດປະກວດໄດ້ ຖ້າຫາກພາດໂອກາດໄປລາວກໍອາດຈະຮູ້ສຶກເສຍດາຍວ່າບໍ່ໄດ້ລົງມືເຮັດມັນ.

ປະສົບການຈາກການປະກວດທີ່ຜ່ານມາ

ຈ່ອນນີ້ ໄດ້ມາເລົ່າເຖິງສິ່ງທີ່ໄດ້ບົດຮຽນ ແລະ ປະສົບການຈາກການປະກວດໃນຄັ້ງກ່ອນມັນໄດ້ສອນລາວ, ໃນການແຂ່ງຂັນແມ່ນຈະຈົບໃນມື້ Final ແຕ່ມິດຕະພາບທີ່ດີຈະຢູ່ກັບລາວໄປຕະຫຼອດຊີວິດ.

ການແຂ່ງຂັນນັ້ນມັນສຳຄັນພຽງໃດ ແຕ່ກໍຢ່າລືມຄວາມໝາຍຂອງຄຳວ່າ ມິດຕະພາບສຳຄັນກວ່ານັ້ນ.

ສິ່ງທີ່ເປັນອຸປະສັກຂອງ ຈ່ອນນີ້ ທີ່ສຳຄັນ ແລະ ລາວຮູ້ສຶກວ່າມັນຍາກທີ່ສຸດໃນການປະກວດຄັ້ງນີ້ແມ່ນການເວົ້າ ເພາະໂດຍພື້ນຖານຂອງລັກສະນະນິໄສຂອງ ຈ່ອນນີ້ ເປັນຄົນຄ່ອນຂ້າງມິດ, ເກັບໂຕ, ບໍ່ມັກເວົ້າ ຫຼື ເວົ້າໃຫ້ເຂົ້າໃຈງ່າຍຄືລາວເປັນມະນຸດ Introvert ນັ້ນເອງ.

ອ່ານຕື່ມ:  ຮູ້ຈັກ "ສີລາ ວັນນະສຸກ" ໜຶ່ງໃນຄົນລາວທີ່ຜ່ານເຂົ້າຮອບໃນອອບລາຍອໍດິຊັນ The Face Thailand Season 6

ຈ່ອນນີ້ ຝາກເຖິງຄົນທີ່ເຊຍ

ຈ່ອນນີ້ ໄດ້ເລົ່າໃຫ້ ມ່ວນ ຟັງວ່າເວທີນີ້ອາດຈະເປັນການປະກວດຄັ້ງສຸດທ້າຍສຳລັບລາວແລ້ວ, ລາວຈຶ່ງຢາກບອກເຖິງຄົນທີ່ເຊຍລາວຢູ່ ວ່າລາວນັ້ນມີຄວາມຕັ້ງໃຈຫຼາຍ ແລະ ຈະພະຍາຍາມເຮັດໃຫ້ມັນເຕັມທີ່ທີ່ສຸດ ເພື່ອບໍ່ໃຫ້ຮູ້ສຶກຄ້າງຄາຫຍັງຈຶ່ງບໍ່ຕ້ອງມີຫຍັງໃຫ້ເສຍດາຍເມື່ອເວລານັ້ນຜ່ານໄປ.

“ຈົ່ງເຊື່ອໝັ້ນ ແລະ ສັດທາໃນຕົວເອງໃຫ້ຫຼາຍ ເຊື່ອວ່າເຮົາຕ້ອງເຮັດໄດ້ ເພາະບໍ່ມີໃຜເຊື່ອໃນຕົວເຮົາເທົ່າເຮົາເອງອີກແລ້ວ, ເຖິງເຮົາຈະເປັນຄົນທີ່ຍ່າງຊ້າກໍບໍ່ເປັນຫຍັງ ຂໍພຽງແຕ່ເຮົາບໍ່ຍ່າງຖອຍຫຼັງກໍພໍ, ຢ່າເຊື່ອໃນໂຊກຊະຕາ ຈົ່ງເຊື່ອໝັ້ນໂຕເອງ, ຄວາມຍາກ ແລະ ຄວາມເຈັບປວດນັ້ນແຫຼະ ທີ່ເຮັດໃຫ້ຊີວິດມັນມີຄວາມໝາຍ” ຈ່ອນນີ້ ກ່າວໄວ້.

ຈ່ອນນີ້ ລາວໄດ້ແຊຣ໌ກ່ຽວກັບຄະຕິເຕືອນໃຈຂອງຕົວລາວເອງໃຫ້ພວກເຮົາຟັງ, ໃຜທີ່ກຳລັງເຊຍລາວຢູ່ຄົງຈະຮູ້ສຶກໄດ້ເຖິງຄວາມຈິງໃຈ ແລະ ຢາກເອົາໃຈຊ່ວຍໃຫ້ກຳລັງໃຈລາວໃນການປະກວດໃນຄັ້ງນີ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.