ມື້ຄືນວັນທີ 9 ກັນຍາ 2025, ງານ Apple Event ປະຈຳປີກໍໄດ້ກັບມາສ້າງສຽງຮືຮາອີກຄັ້ງ. ການເປີດໂຕ iPhone 17 ລຸ້ນໃໝ່ ແລະ iPhone Air ທີ່ບາງແລະທົນທານທີ່ສຸດຂອງ Apple ໄດ້ກາຍເປັນກະແສທີ່ຖືກເວົ້າເຖິງຢ່າງກວ້າງຂວາງໃນໂລກອອນລາຍ. ບົດຄວາມນີ້ຈະພາທຸກຄົນໄປເບິ່ງລາຍລະອຽດທີ່ໜ້າສົນໃຈ 10 ຢ່າງທີ່ເຈົ້າອາດຈະຍັງບໍ່ຮູ້ກ່ຽວກັບການເປີດໂຕຄັ້ງນີ້.
1. ທຸກລຸ້ນໄດ້ໜ້າຈໍ ProMotion 120Hz

ເປັນຄັ້ງທຳອິດທີ່ Apple ຈັດເຕັມ! ບໍ່ພຽງແຕ່ລຸ້ນ Pro ເທົ່ານັ້ນ, ແຕ່ iPhone 17 ແລະ iPhone Air ກໍໄດ້ສຳຜັດກັບຄວາມລຽນໄຫຼຂອງໜ້າຈໍ 120Hz refresh rate ນຳຄືກັນ. ເມື່ອໃຊ້ງານຄູ່ກັບ Liquid Glass UI ຂອງ iOS 26, ປະສົບການການສະຄຣໍໜ້າຈໍຈະລຽນໄຫຼແລະເປັນທຳມະຊາດຂຶ້ນ.
2. ໝົດບັນຫາເຄື່ອງຮ້ອນດ້ວຍລະບົບ Vapor Chamber Cooling

ບັນຫາເຄື່ອງຮ້ອນຂອງລຸ້ນກ່ອນໜ້າຈະກາຍເປັນອະດີດໄປແລ້ວ! Apple ໄດ້ນຳລະບົບລະບາຍຄວາມຮ້ອນແບບ Vapor Chamber Cooling ເຊິ່ງໃຊ້ໃນສະມາດໂຟນເກມມິ່ງມາໃຊ້ໃນລຸ້ນ Pro. ລະບົບນີ້ຊ່ວຍໃຫ້ໃຊ້ງານໜັກໆ ເຊັ່ນ: ຫຼິ້ນເກມ ຫຼື ເບິ່ງວິດີໂອ 8K ໄດ້ຢ່າງຕໍ່ເນື່ອງໂດຍທີ່ເຄື່ອງບໍ່ຮ້ອນເກີນໄປ. ບວກກັບການປ່ຽນວັດສະດຸຕົວເຄື່ອງເປັນອາລູມີນຽມ, ການກະຈາຍຄວາມຮ້ອນຍິ່ງດີຂຶ້ນ.
3. ສີໃໝ່ ແລະ ວັດສະດຸຕົວເຄື່ອງໃໝ່


ສຳລັບລຸ້ນ Pro / Pro Max ມີສີໃໝ່ສຸດເກ໋ຄື Space Orange (ສີສົ້ມ) ແລະ Deep Blue (ສີຟ້າເຂັ້ມ). ວັດສະດຸຕົວເຄື່ອງໄດ້ປ່ຽນຈາກໄທເທນຽມມາເປັນອາລູມີນຽມເຊິ່ງຊ່ວຍໃຫ້ຈັບຖະໜັດມືກວ່າເກົ່າ. ຍິ່ງໄປກວ່ານັ້ນ, ຍັງມີການເຄືອບຕົວເຄື່ອງດ້ວຍ Ceramic Shield ທັງດ້ານໜ້າແລະ ດ້ານຫຼັງ ເຮັດໃຫ້ທົນທານຂຶ້ນ.
4. ກ້ອງຫຼັງ 48MP ທຸກເລນ

ເທື່ອນີ້ Apple ໄດ້ອັບເກຣດກ້ອງໃຫ້ມີຄວາມລະອຽດ 48 ລ້ານພິກເຊວ ເທົ່າກັນໝົດທຸກເລນ, ບໍ່ວ່າຈະເປັນກ້ອງຫຼັກ, ກ້ອງມຸມກວ້າງ Ultra Wide ແລະ ກ້ອງຊູມ Telephoto. ຮັບປະກັນວ່າທຸກພາບຖ່າຍຈະຄົມຊັດ ແລະ ມີຄຸນນະພາບສູງ.
5. ກ້ອງໜ້າແບບໃໝ່ ຖ່າຍໄດ້ທຸກມຸມໂດຍບໍ່ຕ້ອງໝຸນເຄື່ອງ

ກ້ອງໜ້າຖືກອັບເກຣດເປັນ 18 ລ້ານພິກເຊວ ພ້ອມຄວາມສາມາດພິເສດ Center Stage ທີ່ຊ່ວຍຈັດເຟຣມຮູບໃນການຖ່າຍເຊວຟີ່ໄດ້ຢ່າງເໝາະສົມບໍ່ວ່າຈະເປັນການຖ່າຍຄົນດຽວ ຫຼື ຖ່າຍເປັນກຸ່ມ ໂດຍບໍ່ຕ້ອງໝຸນຕົວເຄື່ອງໄປມາ. ບໍ່ວ່າຢາກໄດ້ຮູບແນວຕັ້ງ ຫຼື ແນວນອນ, Center Stage ກໍຈະຈັດການໃຫ້ເອງ.
6. iPhone ທີ່ຈະຮອງຮັບແຕ່ eSIM ເປັນຄັ້ງທຳອິດ

ເປັນກ້າວທຳອິດຂອງ Apple ໃນການປ່ຽນຈາກ Physical SIM ມາເປັນ eSIM ໃນທົ່ວໂລກ. ແຕ່ຢ່າຕົກໃຈ! ລຸ້ນທີ່ຮອງຮັບແຕ່ eSIM ແມ່ນສະເພາະ iPhone Air ເທົ່ານັ້ນ. ສ່ວນລຸ້ນອື່ນໆຍັງສາມາດໃຊ້ຊິມແບບປົກກະຕິໄດ້.
7. ຕັດໜ່ວຍຄວາມຈຳ 128GB ອອກ

Apple ໄດ້ກ້າວຂ້າມໜ່ວຍຄວາມຈຳ 128GB ຢ່າງເປັນທາງການ! iPhone ທຸກລຸ້ນທັງ 17, 17 Pro/Pro Max ແລະ Air ຈະມີໜ່ວຍຄວາມຈຳເລີ່ມຕົ້ນທີ່ 256GB ເຮັດໃຫ້ຜູ້ໃຊ້ມີພື້ນທີ່ຈັດເກັບຂໍ້ມູນຫຼາຍຂຶ້ນ.
8. ໜ່ວຍຄວາມຈຳສູງສຸດ 2TB

ສຳລັບຄົນທີ່ໃຊ້ພື້ນທີ່ໜັກໆ ໂດຍສະເພາະການຖ່າຍວິດີໂອແບບມືອາຊີບ, iPhone 17 Pro Max ມີຕົວເລືອກໜ່ວຍຄວາມຈຳສູງສຸດເຖິງ 2TB ມາໃຫ້ເລືອກ.
9. ສາຍພາຍພ້ອມເຄສສຸດເກ໋

ເພື່ອເພີ່ມຄວາມສະດວກແລະສະໄຕລ໌ໃຫ້ກັບການໃຊ້ງານ, Apple ໄດ້ອອກອຸປະກອນເສີມໃໝ່ຄື ສາຍພາຍພ້ອມເຄສແບບ Crossbody Strap ເຊິ່ງເຮັດໃຫ້ iPhone ປຽບສະເໝືອນກ້ອງຖ່າຍຮູບ ຫຼື ກະເປົາ ເວລາຈະໃຊ້ງານກໍສາມາດຍົກຂຶ້ນມາໄດ້ທັນທີ.
10. ກ້ອງຫຼັງດີຊາຍໃໝ່ແບບ Plateau

iPhone 17 Pro ມາພ້ອມກັບການຈັດວາງກ້ອງຫຼັງແບບໃໝ່ທີ່ເອີ້ນວ່າ Plateau ເຊິ່ງກ້ອງຈະຈັດລຽງຢູ່ເທິງຝາຫຼັງສ່ວນເທິງ. ຖືເປັນການປ່ຽນແປງດີໄຊທີ່ແຕກຕ່າງ ແລະ ແປກຕາຈາກ iPhone ລຸ້ນກ່ອນໆ.