ໜ້າຫຼັກ Muan Specialty Working Tips ສະຫຼຸບ ເຕັກນິກສຳລັບຄຣີເອເຕີ ສ້າງຕົວຕົນແນວໃດໃຫ້ໂດດເດັ່ນ ເປັນ ICONIC
Working Tips

ສະຫຼຸບ ເຕັກນິກສຳລັບຄຣີເອເຕີ ສ້າງຕົວຕົນແນວໃດໃຫ້ໂດດເດັ່ນ ເປັນ ICONIC

ແບ່ງປັນ
Getting your Trinity Audio player ready...

ເຮັດແນວໃດຈຶ່ງຈະກາຍເປັນຄອນເທັນຄຣີເອເຕີທີ່ເປັນທີ່ໂດດເດັ່ນ-ເປັນ ICONIC? ສະຫຼຸບເຕັກນິກຈາກ session ທຳອິດ ຂອງ iCreator 2024

ໃນເຊດຊັນທຳອິດເປີດງານ iCreator 2024 ໂດຍ ຂະຈອນ ເຈຍຣະໄນພານິດ ໄດ້ມີການສະຫຼຸບກ່ຽວກັບຂໍ້ມູນກ່ຽວກັບແວດວົງຄອນເທນຄຣີເອເຕີຂອງໄທ ພ້ອມທັງໄດ້ເຜີຍ 3 ອົງປະກອບທີ່ເຮັດໃຫ້ຈຳນວນໜຶ່ງໃນພວກເຂົາເຫຼົ່ານັ້ນໂດດເດັ່ນ, ກາຍເປັນທີ່ຈົດຈຳ (iconic).

ທ່ານ ຂະຈອນ ກ່າວວ່າ ວົງການຄຣີເອເຕີຖືກຊຸກຍູ້ດ້ວຍ 3 ຢ່າງຄື: ຜູ້ເບິ່ງ (Audience), ແພລດຟອມ (Platform)

ແລະ ຜູ້ສະໜັບສະໜຸນ ເຊິ່ງເປັນ ແບຣນ ຫຼື ເອເຈນຊີ (Brand–Agency). ລາຍງານຈາກ Forbes ໃນປີ 2024 ໃຫ້ຮູ້ວ່າ ວົງການຄຣີເອເຕີໂລກມີມູນຄ່າ 25 ລ້ານລ້ານບາດ ເຊິ່ງເຕີບໂຕເພີ່ມຈາກປີກ່ອນ 28%. ພ້ອມນີ້ ກໍຄາດການວ່າ ວົງການຄຣີເອເຕີຈະເຕີບໂຕ 200% ພາຍໃນປີ 2027.

ໃນປະເທດໄທ, ຄົນທີ່ເຮັດວຽກເປັນຄອນເທັນຄຣີເອເຕີ ເຕັມເວລາມີຢູ່ປະມານ 2 ລ້ານຄົນ ແຕ່ຖ້າຜູ້ທີ່ມີຄວາມໂດດເດັ່ນ, ເປັນທີ່ຈົດຈຳ ຫຼື ມີຄວາມເປັນ Iconic ນັ້ນ ພວກເຂົາເຫຼົ່ານັ້ນ ລ້ວນແລ້ວແຕ່ມີອົງປະກອບ 3 ຢ່າງທີ່ເຮັດໃຫ້ເຂົາເຈົ້າກາຍເປັນແບບນັ້ນ ເຊັ່ນ:

– Identity: ຖ້າເຈົ້າຢາກເປັນຄຣີເອເຕີທີ່ເປັນ someone ຕ້ອງສ້າງຕົວຕົນທີ່ຊັດເຈນ, ມີຄວາມແຕກຕ່າງຫຼາຍໆ ມີຄວາມເປັນຕົວເອງ.

– Community: ຕ້ອງຮູ້ຈັກສ້າງ community ຫຼື ຊຸມຊົນຂອງຕົນເອງ. ໃນປີ 2024 ມີງານແຟນມີດຈາກຄຣີເອເຕີໄທຫຼາຍກວ່າ 100 ງານ ເຊິ່ງຖ້າເບິ່ງໃນເມື່ອກ່ອນ, ຄຣີເອເຕີຕ້ອງລໍຖ້າຮັບງານຈາກແບຣນ ຫຼື ເອເຈນຊີຕ່າງໆ ແຕ່ໃນຕອນນີ້ເຂົາເຈົ້າບໍ່ຕ້ອງລໍຖ້າຄົນອື່ນມາປ້ອນງານໃຫ້ ແຕ່ສາມາດສ້າງລາຍຮັບຈາກຄອມມິວນິຕີ້ຂອງເຂົາເຈົ້າເອງ.

ອ່ານຕື່ມ:  "ກ້າເປັນຄົນເກັ່ງ ແລະ ບໍ່ຢ້ານທີ່ຈະຖືກຊັງ" ຖອດບົດຮຽນຈາກສິລະປິນສາວ Taylor Swift

– Longstanding: ການຢືນໄລຍະໃນວົງການຢ່າງຍາວນານ ມີການປັບຕົວ ແລະ ຮຽນຮູ້ຢູ່ຕະຫຼອດເວລາ ເພື່ອໃຫ້ໂຕເອງຢູ່ໃນວົງການໄດ້ຢ່າງຍາວນານ.

ຕິດຕາມການສະຫຼຸບເນື້ອຫາທີ່ໜ້າສົນໃຈຈາກງານ iCreator 2024 ໄດ້ຜ່ານທາງ Muan Specialty ໄດ້ຕະຫຼອດງານ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

Pinterest ລວມໄອເດຍຄົ້ນຫາແຮງບັນດານໃຈພ້ອມ Boards ສຸດຄຣີເອທີບ

Unlock Pinterest's full potential for content creators. Discover expert strategies to optimize...

ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ

Go Went Go ເປັນຄອນເທັນຄຣີເອເຕີໄທທີ່ໂດດເດັ່ນດ້ານການນຳສະເໜີການເດີນທາງໃນສະໄຕລ໌ທີ່ບໍ່ຄືໃຜ ເຊິ່ງເຖິງວ່າໃນຫຼາຍໆສະຖານທີ່ທີ່ລາວໄປອາດມີຄົນໄປມາກ່ອນແລ້ວ ແຕ່ລາວກໍຍັງສາມາດສ້າງມຸມມອງໃໝ່ໆ ທີ່ໜ້າສົນໃນໃຫ້ຜູ້ເບິ່ງໄດ້ສະເໝີ ໂດຍການພາຜູ້ຊົມສຳຫຼວດແຕ່ລະຈຸດຜ່ານການເລົ່າເລື່ອງທີ່ເຂົ້າເຖິງໄດ້ງ່າຍ ຄືກັບພາຜູ້ເບິ່ງອອກເດີນທາງໄປນຳກັນ. ຕໍ່ໄປນີ້ແມ່ນສູດລັບສຳຄັນທີ່ເຮັດໃຫ້ຄອນເທັນຂອງ Go Went...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.