ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ URBOYTJ ດຶງ SARAN ຮ່ວມ Feat. ສົ່ງເພງ “ຍິ່ງຮູ້ຍິ່ງໂງ່ (dumbass)” ພາແຟນໆກ້າວຂ້າມຄວາມເຈັບປວດຂອງການເຕີບໃຫຍ່
Muan Listen - ມ່ວນຊວນຟັງ

URBOYTJ ດຶງ SARAN ຮ່ວມ Feat. ສົ່ງເພງ “ຍິ່ງຮູ້ຍິ່ງໂງ່ (dumbass)” ພາແຟນໆກ້າວຂ້າມຄວາມເຈັບປວດຂອງການເຕີບໃຫຍ່

URBOYTJ ກັບ SARAN ປ່ອຍເພງ “ຍິ່ງຮູ້ຍິ່ງໂງ່” ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມຈິງຂອງການເຕີບໃຫຍ່ ຜ່ານ Flow ແບບ Old School ທີ່ເຂົ້າໃຈງ່າຍແຕ່ເລິກເຊິ່ງ

ແບ່ງປັນ

ມາແລ້ວ! ຜົນງານຄຸນນະພາບທີ່ແຟນໆລໍຄອຍກັບສິລະປິນແຣັບເປີ-ໂປຣດິວເຊີຊັ້ນນຳຢ່າງ URBOYTJ (ຢົວບອຍທີເຈ) ຫຼື ເຕົ໋า – ຈິຣາຍຸດ ຜະໂລປະການ ກັບມາອີກຄັ້ງພ້ອມຊິງເກິນໃໝ່ຫຼ້າສຸດສຸດ “ຍິ່ງຮູ້ຍິ່ງໂງ່ (dumbass)” ທີ່ເວົ້າແທນຄວາມຮູ້ສຶກຂອງໃຜຫຼາຍຄົນທີ່ຕ້ອງຜ່ານຊ່ວງເວລາຂອງການເຕີບໃຫຍ່.

ພິເສດສຸດ ເທື່ອນີ້ TJ ໄດ້ດຶງເອົາແຣັບເປີຄົນເກັ່ງ ນັ້ນກໍຄື SARAN (ສະຣັນ) ມາປ່ອຍ Flow ເປັນເອກະລັກ ຮ່ວມ Feat. ເຮັດໃຫ້ເພງນີ້ມີເນື້ອໃນທີ່ເລິກເຊິ່ງຂຶ້ນໄປອີກ.

ເພງນີ້ເປັນແນວ Hip-hop-Pop ແບບ ‘Coming of Age’ ທີ່ຈະພາເຮົາຍ້ອນກັບໄປຄິດຮອດຄວາມສຸກແບບງ່າຍໆໃນໄວເດັກ. ແຕ່ພໍໃຫຍ່ຂຶ້ນຕ້ອງມາແບກຄວາມສຳເລັດ ຈົນຮູ້ສຶກວ່າ “ຍິ່ງຮູ້ຫຼາຍຍິ່ງໂງ່”. ເປັນອີກໜຶ່ງເພງທີ່ກັ່ນຕອງຄວາມຮູ້ສຶກສ່ວນເລິກຂອງ TJ ອອກມາເລົ່າສູ່ທຸກຄົນຟັງຢ່າງແທ້ຈິງ.

ພ້ອມນີ້ກໍ ຮັບປະກັນຄວາມເຖິງໃຈດ້ວຍ Flow ແບບ ‘Old School’ ທີ່ເປັນລາຍເຊັນຂອງ URBOYTJ! ເພິ່ນລົງມືໂປຣດິວສ໌ຄວບຄຸມເພງນີ້ເອງທຸກຂັ້ນຕອນ! ໃຜທີ່ຄິດຮອດ ‘ສຽງຂອງ TJ’ ທີ່ຄຸ້ນເຄີຍບໍ່ຄວນພາດຈັກວິນາທີ.

ໃນ MV, ເຮົາຈະໄດ້ເຫັນພາບຂອງ ນັກໂທດໝາຍເລກ 33 ທີ່ຖືກກັກຂັງໃນກົງຂັງຂອງຄວາມເປັນຜູ້ໃຫຍ່ ພ້ອມຜູ້ຄຸມທີ່ຄອຍຄວບຄຸມ. ກ່ອນທີ່ລາວຈະໄດ້ພົບກັບ “ໂຕເຮົາເອງໃນໄວເດັກ” ທີ່ມາຢໍ້າເຕືອນຄວາມສຸກທີ່ເສຍໄປ ເບິ່ງແລ້ວຮັບຮອງວ່າຕ້ອງມີນ້ຳຕາ.

ຢ່າລໍຊ້າ! ໄປຟັງ ແລະ ເບິ່ງ MV ແບບເຕັມໆໄດ້ເລີຍ ເພື່ອເຂົ້າໃຈຄວາມຮູ້ສຶກຂອງການ “ເຕີບໃຫຍ່” ໄປນຳກັນ. ຟັງເພງນີ້ໄດ້ທີ່ https://urboytj.bfan.link/dumbass (ມິວສິກສະຕຣີມມິງທຸກແພລັດຟອມ)

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

The Meow: ຈາກວົງດົນຕີຂອງຄົນຮັກແມວ ສູ່ການມີເພງທຳອິດເປັນຂອງຕົວເອງ

ເສັ້ນທາງການເດີນໃນສາຍນັກດົນຕີຂອງ The Meow ສູ່ການເປັນສິລະປິນທີ່ມີເພງທຳອິດຊື່ວ່າ “How To ຖືກຖິ້ມ” ຊວນຮູ້ຈັກກັບຄວາມຝັນໃນຖານະນັກດົນຕີຂອງພວກເຂົາ.

ພາຮູ້ຈັກ ຊີ – ອິນຊີ ເລືອງວິຫານ ນາຍແບບຜູ້ຊະນະ FACE of LAOS 2025

ຊີ - ອິນຊີ ເລືອງວິຫານ ຊະນະ FACE of LAOS 2025 ດ້ວຍຄວາມໝັ້ນໃຈ. ຮູ້ຈັກ 10...

JoJo Miracle: Lao Artist Makes History at HOFS Award 2025

JoJo Miracle ສ້າງປະຫວັດສາດ ຄວ້າລາງວັນ HOFS Award 2025

JoJo Miracle ສ້າງປະຫວັດສາດ! ສິລະປິນຫຼາກຫຼາຍຄວາມສາມາດຂອງລາວ ຮັບລາງວັນ HOFS Award 2025 ໃນສາຂາ "Shining International Model"...

10 ສິ່ງທີ່ໜ້າຮູ້ກ່ຽວກັບ “ມົງຟ້າ” ເບື້ອງຫຼັງຄວາມງາມທີ່ຊົງພະລັງຂອງມຸງກຸດ Miss World

ມຸງກຸດ Miss World ບໍ່ພຽງແຕ່ເປັນເຄື່ອງປະດັບອັນງົດງາມ, ແຕ່ຍັງເປັນສັນຍາລັກແຫ່ງກຽດສັກສີ ແລະ ຄວາມຫວັງ. 'ມົງຟ້າ' ຂອງ Miss World ມີປະຫວັດທີ່ຍາວນານ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.