ໜ້າຫຼັກ Gadzila ແປພາສາໄວທັນໃຈ Google Meets ເພີ່ມຟີເຈີຣ໌ Live Captions ເຮັດໃຫ້ການປະຊຸມອອນລາຍກັບຄົນຕ່າງປະເທດງ່າຍຂຶ້ນ
Gadzila

ແປພາສາໄວທັນໃຈ Google Meets ເພີ່ມຟີເຈີຣ໌ Live Captions ເຮັດໃຫ້ການປະຊຸມອອນລາຍກັບຄົນຕ່າງປະເທດງ່າຍຂຶ້ນ

Google Meet ໄດ້ແນະນຳ ຄຳບັນຍາສົດພ້ອມການແປພາສາໃນເວລາຈິງ ເພື່ອໃຫ້ການປະຊຸມແບບເສັ້ນຕອງມີຄວາມຫຼາຍຫຼາຍ ແລະ ເຂົ້າເຖິງໄດ້ງ່າຍຂຶ້ນຂ້າມພາສາ.

ແບ່ງປັນ
Getting your Trinity Audio player ready...

ມີໃຜເປັນຄືກັນບໍ່? ເວລາປະຊຸມອອນລາຍກັບຄົນຕ່າງປະເທດແລ້ວລົມກັນບໍ່ເຂົ້າໃຈ ຫຼື ພໍເຂົາເວົ້າໄວກໍຟັງບໍ່ທັນຈົນເຮັດໃຫ້ການປະຊຸມບໍ່ສາມາດສະຫຼຸບໃຈຄວາມໄດ້.

ມື້ນີ້ ກັອດຈິ ເລີຍນຳຟີເຈີຣ໌ເດັດຈາກ Google Meets ທີ່ອັບເດດໃໝ່ໄດ້ເພີ່ມ Live Caption ທີ່ສາມາດແປພາສາໄດ້ແບບ Real Time, ແປໄດ້ທັນທີແບບອັດຕະໂນມັດ, ເວລາເວົ້າໃນຫ້ອງປະຊຸມອອນລາຍໃນ Google Meets ກໍຈະມີ Caption ຂຶ້ນມາ ແລະ ມັນຍັງຮອງຮັບຫຼາຍພາສາເຊັ່ນ: ພາສາອັງກິດ, ພາສາຝຣັ່ງ, ພາສາຈີນ, ພາສາຍີ່ປຸ່ນ, ພາສາສະເປນ ແລະ ອື່ນໆ.

ຟີເຈີຣ໌ນີ້ເໝາະຫຼາຍກັບນັກສຶກສາ ຫຼື ພະນັກງານທີ່ຕ້ອງໄດ້ໃຊ້ພາສາຕ່າງປະເທດໃນການຕິດຕໍ່ສື່ສານ, ເພາະຈະຊ່ວຍໃຫ້ເຮົາປະຢັດເວລາໃນການແປເອງ, ຊ່ວຍໃຫ້ເຮົາສາມາຈົດຈໍ່ກັບເນື້ອຫາການປະຊຸມໄດ້ຢ່າງເຕັມທີ່ ແລະ ຍັງຊ່ວຍຝຶກທັກສະການອ່ານ-ຟັງພາສາຕ່າງປະເທດຂອງເຮົາໄປພ້ອມກັນ.

ວິທີການໃຊ້ງານ

  • ເປີດ Google Meet ແລ້ວເຂົ້າໄປທີ່ “Settings”.
  • ເປີດ ຟີເຈີຣ໌ Live Caption.
  • ເລືອກພາສາທີ່ຢາກໃຫ້ແປ, ຫຼັງຈາກນັ້ນ AI ກໍຈະຈັດການແປພາສາໃຫ້ເຮົາທັນທີ ໃນເວລາປະຊຸມອອນລາຍ.

ອ່ານຕື່ມ:  ເມື່ອສາຍມູເລີ່ມໃຊ້ AI ເຊັກດວງ ແຈກວິທີເບິ່ງລາຍມືດ້ວຍ ChatGPT
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.