ໜ້າຫຼັກ Gadzila ສະຫຼຸບງານ Google I/O 2025: AI ບໍ່ໄດ້ມາຫຼິ້ນໆ ມາເບິ່ງນຳກັນວ່າມັນເຮັດຫຍັງໄດ້ແດ່
Gadzila

ສະຫຼຸບງານ Google I/O 2025: AI ບໍ່ໄດ້ມາຫຼິ້ນໆ ມາເບິ່ງນຳກັນວ່າມັນເຮັດຫຍັງໄດ້ແດ່

ສະຫຼຸບງານ Google I/O 2025: AI ບໍ່ໄດ້ມາຫຼິ້ນໆ Google I/O 2025 ນຳ AI ທີ່ປັບປຸງໃໝ່ມາໃຫ້ທຸກຄົນໄດ້ທົດລອງ! ຈາກ Google Beam ທີ່ຊ່ວຍສົນທະນາ 3D ຈົນເຖິງ Gemini Live ທີ່ມີຄວາມສາມາດເຂົ້າໃຈໂລກຜ່ານກ້ອງ.

Google I/O 2025 - all AI innovations that you should know.
ແບ່ງປັນ

ທຸກຄົນຮູ້ບໍ່, ມື້ຄືນນີ້ຕອນທີ່ເຮົານອນຫຼັບຝັນຫວານ ຢູ່ອີກຟາກໜຶ່ງຂອງໂລກນັ້ນ Google ເພິ່ນໄດ້ຈັດງານໃຫຍ່ປະຈຳປີນັ້ນກໍຄື Google I/O 2025! ງານນີ້ຄືການເປີດໂຕບໍລິການໃໝ່ໆ ແລະ ນະວັດຕະກຳລ້ຳໆ ທີ່ບອກເລີຍວ່າປີນີ້ AI ມາແຮງແບບສຸດໆ. ເຫັນແລ້ວຮູ້ສຶກວ່າໂລກໄປໄວຂະໜາດ, ຖ້າເຮົາບໍ່ຮຽນຮູ້ ແລະ ເອົາມາປັບໃຊ້ໃນຊີວິດນີ້ ມີຫວັງຕາມໂລກບໍ່ທັນແນ່ນອນ.

ມາເບິ່ງນຳກັນວ່າ Google ເພິ່ນມີຫຍັງເດັດໆ ມາຝາກແດ່:

✨️ 1. Google Beam: ຄືກັບຍ້າຍຄົນມານັ່ງລົມກັບເຮົາຢູ່ຕໍ່ໜ້າ!

ອັນນີ້ຄືລ້ຳສຸດໆ! ມັນເປັນໂປຣເຈັກທີ່ຕໍ່ຍອດມາຈາກ Project Starline ທີ່ໃຊ້ກ້ອງ 6 ໂຕ ຮ່ວມກັບ AI ເພື່ອປ່ຽນວິດີໂອ 2 ມິຕິ ໃຫ້ກາຍເປັນການສົນທະນາແບບ 3 ມິຕິ ແບບ realtime! ທີ່ເດັດກວ່າຄື ມັນແປສຽງເວົ້າຂອງເຮົາໄດ້ທັນທີ ຈົນບໍ່ຮູ້ສຶກວ່າຊ້າເລີຍ, ໃຫ້ຄວາມຮູ້ສຶກຄືກັບວ່າຄົນທີ່ເຮົາລົມນຳນັ້ນ ນັ່ງເວົ້າພາສາຂອງເຮົາຢູ່ຕໍ່ໜ້າເຮົາເລີຍ. ຍັງມີລາຍລະອຽດເພີ່ມເຕີມວ່າ Google ໄດ້ຮ່ວມມືກັບ HP ເພື່ອພັດທະນາ Google Beam ນີ້ໃຫ້ເຂົ້າສູ່ຕະຫຼາດອົງກອນອີກດ້ວຍ.

✨️ 2. ແປສຽງແບບ Realtime ໃນ Google Meet: ລົມກັນຄົນລະພາສາແຕ່ເຂົ້າໃຈໄດ້!

ໃຜທີ່ປະຊຸມອອນລາຍເລື້ອຍ ອັນນີ້ຄືດີຫຼາຍ! Google ເພິ່ນເພີ່ມຟີເຈີໃໝ່ໃນ Google Meet ທີ່ຊ່ວຍຫຼຸດຊ່ອງຫວ່າງເລື່ອງພາສາ ດ້ວຍການ ແປສຽງເວົ້າແບບທັນທີ ທີ່ສຽງ ແລະ ອາລົມຄືກັບຄົນມານັ່ງເວົ້າພາສານັ້ນເອງເລີຍ ເພາະໃຊ້ AI ເຂົ້າມາຊ່ວຍ. ຕອນນີ້ເປີດໃຫ້ທົດລອງໃຊ້ສຳລັບຜູ້ໃຊ້ງານ Google AI Pro & Ultra ແລະ ຮອງຮັບພຽງພາສາອັງກິດ-ສະເປນເທົ່ານັ້ນເດີ້. ແຕ່ Google ບອກວ່າຈະເພີ່ມພາສາອື່ນໆ ເຂົ້າມາອີກໃນໄວໆນີ້.

✨️ 3. Google Gemini Live ລວມຮ່າງກັບ Project Astra: AI ທີ່ເຫັນໂລກແບບທີ່ເຮົາເຫັນ!

ອັນນີ້ກໍເປັນອີກໂປຣເຈັກທີ່ລ້ຳຍຸກແຮງ! ເປົ້າໝາຍຄືການສ້າງຜູ້ຊ່ວຍ AI ທີ່ເຂົ້າໃຈສະພາບແວດລ້ອມອ້ອມຕົວເຮົາໄດ້ ແບບບໍ່ແມ່ນພຽງແຕ່ການຕອບຄຳຖາມ, ແຕ່ ສາມາດເຫັນໂລກຜ່ານກ້ອງ ແລະ ໜ້າຈໍມືຖືຂອງເຮົາໄດ້! ຕອນນີ້ໃຊ້ໄດ້ຜ່ານແອັບ Gemini ແລ້ວ ເຊິ່ງຈະມີປຸ່ມກ້ອງ ແລະ ປຸ່ມແຊຣ໌ໜ້າຈໍໃນໂໝດ Live ເພີ່ມເຂົ້າມາ.

ເວລາເຮົາເປີດກ້ອງ, AI ຈະເຫັນສິ່ງທີ່ເຮົາເຫັນ ແລະ ສາມາດລົມກັບເຮົາກ່ຽວກັບສິ່ງນັ້ນໄດ້ ລວມທັງສິ່ງທີ່ຢູ່ເທິງໜ້າຈໍມືຖືເຮົານຳ. ທີ່ສຳຄັນຄື Gemini Live ນີ້ເປີດໃຫ້ໃຊ້ຟຣີສຳລັບຜູ້ໃຊ້ Android ແລະ iOS ທຸກຄົນແລ້ວ! ແລະ ໃນອະນາຄົດໃກ້ໆນີ້, Gemini Live ຈະສາມາດເຊື່ອມຕໍ່ກັບແອັບ Google ອື່ນໆໄດ້ເລິກເຊິ່ງຂຶ້ນ ເຊັ່ນ: ສາມາດຂໍເສັ້ນທາງຈາກ Google Maps, ສ້າງອີເວັ້ນໃນ Google Calendar, ຫຼືສ້າງລາຍການວຽກໃນ Google Tasks. ໂຄດຄັກ!

ອ່ານຕື່ມ:  ໄວລຸ້ນຕິກຕັອກເມກາ ລີ້ໄພໄປຫາແອັບ RED NOTE ຫຼັງມີຂ່າວ TikTok ຈະປິດແອັບ

✨️ 4. AI Mode ໃນ Google Search: ຄົ້ນຫາແບບໃໝ່ໃສ່ AI ເຂົ້າໄປ!

ດຽວນີ້ພຶດຕິກຳການຄົ້ນຫາຂໍ້ມູນຂອງເຮົາກໍປ່ຽນໄປແລ້ວ, AI ກໍເຂົ້າມາເປັນສ່ວນໜຶ່ງຂອງມັນ. Google ເລີຍລວມ Gemini ເຂົ້າໄປໃນ Google Search ແລ້ວກາຍເປັນ AI Mode. ໂໝດນີ້ຈະຊ່ວຍໃຫ້ເຮົາສາມາດ ຄົ້ນຫາຄຳທີ່ຍາວຂຶ້ນ ແລະ ຊັບຊ້ອນຂຶ້ນໄດ້, ຮອງຮັບການຖາມແບບຕໍ່ເນື່ອງຄືກັບການສົນທະນາ ແລະ ເຂົ້າເຖິງໄດ້ງ່າຍໆ ຜ່ານແທັບໃນໜ້າ Google Search ເລີຍ. ຕອນນີ້ໃຊ້ງານໄດ້ສະເພາະຢູ່ສະຫະລັດອາເມລິກາ. ທີ່ໜ້າສົນໃຈອີກຢ່າງຄື AI Mode ຈະສາມາດສ້າງ ກຣາຟ ແລະ ຮູບພາບຕ່າງໆ ທີ່ກ່ຽວຂ້ອງກັບສິ່ງທີ່ເຮົາຄົ້ນຫາໄດ້.

✨️ 5. Gemini 2.5: AI ທີ່ສະຫຼາດຂຶ້ນອີກ!

ອັນນີ້ຄືໂມເດວໃໝ່ລ່າສຸດຂອງ Google ທີ່ເວົ້າໄດ້ເລີຍວ່າສະຫຼາດທີ່ສຸດ! ເກັ່ງຂຶ້ນຫຼາຍດ້ານເລີຍເຊັ່ນ: ການຄິດເຊີງຕັກກະ (reasoning), ການປະມວນຜົນຫຼາຍຮູບແບບ, ການຂຽນໂຄ້ດ ແລະ ການຈັດການຂໍ້ມູນຂະໜາດໃຫຍ່. ທີ່ພິເສດຄືມີໂໝດໃໝ່ຊື່ວ່າ Deep Think ທີ່ພັດທະນາຂຶ້ນມາເພື່ອການຄິດວິເຄາະທີ່ເລິກເຊິ່ງຍິ່ງຂຶ້ນນຳ! ມັນສາມາດປະເມີນຄໍາຕອບທີ່ເປັນໄປໄດ້ຫຼາຍອັນ ກ່ອນຈະຕອບກັບ, ເຮັດໃຫ້ການເຮັດວຽກມີປະສິດທິພາບສູງຂຶ້ນ.

✨️ 6. ແອັບ Gemini ຍຸກໃໝ່: ເຮັດຫຍັງໄດ້ຫຼາຍຂຶ້ນ!

ແອັບ Gemini ລຸ້ນໃໝ່ນີ້ຄືແບບເຮັດຫຍັງໄດ້ຫຼາຍຢ່າງສຸດໆ:

???? Deep Research: ເຂົ້າໃຈເຮົາຫຼາຍຂຶ້ນ, ໃຊ້ຂໍ້ມູນຂອງເຮົາເອງ (ເຊັ່ນ ໄຟລ໌) ມາປະກອບການວິເຄາະໄດ້. ອີກບໍ່ດົນນີ້ຍັງສາມາດເຊື່ອມກັບ Google Drive & Gmail ໂດຍກົງ ເພື່ອໃຫ້ Gemini ເອົາຂໍ້ມູນທີ່ກ່ຽວຂ້ອງມາໃຊ້ໄດ້ງ່າຍ ແລະ ຖືກຕ້ອງຊັດເຈນຂຶ້ນ.

ອ່ານຕື່ມ:  Meta ເປີດຕົວແອັບ Edits ສ້າງມາເພື່ອສາຍ Content Creators ໂດຍສະເພາະ ດ້ວຍຄຸນສົມບັດເດັດເຄື່ອງມືສ້າງສັນເຕັມຮູບແບບ

???? Canvas: ສ້າງສື່ສ້າງສັນໄດ້ທັນທີ ເຊັ່ນ: Infographic, ແບບທົດສອບ ຫຼື Podcast ຫຼາຍພາສາ ໃນພຽງຄລິກດຽວ. ໂຄດສະດວກ!

???? Vibe Coding: ພຽງແຕ່ລົມກັບ Gemini ມັນກໍຈະຊ່ວຍສ້າງແອັບທີ່ໃຊ້ງານໄດ້ແທ້ແບບອັດຕະໂນມັດ. ສຸດຍອດ!

✨️ 7. Veo 3, Imagen 4, Flow: ເຄື່ອງມືສ້າງພາບ, ສ້າງວິດີໂອ ດ້ວຍ AI

ສຳລັບສາຍສ້າງສັນ, Google ເພິ່ນກໍຈັດເຕັມ!

???? Veo 3: ໂມເດວສ້າງວິດີໂອອັດສະລິຍະ ພ້ອມສຽງໃນໂຕ. ມັນສາມາດສ້າງສຽງປະກອບ, ສຽງພື້ນຫຼັງ, ແລະແມ່ນແຕ່ບົດສົນທະນາໃຫ້ກັບວິດີໂອທີ່ມັນສ້າງໄດ້.

???? Imagen 4: ໂມເດວສ້າງພາບທີ່ໄດ້ພາບຄົມຊັດ ແລະ ສົມຈິງສູງສຸດ 2K, ສ້າງພາບໃນອັດຕາສ່ວນຕ່າງໆ, ຮອງຮັບການສື່ສານອາລົມ, ລາຍລະອຽດ ແລະ ອົງປະກອບຮູບໄດ້ຖືກຕ້ອງຊັດເຈນກວ່າເກົ່າ ແລະ ໄວກວ່າລຸ້ນກ່ອນເຖິງ 10 ເທົ່າ! ທີ່ສຳຄັນຄື Imagen 4 ຍັງໄດ້ຮັບການປັບປຸງໃຫ້ເກັ່ງຂຶ້ນໃນການສ້າງ ລາຍລະອຽດຂອງພື້ນຜິວ ແລະ ຂໍ້ຄວາມ ໃນຮູບພາບ. ໃຊ້ງານໄດ້ໃນແອັບ Gemini, Whisk, Vertex AI ແລະ Slides, Vids, Docs ໃນ Workspace.

???? Flow: ເຄື່ອງມືໃໝ່ສຳລັບນັກສ້າງໜັງ ທີ່ສາມາດສ້າງຄລິບວິດີໂອທີ່ມີຄວາມຮູ້ສຶກຄືກັບ “ໜັງແທ້” ແລະ ຂະຫຍາຍຄລິບສັ້ນໃຫ້ກາຍເປັນສາກທີ່ຍາວຂຶ້ນໄດ້ຢ່າງລ່ຽນໄຫຼ. ຕອນນີ້ໃຊ້ໄດ້ສະເພາະຢູ່ສະຫະລັດອາເມລິກາເດີ້.

✨️ 8. Android XR Glasses: ແວ່ນຕາ AI ແບບລ້ຳໆ!

Google ຍັງໄດ້ໂຊພາບຂອງ Android XR Glasses ອີກດ້ວຍ! ອັນນີ້ຄືເວທີໃໝ່ຂອງ Android ທີ່ສ້າງມາເພື່ອອຸປະກອນຄວາມເປັນຈິງເສີມ (Augmented Reality), ຄວາມເປັນຈິງແບບປະສົມ (Mixed Reality) ແລະ ຄວາມເປັນຈິງສະເໝືອນ (Virtual Reality). ເພິ່ນໄດ້ສາທິດການໃຊ້ງານແວ່ນຕາອັດສະລິຍະນີ້ສຳລັບການສົ່ງຂໍ້ຄວາມ, ການນຳທາງ, ແລະ ການແປພາສາແບບ Realtime ຜ່ານຈໍສະແດງຜົນໃນເລນ. Google ໄດ້ຮ່ວມມືກັບແບຣນແວ່ນຕາຊື່ດັງເຊັ່ນ Gentle Monster ແລະ Warby Parker ເພື່ອພັດທະນາແວ່ນຕາອັດສະລິຍະທີ່ໃຊ້ Android XR.

ອ່ານຕື່ມ:  ລວມເກມບໍ່ມີເນັດກໍຫຼິ້ນໄດ້ ດາວໂຫຼດເກັບໄວ້ຕິດໂທລະສັບ ໃຊ້ໄວ້ຫຼິ້ນເພື່ອຂ້າເວລາເພີນໆໃນການເດີນທາງ

✨️ 9. Google AI Ultra: ແພັກເກັດສຸດໂຫດ!

ສຸດທ້າຍ, ເພິ່ນໄດ້ເປີດໂຕແພັກເກັດໃໝ່ຊື່ Google AI Ultra ລາຄາ $249.99 ຕໍ່ເດືອນ! ອັນນີ້ຄືລວມທຸກໂມເດວ AI ສຸດໂຫດທີ່ເປີດໂຕໃນງານ Google I/O 2025 ນີ້ເລີຍ, ລວມເຖິງການເຂົ້າເຖິງຟີເຈີແບບບໍ່ຈຳກັດເຊັ່ນ Deep Research ແລະ ພື້ນທີ່ເກັບຂໍ້ມູນ 30TB ໃນ Google Photos, Drive ແລະ Gmail. ແຕ່ຕອນນີ້ຢູ່ລາວເຮົາຍັງກົດຊື້ບໍ່ໄດ້ເທື່ອເດີ້.

✨️ 10. ອື່ນໆທີ່ໜ້າສົນໃຈ!

???? AI Virtual Try-On: ຟີເຈີໃໝ່ໃນ Google Search Labs ທີ່ໃຫ້ເຮົາສາມາດອັບໂຫຼດຮູບເຕັມໂຕຂອງຕົນເອງ ເພື່ອລອງໃສ່ເສື້ອຜ້າແບບສະເໝືອນຈິງໄດ້ກ່ອນຊື້. AI ຈະເຂົ້າໃຈຮູບຮ່າງຂອງເຮົາ ແລະ ລັກສະນະການພັບ, ຢືດ ແລະ ຢ່ອນຂອງຜ້າ.

???? Gmail Smart Replies: ການຕອບກັບອັດສະລິຍະໃນ Gmail ທີ່ຈະສາມາດໃຊ້ຂໍ້ມູນສ່ວນຕົວຂອງເຮົາເພື່ອໃຫ້ຄໍາຕອບທີ່ກ່ຽວຂ້ອງ ແລະ ຊັດເຈນຍິ່ງຂຶ້ນ.

???? TPU Ironwood: ຊິບປະມວນຜົນ AI ຮຸ່ນທີ 7 ຂອງ Google ທີ່ຖືກອອກແບບມາເພື່ອຮອງຮັບພາລະງານ AI ໂດຍສະເພາະ, ໃຫ້ປະສິດທິພາບເພີ່ມຂຶ້ນເຖິງ 10 ເທົ່າຈາກຮຸ່ນກ່ອນ.

???? SynthID Detector: ເຄື່ອງມືໃໝ່ທີ່ຈະຊ່ວຍກວດສອບວ່າຮູບພາບ, ສຽງ, ວິດີໂອ ຫຼື ຂໍ້ຄວາມນັ້ນຖືກສ້າງດ້ວຍ AI ຂອງ Google ມາ ຫຼື ບໍ່ ໂດຍການກວດຫາລາຍນໍ້າ (watermark) ທີ່ຝັງໄວ້.

ເປັນຈັ່ງໃດແດ່? ເຫັນແລ້ວຮູ້ສຶກວ່າ AI ມັນກຳລັງເຂົ້າມາປ່ຽນແປງຊີວິດເຮົາແບບຫຼາຍຂຶ້ນເລື້ອຍໆເລີຍເນາະ! ທຸກຄົນຄິດວ່າຟີເຈີໃດໜ້າສົນໃຈທີ່ສຸດ? ມາແລກປ່ຽນກັນ!

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Gadzila

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

Gadzila

Grok ເປີດໂຕ Chat Bot “Ani ສາວນ້ອຍ AI” ທີ່ມີບຸກຄະລິກແບບແອນິເມຊັນ

Grok ເປີດຕົວ Ani ສາວນ້ອຍ AI ທີ່ມີບຸກຄະລິກແບບແອນິເມຊັນ ສະໄຕລ໌ Gothic ແລະ Fantasy ສ້າງປະສົບການໃໝ່ໃນການລົມກັບ AI...

Gadzila

ChatGPT ອັບເດດເພີ່ມຄວາມສາມາດການອ່ານຂໍ້ມູນໃນ Google Drive ແລະ OneDrive

ChatGPT ອັບເດດເພີ່ມຄວາມສາມາດການອ່ານໄຟລ໌ Google Drive ແລະ OneDrive, ຄົ້ນພົບວິທີໃໝ່ໃນການເຂົ້າເຖິງ ແລະ ປະມວນໄຟລ໌ຂໍ້ມູນ.

Gadzila

META AI ເປີດໂຕໃຊ້ CHATBOT ໃນແພລດຟອມ Facebook, Messenger, Instagram ແລະ WhatsApp

ພາມາຮູ້ຈັກກັບ AI ຕົວໃໝ່ກັນ ແລະ AI ໂຕນີ້ຖືກສ້າງມາຈາກຄ້າຍທີ່ມີຫຼາກຫຼາຍແພລດຟອມດັງຢ່າງ META AI ໄດ້ເປີດໂຕນຳໃຊ້ CHATBOT ໃນແພລດຟອມຢ່າງ Facebook,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.