ຟັງ ແດນຈໍາປາ ຈາກ GEMI9PK ເພງທີ່ເລົ່າກ່ຽວຄວາມງາມຂອງປະເທດລາວ

ແບ່ງປັນ

ຟັງ ແດນຈໍາປາ ຈາກ GEMI9PK ເພງທີ່ເລົ່າກ່ຽວຄວາມງາມຂອງປະເທດລາວ

13 April 2026 10

Highlights

  • GEMI9PK ຈາກ Highbros ສົ່ງຜົນງານໃໝ່ “ແດນຈໍາປາ” ທີ່ນຳເອົາກິ່ນອາຍດົນຕີພື້ນເມືອງລາວມາປະສົມປະສານກັບແນວເພງ Pop ແລະ Afrobeats ສະໄໝໃໝ່ຢ່າງລົງຕົວ.
  • ເປັນເພງທີ່ໄດ້ຮັບແຮງບັນດານໃຈຈາກຄວາມງົດງາມຂອງປະເທດລາວ ໂດຍສື່ສານເຖິງຄວາມສາມັກຄີ ແລະ ຄວາມຮັກທີ່ເຊື່ອມໂຍງທຸກຄົນເຂົ້າຫາກັນຜ່ານທ່ອນຮຸກທີ່ຕິດຫູ ແລະ ຈັງຫວະທີ່ຟັງງ່າຍ.
  • ຈາກຄວາມມັກໃນເກມ GTA San Andreas ແລະ ສິລະປິນລະດັບໂລກຢ່າງ Mike Shinoda ແລະ Eminem, GEMI9PK ໄດ້ຖ່າຍທອດຈິດວິນຍານຮິບຮັອບມາສ້າງສັນເປັນບົດເພງທີ່ສະທ້ອນເຖິງຕົວຕົນ ແລະ ຄວາມອົບອຸ່ນຂອງສັງຄົມລາວ.


GEMI9PK ສິລະປິນແຣັບເປີຈາກສັງກັດ  Highbros ຕ້ອນຮັບບຸນປີໃໝ່ລາວໂດຍການປ່ອຍເພງໃໝ່ທີ່ມີຊື່ວ່າ “ແດນຈໍາປາ Dan Champa” ອອກມາໃຫ້ພວກເຮົາໄດ້ຟັງກັນແລ້ວ.

ເພງນີ້ມີກິ່ນອາຍດົນຕີແບບດັ້ງເດີມຂອງລາວປະສົມປະສານກັບແນວເພງແບບປັອບ (Pop) ແລະ ແອບໂຟຣບີດ (Afrobeats) ເຊິ່ງໄດ້ຮັບແຮງບັນດານໃຈຈາກວັດທະນະທຳ, ປະເພນີຂອງແຕ່ລະຊົນເຜົ່າ ແລະ ຄວາມງົດງາມຂອງປະເທດລາວ.

ເປັນເພງທີ່ຟັງແລ້ວເຮັດໃຫ້ຮູ້ສຶກດີ ແຖມຍັງມີຄວາມໝາຍທີ່ຊ່ວຍເຕືອນໃຈຄົນຟັງວ່າ ເຖິງພວກເຮົາຈະມີຄວາມແຕກຕ່າງກັນ ແຕ່ຄວາມຮັກຄືສິ່ງທີ່ເຊື່ອມໂຍງພວກເຮົາທຸກຄົນໄວ້ນຳກັນ.

ເພງ ແດນຈໍາປາ ມີຈັງຫວະດົນຕີທີ່ຟັງງ່າຍລ່ຽນໄຫຼ ເປັນການປະສົມປະສານລະຫວ່າງສຽງດົນຕີສະໄໝໃໝ່ ແລະ ທ່ອນຮຸກ (Hook) ທີ່ຕິດຫູ. ເພງນີ້ຍັງໄດ້ສື່ສານເຖິງຄວາມຈິງໃຈ ຄວາມຮັກແສນອົບອຸ່ນ ແລະ ການຮັກແພງກັນຂອງຄົນລາວ.

ອ່ານຕື່ມ:  ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ເສັ້ນທາງດົນຕີຂອງ GEMI9PK ມີຈຸດເລີ່ມຕົ້ນທີ່ໜ້າສົນໃຈຫຼາຍ ເຊິ່ງລາວແມ່ນແຣັບເປີທີ່ມີຄວາມສົນໃຈໃນວັດທະນະທຳຮິບຮັອບ (Hip-hop) ໃນເກມ GTA San Andreas.

ລາວກໍມັກທີ່ຈະແຕ່ງໂຕຮຽນແບບຕາມໂຕລະຄອນໃນເກມທີ່ມີຊື່ວ່າ Sean (Sweet), ສ່ວນແຣັບເປີທີ່ລາວມັກ ແລະ ເປັນແຮງບັນດານໃຈກໍແມ່ນ Mike Shinoda ຈາກວົງ Linkin Park ແລະ Eminem ໃນການຊຸກດັນໂຕເອງຈົນກາຍມາເປັນສິລະປິນທີ່ຖ່າຍທອດເອກະລັກຂອງລາວໃນປັດຈຸບັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.