ຢ່າໃຫ້ “ນໍ້າມັນຂາດ” ເຮັດໃຫ້ “ນໍ້າໃຈໝົດ”: ເປີດຈິດຕະວິທະຍາຄວາມຮ້ອນ ແລະ ເຄັດລັບການຢູ່ຮ່ວມກັນໃນມື້ທີ່ໂລກວຸ່ນວາຍ

ແບ່ງປັນ

ຢ່າໃຫ້ “ນໍ້າມັນຂາດ” ເຮັດໃຫ້ “ນໍ້າໃຈໝົດ”: ເປີດຈິດຕະວິທະຍາຄວາມຮ້ອນ ແລະ ເຄັດລັບການຢູ່ຮ່ວມກັນໃນມື້ທີ່ໂລກວຸ່ນວາຍ

18 March 2026 18

ໃນມື້ທີ່ລາຄານໍ້າມັນພຸ່ງຂຶ້ນສູງ ແລະ ຄິວຢູ່ປໍ້າຍາວຢຽດຈົນສຸດສາຍຕາ, ສິ່ງທີ່ກຳລັງ “ເຜົາໄໝ້” ໃຈຂອງເຮົາບໍ່ແມ່ນແຕ່ເຄື່ອງຈັກລົດ ຫຼື ອາກາດພາຍນອກ, ແຕ່ແມ່ນ “ຄວາມອົດທົນ” ຂອງເຮົາ.

ຫຼາຍຄົນເລີ່ມສັງເກດເຫັນວ່າ ຕົນເອງກາຍເປັນຄົນອາລົມຮ້ອນງ່າຍຂຶ້ນ, ມີພຶດຕິກຳ Toxic ໃສ່ຄົນອ້ອມຂ້າງ ຫຼື ກະທັ້ງຜິດກັບຄົນຮັກ-ຄົນຂ້າງໂຕຍ້ອນເລື່ອງເລັກນ້ອຍ.

ເປັນຫຍັງວິກິດພະລັງງານ ຈຶ່ງກາຍເປັນວິກິດອາລົມ? ເຮົາຈະຮັກສາຄວາມເຫັນອົກເຫັນໃຈ ຫຼື Empathy ໄວ້ໄດ້ແນວໃດໃນສະພາວະແບບນີ້? ກ່ອນອື່ນໝົດເຮົາຕ້ອງໄປທຳຄວາມເຂົ້າໃຈກ່ອນວ່າ

ເປັນຫຍັງ “ຄວາມຮ້ອນ + ການລໍຖ້າ” ຈຶ່ງເຮັດໃຫ້ເຮົາ Toxic?

ຕາມການສຶກສາທາງຈິດຕະວິທະຍາ, ປາກົດການນີ້ມີຄຳອະທິບາຍທີ່ໜ້າສົນໃຈຫຼາຍຢ່າງເລີຍເຊັ່ນ:

  • Heat-Aggression Hypothesis: ບົດວິໄຈຈາກ Anderson (1989) ລະບຸວ່າ ອຸນຫະພູມທີ່ສູງຂຶ້ນມີຄວາມສຳພັນໂດຍກົງກັບພຶດຕິກຳຮຸນແຮງ. ເມື່ອຮ່າງກາຍຮ້ອນ, ອັດຕາການເຕັ້ນຂອງຫົວໃຈຈະເພີ່ມຂຶ້ນ, ເຮັດໃຫ້ເຮົາຮູ້ສຶກອຶດອັດ ແລະ ແປຄວາມໝາຍຂອງສິ່ງກະຕຸ້ນອ້ອມຂ້າງເປັນ “ການຄຸກຄາມ” ໄດ້ງ່າຍກວ່າປົກກະຕິ.
  • Frustration-Aggression Theory: ເມື່ອເຮົາມີເປົ້າໝາຍ (ເຊັ່ນ: ການເຕີມນໍ້າມັນໃຫ້ເຕັມຖັງເພື່ອໄປເຮັດວຽກ) ແຕ່ມີອຸປະສັກມາຂວາງ (ເຊັ່ນ: ຄິວຍາວ ຫຼື ຄົນມາລັດຄິວ), ສະໝອງຈະຫຼັ່ງ Cortisol ເຊິ່ງເປັນຮໍໂມນແຫ່ງຄວາມເຄັ່ງຄຽດ ອອກມາ. ຖ້າເຮົາບໍ່ມີສະຕິ, ຄວາມຄຽດແຄ້ນ ຫຼື ລຳຄານ (Frustration) ຈະປ່ຽນເປັນຄວາມຮຸນແຮງທາງອາລົມ (Aggression) ທັນທີ.
ອ່ານຕື່ມ:  ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ວິທີແກ້ຕ້ອງເຮັດແນວໃດ? ຄຳຕອບແມ່ນ “ຄວາມເຫັນອົກເຫັນໃຈ” ຫຼື Empathy ນັ້ນເອງ.

Empathy: ຢາລະງັບອາການ Toxic ທີ່ດີທີ່ສຸດ

ໃນທາງຈິດຕະວິທະຍາ, Empathy ຫຼື ຄວາມເຫັນອົກເຫັນໃຈ ບໍ່ແມ່ນພຽງແຕ່ການເປັນຄົນດີ, ແຕ່ຄືທັກສະການເອົາຕົວລອດໃນສັງຄົມ.

ບົດວິໄຈຈາກ University of Michigan ພົບວ່າ ການຝຶກ Empathy ຊ່ວຍຫຼຸດລະດັບອາການໃຈຮ້າຍໃນສະຖານະການຂັດແຍ້ງໄດ້ຢ່າງມີປະສິດທິພາບ. ເມື່ອເຮົາໃຊ້ Cognitive Empathy ຫຼື ການພະຍາຍາມເຂົ້າໃຈມຸມມອງຂອງຜູ້ອື່ນ, ສະໝອງສ່ວນໜ້າ (Prefrontal Cortex) ຈະເຂົ້າມາຄວບຄຸມສະໝອງສ່ວນອາລົມ (Amygdala) ບໍ່ໃຫ້ເຮັດວຽກເກີນຂອບເຂດ.

ການເຂົ້າໃຈວ່າຄົນອື່ນກໍກຳລັງລຳບາກຄືກັນກັບເຮົາ ຈະເຮັດໃຫ້ເຮົາຮູ້ສຶກ ‘ໂດດດ່ຽວ’ ນ້ອຍລົງ ແລະ ‘ໃຈຮ້າຍ’ ນ້ອຍລົງ.

ແລ້ວ ວິທີຮັກສາ “ນໍ້າໃຈ” ໃນມື້ທີ່ “ນໍ້າມັນ” ຂາດແຄນ ຈະເຮັດແນວໃດ?

ເພື່ອບໍ່ໃຫ້ເຮົາກາຍເປັນຄົນ Toxic ທີ່ສ້າງມົນລະພິດທາງອາລົມໃຫ້ສັງຄົມ, ໝູ່ເພື່ອນອາດຈະລອງໃຊ້ເຕັກນິກເຫຼົ່ານີ້:

  1. ຢຸດພັກ ແລະ ລະບຸອາລົມຂອງໂຕເອງ: ເມື່ອຮູ້ສຶກຢາກຮ້າຍ, ໃຫ້ຢຸດ 3 ວິນາທີ ແລ້ວບອກອາລົມຕົວເອງໃນໃຈວ່າ “ຕອນນີ້ຂ້ອຍກຳລັງຫງຸດຫງິດຍ້ອນຄວາມຮ້ອນ ຫຼື ຄວາມລຳຄານ”. ການລະບຸອາລົມ (Affect Labeling) ຊ່ວຍຫຼຸດຄວາມຮຸນແຮງຂອງອາລົມນັ້ນລົງໄດ້.
  2. ເຫັນວ່າຄົນແປກໜ້າກໍເປັນຄົນຄືກັນກັບເຮົາ: ປ່ຽນການເບິ່ງຄົນອ້ອມຂ້າງເປັນ “ມະນຸດ” ທີ່ມີພາລະ ເຊັ່ນວ່າ: ຄົນທີ່ແຊງຄິວເຮົາ ອາດຈະກຳລັງຟ້າວໄປຮັບລູກຢູ່ໂຮງຮຽນ, ຄົນຂັບລົດທີ່ມາສົ່ງອາຫານຊ້າ ຫຼື ມາຮັບເຮົາຊ້າ ອາດຈະລົດຕິດ ຫຼື ພະນັກງານປໍ້າທີ່ເຮັດວຽກຊ້າ ອາດຈະກຳລັງເມື່ອຍລ້າຈາກການຢືນເຮັດວຽກມາແລ້ວ 8 ຊົ່ວໂມງ.
  3. ສື່ສານທາງບວກ: ໃຊ້ “I Message” ແທນການຕຳນິ, ເຊັ່ນ: “ຂ້ອຍຮູ້ສຶກບໍ່ສະບາຍໃຈທີ່ເຈົ້າມາແຊງຄິວ ເພາະຂ້ອຍກໍລໍຖ້າມາດົນແລ້ວ” ແທນການໃຊ້ຄຳດ່າທໍ ເຊິ່ງອາດຈະນຳໄປສູ່ການຜິດຖຽງກັນຢ່າງຮຸນແຮງໄດ້.
ອ່ານຕື່ມ:  ເພາະຮັກຈຶ່ງເຈັບປວດ? ເບິ່ງຄືດີແຕ່ເຈົ້າຮູ້ສຶກອຶດອັດ ເພາະຄວາມສຳພັນກຳລັງຖືກຄວບຄຸມ

ວິກິດນີ້ຈະຜ່ານໄປ ແຕ່ຄວາມຮູ້ສຶກຈະຍັງຢູ່

ລາຄານໍ້າມັນອາດຈະຂຶ້ນໆລົງໆຕາມກົນໄກຕະຫຼາດ, ແຕ່ຄວາມສຳພັນ ແລະ ມິດຕະພາບໃນສັງຄົມ ຖ້າຖືກທຳລາຍໄປແລ້ວແມ່ນຈະປ່ຽນແປງ ຫຼື ເຮັດໃຫ້ກັບມາເປັນແບບເກົ່າຍາກຫຼາຍ.

ມື້ນີ້ muan.space ຢາກຊວນທຸກຄົນມາເປັນ “ນໍ້າເຢັນ” ໃນປໍ້ານໍ້າມັນທີ່ຮ້ອນແຮງ. ຢ່າໃຫ້ນໍ້າມັນທີ່ຂາດແຄນ ມາພາກພາເອົານໍ້າໃຈ ແລະ ຄວາມເປັນມະນຸດຂອງເຮົາໄປ.

ເພາະໃນມື້ທີ່ຍາກລຳບາກທີ່ສຸດ, ສິ່ງທີ່ຈະພາເຮົາຜ່ານໄປໄດ້ ບໍ່ແມ່ນພຽງແຕ່ນໍ້າມັນເຕັມຖັງ, ແຕ່ແມ່ນ ກຳລັງໃຈຈາກຄົນຂ້າງໆ ທີ່ຍັງຄົງຢູ່.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.