ໜ້າຫຼັກ Gadzila Facebook ຈຳກັດການສ້າງລາຍໄດ້ ຫຼຸດການເບິ່ງເຫັນ ບັນຊີແອບອ້າງ-ສ້າງສະແປມ
Gadzila

Facebook ຈຳກັດການສ້າງລາຍໄດ້ ຫຼຸດການເບິ່ງເຫັນ ບັນຊີແອບອ້າງ-ສ້າງສະແປມ

ແບ່ງປັນ
Getting your Trinity Audio player ready...

ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ.

Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed ຫຼື ຄວາມສາມາດໃນການສະແດງຄວາມເປັນຕົວເອງຂອງຜູ້ໃຊ້ຫຼາຍ Meta ຈຶ່ງອອກນະໂຍບາຍໃໝ່ມາເພື່ອຈັດການສະແປມເຫຼົ່ານີ້.

1. ຈຳກັດການເຂົ້າເຖິງຂອງບັນຊີທີ່ເຜີຍແຜ່ໂພສສະແປມ

ບັນຊີທີ່ໃຊ້ກົນລະຍຸດເພື່ອຫຼອກລວງອັລກໍຣິທຶມເຊັ່ນ: ການໂພສຂໍ້ຄວາມບັນຍາຍຍາວເກີນໄປ, ໃຊ້ແຮັຊແທັກຫຼາຍເກີນ ຫຼື ໃສ່ຄຳບັນຍາຍທີ່ບໍ່ກົງກັບຮູບພາບ, ຈະຖືກຈຳກັດການເບິ່ງເຫັນໃຫ້ສະແດງສະເພາະຜູ້ຕິດຕາມເທົ່ານັ້ນ ແລະ ບັນຊີນັ້ນຈະຖືກຕັດສິດຈາກການສ້າງລາຍໄດ້.

2. ລົບບັນຊີທີ່ມີສ່ວນຮ່ວມສ້າງໂພສປອມ ແລະ ການແອບອ້າງເປັນຜູ້ອື່ນ

Meta ໄດ້ເພີ່ມການລົງທຶນໃນການກວດຈັບຫຼາຍຂຶ້ນ ແລະ ສ້າງມາດຕະການທີ່ເຂັ້ມງວດເພື່ອລົບບັນຊີທີ່ສ້າງການມີສ່ວນຮ່ວມສ້າງໂພສປອມເຊັ່ນ: ຄຳຄິດເຫັນຫຼອກລວງ ຫຼື ເພຈປອມທີ່ສ້າງຂຶ້ນເພື່ອເພີ່ມການເຂົ້າເຖິງຢ່າງບໍ່ຖືກຕ້ອງ ເຊິ່ງໃນປີ 2024 ນັ້ນ Facebook ໄດ້ລົບເພຈປອມໄປແລ້ວກວ່າ 100 ລ້ານເພຈ ແລະ ລົບໂປຣໄຟລ໌ທີ່ແອບອ້າງເປັນຜູ້ອື່ນກວ່າ 23 ລ້ານ ໂປຣໄຟລ໌.

3. ສະໜັບສະໜຸນຜູ້ສ້າງເນື້ອຫາຕົ້ນສະບັບຢ່າງຕໍ່ເນື່ອງ

ເພື່ອປົກປ້ອງສິດຂອງຜູ້ສ້າງເນື້ອຫາ, Meta ຍັງຄົງພັດທະນາ Rights Manager ໃຫ້ມີປະສິດທິພາບຫຼາຍຂຶ້ນເພື່ອປ້ອງກັນການນຳເນື້ອຫາໄປໃຊ້ຊ້ຳໂດຍບໍ່ໄດ້ຮັບອະນຸຍາດ ແລະ ຍັງໃຫ້ຄຳແນະນຳເພື່ອຊ່ວຍໃຫ້ຜູ້ສ້າງເນື້ອຫາທີ່ໜ້າດຶງດູດສາມາດປະສົບຄວາມສຳເລັດໄດ້ໃນແພລັດຟອມໄດ້.

ອ່ານຕື່ມ:  Meta ເປີດຕົວແອັບ Edits ສ້າງມາເພື່ອສາຍ Content Creators ໂດຍສະເພາະ ດ້ວຍຄຸນສົມບັດເດັດເຄື່ອງມືສ້າງສັນເຕັມຮູບແບບ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ມັກໃຜຢູ່ “ສະກິດ” ເລີຍ ຄົນໂສດອາດມີແຟນກ່ອນຈົບປີ ເພາະ Meta ນຳຟີເຈີເກົ່າສຸດຮິດໃນຍຸກທຳອິດກັບມາ

ຂ່າວດີສຳລັບຄົນໂສດ Meta ດຶງເອົາຟີເຈີ Poke ສຸດຮິດໃນຍຸກທຳອິດຂອງ Facebook ກັບມາໃຊ້ໃນສະຖານະການທີ່ເໝາະກັບການສະແດງອອກຄືການ Flirting ຫຼື Playfu ໃຫ້ເຮົາສາມາດທັກທາຍຄົນທີ່ກຳລັງສົນໃຈ.

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.