ວົງການນາງແບບຂອງລາວໄດ້ FACE of LAOS ຄົນໃໝ່ແລ້ວ ຫຼັງຈາກການຕໍ່ສູ້ອັນດຸເດືອດໃນການແຂ່ງຂັນຕະຫຼອດ 3 ເດືອນ, ເມ – ຈິນດາ ຈັນມູນນີ ຜູ້ເຂົ້າແຂ່ງຂັນໝາຍເລກ FOL15 ກໍໄດ້ຄວ້າຕຳແໜ່ງຊະນະເລີດມາຄອງໄດ້ສຳເລັດຮ່ວມກັບຜູ້ເຂົ້າປະກວດອີກໜຶ່ງຄົນນັ້ນກໍຄື ຊີ – ອິນຊີ ເລືອງວິຫານ.
ລາວບໍ່ພຽງແຕ່ມີຮູບຮ່າງໜ້າຕາທີ່ເປັນເອກະລັກ ແຕ່ຍັງເຕັມໄປດ້ວຍຄວາມສາມາດ ແລະຄວາມໝັ້ນໃຈທີ່ເຮັດໃຫ້ຫຼາຍຄົນຕ້ອງຍອມຮັບ.
ມື້ນີ້ເຮົາມາເປີດເຜີຍ 10 ເລື່ອງສຸດພິເສດທີ່ຈະພາທຸກຄົນໄປຮູ້ຈັກກັບນາງແບບຄົນນີ້ໃຫ້ຫຼາຍຂຶ້ນ:

1. ເມໄດ້ກ່າວໄວ້ຢ່າງໜັກແໜ້ນຕັ້ງແຕ່ເລີ່ມຕົ້ນວ່າ: “ປີນີ້ເມມາເພື່ອຈະເປັນ Winner FACE of LAOS 2025 ບໍ່ມີປີໜ້າ ເພາະເມຈະມາເອົາປີນີ້.” ຄຳເວົ້ານີ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈໃນຕົວເອງທີ່ເຮັດໃຫ້ລາວປະສົບຄວາມສຳເລັດ.
2. ເມເປັນນັກສຶກສາປີທີ 2 ຈາກຄະນະອັກສອນສາດ, ສາຂາພາສາຝຣັ່ງເພື່ອການທ່ອງທ່ຽວ ຂອງມະຫາວິທະຍາໄລແຫ່ງຊາດ.
3. ດ້ວຍສ່ວນສູງ 173 ຊັງຕີແມັດ, ເມມີຮູບຮ່າງທີ່ເປັນມາດຕະຖານສຳລັບນາງແບບ, ເຮັດໃຫ້ໄດ້ປຽບໃນເວທີການປະກວດ.
4. ເມມີປະສົບການໃນວົງການນາງແບບມາແລ້ວຢ່າງຫຼວງຫຼາຍ, ບໍ່ວ່າຈະເປັນການເດີນແບບໃນງານ Lao Fashion Week 2024, ການຖ່າຍແບບ ແລະການຖ່າຍໂຄສະນາ-ຣີວິວ, ເຊິ່ງເປັນພື້ນຖານທີ່ແຂງແຮງໃຫ້ກັບລາວ.


5. ຫຼັງຈາກໄດ້ເຂົ້າຮອບ Top 20 ຂອງ FACE of LAOS 2025, ເມໄດ້ມີໂອກາດທົດລອງລຸກໃໝ່ໆທີ່ບໍ່ເຄີຍເຮັດມາກ່ອນ ແລະ ພັດທະນາທັກສະການຖ່າຍແບບໃຫ້ດີຂຶ້ນໄປອີກ.
6. ເມເຊື່ອວ່າປະສົບການທີ່ລາວສ້າງມາເປັນຂໍ້ໄດ້ປຽບທີ່ສຳຄັນທີ່ສຸດ. ດ້ວຍຄວາມຮູ້ພື້ນຖານທີ່ດີ, ຮູບຮ່າງ, ໜ້າຕາ ແລະ ຄວາມໝັ້ນໃຈ ເຮັດໃຫ້ລາວເປັນຄູ່ແຂ່ງທີ່ຍາກຈະເອົາຊະນະ.
7. ເມມີຈຸດຂາຍທີ່ຊັດເຈນຄື “ສາຍບິວຕີ້ໃສໆ” ຕາມທີ່ Mentor ຂອງລາວໄດ້ແນະນຳ. ເຖິງຈະມີໃບໜ້າທີ່ໜ້າຮັກແບບສາວແບ້ວ, ແຕ່ເວລາຢູ່ໜ້າກ້ອງ ລາວຈະປັບລຸກໃຫ້ເປັນມືອາຊີບໄດ້ຢ່າງໜ້າປະທັບໃຈ.
ມາຮອດມື້ນີ້ທີ່ລາວໄດ້ກາຍມາເປັນຜູ້ຊະນະ, ເມ – ຈິນດາ ຈັນມູນນີ ໄດ້ພິສູດແລ້ວວ່າຄວາມມຸ່ງໝັ້ນ ແລະ ປະສົບການທີ່ສັ່ງສົມມາຄືເສັ້ນທາງສູ່ຄວາມສຳເລັດ. ຂໍສະແດງຄວາມຍິນດີກັບ ເມ! ມາຮ່ວມຕິດຕາມ ແລະ ໃຫ້ກຳລັງໃຈລາວໃນການເຮັດໜ້າທີ່ຕໍ່ໄປ ຄືການຮ່ວມເວທີ Asia Model Festival 2025 ຢູ່ເກົາຫຼີໃຕ້ໃນເດືອນຕຸລາ 2025 ນີ້.