ແສນດີປານນີ້ ບໍ່ມີແຟນຫວາ? ເຈົ້າອາດກຳລັງຢ້ານຄວາມຜູກພັນ ຊວນສ່ອງພຶດຕິກຳ Toxic ເພື່ອຫຼຸດພົ້ນສະຖານະໂສດ

ແບ່ງປັນ

ແສນດີປານນີ້ ບໍ່ມີແຟນຫວາ? ເຈົ້າອາດກຳລັງຢ້ານຄວາມຜູກພັນ ຊວນສ່ອງພຶດຕິກຳ Toxic ເພື່ອຫຼຸດພົ້ນສະຖານະໂສດ

23 March 2026 21

ດີປານນີ້… ບໍ່ມີແຟນແທ້ຫວາ? ຄຳຖາມຍອດຮິດທີ່ຟັງແລ້ວຄືຈະຍ້ອງ ແຕ່ບາງເທື່ອມັນກໍແທງໃຈດຳກັນສຸດໆ! ຖ້າເຈົ້າເປັນຄົນໜຶ່ງທີ່ຍັງໂສດ ແລະ ຢາກມີຄວາມຮັກ ແຕ່ພໍມີຄົນເຂົ້າມາໃນຄວາມສຳພັນ ໄດ້ເລີ່ມຮູ້ຈັກ ຫຼື ໃກ້ຊິດ ເຈົ້າພັດຢາກຍູ້ເຂົາອອກໄປໃຫ້ຫ່າງທີ່ສຸດເທົ່າທີ່ຈະເຮັດໄດ້.

ການທີ່ກຳແພງໃນໃຈຂອງເຮົາຖືກສ້າງຂຶ້ນມາເອງໂດຍບໍ່ຮູ້ໂຕ ແລະ ມັກຈະມີຄວາມຄິດທີ່ຊັບຊ້ອນຫຼາຍ ນັ້ນອາດແມ່ນສັນຍານຂອງພຶດຕິກຳ ຢ້ານຄວາມຜູກພັນ (Disorganized Attachment) ທີ່ແຝງມາກັບຄວາມ Toxic ທີ່ເຮົາບໍ່ໄດ້ຄາດຄິດວ່າແມ່ນເຮົາເອງທີ່ໄດ້ເຮັດມັນອອກໄປ.

Muan Relationship ຈະພາມາສ່ອງພຶດຕິກຳທີ່ຄິດວ່າມັນເບິ່ງຄືເປັນເລື່ອງທຳມະດາ ແຕ່ຖ້າເຮົາຢາກ ມີແຟນ-ມີຄວາມຮັກ ຈະເຮັດແນວໃດ ເຊິ່ງຫຼາຍຄົນກໍມັກຕິດກັບດັກໂຕເອງຍ້ອນມີກຳແພງຄວາມຢ້ານຄວາມຜູກພັນທີ່ສູງຫຼາຍເກີນໄປ.

ມື້ນີ້, ເລີຍຈະຊວນທຸກຄົນມາປົດລັອກຫົວໃຈໂຕເອງ ເພື່ອຢຸດຕິດຢູ່ໃນວັງວົນຄວາມໂສດໃຫ້ເຮົາມີໂອກາດໄດ້ພົບຮັກທີ່ດີຈັກເທື່ອໜຶ່ງແດ່ ແລະ ນຳຂໍ້ມູນຕ່າງໆມາແຊຣ໌ໃຫ້ພວກເຮົາໄດ້ຮູ້ຈັກໂຕເອງກັນຫຼາຍຂຶ້ນໄປພ້ອມກັນ.

ພຶດຕິກຳຢ້ານຄວາມຜູກພັນ (Disorganized Attachment) ແມ່ນຫຍັງ?

ຖ້າຈະອະທິບາຍໃຫ້ເຂົ້າໃຈງ່າຍ ແລະ ເຫັນພາບເລີຍເວລາເຮົາຢູ່ໃນຄວາມຮັກ-ຄວາມສຳພັນໃດໜຶ່ງ  ສິ່ງທີ່ເຮົາກຳລັງເຮັດ ຫຼື ສະແດງອອກທາງຄວາມຮູ້ສຶກຄື ການແລ່ນເຂົ້າໄປຫາຄວາມສຳພັນ.

ແຕ່ພໍຮອດເວລາໃດໜຶ່ງໃຈເຮົາພັດເກີດຄວາມຮູ້ສຶກ ຢ້ານ-ວິຕົກກັງວົນວ່າຄວາມສຳພັນນັ້ນຈະໄປລອດບໍ່ ເຮົາຈຶ່ງຮີບດຶງໂຕເອງອອກມາທັນທີໂດຍທີ່ບໍ່ຄິດໃຫ້ດີໆ ເຊິ່ງຄົນທີ່ມີລັກສະນະນີ້, ມັກຈະມີຄວາມຂັດແຍ້ງໃນໃຈຕະຫຼອດເວລານັ້ນເອງ.

ໃນບາງເທື່ອກໍຢາກມີຄວາມຮັກ, ບາງເທື່ອກໍຢາກມີຄົນມາເບິ່ງແຍງໃຈ ແລະ ຢາກໄດ້ຮັບຄວາມອົບອຸ່ນໃນຄວາມສຳພັນ ແຕ່ອີກໃຈໜຶ່ງກໍຢ້ານການໃກ້ຊິດ, ບໍ່ໄວ້ໃຈ ແລະ ຮູ້ສຶກວ່າຄວາມສຳພັນເປັນເລື່ອງທີ່ບໍ່ຄວນກ້າວເຂົ້າໄປເພາະຢ້ານຄິດວ່າມັນອັນຕະລາຍ ຈະຖືກທຳຮ້າຍຈິດໃຈ.

ສັງເກດພຶດຕິກຳທີ່ສະແດງອອກຜ່ານການກະທຳທີ່ Toxic

Muan Relationship ຄິດວ່າຫຼາຍຄົນຄົງຢາກຮູ້ຈັກອາການນີ້ຫຼາຍຂຶ້ນກັນແນ່ນອນ ເພາະອາດຈະຮັບຮູ້ຜ່ານສັນຍານເຕືອນ ແລະ ພຶດຕິກຳທີ່ສະແດງອອກ ບໍ່ວ່າຈະຈາກເຮົາເອງ ຫຼື ຄົນທີ່ກຳລັງລົມຢູ່ມາແດ່ແລ້ວ ເຊິ່ງສາມາດສັງເກດໄດ້ງ່າຍໆເລີຍກໍຄື

  • ມັກເຮັດໃຫ້ ຄົນຮັກ ຫຼື ຄົນລົມ ເກີດອາການງົງ ຫຼື ສັບສົນບໍ່ເຂົ້າໃຈ, ບາງເທື່ອມັກຈະສະແດງອອກດ້ວຍການກະທຳທີ່ ປ່ຽນໄປ-ປ່ຽນມາ ວ່ອງໄວປານພາຍຸໝຸນ.
  • ບາງມື້, ອາດຈະສະແດງອອກແບບຫວານຫຼາຍເປັນພິເສດ ແຕ່ມື້ຕໍ່ມາພັດເກີດອາການເຢັນຊາ ຫຼື ຫາຍໜ້າໄປເລີຍໂດຍບໍ່ມີສາເຫດ (Ghosting).
  • ມີກຳແພງໃນໃຈສູງ ເມື່ອຮູ້ສຶກວ່າກຳລັງເລີ່ມຜູກພັນ ຫຼື ອີກຄົນເລີ່ມທີ່ຈະເຂົ້າໃກ້ຊິດຫຼາຍເກີນໄປ ຈະຮູ້ສຶກ ບໍ່ປອດໄພ ແລະ ພະຍາຍາມຊອກຫາ ເລື່ອງຜິດ ຫຼື ຕີຕົວອອກຫ່າງ ເພື່ອປົກປ້ອງໂຕເອງທັນທີ.
  • ເບິ່ງໂລກໃນແງ່ຮ້າຍໄວ້ກ່ອນ ເພາະມັກຄິດວ່າ ຢ້ານເຂົາຖິ້ມເຮົາ ຫຼື ເຮົາບໍ່ຄູ່ຄວນກັບເຂົາ.
  • ອາລົມປ່ຽນແປງງ່າຍ ຫຼື ຄວບຄຸມອາລົມໄດ້ຍາກເມື່ອມີຄວາມຂັດແຍ້ງໃນໃຈ ອາດຈະສະແດງອາລົມຮຸນແຮງ ຫຼື ມິດໃສ່ຈົນຄົນອື່ນອຶດອັດ.
ອ່ານຕື່ມ:  ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ສາເຫດທີ່ມາຂອງຄວາມຢ້ານ

ສ່ວນໃຫຍ່ແລ້ວພຶດຕິກຳນີ້ ມັກເກີດຈາກບາດແຜໃນໄວເດັກ (Trauma), ການເຕີບໃຫຍ່ໃນສະພາບແວດລ້ອມທີ່ຄິດວ່າເປັນບ່ອນທີ່ປອດໄພທີ່ສຸດ ແຕ່ຖືກທຳຮ້າຍຮ່າງກາຍ, ຖືກປ່ອຍປະລະເລີຍຄວາມຝັນ ຫຼື ຈິດໃຈ ເຮັດໃຫ້ເດັກນ້ອຍຄົນນັ້ນຮຽນຮູ້ວ່າ ຄົນທີ່ເຮົາຮັກ ອາດຈະທຳຮ້າຍເຮົາສະເໝີ ນີ້ຈຶ່ງເກີດເປັນປົມໃນໃຈເຮັດໃຫ້ຝັ່ງໃຈຈົນມັນສົ່ງຕໍ່ການຢ້ານຄວາມຜູກພັນມາສູ່ຄວາມສຳພັນ Toxic ໃນປັດຈຸບັນ.

ຮັບມື ແລະ ເລີ່ມຕົ້ນປ່ຽນແປງພຶດຕິກຳ ເພື່ອຄວາມສຳພັນທີ່ດີຂຶ້ນ

ບໍ່ມີໃຜດອກທີ່ຈະຢາກມີຄວາມສຳພັນທີ່ມັນ Toxic ໃນຄວາມສຳພັນ, ຖ້າເຮົາ ຫຼື ຄົນຮັກເປັນຄົນທີ່ຢ້ານຄວາມຜູກພັນນັ້ນ ມັນບໍ່ໄດ້ໝາຍຄວາມວ່າເຮົາຈະມີຄວາມຮັກທີ່ມີຄວາມສຸກບໍ່ໄດ້.

ຫຼາຍຄົງຄົງຄິດເຖິງການຮັບມື ຫຼື ມີຄວາມຄິດທີ່ຢາກຈະປັບປ່ຽນພຶດຕິກຳນີ້ ເພື່ອຢາກໃຫ້ຄູ່ຂອງເຮົາສາມາດໃຊ້ຊີວິດດ້ວຍກັນຢ່າງມີຄວາມສຸກ ມັນກໍມີວິທີທີ່ຈະຊ່ວຍກັນປັບເຂົ້າຫາກັນຢູ່ເດີ.

  • ການຮູ້ທັນອາລົມ: ໃຫ້ສັງເກດວ່າຕົນເອງເລີ່ມ ປິດກັ້ນ ຫຼື ຍູ້ ຄົນຮັກອອກໄປຕອນໃດ ແລະ ຍ້ອນຫຍັງ
  • ການສື່ສານຢ່າງກົງໄປກົງມາສຳຄັນຫຼາຍ: ໃຫ້ຝຶກເວົ້າຄວາມຮູ້ສຶກທີ່ມີໃນໃຈແທ້ໆອອກມາ ບໍ່ວ່າຈະເປັນຄວາມຮູ້ສຶກຢ້ານ ຫຼື ຕອນທີ່ຢາກຢູ່ຄົນດຽວເພື່ອທົບທວນໂຕເອງ
  • ສ້າງຄວາມໄວ້ໃຈໃຫ້ກັນ ແລະ ກັນ: ຄ່ອຍໆເປີດໃຈໃຫ້ກັບຄົນຮັກ ຫຼື ຄົນລົມ ທີ່ຕ້ອງການຢາກຊ່ວຍເຮົາໃຫ້ຫຼຸດພົ້ນຈາກກຳແພງໃນໃຈ
  • ມີສະຕິ ແລະ ໃຈເຢັນ: ທຸກບັນຫາມີທາງອອກສະເໝີ ຄ່ອຍໆຄິດ, ໃຈເຢັນ ພະຍາຍາມມີສະຕິໃຫ້ຫຼາຍ ແລະ ເສີມສ້າງຄວາມໝັ້ນຄົງທາງອາລົມໃຫ້ຫຼາຍຂຶ້ນ (Secure Attachment)
  • ປຶກສາຊ່ຽວຊານ: ຖ້າຫາກວ່າບໍ່ສາມາດແກ້ໄຂດ້ວຍໂຕເອງໄດ້ ການບຳບັດຈິດໃຈ (Therapy) ກໍເປັນອີກວິທີໜຶ່ງທີ່ຈະຊ່ວຍແກ້ໄຂບາດແຜໃນໃຈໄດ້ດີທີ່ສຸດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.