ໜ້າຫຼັກ Muan.la - ສາລະບັນເທີງ The Interview Deksavan ລວມກຸ່ມເດີນທາງຄົ້ນຫາແຮງບັນດານໃຈ ສ້າງຈຸດຢືນໃຫ້ແນວເພງ Hip Hop ໃນສະຫວັນນະເຂດ
The Interview

Deksavan ລວມກຸ່ມເດີນທາງຄົ້ນຫາແຮງບັນດານໃຈ ສ້າງຈຸດຢືນໃຫ້ແນວເພງ Hip Hop ໃນສະຫວັນນະເຂດ

Deksavan ກຸ່ມໄວໜຸ່ມທຳມະດາທີ່ມີຄວາມຝັນຢາກ ແລະ ພວກເຂົາມີເປົ້າໝາຍດຽວກັນຄື ສ້າງຈຸດຢືນໃນວັດທະນະທຳ Hip-Hop ໃຫ້ບ້ານເກີດທີ່ສະຫວັນນະເຂດ ເພງທີ່ແນະນຳໃຫ້ຟັງຄື Pill, ເຕັມຄາລາເບວ ແລະ PULL UP.

ແບ່ງປັນ

ຊວນທຳຄວາມຮູ້ຈັກ Deksavan ແລະ ຄົ້ນພົບສະເໜ່ຈາກສິລະປິນກຸ່ມນີ້, ພວກເຮົາມີຄວາມຫຼົງໃຫຼມັກຮັກໃນສຽງດົນຕີ ແລະ ແນວເພງ Hip Hop-Rap ທີ່ ມ່ວນ ຕ້ອງຂໍບອກເລີຍວ່າ Skill ຂອງແຕ່ລະຄົນບໍ່ທຳມະດາ ແລະ ໜ້າສົນໃຈຫຼາຍ.

Deksavan ສິລະປິນກຸ່ມນີ້ມີສະມາຊິກທັງໝົດ 12 ຄົນ ເຊິ່ງປະກອບມີ: GENIUS FLOW, JUSTJAMES, G-PHOENIX, UROXDAZ, HERRIKENZ, WI$HBOIII, J6iIx, SALEEKA LINTHUNG, JACKZAA, JJ scale, Lil sad ແລະ Lil TOPAA. ບາງຄົນໃນ Deksavan ບໍ່ແມ່ນສິລະປິນແຕ່ຢູ່ເບື້ອງຫຼັງກໍສາມາດເອີ້ນພວກເຂົາວ່າເປັນສະມາຊິກໃນກຸ່ມໄດ້.

ຈຸດເລີ່ມຕົ້ນແມ່ນມາຈາກພວກເຂົາທັງ 12 ຄົນ, ມັກຮັກໃນສຽງເພງ ແລະ ຍັງມີຄວາມສາມາດດ້ານການເຮັດເພງຈຶ່ງໄດ້ນັດລວມຕົວກັນ ເຮັດໃຫ້ເກີດເປັນກຸ່ມສິລະປິນທີ່ມີຊື່ວ່າ Deksavan ແລະ ຖ້າໃຜເປັນສາຍນີ້ກໍພໍຈະຄຸ້ນເຄີຍກັນ ກໍພໍຈະຜ່ານໜ້າຜ່ານຕາມາແດ່ແລ້ວໃນການແຂ່ງຂັນລາຍການ Rapper.

ຍ້ອນມີເປົ້າໝາຍດຽວກັນຈຶ່ງໄດ້ລວມຕົວເປັນ Deksavan

ໃນປີ 2022 ຈຸດລວມຕົວຂອງພວກເຂົາແມ່ນເຮືອນຂອງ WI$HBOIII (WISH BOY) ພວກເຂົາມີເປົ້າໝາຍດຽວກັນຄື ຢາກເຮັດໃຫ້ສະຫວັນນະເຂດມີຈຸດຢືນໃນວັດທະນະທຳ Hip-Hop, ບໍ່ແມ່ນພຽງແຕ່ເພງທີ່ເຮັດຢູ່ ແຕ່ໝາຍເຖິງທຸກຢ່າງທີ່ມີ ແລະ ພວກເຂົາຍັງເປັນສິລະປິນກຸ່ມທີ່ໄດ້ຮັບການເບິ່ງແຍງສະໜັບສະໜຸນຈາກ M4lic Entertainment.

Deksavan ໄດ້ຮັບແຮງບັນດານໃຈມາຈາກສິລະປິນຮຸ່ນອ້າຍ-ເອື້ອຍທຸກຄົນທີ່ພະຍາຍາມພັກດັນແນວເພງ Rap ມາໂດຍຕະຫຼອດ ທັງທີ່ຮູ້ວ່າມັນຍາກແຕ່ອ້າຍ-ເອື້ອຍກໍຍັງຍຶດໝັ້ນໃນເສັ້ນທາງຕົວເອງ ແລະ Deksavan ກໍໄດ້ຮັບເອົາຄວາມຮູ້ສຶກພວກນັ້ນມາ ຈຶ່ງຢາກເປັນອີກໜຶ່ງຟັນເຟືອງທີ່

ອ່ານຕື່ມ:  ຕ້າ ກິນດາວອນ: 22 ປີທີ່ແສນບໍ່ທຳມະດາ ຜູ້ທີ່ຂັບເຄື່ອນຊີວິດດ້ວຍການສະແດງ ການຂຽນເພງ ແລະ ສິລະປະ

ຊ່ວຍຂັບເຄື່ອນວົງການນີ້ໄປໃຫ້ໄດ້ໄກຂື້ນຍິ່ງກວ່າເກົ່າ.

ເພງ Rap ໃນມຸມມອງຄວາມຄິດຂອງ Deksavan ຖືເປັນອີກໜຶ່ງແນວເພງທີ່ສາມາດບອກເລົ່າເລື່ອງລາວໄດ້ດີ ເຊິ່ງພວກເຂົາຢາກຖ່າຍທອດຄວາມຮູ້ສຶກບໍ່ວ່າຈະດີ ຫຼື ຊົ່ວ, ພວກເຂົາສາມາດນຳມາປ່ຽນແປງມັນໃຫ້ເປັນງານສິລະປະຂຶ້ນມາໄດ້.

Deksavan ໄດ້ບອກກັບ ມ່ວນ ດ້ວຍຄວາມຕັ້ງໃຈວ່າ:

ຖ້າມີໂອກາດດີໆໄດ້ຮ່ວມງານກັບສິລະປິນໃນລາວ ພວກເຮົາ Deksavan ກໍຢາກຈະຮ່ວມງານກັບສິລະປິນ Hip-Hop ທຸກພາກທຸກແຂວງບໍ່ວ່າຈະເປັນ ພາກເໜືອ, ພາກກາງ ແລະ ພາກໃຕ້. ບໍ່ຈໍາເປັນຕ້ອງດັງ ຫຼື ມີຊື່ສຽງຫຼາຍ, ຂໍພຽງມີ Skill ຄວາມກ້າ ແລະ ບ້າພໍຈະເຮັດໄປກັບພວກເຮົາ.

ມ່ວນ ໄດ້ຂໍໃຫ້ Deksavan ແນະນຳຜົນງານຂອງພວກເຂົາເພີ່ມຕື່ມ, ເພື່ອໃຫ້ທຸກຄົນໄດ້ລອງເຂົ້າໄປຟັງເບິ່ງກັນ ແລະ ບົດເພງເຫຼົ່ານີ້ໄດ້ບົ່ງບອກຄວາມເປັນພວກເຂົາໄດ້ດີ ເຊິ່ງເພງທີ່ Deksavan ໄດ້ແນະນຳມາກໍມີທັງໝົດ 3 ເພງດ້ວຍກັນ. ເລີ່ມທຳອິດກັນທີ່ເພງ Pill “ແມ່ນເຈົ້າ” ເພງນີ້ເກີດຈາກພາບຈຳທີ່ຜ່ານມາວ່າ Deksavan ບໍ່ມີເພງຫວານ ຫຼື ເພງບອກຮັກເລີຍ ເພາະເພງສ່ວນຫຼາຍຈະມີແຕ່ແນວ Represent ຫຼື Mambo Rap ສະນັ້ນ ເພງນີ້ຈຶ່ງເປັນໜຶ່ງໃນເພງທີ່ແຕກຕ່າງຈາກທີ່ຜ່ານມາ.

ສ່ວນເພງທີສອງແມ່ນເພງ ເຕັມຄາລາເບວ ເປັນເພງແບກທີ່ພວກເຂົາໄດ້ອັດສີດພະລັງຊິວິດໃສ່ລົງໃນ MV ສຸດໆ, ພວກເຂົາຂຽນ Storyboard, ວາງ Box Shot ແລະ ໃຊ້ເວລາເຖິງສອງມື້ໃນການຖ່າຍທຳ ແຖມຍັງໄດ້ຜູ້ໃຫຍ່ໃຈດີມາຊ່ວຍໃນເພງນີ້ຄື ມິລິນ ແພງເມືອງຟ້າ ແລະ ທີມງານໂປຣດັກຊັນຄຸນນະພາບຂອງ ZamioP.

ເພງສຸດທ້າຍແມ່ນເພງ PULL UP ເພງມັນຂ້ອນຂ້າງອອກແນວ Rage, ພວກເຂົາເລີຍຢາກແນະນຳໃຫ້ທຸກຄົນລອງຟັງ ແລະ ມັນອາດຈະເປັນລົດຊາດໃໝ່ໆໃຫ້ໃຜບາງຄົນກໍໄດ້.

ອ່ານຕື່ມ:  ຣາມິ: ນາງແບບສາວໝັ້ນຈາກລາວຜ່ານເຂົ້າ Offline Audition ໃນ The Face Thailand SS6

ແນວເພງ ແລະ ສະເໜ່ທີ່ແຕກຕ່າງຂອງ Deksavan

ສະເໜ່ທີ່ ມ່ວນ ໄດ້ຄົ້ນພົບຈາກການໄດ້ລົມກັບ Deksavan ສິ່ງທີ່ເຮັດໃຫ້ເຫັນສິ່ງທຳອິດເລີຍຄື ຄວາມຂີ້ຫຼິ້ນຈາກພວກເຂົາ ທີ່ບາງຄັ້ງພວກເຂົາກໍມັກຫຼິ້ນຈົນລືມປ່ອຍເພງຕົວເອງ ເຊິ່ງນີ້ກໍນັບເປັນຄວາມໜ້າຮັກອີກຢ່າງໜຶ່ງທີ່ເຫັນວ່າ Deksavan ກໍແຄ່ເປັນພຽງກຸ່ມໄວໜຸ່ມທຳມະດາທີ່ມີຄວາມຝັນ, ມີຄວາມກະຕືລືລົ້ນຕໍ່ການເຮັດເພງ ແລະ ມັກຈັບເອົາອົງປະກອບຈຸດເດັ່ນເອກະລັກຂອງແຕ່ລະຄົນມາໃຊ້ ບໍ່ວ່າຈະເປັນ RNB, OLD SCHOOL, TRAP ແລະ ອື່ນໆ, ເຂົ້າມາປະກອບໃນໜຶ່ງເພງ.

ສະຫວັນນະເຂດ ເປັນອີກສະຖານທີ່ໜຶ່ງທີ່ໃຜໄດ້ມາທ່ຽວກໍຕ້ອງຫຼົງຮັກ ເພາະທຸກສະຖານທີ່ລ້ວນມີເລື່ອງເລົ່າ ແລະ ມີອີກຫຼາຍມຸມມອງທີ່ເຮັດໃຫ້ໄດ້ເຫັນເຖິງໄລຟສະໄຕລ໌ການໃຊ້ຊີວິດຂອງຄົນໃນເມືອງສະຫວັນນະເຂດ, ທຸກໆການກ້າວເດີນຂອງພວກເຂົາລ້ວນມີຄວາມໝາຍ ເຊິ່ງ Deksavan ສາມາດຈັບເອົາອົງປະກອບຕ່າງໆມາປະສົມປະສານແລ້ວຖ່າຍທອດອອກມາເປັນບົດເພງໄດ້ບໍ່ຍາກເລີຍ.

ເຫດການທີ່ເຮັດໃຫ້ Deksavan ປະທັບໃຈທີ່ສຸດ

ເຫດການທີ່ເຮັດໃຫ້ Deksavan ເກີດຄວາມປະທັບໃຈທີ່ສຸດກໍຄືຕອນທີ່ ມິລິນ ແພເມືອງຟ້າ ໄດ້ມາເປັນຜູ້ສະໜັບສະໜຸນຫຼັກໃຫ້ພວກເຂົາໂດຍຕອບສະໜອງທັງອຸປະກອນ-ສະຕູອັດເພງ, ອຸປະກອນການຖ່າຍ MV, ງານໂຊຕ່າງໆ ຫຼື ການສະໜັບສະໜຸນ GENIUS FLOW ໃຫ້ໄດ້ໄປແຂ່ງ Rap ຢູ່ປະເທດໄທ, ໂດຍທີ່ ມິລິນ ແພເມືອງຟ້າ ບໍ່ຂໍອອກນາມພຽງແຕ່ຂໍໃຫ້ສະມະຊິກທີມໄດ້ໄປ ຖ້າບໍ່ມີ ມິລິນ-ແພເມືອງຟ້າ ໃຫ້ໂອກາດ Deksavan ກໍຄົງຈະລຳບາກ.

ມິລິນ ແພເມືອງຟ້າ ປຽບສະເໝືອນແມ່ຂອງ Deksavan ທີ່ຊ່ວຍຊຸກຍູ້ມາໂດຍຕະຫຼອດ

Deksavan ຝາກເຖິງຮຸ່ນນ້ອງທີ່ມັກຮັກໃນການເຮັດເພງ ແລະ ຮ້ອງ Rap ທີ່ຢາກຈະເດີນທາງສາຍນີ້ວ່າ “ໃນຖານະຮຸ່ນອ້າຍພຽງຢາກຈະບອກວ່າຢ່າຟ້າວ, ຢ່າບັງຄັບຕົວເອງຈົນເກີນໄປ ບາງຢ່າງໃຫ້ມັນຄ່ອຍເປັນຄ່ອຍໄປຈະດີທີ່ສຸດ ແລະ ຢ່າຢຸດທີ່ຈະຮັບຟັງແນວເພງອື່ນໆ, ທີ່ສຳຄັນອີກຢ່າງແມ່ນການພັດທະນາຕົວເອງໄປເລື່ອຍ ເຖິງຈະສຳເລັດແລ້ວ ແຕ່ກໍຢ່າຢຸດທີ່ຈະຮຽນຮູ້ Deksavan ກ່າວດ້ວຍຮອຍຍິ້ມ.

ອ່ານຕື່ມ:  Mon ໜຸ່ມຊ່າງພາບອິດສະລະ ຖ່າຍທອດມຸມມອງ Street ສູ່ລາງວັນເມືອງຜູ້ດີ

ກ່ອນບົດສົນທະນາທຳຄວາມຮູ້ຈັກກັນລະຫວ່າງ ມ່ວນ ແລະ Deksavan ຈະສິ້ນສຸດລົງ, Deksavan ກໍໄດ້ເວົ້າຂຶ້ນມາວ່າ: “ຢາກຂອບໃຈທຸກໆຄົນທີ່ຊ່ວຍເຫຼືອມາໂດຍຕະຫຼອດ ພວກເຮົາ Deksavan ຂອບໃຈ ມ່ວນ ຫຼາຍໆ ທີ່ເປີດໂອກາດໃຫ້ນ້ອງໆໄດ້ມາສະແດງຜົນງານ By the Way ແລະ ຂອບໃຈທຸກຄົນທີ່ສະໜັບສະໜຸນພວກເຮົາມາໂດຍຕະຫຼອດ ຝາກຕິດຕາມຜົນງານພວກເຮົາຕໍ່ໄປແດ່ເດີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.