ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ “ຖິ້ມອ້າຍສາ” ເຖິງຈະເຈັບສ່ຳໃດກໍດີໃຈທີ່ເຈົ້າໄດ້ໄປພົບຄົນທີ່ດີກວ່າ ເພງແສນເສົ້າຂອງ ມິກໂນ ຈາກຄ້າຍເພງ LINTONG ENTERTAINMENT
Muan Listen - ມ່ວນຊວນຟັງ

“ຖິ້ມອ້າຍສາ” ເຖິງຈະເຈັບສ່ຳໃດກໍດີໃຈທີ່ເຈົ້າໄດ້ໄປພົບຄົນທີ່ດີກວ່າ ເພງແສນເສົ້າຂອງ ມິກໂນ ຈາກຄ້າຍເພງ LINTONG ENTERTAINMENT

ແບ່ງປັນ

ເປີດຕົວສິລະປິນໜ້າໃໝ່ ມິກໂນ ຈາກຄ້າຍເພງສະໄຕລ໌ລູກທົ່ງບ້ານນາ LINTONG ENTERTAINMENT ໄດ້ປ່ອຍເພງທຳອິດຂອງລາວດ້ວຍເພງ “ຖິ້ມອ້າຍສາ” ທີ່ໄດ້ມາບອກເລົ່າເຖິງຄວາມເຈັບຊ້ຳສຸດໃຈຈາກຄວາມຮັກທີ່ຕ້ອງຍອມໃຫ້ຜູ້ຍິງທີ່ຮັກໄປພົບຄົນໃໝ່ທີ່ດີກວ່າ.

ເຖິງວ່າຮັກນີ້ຈະຜູກພັນ ແລະ ຮັກເທົ່າໃດມັນກໍຍັງມີອຸປະສັກເຂົ້າມາຂວາງພວກເຂົາທັງສອງ, ເພາະດ້ວຍຖານະທີ່ແຕກຕ່າງ ແລະ ບໍ່ສາມາດດູແລຜູ້ຍິງໃຫ້ດີຂຶ້ນໄດ້.

“ບໍ່ແມ່ນອ້າຍບໍ່ຮັກ ທີ່ອ້າຍປ່ອຍເຈົ້າໄປ

ຄັນຊິດຶງຊິລັ້ງເອົາໄວ້ ກະຄົງບໍ່ມີຫຍັງດີ

ປ່ອຍເຈົ້າໄປດີກວ່າ ໃຫ້ເຈົ້າໄປພໍ້ຄວາມສຸກໃໝ່

ໃຫ້ເຈົ້າໄປພໍ້ຄົນມີເງິນຫຼາຍ ຂີ້ທຸກຄືອ້າຍຕ້ອງຍອມຫຼີກທາງ”

ໃນເນຶ້ອເພງໄດ້ເລົ່າວ່າຍ້ອນຮັກຜູ້ຊາຍຈຶ່ງຕ້ອງຍອມເຈັບປວດ ແລະ ເຖິງປາກບອກວ່າຍອມໃຫ້ຜູ້ຍິງຈາກໄປແຕ່ຜູ້ຊາຍກໍຍັງມີການປະຊົດປະຊັນໃຫ້ຜູ້ຍິງດ້ວຍຄວາມນ້ອຍໃຈ ເພາະທີ່ເຄີຍສັນຍາກັນໄວ້ ສຸດທ້າຍແລ້ວຜູ້ຍິງກໍບໍ່ຮັກສາ ແລະ ຈາກໄປ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ "ເປັນພຽງຝັນ" ຈາກ BAY6IX ແລະ LALA
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.