ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ.
ໃນເລື່ອງແມ່ນໄດ້ເວົ້າເຖິງຕົວລະຄອນເອກຂອງເລື່ອງ Wednesday ສາວນ້ອຍມືດມົນປາກແຊບ, ດ້ວຍຄວາມທີ່ເປັນໂຕແສບຈຶ່ງໄດ້ຖືກສົ່ງຕົວເຂົ້າຮຽນຢູ່ Nevermore Academy ໂຮງຮຽນທີ່ລວມເອົາຄົນພິເສດ ແລະ ຄົນປະຫຼາດຈາກທົ່ວສາລະທິດມາໄວ້ໃນບ່ອນດຽວກັນ ແຕ່ກໍມີເຫດໃຫ້ຕ້ອງເຂົ້າໄປພົວພັນກັບເລື່ອງປິດສະໜາຄາດຕະກຳສຸດເລິກລັບ-ປະຫຼາດ ທີ່ທັງເປັນຕາຢ້ານຈົນເຮັດຂົນລຸກ, ຕື່ນເຕັ້ນ ແລະ ໜ້າຕິດຕາມແບບຢຸດເບິ່ງບໍ່ໄດ້.
ຄວາມຮູ້ສຶກທີ່ ມ່ວນ ໄດ້ເບິ່ງມັນກໍຄ້າຍຄືກັບເລື່ອງ Harry Potter ເລີຍ ທີ່ມັກຈະມີແຕ່ເລື່ອງໜ້າມະຫັດສະຈັນເຕັມໄປໝົດ ແຕ່ Wednesday ກໍເປັນເວີຊັນທີ່ Dark (ມືດມົນ) ແລະ ຍັງຄົງໂທນພາບສຸດອະລັງການ ເຮັດໃຫ້ຕ້ອງລຸ້ນຄືກັບກຳລັງຈະຖອດລະຫັດຄະດີຄາດຕະກຳຄັ້ງໃຫຍ່ໄປກັບພວກເຂົາໃນເລື່ອງ.
Wednesday Season2
ນ້ອງວັນພຸດ (Wednesday) ຄືສາວປາກແຊບ, ສະຫຼາດ ແຕ່ກໍມີມຸມອ່ອນໂຍນແບບທີ່ບໍ່ຄ່ອຍມີໃຜເຫັນ ແລະ Wednesday Season2 ການກັບມາໃນປີ 2025 ນີ້, ພະລັງຂອງນ້ອງວັນພຸດກໍມີການເພີ່ມລະດັບຈົນເຮັດໃຫ້ທຸກຄົນຕ້ອງຢ້ານ.
ເລື່ອງນີ້ຍັງຕ້ອງພົບກັບມິດຕະພາບຄວາມອົບອຸ່ນ-ຄວາມໄວ້ໃຈແບບແປກປະຫຼາດຂອງຕົວລະຄອນທັງ ຕົວລະຄອນເກົ່າ ແລະ ໃໝ່ເຂົ້າມາສ້າງໃຫ້ມີມິຕິ, ມ່ວນໄປກັບໂລກແຟນຕາຊີທີ່ທັງງາມ ແລະ ກໍໃຫ້ຄວາມຮູ້ສຶກຂົນລຸກໄປໃນເວລາດຽວກັນ.
ໃນຊີຊັນນີ້ແມ່ນໄດ້ມີຄວາມ Dark ຂຶ້ນ, ເຂັ້ມຂຸ້ນຂຶ້ນ, ມ່ວນຂຶ້ນ ແລະ Wednesday ກັບ Enid ຍັງຄົງຄວາມປະຫຼາດລະມຸນຄືກາເຟດຳປະສົມນົມສີບົວທີ່ເຮັດໃຫ້ຮູ້ສຶກແປກແຕ່ເຂົ້າກັນດີສຸດໆ, ລວມທັງ Thing ມືຍ່າງໄດ້ຄູ່ໃຈກໍກາຍເປັນໂຕເດັ່ນໃນທຸກສາກ.
ເບິ່ງ ແລະ ຕິດຕາມເລື່ອງລາວມ່ວນໆແບບນີ້ໄດ້ທາງ Netfilx ເລີຍເດີ, ທັງຊີຊັນ 1 ແລະ ຊີຊັນ 2.