Muan ພາທຸກຄົນເດີນທາງກັບປະສົບການຄັ້ງໃໝ່ໃນນ່ານຟ້າລາວກັບເຮືອບິນ COMAC C909 ລຳທຳອິດຂອງ ສາຍການບິນລາວ!
ໃນປີ 2025 ນີ້, ທຸກຄົນກຳລັງຈະໄດ້ສຳຜັດກັບການເດີນທາງຄັ້ງໃໝ່ກັບ COMAC C909, ເຮືອບິນສັນຊາດຈີນລຳທຳອິດທີ່ Lao Airlines ນຳມາໃຫ້ບໍລິການ.
ພວກເຮົາໄດ້ມີໂອກາດພິເສດໄປສຳຜັດ–ຢ້ຽມຊົມເຮືອບິນລຳນີ້ດ້ວຍຕົນເອງ. ມາລອງເບິ່ງກັນວ່າ C909 ມີຫຍັງແດ່ທີ່ໜ້າສົນໃຈ?


COMAC C909 ບໍ່ແມ່ນພຽງແຕ່ເຮືອບິນໂດຍສານທຳມະດາ ເພາະມັນເປັນເຮືອບິນລຳທຳອິດທີ່ຈີນພັດທະນາດ້ວຍຕົນເອງທັງໝົດ, ຕັ້ງແຕ່ແບບຈຳລອງຈົນເຖິງການຜະລິດ. ດ້ວຍບ່ອນນັ່ງປະມານ 78–97 ບ່ອນ, ເຮືອບິນລຳນີ້ຖືກອອກແບບມາເພື່ອຮອງຮັບຖ້ຽວບິນພາຍໃນປະເທດ ແລະ ສະໜາມບິນທີ່ມີຂໍ້ຈຳກັດທາງດ້ານພື້ນທີ່.
ທາງ Lao Airlines ໄດ້ຮັບມອບເຮືອບິນລຳທຳອິດໃນ ເດືອນມີນາ 2025 ແລະ ເລີ່ມໃຫ້ບໍລິການໃນ ເດືອນເມສາ 2025.
ພວກເຮົາໄດ້ສົນທະນາກັບຜູ້ຊ່ຽວຊານຈາກ COMAC ທີ່ເລົ່າສູ່ເຮົາຟັງວ່າ C909 ມາພ້ອມກັບ ເຕັກໂນໂລຊີທີ່ທັນສະໄໝ ແລະ ລະບົບການບິນທີ່ໄດ້ມາດຕະຖານສາກົນ, ເຮັດໃຫ້ຄວາມປອດໄພເປັນສິ່ງທີ່ຜູ້ໂດຍສານສາມາດໝັ້ນໃຈໄດ້ຢ່າງແນ່ນອນ.

ພາຍໃນເຮືອບິນຖືກອອກແບບມາໃຫ້ມີຄວາມກວ້າງຂວາງ ແລະ ສະດວກສະບາຍ, ເຖິງວ່າຈະເປັນເຮືອຂະໜາດກາງກໍຕາມ. ບ່ອນນັ່ງມີພື້ນທີ່ພຽງພໍສຳລັບການເດີນທາງສັ້ນໆພາຍໃນປະເທດ, ແລະ ລະບົບພາຍໃນໃຫ້ຄວາມຮູ້ສຶກທີ່ທັນສະໄໝແບບບໍ່ຫຼູຫຼາຈົນເກີນໄປ.





ຈາກຂໍ້ມູນທີ່ຜ່ານມາ, ກ່ອນທີ່ C909 ຈະບິນຂຶ້ນສູ່ທ້ອງຟ້າ, ທາງສາຍການບິນໄດ້ສົ່ງພະນັກງານໄປຝຶກອົບຮົມຢ່າງເຕັມຮູບແບບກ່ຽວກັບເຮືອບິນລຳດັ່ງກ່າວ.
ຖ້ຽວບິນທີ່ໃຫ້ບໍລິການດ້ວຍ C909
ໃນປັດຈຸບັນ, ການບິນລາວ ໄດ້ນຳໃຊ້ C909 ໃນສອງເສັ້ນທາງພາຍໃນປະເທດລາວ ເຊິ່ງນຳມາໃຊ້ແທນທີ່ເຮືອບິນ ATR72 ທີ່ໃຊ້ໃນເມື່ອກ່ອນ.
- ນະຄອນຫຼວງວຽງຈັນ – ປາກເຊ: 17 ຖ້ຽວຕໍ່ອາທິດ (ຈາກທັງໝົດ 21 ຖ້ຽວ) ໃຊ້ C909.
- ນະຄອນຫຼວງວຽງຈັນ – ສະຫວັນນະເຂດ: 9 ຖ້ຽວຕໍ່ອາທິດ (ຈາກທັງໝົດ 12 ຖ້ຽວ) ໃຊ້ C909.
ການບິນທັງສອງເສັ້ນທາງນີ້ໃຊ້ເວລາປະມານ 1 ຊົ່ວໂມງ.
ເພື່ອສຳຜັດປະສົບການການບິນກັບເຮືອບິນລຳໃໝ່ນີ້ ສາມາດຈອງຖ້ຽວຂອງທ່ານໄດ້ທີ່ ເວັບໄຊຂອງ Lao Airlines. ຢ່າລືມກວດເບິ່ງຕາຕະລາງຖ້ຽວບິນເດີ ເພື່ອຮັບປະກັນວ່າຈະໄດ້ບິນກັບ C909.
ໃຜທີ່ໄດ້ລອງບິນກັບ C909 ແລ້ວ ລອງມາບອກພວກເຮົາແດ່ວ່າເປັນແນວໃດ.