Highlights
- ການເຕີບໂຕ ແລະ ສະເໜ່ທີ່ຫຼາຍກວ່າເກົ່າໍໃນເພງ CRUSH ME ທີ່ສະແດງໃຫ້ເຫັນເຖິງພັດທະນາການທີ່ກ້າວໂດດຂອງໜຸ່ມໆ CLOZER ໂດຍສະເພາະຄວາມໝັ້ນໃຈ, ສະເໜ່ຄວາມເປັນຜູ້ໃຫຍ່ທີ່ມີຄວາມເຊັກຊີ່ ແລະ ດຶງດູດໃຈແບບຈັດເຕັມ.
- ຄວາມໂດດເດັ່ນດ້ວຍການປະສົມປະສານເນື້ອເພງພາສາລາວ ແລະ ອັງກິດໄດ້ຢ່າງກົມກ່ອມ ມາພ້ອມກັບ Beat ທີ່ຕິດຫູ ແລະ ງານ Production ທັງມຸມກ້ອງ ແລະ ການຕັດຕໍ່ທີ່ທັນສະໄໝສຸດໆ.
- ເປັນເພງທີ່ສ້າງບັນຍາກາດໃຫ້ຮູ້ສຶກເໝືອນຢູ່ໃນງານປາຕີ້ທີ່ມີພະລັງ ແລະ ແຮງດຶງດູດສູງ ຈົນກາຍເປັນອີກໜຶ່ງເພງທີ່ຕ້ອງມີຕິດໄວ້ໃນ Playlist ຂອງທຸກຄົນ.
ອາກາດທີ່ວ່າຮ້ອນກໍສູ້ຄວາມ Hot ຂອງເພງໃໝ່ Clozer ບໍ່ໄດ້! ເອີຍອອກມາແບບນີ້ທຸກຄົນໜ້າຈະຮູ້ແລ້ວວ່າ ມ່ວນຊວນຟັງ ລັກໄປຟັງມາແລ້ວ ແລະ ຕ້ອງຂໍບອກວ່າເພງ CRUSH ME ນັ້ນເຮັດໃຫ້ເຫັນພາບຊັດເຈນວ່າໜຸ່ມໆ Clozer ມີພັດທະນາການຫຼາຍຂຶ້ນກວ່າເກົ່າຫຼາຍເທົ່າໃດ.
ໃນເພງນີ້ໜຸ່ມໆ Clozer ໄດ້ສະແດງສະເໜ່ຄວາມໝັ້ນໃຈອອກມາແບບຈັດເຕັມສຸດໆ ບໍ່ວ່າຈະເຈິສະຖານະໃດກໍເອົາຢູ່ ປະກອບກັບກິ່ນອາຍຂອງເພງທີ່ເລົ່າເຖິງສະເໜ່ຄວາມເປັນຜູ້ໃຫຍ່ ແລະ ຄວາມເຊັກຊີທີ່ມີ ມັນເຮັດໃຫ້ອາລົມເພງມີຄວາມໂດດເດັ່ນ ແລະ ເຕັມໄປດ້ວຍສະເໜ່ຊວນດຶງດູດ.
ຖ້າຫາກພວກເຮົາແນມເລິກລົງໄປໃນອົງປະກອບທີ່ມີໃນວິດີໂອເພງ ກໍຍັງມິສິ່ງທີ່ເຮັດໃຫ້ຜົນງານນີ້ໜ້າສົນໃຈຫຼາຍຢ່າງເລີຍ.
ບໍ່ວ່າຈະເປັນສຽງຈັງຫວະດົນຕີ (Beat) ທີ່ຕິດຫູ, ເນື້ອເພງພາສາລາວ ແລະ ພາສາອັງກິດກໍເຂົ້າກັນດີແບບກົມກ່ອມ ທີ່ລວມເຖິງຄຸນນະພາບການຜະລິດ (Production Quality) ຂອງການຫຼິ້ນມຸມກ້ອງ, Transition ແລະ ການຕັດຕໍ່ທີ່ທັນສະໄໝ.
CRUSH ME ເປັນເພງທີ່ຟັງແລ້ວໃຫ້ຄວາມຮູ້ສຶກຄືກັບກຳລັງນັ່ງຢູ່ໃນງານປາຕີ້ທີ່ຊວນໃຫ້ໃຈເຕັ້ນ ແລະ ມີແຮງດຶງດູດບາງຢ່າງທີ່ບໍ່ສາມາດປະຕິເສດໄດ້.
ທຸກຄົນຕ້ອງລອງຟັງ ແລ້ວຢ່າລືມບັນທຶກໄວ້ໃນ Playlist ກັນແດ່ເດີ.