ຊ້ອມຄໍໄວ້ເລີຍ! ລວມລາຍຊື່ເພງໃນຄອນເສີດ Cells ຄົບຮອບ 25 ປີ

Key Takeaways:
- ວົງ Cells ປະກາດຈັດຄອນເສີດຄົບຮອບ 25 ປີ ໃນວັນທີ 5 ທັນວາ 2026.
- Setlist ທີ່ປະກາດມີທັງໝົດ 27 ເພງ ທີ່ຄົບເຄື່ອງທຸກອາລົມ ແລະ ທຸກຍຸກສະໄໝຂອງວົງ.
- Setlist ປະກອບມີເພງຮິດທີ່ເປັນສັນຍາລັກຂອງວົງ ເຊັ່ນ: "ຫວານ", "ເລິກໆ", "ຄົນງາມມັກເປື້ອນ" ແລະ "ບໍ່ຮັກດີ".
- ປະກອບມີເພງຊ້າບາດໃຈເຊັ່ນ: "ຢ່າໃຫ້ເປັນພຽງຝັນ", "ເວລາສັ້ນໆ", "ບາດແຜ", "ອາການຂອງຄົນຖືກຖິ້ມ".
- ປະກອບມີເພງຈັງຫວະມັນໆ ເຊັ່ນ: "ຄົນຊວຍ", "ກຳຂີ້ດີກວ່າກຳຕົດ", "ຄົນດີປະຈຳຫ້ອງ", "ຕູ້ສີຕູ້ສາ".
ຫຼັງຈາກເຮັດໃຫ້ແຟນເພງຕື່ນເຕັ້ນກັບການປະກາດຄອນເສີດຄົບຮອບ 25 ປີ ວົງ Cells ທີ່ຈະຈັດຂຶ້ນໃນວັນທີ 5 ທັນວາ 2026 ນີ້, ຫຼ້າ ສັກ Cells ບໍ່ປ່ອຍໃຫ້ລໍຄອຍດົນ ເພາະລາວໄດ້ອອກມາ ໂພສປະກາດ Setlist ທີ່ຈະໃຊ້ໃນງານຄອນເສີດໃຫ້ແຟນໆຕື່ນເຕັ້ນຂຶ້ນອີກລ່ວງໜ້າ.
ສັງເກດເຫັນວ່າ Setlist ນີ້ມີເພງທັງໝົດ 27 ເພງໃນຕຳນານ ທີ່ຄົບເຄື່ອງທຸກອາລົມ ຮວບຮວມທຸກຍຸກສະໄໝຂອງວົງມາໄວ້ໃນເວທີດຽວ.
ບໍ່ວ່າຈະເປັນເພງໄວຈັງຫວະມັນໆທີ່ຊວນໂດດ ຫຼື ເພງຊ້າບາດໃຈທີ່ຟັງຍາມໃດກໍນ້ຳຕາຊຶມ ງານນີ້ມີຄົບ ເຊັ່ນ:
– ກຸ່ມເພງຮິດທີ່ຂາດບໍ່ໄດ້: ເພງທີ່ເປັນສັນຍາລັກຂອງວົງ ເຊັ່ນ: “ຫວານ”, “ເລິກໆ”, “ຄົນງາມມັກເປື້ອນ” ແລະ “ບໍ່ຮັກດີ” ເປັນຕົ້ນ!
– ກຸ່ມເພງຊ້າທີ່ຟັງແລ້ວເຈັບ ບໍ່ວ່າຈະເປັນ “ຢ່າໃຫ້ເປັນພຽງຝັນ”, “ເວລາສັ້ນໆ”, “ບາດແຜ”, “ອາການຂອງຄົນຖືກຖິ້ມ”.
– ກຸ່ມເພງຈັງຫວະມັນໆ ເຊັ່ນ: “ຄົນຊວຍ”, “ກຳຂີ້ດີກວ່າກຳຕົດ”, “ຄົນດີປະຈຳຫ້ອງ”, “ຕູ້ສີຕູ້ສາ” ບອກເລີຍວ່າປີນີ້ແຟນເພງ Rock ໄດ້ອອກແຮງໂດດກັນແບບຈັດເຕັມ.
ລາຍຊື່ເພງທັງໝົດ 27 ເພງ:
1. ຄົນຊວຍ
2. ຂອບໃຈຟ້າ
3. ໂງ່ເພາະຮັກ
4. ໃຜທີ່ຜິດ
5. ຢ່າໃຫ້ເປັນພຽງຝັນ
6. ງ່າຍເຫຼືອເກີນ
7. ຄົນດີປະຈຳຫ້ອງ
8. ເວລາສັ້ນໆ
9. ຫວານ
10. ເລິກໆ
11. ຄົນມືສອງ
12. ກຳຂີ້ດີກວ່າກຳຕົດ
23. ຄົນງາມມັກເປື້ອນ
14. ບໍ່ຮັກດີ
15. ດີຍັງບໍ່ພໍ
16. ຂ້ອຍ
17. ຕູ້ສີຕູ້ສາ
18. ບໍ່ຢາກພົບຄວາມຈິງ
19. ທຸກສິ່ງທີ່ມີ
20. ອາການຂອງຄົນຖືກຖິ້ມ
21. ພຽງມີ
22. ລວງ
23. ບາດແຜ
24. ເຫງົາຮ້າຍກາດ
25. ຮັກສະເໝີ
26. ຊິນຊາ
27. ຄົນສະຫວັນຢາກມີແຟນ
ສັກ Cells ກ່າວເນັ້ນໄວ້ວ່າ ນີ້ຍັງບໍ່ແມ່ນການຈັດລຳດັບເພງແທ້ໆໃນງານ ແລະ ຍັງບໍ່ທັນລວມເພງພິເສດຈາກສິລະປິນຮັບເຊີນທີ່ຈະມາສ້າງຄວາມປະທັບໃຈໃນງານອີກ.
ການທີ່ໄດ້ເຫັນລາຍຊື່ເພງເຫຼົ່ານີ້ມາຢູ່ຮວມກັນໃນ Setlist ດຽວ, ມັນເຮັດໃຫ້ເຫັນພາບເລີຍວ່າຄອນເສີດຄັ້ງນີ້ຈະເປັນງານໂຮມຕົວທີ່ຍິ່ງໃຫຍ່ທີ່ສຸດຂອງວົງ Cells ໃນຮອບ 25 ປີ.
ໃຜທີ່ຍັງບໍ່ໄດ້ກຽມຕົວ ຫຼື ຢາກຮ້ອງເພງໃຫ້ໄດ້ກ່ອນວັນງານ ຟ້າວໄປຊ້ອງເພງເຫຼົ່ານີ້ໄວ້ເລີຍ.
ຕິດຕາມການອັບເດດກ່ຽວກັບຄອນເສີດໄດ້ໂດຍກົງທາງ Sack Cells Intha Ratanavong