ການຕະຫຼາດແບບໃໝ່
AI Mode ຂອງ Google ເຂົ້າມາປ່ຽນແປງວິທີການຄົ້ນຫາໃນລາວ—ນັກການຕະຫຼາດຄວນຮັບມືແນວໃດເພື່ອໃຫ້ຄອນເທັນຂອງຕົນເປັນທີ່ຮູ້ຈັກໃນຍຸກ AI.
ເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກການຕະຫຼາດສະໄໝໃໝ່ ບໍ່ວ່າຈະຜ່ານມາຈັກຍຸກສະໄໝ ໜຶ່ງສິ່ງໃນວົງການການຕະຫຼາດທີ່ຢູ່ເໜືອການເວລາ ແລະ ຖືກພິສູດມາຫຼາຍຕໍ່ຫຼາຍຄັ້ງແລ້ວວ່າ ສາມາດສ້າງຜົນລັບໄດ້ຈິງ ນັ້ນກໍຄື ການເລົ່າເລື່ອງ ຫຼື Storytelling. ດຽວບົດຄວາມ The Marketing Renaissance ນີ້, ມ່ວນ ສະເປຊຽວຕີ້ ຈະພາທຸກຄົນທຳຄວາມຮູ້ຈັກກກັບ ການເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກຂອງການຕະຫຼາດຍຸກດິຈິຕອລ. ໃນຖານະທີ່ຜູ້ຂຽນເຮັດວຽກໃນສາຍ Digital Marketing ມາສິບກວ່າປີ,...
ໃນແຕ່ລະມື້ແຕ່ລະ day ໃນໂຊຊຽວມີເດຍ, ເຮົາເຫັນດຣາມ່າໃໝ່ໆຜຸດຂຶ້ນມາບໍ່ຢຸດ. ສິ່ງທີ່ຕາມມາແມ່ນ ແບຣນ ແລະ ທຸລະກິດຕ່າງໆກໍພະຍາຍາມໂດດລົງໄປ “ເກາະກະແສ” ເພື່ອສ້າງການມີສ່ວນຮ່ວມ (engagement) ກັບຜູ້ຕິດຕາມຂອງໂຕເອງ. ແຕ່ຖ້າບໍ່ລະວັງ ຫຼື ຄິດບໍ່ຖີ່ຖ້ວນ, ສິ່ງທີ່ຫວັງວ່າຈະເປັນຄວາມປະສົບຜົນສຳເລັດ (ປັງປຸລິເຢ) ກໍອາດກາຍເປັນຄວາມລົ້ມເຫຼວທີ່ທຳຮ້າຍພາບລັກຂອງແບຣນໄປເລີຍ (ພັງພິນາດ). ເປັນຫຍັງແບຣນຕ້ອງລະວັງການເກາະກະແສ? ໃນບໍ່ເທົ່າໃດປີມານີ້, ແບຣນຕ່າງໆຫັນມາສ້າງຄອນເທັນໃນໂຊຊຽວມີເດຍເພື່ອດຶງດູດຄວາມສົນໃຈຈາກຜູ້ຕິດຕາມຫຼາຍຂຶ້ນ. ບາງແບຣນກໍນຳສະເໜີສິນຄ້າ...
ມີງານວິໄຈກ່ຽວກັບການຕະຫຼາດພົບວ່າ ບັນຊີທີ່ມີຜູ້ຕິດຕາມຫຼາຍເກີນໄປ ມັກຈະມີອັດຕາການມີສ່ວນຮ່ວມ ຫຼື Engagement Rate ຕ່ຳລົງ. ຖ້າໃຜເຮັດວຽກການຕະຫຼາດຢູ່ໃນລາວມາຕັ້ງແຕ່ແຖວໆ ປີ 2010-2015 ຄົງຈະຍັງຈື່ກັນໄດ້ວ່າ ຈຳນວນຜູ້ຕິດຕາມ (Followers ຫຼືວ່າຄົນມາກົດໄລຄ໌ເພຈ) ທີ່ເປັນໜຶ່ງໃນມາດວັດຜົນລັບຂອງການເຮັດການຕະຫຼາດດິຈິຕອລນັ້ນ ຄັ້ງໜຶ່ງເຄີຍເປັນໂຕເລກທີ່ສຳຄັນທີ່ສຸດ ເພື່ອຊີ້ວັດຄວາມສຳເລັດໃນການສ້າງແບຣນດ໌ ຫຼື ທຸລະກິດ, ແຕ່ຕອນນີ້ ແນວຄິດນີ້ມັນໃຊ້ບໍ່ໄດ້ແລ້ວ. ອັດຕາການມີສ່ວນຮ່ວມທີ່ຕ່ຳລົງ ສວນທາງການໂຕເລກຜູ້ຕິດຕາມ...
ໃນແຕ່ລະມື້ ແຕ່ລະ day, ເຮົາໃຊ້ເວລາສະເລ່ຍເຖິງ 6 ຊົ່ວໂມງ 36 ນາທີໃນໂລກອອນລາຍ, ອີງຕາມຂໍ້ມູນຈາກ Statista ແລະ ບາງເທື່ອເຮົາອາດຈະເປັນສ່ວນໜຶ່ງໃນການເບິ່ງວິດີໂອ Reels ໃນ Instagram ທີ່ຍອດລວມທົ່ວໂລກຢູ່ທີ່ 150,000 ລ້ານວິວຕໍ່ມື້ ແລະ ຫຼາຍຄັ້ງເຮົາກໍໄຖໜ້່າຈໍເບິ່ງວິດີໂອສັ້ນ ຫຼື ຄອນເທັນທີ່ບໍ່ມີປະໂຫຍດແບບ non-stop...