Muan.la – ສາລະບັນເທີງ

Muan.la – ມ່ວນລະ! The largest Laos Entertainment Pop Culture content platform. ເນື້ອຫາ Pop Culture ສາລະບັນເທີງຂອງຄົນລາວ, ຂ່າວບັນເທີງ, ເພງ, ຮູບເງົາ, ໜັງ, ສິລະປະ, ດົນຕີ, ການສະແດງ, ເຕັ້ນ, ນັກດົນຕີ, ນັກຮ້ອງ, ໄອດໍ, ຄົນດັງ, ດາລາ, ນັກສະແດງ, ແວດວົງບັນເທີງລາວ.

618 ບົດຄວາມ

ຕາຕະລາງ School Roadshow ໃນ 6 ໂຮງຮຽນ ຂອງນະຄອນຫຼວງວຽງຈັນ

Oishi Teen Idol ກຳລັງຈະລົງໄປຕາມຫາໄອດໍ້ເຖິງທີ່ ທີ່ໂຮງຮຽນເຫຼົ່ານີ້ ຟ້າວສະໝັກແລ້ວມາສະແດງຄວາມສາມາດກັນໄດ້ເລີຍ! ສາມາດລົງຊື່ສະໝັກກັບອາຈານຝ່າຍກິດຈະກຳທີ່ໂຮງຮຽນຂ້າງລຸ່ມນີ້ ແຕ່ສຳລັບໂຮງຮຽນທີ່ເຮົາບໍ່ໄດ້ລົງໄປ ສາມາດສົ່ງວິດີໂອອໍດິຊັ້ນອອນລາຍມາທີ່ເພຈ Oishi Drink Station ໄດ້ແລ້ວມື້ນີ້!!

“ກັບມາປີນີ້ບໍ່ໄດ້ມາຫຼິ້ນໆ ອ່ອນແອກໍແພ້ໄປ ແຕ່ຖ້າຢາກຊະນະຕ້ອງມາທີມຊານົນ” – ຊານົນ

ຖ້າເວົ້າເລື່ອງການແຂ່ງຂັນໂຄຊຊານົນບໍ່ເຄີຍຍອມແພ້ໃຜ ເຮັດມາແລ້ວທຸກຢ່າງ ແລະ ຕ້ອງດີທີ່ສຸດເທົ່ານັ້ນ ກັບມາອີກຄັ້ງກັບຄວາມພ້ອມທີ່ຈະພາລູກທີມຄວ້າຕຳແໜ່ງ Oishi Teen Idol The Final Season! ໃຜຢາກຮູ້ວ່າການເປັນຜູ້ຊະນະເປັນແນວໃດ ຕ້ອງສະໝັກກັນແລ້ວ 1. Oishi Teen Idol School Roadshow ລົງຕາມຫາ ແລະ ຮັບສະໝັກນ້ອງໆຫລາຍກວ່າ 8...

“ມາແລ້ວບໍ່ໄດ້ຫຼິ້ນເກມຈະມາເຮັດຫຍັງ?” – ເທເລີ້

ເປີດຕົວໂຄຊອີກຄົນທີ່ມີຜົນງານໂດດເດັ່ນທັງພາຍໃນ ແລະ ຕ່າງປະເທດ ກັບໂຄຊເທເລີ້ ທີ່ບໍ່ໄດ້ມີດີແຕ່ໜ້າຕາ ເພາະຄວາມເປ໊ະ ປັງ ແລະ ບໍ່ເຄີຍຍອມແພ້ໃຜຕ້ອງຍົກໃຫ້ຄົນນີ້ ກາລັນຕີດ້ວຍການໂກອິນເຕີໄປຮອດສາກົນມາແລ້ວ ເຖິງຈະເປັນໂຄຊນ້ອງໃໝ່ແຕ່ມີເປົ້າໝາຍຄື ທີ່ໜຶ່ງເທົ່ານັ້ນ! ສະໝັກກັນໄດ້ແລ້ວກັບ Oishi Teen Idol 1. Oishi Teen Idol School Roadshow ລົງຕາມຫາ...

“ຢູ່ທີມແມ່ ແລ້ວແມ່ຈະພານ້ອງໄປເປັນແຊ້ມເອງ” – ຕ໋ອດ ລີນ່າ

ແມ່ກໍຄືແມ່ ຕົວແມ່ຂອງວົງການມາແລ້ວ! ໂຄຊຕ໋ອດ ລີນ້າ Diva ແຫ່ງວົງການບັນເທິງລາວ ພ້ອມກັບປະສົບການຫຼາຍກວ່າ 10 ປີ ທັງເປັນນັກສະແດງ ນັກຮ້ອງ ນາງແບບ ພິທິກອນ ນັກພັດທະນາບຸກຄະລິກະພາບ ແລະ ນັກປັ້ນມືທອງ ພ້ອມແລ້ວທີ່ຈະປັ້ນໄອດໍ້ຄົນໃໝ່! ໃຜທີ່ຢູ່ທີມແມ່ ຕ໋ອດ ຕ້ອງຮີບສະໝັກກັນແລ້ວກັບຊ່ອງທາງສະໝັກ 1. Oishi Teen...

“ຕ່າຍບໍ່ໄດ້ມາຫຼິ້ນໆ ພ້ອມພາລູກທີມເປັນແຊ້ມຢ່າງດຽວ” – ຕ່າຍ ອາກາດ

ເປີດຕົວໂຄຊຜູ້ທຳອິດທີ່ຈະມາປັ້ນນ້ອງໆນ້ອງໃຫ້ເປັນຜູ້ຊະນະ ກັບ “ໂຄຊຕ່າຍ ອາກາດ” ນັກຮ້ອງຂວັນໃຈໄວລຸ້ນ ກາລັນຕີດ້ວຍຍອດວິວສຸດປັງ ກັບການກັບມາອີກຄັ້ງໃນປີນີ້ເພື່ອເອົາຊະນະ ແລະພ້ອມທີ່ຈະປັ້ນລູກທີມໃຫ້ເປັນຜູ້ຊະນະໃນ Season 2 ມາແລ້ວ! ໃຜຢາກຢູ່ທີມໂຄຊຕ່າຍສະໝັກກັນມາໄດ້ເລີຍ ເຊິ່ງສາມາດສະຫມັກໄດ້ແລ້ວ 2 ຊ່ອງທາງ: 1. Oishi Teen Idol School Roadshow ລົງຕາມຫາ ແລະ...

ໄອດໍໜ້າໃໝ່ພ້ອມ ຫຼື ຍັງ? Oishi Teen Idol: The Final Season ເປີດແລ້ວ

OISHI TEEN IDOL THE FINAL SEASON ນີ້ຄືລາຍການຕາມຫາໄວຫນຸ່ມລາວສຸດຍິ່ງໃຫຍ່ເພື່ອ Debut ເປັນສິລະປິນທີ່ມີຄຸນນະພາບ ແລະ ຊີງເງິນລາງວັນລວມຫຼາຍກວ່າ 200,000,000ກີບ! ປີນີ້ມີໂຄຊທັງ 4 ທ່ານຄື ຕ່າຍ ອາກາດ, ຕ໋ອດ ລີນ້າ, ເທເລີ້ ສີສົມບັດ ແລະ ຊານົນ...

ຄວາມຮັກເຮັດໃຫ້ຄືຕາຍທັງເປັນ ຟັງເພງໃໝ່ຈາກ ນັດດາວ ເໝືອນຈະຜ່ານ ft ນິກ metallic

ການກັບມາຄັ້ງນີ້ຂອງນັດດາວໃນຄັ້ງນີ້ບໍ່ທຳມະດາອີກແລ້ວ ເອັມວີເພງມີຄວາມຊັບຊ້ອນໃນມຸມມອງການເລົ່າເລື່ອງແຕ່ກໍບໍ່ຍາກເກີນໄປທີ່ຈະຕີຄວາມໝາຍ ແລະ ເພງນີ້ຍັງໄດ້ ນິກ metallic ເຈົ້າຂອງເພງດັງໃນອະດີດຢ່າງເພງ ການເວລາ (2014) ແລະ ພຽງເຈົ້າ (2015) ມາຮ່ວມຖ່າຍທອດຄວາມຮູ້ສຶກຄວາມເຈັບປວດໃນຄວາມຮັກໃນເພງ “ເໝືອນຈະຜ່ານ”. “ຜ່ານມາແລ້ວທຸກເລື່ອງທຸກລາວຈະຮ້ອນຈະໜາວຂ້ອຍກໍ່ຜ່ານມາ ເຖິງແມ້ຈະແລກມາດ້ວຍນ້ຳຕາກໍຜ່ານມາແລ້ວ ຜ່ານມາແລ້ວທຸກຊ່ວງອາລົມທັງຂືນທັງຂົມ ຂ້ອຍຈົມກັບມັນຈົນເຖີງວັນນີ້ຂ້ອຍຍັງຈົດຈຳ ແລະ ຝັງໃນໃຈ” ເນື້ອຮ້ອງຈາກເພງ ເພງ “ເໝືອນຈະຜ່ານ”...

“ຖິ້ມອ້າຍສາ” ເຖິງຈະເຈັບສ່ຳໃດກໍດີໃຈທີ່ເຈົ້າໄດ້ໄປພົບຄົນທີ່ດີກວ່າ ເພງແສນເສົ້າຂອງ ມິກໂນ ຈາກຄ້າຍເພງ LINTONG ENTERTAINMENT

ເປີດຕົວສິລະປິນໜ້າໃໝ່ ມິກໂນ ຈາກຄ້າຍເພງສະໄຕລ໌ລູກທົ່ງບ້ານນາ LINTONG ENTERTAINMENT ໄດ້ປ່ອຍເພງທຳອິດຂອງລາວດ້ວຍເພງ “ຖິ້ມອ້າຍສາ” ທີ່ໄດ້ມາບອກເລົ່າເຖິງຄວາມເຈັບຊ້ຳສຸດໃຈຈາກຄວາມຮັກທີ່ຕ້ອງຍອມໃຫ້ຜູ້ຍິງທີ່ຮັກໄປພົບຄົນໃໝ່ທີ່ດີກວ່າ. ເຖິງວ່າຮັກນີ້ຈະຜູກພັນ ແລະ ຮັກເທົ່າໃດມັນກໍຍັງມີອຸປະສັກເຂົ້າມາຂວາງພວກເຂົາທັງສອງ, ເພາະດ້ວຍຖານະທີ່ແຕກຕ່າງ ແລະ ບໍ່ສາມາດດູແລຜູ້ຍິງໃຫ້ດີຂຶ້ນໄດ້. “ບໍ່ແມ່ນອ້າຍບໍ່ຮັກ ທີ່ອ້າຍປ່ອຍເຈົ້າໄປ ຄັນຊິດຶງຊິລັ້ງເອົາໄວ້ ກະຄົງບໍ່ມີຫຍັງດີ ປ່ອຍເຈົ້າໄປດີກວ່າ ໃຫ້ເຈົ້າໄປພໍ້ຄວາມສຸກໃໝ່ ໃຫ້ເຈົ້າໄປພໍ້ຄົນມີເງິນຫຼາຍ ຂີ້ທຸກຄືອ້າຍຕ້ອງຍອມຫຼີກທາງ” ໃນເນຶ້ອເພງໄດ້ເລົ່າວ່າຍ້ອນຮັກຜູ້ຊາຍຈຶ່ງຕ້ອງຍອມເຈັບປວດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.