Muan.la – ມ່ວນລະ! The largest Laos Entertainment Pop Culture content platform. ເນື້ອຫາ Pop Culture ສາລະບັນເທີງຂອງຄົນລາວ, ຂ່າວບັນເທີງ, ເພງ, ຮູບເງົາ, ໜັງ, ສິລະປະ, ດົນຕີ, ການສະແດງ, ເຕັ້ນ, ນັກດົນຕີ, ນັກຮ້ອງ, ໄອດໍ, ຄົນດັງ, ດາລາ, ນັກສະແດງ, ແວດວົງບັນເທີງລາວ.
ເປີດເງື່ອນໄຂ Grammy Awards ທີ່ພາເພງ Wildflower ຂອງ Billie Eilish ຄວ້າລາງວັນໃນປີ 2026. ເຈາະເລິກເຫດຜົນເລື່ອງຂອບເວລາທີ່ຫຼາຍຄົນອາດຍັງບໍ່ຮູ້.
Golden ຈາກ KPop Demon Hunters ຄວ້າລາງວັນ Grammy Awards 2026 ກາຍເປັນເພງ K-Pop ທຳອິດທີ່ຊະນະລາງວັນນີ້.
I let the God ການລວມໂຕສຸດເດືອດຂອງ FAZ $F, GENIUS Flow ແລະ Zamio P ທີ່ມາພ້ອມດົນຕີແນວ PHONK METAL ແບບຈັດເຕັມ. ເປັນເພງທີ່ຊ່ວຍປຸກພະລັງເພື່ອບອກໃຫ້ໂລກຮູ້ວ່າຈະກ້າວໄປຂ້າງໜ້າ ແລະ ບໍ່ມີວັນຍອມຈຳນົນ.
ຂ້າມຝັ່ງສ້າງຜົນງານໃໝ່ໃນບົດບາດຄຸນໜູ ນ້ຳຕານ ໃນຊີຣີສ໌ເລື່ອງ "ສາຍລັບລົດແຫ່" ແລະ ເລື່ອງນີ້ກໍເປັນທີ່ໜ້າຈັບຕາເບິ່ງຫຼາຍ ເພາະມີການນຳເອົາວັດທະນະທຳ "ລົດແຫ່" ທີ່ເປັນເອກະລັກຂອງທ້ອງຖິ່ນມາປະສົມປະສານກັບແນວສືບສວນ.
"ແລ້ວເຈົ້າຈະບອກມາຫຍັງ ວ່າເຈົ້ານັ້ນກໍຮູ້ສຶກ..." ບົດເພງຂອງຄົນທີ່ຖືກຖິ້ມໄວ້ກັບຄຳຖາມ ຕອກຢ້ຳຄວາມເຈັບປວດຂອງຄົນທີ່ຖືກໃຫ້ຄວາມຫວັງ.
ພຽງຍ່າງຂ້າມຂົວຕອນທ່ຽງຄືນກໍຕ້ອງພົບກັບສິ່ງລີ້ລັບທີ່ຄາດບໍ່ເຖິງ ແລະ ມີຄົນຫາຍໂຕໄປໃນເຫດການນີ້. ຊວນທຸກຄົນຕາມຫາຄວາມຈິງໃນໜັງ The Bridge Curse (2020).
ມັນເປັນຄວາມຄຸ້ນເຄີຍ ແລະ ເປັນສິ່ງທີ່ເຮັດໃຫ້ຈື່ໄດ້ດີ ໃນທຸກສະຖານທີ່ທີ່ໄດ້ໄປກັບເຈົ້າ ພາບທີ່ເຫັນແມ່ນມີເຈົ້າຢູ່ທຸກບ່ອນ. ນີ້ແມ່ນຂໍ້ຄວາມຂອງຄວາມຮູ້ສຶກຄິດຮອດເຖິງຄົນທີ່ໄດ້ເລີກກັນໄປແລ້ວແມ່ນບໍ? ພໍ ມ່ວນ ໄດ້ຟັງຍິ່ງຮູ້ສຶກຄິດຮອດເລື່ອງທີ່ມັນເກີດຂຶ້ນໃນເພງນີ້ “ຢູ່ພຸ້ນ (over there)” ຮ້ອງໂດຍ “uknowhatimean” ແລະ ເພງນີ້ຍັງເປັນອີກໜຶ່ງເພງທີ່ຢູ່ໃນອະລາບ້ຳ “Tredmil” ຂອງລາວ. uknowhatimean ແມ່ນສິລະປິນທີ່ມີເອກະລັກດ້ານການຖ່າຍທອດຄວາມຮູ້ສຶກມຸມມອງຄວາມຮັກ ແລະ ຄວາມຄິດຮອດ ມັກຈະແວະວຽນມາໃຫ້ເຮົາໄດ້ຍິ້ມ...
ໃຜວ່າຮິບຮັອບກັບໝໍລຳໄປນຳກັນບໍ່ໄດ້? ມາຟັງເພງນີ້ກ່ອນ! "ໝໍລຳໃຫຍ່" ຈາກ MAO MUN ບອກເລີຍວ່າໂຄດສຸດ! ຈັງຫວະແໜ້ນໆບວກກັບຄວາມເປັນໝໍລຳແບບລາວໆຄືກົມກ່ອມສຸດໆ. ຕອນນີ້ປ່ອຍແລ້ວເດີທັງເວີຊັນ Official ແລະ Live ຈາກງານ Muan Awards 2025. ໃຜຍັງບໍ່ຟັງຖືວ່າພາດ, ຟັງແລ້ວລະວັງຈະໂຢກຕາມບໍ່ຢຸດ.
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?