|
Getting your Trinity Audio player ready...
|
ຂອບໃຈນ້ອງຫຼາຍທີ່ຖິ້ມອ້າຍໃຫ້ຢູ່ກັບນ້ຳຕາ…
ເຖິງຮັກຫຼາຍສ່ຳໃດ ກໍບໍ່ອາດຈະກັບໄປແລ້ວ ຟັງເພງ “ລືມບໍ່ໄຫວ” ເພງໃໝ່ສຸດຊ້ຳ ຈາກ ຢຸດ ສາລະວັນ ທີ່ຈະມາບອກເລົ່າກ່ຽວກັບຄວາມຮັກທີ່ຖືກຖິ້ມໃຫ້ຕ້ອງເສຍໃຈເປັນເວລາດົນ ໄລຍະທາງຫ່າງກັນເລີຍເຮັດໃຫ້ເຂົາໄປມີຄົນໃໝ່ ແຕ່ຢູ່ໆກໍກັບຄືນມາຈະໃຫ້ກັບໄປຄືນດີກັນມັນຄົງບໍ່ໄຫວ ເພາະບໍ່ຢາກກັບໄປເຈັບຊ້ຳແບບນັ້ນອີກແລ້ວ.
ເພງນີ້ການໃຊ້ສຽງຮ້ອງຂອງ ຢຸດ ສາລະວັນ ມີເອກະລັກກິ່ນອາຍຂອງສະໄຕລ໌ບ້ານນາໄດ້ຢ່າງຊັດເຈນ ແລະ ເຂົ້າກັນໄດ້ດີກັບສຽງດົນຕີລາວທີ່ອ່ອນຊ້ອຍປະສົມປະສານກັບສຽງກີຕ້າສະໄໝໃໝ່ທີ່ມີຄວາມເທ່.
ຄວາມສຳພັນທີ່ເກີດຂຶ້ນໃນເອັມວີເຮັດໃຫ້ເຫັນເຖິງເລື່ອງລາວຄວາມຮັກທີ່ຈຳເປັນຕ້ອງອາໄສຄວາມໝັ້ນຄົງ ແລະ ຊື່ສັດຫຼາຍ, ເຖິງຈະຮັກກັນມາຫຼາຍປີ ແຕ່ໄລຍະທາງ ແລະ ຄວາມໃກ້ຊິດອາດເຮັດໃຫ້ຄົນປ່ຽນໄປໄດ້, ຄົນທີ່ຍັງຖ້າກໍໄດ້ແຕ່ຄິດຮອດ ແລະ ລືມບໍ່ໄດ້ ເພາະບັນຫາທີ່ຄາໃຈທີ່ຢູ່ຫຼ້າໆເຂົາກໍຫາຍໄປ ຄົນຖ້າມັນກໍເຈັບເກີນທົນ.