ໜ້າຫຼັກ The Crown Exclusive ບຸບູ່ – ຄອງວົງ ສີມະຫາໂນ ກັບກ້າວທຳອິດໃນເສັ້ນທາງນາຍແບບໃນ FACE of LAOS
The Crown Exclusive

ບຸບູ່ – ຄອງວົງ ສີມະຫາໂນ ກັບກ້າວທຳອິດໃນເສັ້ນທາງນາຍແບບໃນ FACE of LAOS

ແບ່ງປັນ

FOL08 ບຸບູ່ – ຄອງວົງ ສີມະຫາໂນ ຜູ້ເຂົ້າປະກວດອາຍຸ 19 ປີ ຜູ້ມີອາຊີບເປັນ Bartender. ບຸບູ່ມີຄວາມສາມາດໃນການຫຼິ້ນກີ່ຕ້າ ແລະ ລາວມັກການອອກກໍາລັງກາຍປະເພດ Calisthenic ອີກດ້ວຍເຊິ່ງໜ້ອຍຄົນທີ່ຈະອອກກໍາລັງກາຍດ້ວຍວິທີນີ້.

ບຸບູ່ບໍ່ເຄີຍມີປະສົບການໃນການປະກວດເວທີໃດໆມາກ່ອນ ແລະ ກໍເປັນນ້ອງໃໝ່ໃນວົງການບັນເທີງອີກດ້ວຍ. ລາວເລືອກທີ່ຈະມາເປີດໂອກາດໃນການເປັນນາຍແບບຂອງຕົວເອງຜ່ານເວທີ FACE of LAOS 2024 ເຊິ່ງສໍາລັບລາວແລ້ວມັນເປັນໂອກາດທີ່ດີຫຼາຍ.

ຈຸດເດັ່ນຂອງບຸບູ່ແມ່ນລາວມີສໄຕລ໌ການແຕ່ງໂຕທີ່ເທ້ ແລະ ແຕກຕ່າງ, ມີຄວາມຫມັ້ນໃຈໃນໂຕເອງ ເພາະ ຂັ້ນທໍາອິດຂອງການເປັນ model ແມ່ນກໍຕ້ອງມີຄວາມຫມັ້ນໃຈໃນໂຕເອງກ່ອນ. ຈຸດພິເສດທີ່ຈະກິນໃຈກຳມະການ ກໍຈະແມ່ນ ຫຸ່ນ, ໂຄງຫນ້າ, ລວງສູງ ແລະ ສໄຕລ໌ຊົງຜົມທີ່ແປກໃຫມ່ .

ຄຳວ່າ model ໃນຄວາມຄິດຂອງບຸບູ່ແມ່ນເປັນແບບ ຫລື ເປັນຕົວຢ່າງຄື ເປັນອາຊີບຫລື ສິລະປະຢ່າງຫນຶ່ງທີ່ໂຊຜົນງານ ຫລື ບຸກຄະລິກຂອງ ນາຍແບບ/ນາງແບບນັ້ນ ໂດຍໃຊ້ຫນ້າຕາ ແລະ ຮູບຮ່າງ ຜ່ານການ ເດີນແບບ ຫລື ໂຄສະນາ ສິນຄ້າ ຫລື ແບຣນຕ່າງໆ ເພື່ອໃຫ້ສິນຄ້າ ນັ້ນເດັ່ນ ແລະ ມີຈຸດຂາຍ.

ສໍາລັບບຸບູ່ແລ້ວ model ແມ່ນມີຄວາມຈຳເປັນໃນແວດວົງການຕະຫຼາດໃນການໂປໂຫມດສິນຄ້າຕ່າງໆໂດຍສິນຄ້າສ່ວນໃຫຍ່ຕ້ອງໄດ້ມີ ນາຍແບບ, ນາງແບບ ສວມສິນຄ້າ ຫລື ຜະລິດຕະພັນນັ້ນ ແຕ່ສິນຄ້າຕ້ອງເດັ່ນກວ່າ model.

ນາຍແບບທີ່ເປັນໄອດໍຂອງບຸບູ່ແມ່ນ Jordan Barrett ທີ່ຍົກໃຫ້ເປັນໄອດໍທີ່ບຸບູ່ມັກກໍເພາະວ່າລາວມີໂຄງໜ້າທີ່ຄົມ, ມີມິຕິ, ມີສໄຕລ໌ທີ່ເທ້ ແລະ ການເດີນແບບຂອງລາວມີສະເໜ່ດຶງດູດຄົນເບິ່ງສຸດໆ.

ອ່ານຕື່ມ:  ຮູ້ຈັກ ນິກກີ້ - ຂັນພະສິດ ຄ້າຍພົມ ນາງສາວລາວ 2024 ຈາກນະຄອນຫຼວງວຽງຈັນ

ສາມາດຕິດຕາມການເຄື່ອນໄຫວໄດ້ທີ່:

FB: Bu Kv Simahano

IG: Crispypork

Page: FACE of LAOS

ໂດຍ: ທີມບັນນາທິການ Muan – The Crown Exclusive

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
The Crown Exclusive

ພາໄປຮູ້ຈັກກັບ ສຸກິ – ສຸກິພົນ ວົງສັກ ຕົວແທນຈາກລາວໃນເວທີ Mister International 2025

ສຸກິພົນ ວົງສັກ ຕົວແທນລາວໃນ Mister International 2025 ຈະເຂົ້າປະກວດໃນປະເທດໄທ ພ້ອມຄວາມມຸ່ງໝັ້ນ ທີ່ຈະສ້າງຄວາມພາກພູມໃຈໃຫ້ກັບປະເທດລາວ.

Crown TalkThe Crown Exclusive

ຄິງຄອງ: ສະເໜ່ໃນແບບຂອງໂຕເອງ ລັດຖະກອນຜູ້ທ້າທາຍຄວາມຝັນໃນເສັ້ນທາງນາຍແບບ

ຄິງຄອງ ລັດຖະກອນຫນຸ່ມຜູ້ມີສະເໜ່ ພ້ອມຄວາມຝັນທີ່ຈະກ້າວສູ່ເສັ້ນທາງນາຍແບບ ດ້ວຍຄວາມເຊື່ອມັ່ນໃນຕົວເອງ ແລະ ພ້ອມທີ່ຈະພັດທະນາໃນວົງການນາຍແບບ.

The Crown Exclusive

ຮູ້ຈັກ ເຄວິນ ຊາມຸນຕີ ໄວ 24 ປີ ຜູ້ຄວ້າຕຳແໜ່ງ Mister Universe Laos 2024

ການປະກວດຮອບຕັດສິນຂອງ Mister Universe Laos ມີສເຕີຢູນີເວີຣສລາວ 2024 ໄດ້ດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ບີບຫົວໃຈ ແລະ ໃນທີ່ສຸດ ຜ່ານການແຂ່ງຂັນຮອບຕ່າງໆໃນຄໍ່າຄືນນີ້...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.