ກະແສກຳລັງມາແຮງເລີຍສຳລັບໜຸ່ມໃຕ້ຄົນນີ້ ລາວໄດ້ນຳເອົາຄວາມໝັ້ນໃຈ, ສະເໜ່ຄວາມອາລົມດີ ແລະ ພ່ວງຄວາມສາມາດທີ່ຫຼາກຫຼາຍພ້ອມທັດສະນະຄະຕິທີ່ດີຈົນເຮັດໃຫ້ຫຼາຍໆຄົນຕ້ອງຂຸມຮັກໃນຄວາມມີເອກະລັກຂອງລາວ. ມ່ວນເລີຍໄດ້ນຳເລື່ອງລາວຂອງ ບັອບບີ້ – ຍຸພະລັດ ເພັດທານີ ມາເລົ່າໃຫ້ທຸກຄົນໄດ້ຮູ້ຈັກລາວຫຼາຍຂຶ້ນ ແລະ ຫວັງວ່າເລື່ອງລາວຂອງລາວຈະເປັນແຮງບັນດານໃຈໃຫ້ກັບຫຼາຍໆຄົນ.
ຍຸພະລັດ ເພັດທານີ (ບັອບບີ້) ປັດຈຸບັນອາຍຸ 32 ປີ, ເປັນ Content Creator ແລະ ຄູສອນພາສາອັງກິດອອນລາຍ.
ລາວມີນິໄສສ່ວນຕົວທີ່ຫຼາຍຄົນຍັງບໍ່ຄ່ອຍຮູ້ ແລະ ທຸກຄົນຄົງຢາກຈະຮູ້ແນ່ນອນວ່າເລິກໆແລ້ວລາວເປັນແນວໃດ ເຊິ່ງມ່ວນກໍໄດ້ຖາມມາໃຫ້ແລ້ວ. ບັອບບີ້ລາວຍິ້ມແລ້ວເວົ້າຂຶ້ນມາວ່າ ‘Omnivert’ ດ້ວຍຄຳນິຍາມສັ້ນໆນີ້ທີ່ເຮັດໃຫ້ມ່ວນສົງໄສ, ລາວຈຶ່ງໄດ້ອະທິບາຍຕໍ່ໃຫ້ຟັງຕື່ມວ່າ “ຂ້ອຍເປັນຄົນທີ່ມັກຄວາມສະຫງົບ ເປັນຄົນທີ່ໃສ່ໃຈສິ່ງເລັກໆນ້ອຍໆທີ່ມີຄວາມສຳຄັນ,” ບັອບບີ້ ກ່າວໄວ້.
ກິດຈະກຳຍາມວ່າງຂອງລາວກໍແມ່ນການພັກຜ່ອນເຊັ່ນ: ການນອນ ເພາະສ່ວນໃຫຍ່ລາວຈະບໍ່ຄ່ອຍວ່າງເລີຍ. ແຕ່ຖ້າເຄັ່ງຄຽດແດ່ກໍຈະມັກຫຼິ້ນເກມ, ອະນາໄມຫ້ອງ, ຈັດຫ້ອງ ແລະ ໄປອອກກຳລັງກາຍ.
ນອກຈາກນີ້, ລາວຍັງມັກການທ່ຽວທຸກແບບບໍ່ວ່າຈະເປັນ ແບບທຳມະຊາດ, ແບບຊົມວິຖີຊີວິດ-ວັດທະນະທຳ, ແບບທັດສະນະສຶກສາຫາຄວາມຮູ້ໃໝ່ໆ, ທ່ຽວແບບມ່ວນໆໃນຕົວເມືອງ ຫຼື ສວນສະໜຸກທີ່ເນັ້ນເກັບພາບ ເພາະລາວເປັນຄົນມັກຖ່າຍຮູບ.
ສ່ວນອາຫານທີ່ລາວມັກກິນກໍມີຫຼາກຫຼາຍເພາະເປັນຄົນມັກກິນ ແຕ່ເມນູທີ່ມັກທີ່ສຸດກໍຈະເປັນປະເພດເສັ້ນ ແລະ ປະເພດຕຳເຊັ່ນ: ເຝີ, ເຂົ້າປຽກໝູກອບ, ສະປາເກັດຕີ້ຄາໂບນາຣ່າ ແລະ ຕຳສຸກ-ຕຳດິບ.
ຄວ້າລາງວັນຄຣີເອເຕີສາຍໃຫ້ຄວາມຮູ້ ໃນ Muan Awards 2024
ໃນປີ 2024 ທີ່ຜ່ານມາ, ບັອບບີ້ ລາວຍັງໄດ້ຮັບລາງວັນ Muan Awards 2024 ສາຂາ Best Educational Content Creator of the Year ລາງວັນນີ້ເຮັດໃຫ້ລາວດີໃຈ ແລະ ຍັງຮູ້ສຶກວ່າເປັນກຽດສຸດໆ, ພ້ອມຕົກໃຈທີ່ມີຊື່ເຂົ້າຊີງ ເພາະສ່ວນຕົວລາວແມ່ນຢູ່ຕ່າງແຂວງ (ເມືອງ ປາກເຊ, ແຂວງ ຈຳປາສັກ) ແລະ ການເຮັດຄອນເທັນສອນພາສາອັງກິດງອມໆແງມໆໃນຊ່ອງ TikTok ຂອງລາວເອງ. ການທີ່ລາວໄດ້ລົມກັບຄົນເບິ່ງໃນຊ່ອງໄປເລື່ອຍໂດຍບໍ່ໄດ້ເຄີຍຄິດເຖິງເລື່ອງລາງວັນຫຍັງເລີຍກໍເຮັດໃຫ້ຕົກໃຈ, ປະຫຼາດໃຈທີ່ຄົນໃນວົງການເບິ່ງເຫັນ ແລະ ເລືອກໃຫ້ລາວໄດ້ຮັບລາງວັນດັ່ງກ່າວ.

ລາງວັນທີ່ໄດ້ຮັບມາພ້ອມກັບກຳລັງໃຈໃຫ້ກັບ Creator
ລາວຄິດວ່າລາງວັນນີ້ມັນຊ່ວຍເປັນກຳລັງໃຈໃຫ້ຄົນທີ່ເປັນ Creator ຄືກັນຫຼາຍ ເພາະລາວເອງກໍເຮັດຄອນເທັນທີ່ກ່ຽວຂ້ອງກັບການສຶກສາມາຕະຫຼອດ ລາວຈຶ່ງຢາກຂອບໃຈສຳລັບລາງວັນ ແລະ ກໍຈະຕັ້ງໃຈເຮັດຄອນເທັນໃຫ້ດີຂຶ້ນເລື້ອຍໆ.
ໃນບາງຄັ້ງການເຮັດຄອນເທັນຄົນດຽວມັນກໍເຮັດໃຫ້ເຫງົາໃດ ແລະ ເມື່ອຍພ້ອມ, ການຄິດຄອນເທັນເອງ, ຖ່າຍເອງ, ຕັດເອງ ແຕ່ກໍຢາກເຮັດຄອນເທັນທີ່ມັນເປັນປະໂຫຍດ ແລະ ຈະຢູ່ຄູ່ສັງຄົມລາວ, ເວລາຄົນລາວຄົ້ນຫາຂໍ້ມູນການຮຽນອັງກິດໃນອິນເຕີເນັດເປັນພາສາລາວ.
ຈາກທີ່ບັອບບີ້ໄດ້ກ່າວໄວ້ຂ້າງເທິງນັ້ນ, ເຮັດໃຫ້ເຫັນວ່າລາວມີແຮງບັນດານໃຈຢາກເຮັດຄອນເທັນຂອງສາຍການຮຽນ-ການສອນໃນອິນເຕີເນັດໃຫ້ມີວິດີໂອຂອງຄົນລາວຢູ່ນຳແພລດຟອມອອນລາຍ ເຖິງຄົນລາວອາດຈະມັກຮຽນກັບຄູຄົນໄທກໍຕາມ ເພາະເນື່ອງຈາກຄົນລາວຟັງພາສາໄທເຂົ້າໃຈ, ແຕ່ມັນກໍຄືໜຶ່ງໃນການສົ່ງເສີມເສດຖະກິດ ເວລາພວກເຮົາໄດ້ແນມກັບມາທີ່ປະເທດລາວພໍຖາມຫາຄູພາສາອັງກິດຄົນລາວກໍຢາກໃຫ້ຄິດເຫັນເຖິງຊ່ອງທາງການຮຽນຮູ້ BobbiEnglish ທາງ TikTok.
ໂຈດທີ່ຍາກໃນການເປັນຄູສອນພາສາອັງກິດ ແລະ ວິທີຈັດການກັບບັນຫາ
ສຳລັບລາວ ສິ່ງທີ່ຍາກແມ່ນ ການທີ່ຢາກໃຫ້ນັກຮຽນທີ່ຮຽນນຳໄດ້ຮັບຄວາມຮູ້ຄືກັນໝົດທຸກຄົນ, ບໍ່ໃຫ້ມີໃຜຕົກຫຼົ່ນແມ່ນແຕ່ຄົນດຽວ ແລະ ຖືວ່າເປັນເລື່ອງທີ່ຍາກແຮງ. ເພາະບໍ່ແມ່ນນັກຮຽນທຸກຄົນທີ່ມາດ້ວຍເປົ້າໝາຍ, ມາແລ້ວຕັ້ງໃຈ ຫຼື ມາແລ້ວມີວິໄນ. ບັອບບີ້ ລາວຢາກໃຫ້ທຸກຄົນໄດ້ບົດຮຽນທັງໝົດ ເພາະລາວເຫັນເຖິງຄວາມຕັ້ງໃຈຂອງ ພໍ່-ແມ່ ຜູ້ປົກຄອງທີ່ສະໜັບສະໜຸນເຂົາເຈົ້າ, ລາວເຫັນພວກເຂົາມາສົ່ງນັກຮຽນທຸກມື້ ແລ້ວກໍເຊື່ອໃນໂຕຂອງລາວ ແລະ ເຊື່ອໃນໂຕລູກໆຂອງພວກເຂົາເຊັ່ນກັນ.
ສະນັ້ນ, ວິທີແກ້ໄຂກໍຄື ຂ້ອຍຈະພະຍາຍາມກຽມການສອນຢ່າງໜັກ ປ່ຽນວິທີການສອນເລື້ອຍໆໃຫ້ເໝາະກັບນັກຮຽນແຕ່ລະຄົນ ເພາະແຕ່ລະຄົນຮັບຮູ້ບໍ່ຄືກັນ. ແຕ່ສຸດທ້າຍແລ້ວ ຂ້ອຍກໍຫວັງວ່າໂຕນັກຮຽນເຂົາເຈົ້າຈະຮັບຮູ້ເຖິງຄວາມຕັ້ງໃຈຂອງ ພໍ່-ແມ່ ແລະ ຕັ້ງໃຈຮຽນ, ຖ້າບໍ່ເພື່ອໂຕເອງກໍເພື່ອ ພໍ່-ແມ່ ແລະ ເພື່ອອາຈານນຳກໍດີ ເພາະຂ້ອຍກໍຕັ້ງໃຈສອນສຸດໆຢາກເຫັນນັກຮຽນໄດ້ດີ.

ເປົ້າໝາຍຊີວິດອີກ 5 ປີ ທີ່ຕ້ອງເຮັດໃຫ້ໄດ້
“ພາຍໃນ 5 ປີ ຢາກເປັນຄູພາສາອັງກິດທີ່ຫຸ່ນດີທີ່ສຸດໃນປະເທດ ຂໍຍັງຢືນຢັນຄຳເກົ່າ ແລະ ຢາກເກັ່ງພາສາອັງກິດຂຶ້ນຫຼາຍກວ່ານີ້ພ້ອມ,” ບັອບບີ້ ກ່າວພ້ອມທັງຍິ້ມ ແລະ ຫົວດ້ວຍຄວາມອາລົມດີ.
ລາວຢາກຊ່ວຍໃຫ້ຄົນທີ່ມີບັນຫາດ້ານພາສາອັງກິດ ແລະ ຄິດວ່າອັງກິດມັນຍາກໃຫ້ທຸກຄົນເຫັນວ່າທີ່ຈິງແລ້ວການຮຽນອັງກິດມັນບໍ່ໄດ້ຍາກ.
“ສິ່ງທີ່ຍາກຄືການຫາເວລາຮຽນ ແລະ ສ້າງວິໄນໃນການຮຽນຫຼາຍກວ່າ ເພາະຍິ່ງພວກເຮົາໃຫຍ່ຂຶ້ນຄວາມຮັບຜິດຊອບຍິ່ງຫຼາຍຂຶ້ນ, ແຕ່ໂລກເຮົາມັນພັດທະນາໄປຂ້າງໜ້າໄວແຮງ. ສະນັ້ນ, ຖ້າພວກເຮົາຢຸດທີ່ຈະພັດທະນາໂຕເອງ ແລ້ວບອກວ່າບໍ່ມີເວລາຮຽນແມ່ນບໍ່ໄດ້ເລີຍເດີ ເພາະທຸກຄົນຕ້ອງສ້າງເວລາເອງ ແລະ ຖ້າລາວມີໂອກາດກໍຢາກມີສ່ວນຮ່ວມໃນການພັດທະນາການສຶກສາລາວໃຫ້ມີຄຸນນະພາບຍິ່ງຂຶ້ນໄປ ແລະ ສົ່ງເສີມພັດທະນາຄູລາວໃຫ້ເກັ່ງຂຶ້ນ ມີຄຸນນະພາບຊີວິດທີ່ດີຂຶ້ນ.”
ແຮງບັນດານໃຈໃນການລົງປະກວດ Mister Universe Laos ແລະ ສະເໜ່ທີ່ມີເອກະລັກ
“ແຮງບັນດານໃຈແມ່ນນັກຮຽນ” ບັອບບີ້ ລາວມັກທີ່ຈະຖາມຄວາມຝັນຂອງນັກຮຽນສະເໝີ ແລະ ໃນຂະນະດຽວກັນ, ລາວກໍໄດ້ບອກຄວາມຝັນຂອງຕົວເອງໃຫ້ນັກຮຽນໄດ້ຮູ້ນຳ.
ລາວຄິດວ່າການທີ່ຈະປະສົບຜົນສຳເລັດໄດ້ ສິ່ງສຳຄັນຄື “ສັດຈະ” ການເຮັດຕາມຄຳສັນຍາຂອງຕົວເອງໃຫ້ໄດ້ ຢ່າພຽງແຕ່ສອນເຂົາໂດຍຫາຄຳເວົ້າສວຍຫຼູ, ມາບອກເຂົາວ່າຕ້ອງເຮັດແບບນັ້ນແບບນີ້ແລ້ວສັງຄົມຈະດີຂຶ້ນ ລາວກໍຕ້ອງເຮັດຕົວໃຫ້ເປັນແບບຢ່າງແກ່ພວກເຂົາ.
ບັອບບີ້ຖືວ່າເປັນຄົນທີ່ມີສະເໜ່ຫຼາຍໃນຕອນເວົ້າ ເພາະຄົນສ່ວນໃຫຍ່ຢ້ານທີ່ຈະເວົ້າໜ້າກ້ອງແຕ່ກັບກັນລາວມັກ ແລະ ຢາກທີ່ຈະເວົ້າໜ້າກ້ອງເລີຍເຮັດໃຫ້ຄົນເບິ່ງໄດ້ເຫັນມຸມມອງຂອງລາວໃນຫຼາຍໆແບບ.
ເປົ້າໝາຍໃນການປະກວດ Mister Universe Laos
ລາວບອກວ່າ ສິ່ງສຳຄັນອັນດັບທຳອິດເລີຍຄືການຮັກສາສັນຍາ ແລະ ການຮັກສາຄຳເວົ້າຂອງຕົວລາວເອງທີ່ເຄີຍມີກັບນັກຮຽນ ແລະ ຕໍ່ມາແມ່ນ ການທົດສອບວ່າຄົນໃນສັງຄົມຈະເຫັນດີກັບຄວາມຄິດຂອງລາວສ່ຳໃດ.
ລາວເຊື່ອວ່າມີຫຼາຍຄົນໜ້າຈະຄິດເຫັນຄ້າຍໆກັນ ແລະ ຖ້າທຸກຄົນຢາກເຫັນການປ່ຽນແປງໃນສັງຄົມ ຢາກເຫັນຄົນລາວເກັ່ງອັງກິດຂຶ້ນ, ຢາກໃຫ້ເດັກນ້ອຍ ແລະ ໄວໜຸ່ມລາວເຕີບໂຕເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ມັນກໍເລີ່ມທີ່ຜູ້ໃຫຍ່ແບບພວກເຮົາທີ່ຕ້ອງສ້າງສະພາບແວດລ້ອມທີ່ເອື້ອຕໍ່ການພັດທະນານັ້ນໃຫ້ພວກເຂົາ ເຊິ່ງລາວເຮັດຄົນດຽວບໍ່ໄດ້.
“ອັນດັບທີ 3 ແມ່ນເຫດຜົນທີ່ສືບເນື່ອງມາຈາກຂໍ້ທີສອງວ່າເວທີນີ້ເປັນການເປີດໂອກາດໃຫ້ລາວໄດ້ມາເວົ້າ ເພື່ອເຮັດໃຫ້ພວກເຮົາຄົນທີ່ມີຄວາມຄິດດຽວກັນໄດ້ຮູ້ຈັກກັນ ແລະ ຫວັງວ່າຈະໄດ້ເຮັດວຽກຮ່ວມກັນເພື່ອຄົນໃນສັງຄົມ ແລະ ເພື່ອປະເທດຂອງພວກເຮົາ,” ບັອບບີ້ກ່າວ.
ບົດຮຽນສຳຄັນທີ່ໄດ້ຮຽນຮູ້ຈາກການເປັນຄູສອນພາສາອັງກິດ
ບັອບບີ້ເລົ່າວ່າ ຈາກການທີ່ລາວໄດ້ສອນໃນເວລາທີ່ຜ່ານມາເຮັດໃຫ້ໄດ້ຮຽນຮູ້ຫຼາຍຢ່າງ ແລະ ຫຼັກໆເລີຍໜ້າຈະເປັນຄວາມສາມາດໃນການປັບຕົວໃຫ້ໄວ.
ນັກຮຽນຂອງລາວມີອາຍຸເລີ່ມຕົ້ນຕັ້ງແຕ່ 12 – 50 ປາຍປີ, ທຸກການຮຽນຮູ້ຕ້ອງມີແຮງຂັບເຄື່ອນເພາະບາງຄົນມັກອັງກິດ, ບາງຄົນບໍ່ມັກ, ບາງຄົນກໍຈຳເປັນຕ້ອງຮຽນ ແລະ ມາຮຽນເພາະຖືກບັງຄັບ. ຫຼາຍຄົນກໍໄດ້ເຮັດວຽກແລ້ວຈຶ່ງມີເວລາບໍ່ຄືກັບຄົນອື່ນ ເຊິ່ງຈາກປະສົບການທີ່ຜ່ານການສອນນັກຮຽນນັ້ນມີຫຼາກຫຼາຍແບບ ແລະ ທຸກຄົນກໍຕ້ອງໄດ້ປັບຕົວຈຶ່ງຈະຮຽນອັງກິດໄດ້ສຳເລັດ. ໃນເທື່ອນີ້, ລາວກໍເອົາສິ່ງທີ່ສອນພວກເຂົານຳມາປັບໃຊ້ໃນເລື່ອງການປະກວດ ເຊິ່ງເປັນເລື່ອງໃໝ່ຂອງລາວຄືກັນ.
ການປ່ຽນແປງສັງຄົມ ແລະ ການສ້າງແຮງບັນດານໃຈໃຫ້ກັບທຸກຄົນ
ລາວຄິດວ່າທຸກຄົນສາມາດປ່ຽນແປງສັງຄົມໄດ້ ແລະ ມັນຕ້ອງເລີ່ມຕົ້ນຈາກຜູ້ນຳທີ່ດີ, ມີວິໄສທັດ, ມີຄວາມສາມາດ ແລະ ທຸກຄົນໃນສັງຄົມຕ້ອງມີຈິດໜຶ່ງໃຈດຽວກັນ ແນມເຫັນບັນຫາຂອງສັງຄົມ, ຢາກແກ້ໄຂ ແລ້ວລົງມືແກ້ບັນຫາຢ່າງຈິງຈັງ ແລະ ຈິງໃຈ ກ່ອນທີ່ມັນຈະສາຍໄປ.
ພວກເຮົາມີພາສາ, ດິນແດນ, ສິ່ງກໍ່ສ້າງ, ວັດທະນະທຳຮີດຄອງປະເພນີທີ່ດີງາມທີ່ຄົນຮຸ່ນກ່ອນໄດ້ສ້າງໄວ້ ແລະ ພວກເຮົາທຸກຄົນຍັງຄົງພະຍາຍາມຮັກສາໄວ້ທຸກປີ ເຊິ່ງໃນຂະນະດຽວກັນຄົນຮຸ່ນຂອງພວກເຮົາຕ້ອງການສ້າງ ແລະ ສົ່ງຕໍ່ສັງຄົມວັດທະນະທຳແບບໃດໃຫ້ກັບຄົນຮຸ່ນຕໍ່ໄປ.
ການຮັບມືກັບແຮງກົດດັນ
ການຮັບມືຂອງລາວກໍຈະມີວິທີຈັດການຫຼາຍຮູບແບບ ຂຶ້ນວ່າຈະຢູ່ໃນສະຖານະການແບບໃດ, ຖ້າລາວເຈິສະຖານະການທີ່ຕ້ອງແກ້ໄຂສະເພາະໜ້າ ສິ່ງທີ່ຈະເຮັດທຳອິດກໍຄືການຫາຍໃຈເຂົ້າ–ອອກເລີກໆ ແລ້ວກໍເຕັ້ນ ເພາະເວລາເຕັ້ນຮ່າງກາຍສະໝອງມັນຈະຜ່ອນຄາຍ. ແຕ່ຖ້າເປັນສະຖານະການທີ່ມີເວລາໃຫ້ລາວໄດ້ຄິດກໍຈະມັກໄປອອກກຳລັງກາຍ ແລ້ວກໍຈະມີໄອເດຍໃໝ່ໆໃນການແກ້ໄຂບັນຫານັ້ນໆ.
ຕ້ອງຂອບໃຈທຸກຄົນທັງໃນຖານະຄູສອນ ແລະ ເປັນໜຶ່ງໃນຜູ້ລົງປະກວດ Mister Universe Laos ຢາກຂອບໃຈທຸກຄົນທຸກສຽງເຊຍເດີ້. ຝາກຕິດຕາມ ແລະ ໃຫ້ກຳລັງໃຈບັອບບີ້ໃນການເດີນທາງຄັ້ງນີ້, ການປ່ຽນແປງທີ່ຍິ່ງໃຫຍ່ເລີ່ມຈາກສິ່ງນ້ອຍໆສະເໝີ ພວກເຮົາມາຮ່ວມກັນໃຊ້ໂອກາດນີ້ປ່ຽນແປງສັງຄົມລາວຂອງເຮົາໃຫ້ດີຂຶ້ນໄປນຳກັນ.
ສຸດທ້າຍ, ສຳລັບໃຜທີ່ຢາກຕິດຕາມຜົນງານຂອງ ບັອບບີ້ ຍຸພະລັດ ເພັດທານີ ທັງຄອນເທັນທີ່ຜ່ານມາ ແລະ ວິດີໂອກ່ຽວກັບການຮຽນອັງກິດ ຫຼື ມີບັນຫາເລື່ອງພາສາອັງກິດທີ່ຮຽນມາດົນແຕ່ກໍບໍ່ໄດ້ ຫຼື ກຳລັງຊິເລີ່ມຮຽນຈິງຈັງແຕ່ບໍ່ຮູ້ຈະເລີ່ມແນວໃດ ສາມາດຕິດຕາມ BobbiEnglish ທັງໃນ Tiktok ແລະ Facebook ແລ້ວການຮຽນອັງກິດຈະເປັນເລື່ອງງ່າຍ ເພາະການຕິດກະດຸມເມັດທຳອິດເປັນສິ່ງສຳຄັນ.