ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single
Muan Watch - ມ່ວນຊວນເບິ່ງ

ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single

ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.

ແບ່ງປັນ

ຖ້າໂສດມາທັງຊີວິດ ແລ້ວຈະພົບຮັກແທ້ຢູ່ໃສ?

ເປັນຄຳຖາມທີ່ຫຼາຍຄົນກໍຢາກຫາຄຳຕອບວ່າ ຍ້ອນຫຍັງ? ເຮົາຈຶ່ງຍັງໂສດກັນຢູ່ຈົນຮອດຕອນນີ້. ມື້ນີ້ ມ່ວນ ເລີຍໄດ້ນຳລາຍການວາໄຣຕີ້ອອກເດດຈາກເກົາຫຼີທີ່ມີຊື່ວ່າ Better Late Than Single ມາແຊຣ໌ໃຫ້ທຸກຄົນໄດ້ເບິ່ງກັນ ແລະ ເຮົາອາດຈະມີບາງມຸມທີ່ຄ້າຍຄືກັນກັບພວກເຂົາກໍໄດ້ເລີຍເຮັດໃຫ້ໂສດ.

Better Late Than Single

ລາຍການ Better Late Than Single ໄດ້ລວບລວມໜຸ່ມຫຼໍ່-ສາວໂສດ 10 ຄົນ ທີ່ບໍ່ເຄີຍມີແຟນມາກ່ອນໃນຊີວິດ ນຳພວກເຂົາມາຢູ່ຮ່ວມກັນເພື່ອທຳຄວາມຮູ້ຈັກ ແລະ ຮຽນຮູ້ເລື່ອງຄວາມຮັກ ໃຫ້ລອງເປີດໃຈເປັນຄັ້ງທຳອິດ. ລາຍການເປີດຕອນດ້ວຍໜຸ່ມສາວໜ້າຕາດີ ແຕ່ຂີ້ອາຍ, ຂາດຄວາມໝັ້ນໃຈ ເຊິ່ງບາງຄົນຍັງໄດ້ຮັບການ Makeover ຈົນເກືອບຈື່ບໍ່ໄດ້ ແລະ ຍິ່ງຢາກຮູ້ອີກວ່າ ພວກເຂົາໂສດມາຈົນຮອດມື້ນີ້ໄດ້ແນວໃດ?

ຄວາມຮູ້ສຶກທຳອິດທີ່ໄດ້ເບິ່ງຮູ້ເລີຍວ່າ ໜຸ່ມໆ ໃນລາຍການນັ້ນບໍ່ມີທັກສະດ້ານການອອກເດດ ຫຼື ເລື່ອງຄວາມຮັກເລີຍ ຈົນຄົນເບິ່ງຢາກຮ້ອງໃສ່ດັງໆບອກໃຫ້ພວກເຂົາຮູ້ຕົວ.

ຕິດຕາມໄດ້ທີ່ Netflix ມີທັງໝົດ 10 ຕອນ.

ຄວາມແຕກຕ່າງທີ່ເຫັນໄດ້ຊັດເຈນລະຫວ່າງ ໜຸ່ມ-ສາວ ແຕ່ລະຄົນໃນລາຍການ, ສາວໆຈະຄວາມສາມາດດ້ານຄວາມສຳພັນແບບປົກກະຕິ ຮູ້ເຂົ້າຫາ, ຈີບເປັນ ແລະ ຮູ້ໃຊ້ສະເໜ່ໃນບາງເທື່ອ, ຍົກເວັ້ນ ໜຸ່ມໆ ທີ່ເບິ່ງຄືຍັງ “ບໍ່ເຂົ້າໃຈ” ໃນຫຼາຍຈັງຫວະ ຈົນເຮັດໃຫ້ສາວໆງົງຕາມ. ສົມກັບຄຳນິຍາມທີ່ຫຼາຍຄົນມັກເວົ້າວ່າ “ໂສດດ້ວຍຄວາມສາມາດແທ້ໆ”.

ເມື່ອພວກເຂົາຢູ່ຮ່ວມກັນກໍກໍ່ເກີດມິດຕະພາບໃໝ່ໆ ແລະ ເຫດການທີ່ເຮັດໃຫ້ເຫັນວ່າເປັນຫຍັງພວກເຂົາຄືຍັງໂສດຢູ່ເຊັ່ນ ໜຸ່ມຫຼໍ່ສາຍແຂງທີ່ຕັ້ງໃຈຫຼິ້ນສະເກັດຢ່າງຈິງຈັງ ຈົນລືມສົນໃຈຄູ່ເດດຂອງຕົນເອງ. ສະເໜ່ຂອງລາຍການນີ້ຢູ່ທີ່ “ຄວາມເຂີນແບບໂຕແຕກ” ເພາະຜູ້ເຂົ້າຮ່ວມທຸກຄົນບໍ່ມີປະສົບການອອກເດດມາກ່ອນ ເຊິ່ງການສົນທະນາ, ທ່າທາງ ຫຼື ການຈ້ອງຕາ ກໍເຕັມໄປດ້ວຍຄວາມໜ້າຮັກບໍ່ມີການປະດິດແຕ່ງ ເຮັດໃຫ້ຄົນເບິ່ງຮູ້ສຶກອົບອຸ່ນໃຈ ແລະ ຍິ້ມຕາມຕະຫຼອດລາຍການ.

ອ່ານຕື່ມ:  ຈາກການ Bully ສູ່ການໃຫ້ອະໄພ A Silent Voice ສອນໃຫ້ເຮົາເຂົ້າໃຈຄົນອື່ນຫຼາຍຂຶ້ນ

ມ່ວນ ຄິດວ່າຫຼັງຈາກພວກເຮົາໄດ້ເບິ່ງລາຍການນີ້ແລ້ວ ອາດຈະໄດ້ຮັບແຮງບັນດານໃຈໃນການເປີດໃຈເປັນຄັ້ງທຳອິດ ແລະ ອາດຮອດເວລາທີ່ຈະໄດ້ສະຫຼະໂສດອີກດ້ວຍ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຄວນເລືອກ “ຮັກແທ້” ຫຼື “ເງິນ”? ເຈາະວິທີຈັດການບັນຫາທາງການເງິນ ເພື່ອໃຫ້ຄວາມສຳພັນໄປຕໍ່ໄດ້

ບົດຄວາມນີ້ເປີດເຜີຍມຸມມອງກ່ຽວກັບຄວາມຮັກ ແລະ ການເງິນ ພ້ອມຄຳແນະນຳທີ່ເປັນປະໂຫຍດສຳລັບຄູ່ຮັກທຸກຄົນ.

ຢາກມີແຟນແຕ່ຄ້ານພິມ… ເປັນຄົນ “ແຊັດແຫ້ງ” ແບບນີ້ ຕ້ອງເຮັດແນວໃດຈຶ່ງຈະມີແຟນ?

ຄ້ານຕອບຂໍ້ຄວາມ ແຕ່ຢາກມີແຟນ? ນີ້ແມ່ນວິທີແກ້ dry texting ດ້ວຍຄວາມໃສ່ໃຈ ແລະການລົມທີ່ສ້າງຄວາມເຊື່ອມໂຍງ ສຳລັບຄົນທີ່ຢາກສ້າງຄວາມສຳພັນກັບຄົນອື່ນ.

Wednesday Season 2: ຄວາມມືດມົນທີ່ກັບມາພ້ອມຄະດີຄາດຕະກຳສຸດເລິກລັບ

ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ....

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.