ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ
Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ. ການເຂົ້າໃຈຮູບແບບເຫຼົ່ານີ້ຊ່ວຍໃຫ້ເຮົາພັດທະນາຄວາມສຳພັນໃຫ້ດີຂຶ້ນ ແລະ ເຂົ້າໃຈຕົນເອງຢ່າງເລິກເຊິ່ງ.

ແບ່ງປັນ

ຄວາມຮັກ ແລະ ຄວາມສຳພັນເປັນສ່ວນໜຶ່ງທີ່ສຳຄັນໃນຊີວິດຂອງພວກເຮົາ ບາງຄົນຮູ້ສຶກສະບາຍໃຈເມື່ອຢູ່ໃກ້ກັນ, ບາງຄົນເລືອກທີ່ຈະຖອຍຫ່າງ, ບາງຄົນມັກສະແດງອອກຢ່າງເປີດເຜີຍ ແລະ ບາງຄົນກໍຮັກແຕ່ຍັງມີຄວາມກັງວົນຢູ່ຕະຫຼອດເວລາ ທຸກໆຮູບແບບຄວາມສຳພັນເຫຼົ່ານີ້ມີຄວາມໝາຍ ແລະ ເຫດຜົນທີ່ເຊື່ອງໄວ້ຢູ່ໃນຕົວຂອງມັນ.

ທິດສະດີຄວາມຜູກພັນ ຫຼື Attachment Theory ແມ່ນສິ່ງທີ່ຈະມາອະທິບາຍເຖິງຄວາມສຳພັນທີ່ເຮົາໄດ້ພົບຊ່ວຍໃຫ້ເຮົາເຂົ້າໃຈຕົວເອງ ແລະ ຄົນທີ່ເຮົາຮັກໄດ້ດີຂຶ້ນ ມັນໄດ້ຖືກແບ່ງອອກເປັນ 4 ຮູບແບບ ໂດຍນັກຈິດຕະວິທະຍາ John Bowlby ແລະ Mary Ainsworth ພວກເຂົາໄດ້ອະທິບາຍວ່າແຕ່ລະຮູບແບບແມ່ນເປັນການສະແດງອອກອາການຜູກພັນຕັ້ງແຕ່ຍັງນ້ອຍ ເຊິ່ງມັນມີຜົນຕໍ່ວິທີທີ່ພວກເຮົາຈະໃຊ້ໃນການສ້າງຄວາມສຳພັນເມື່ອພວກເຮົາເຕີບໃຫຍ່ຂຶ້ນມາ.

ຮູບແບບຄວາມສຳພັນ (4 Attachment Styles)

ທິດສະດີຄວາມສຳພັນພັນມີທັງໝົດ 4 ຮູບແບບຫຼັກຄື: ຄວາມສຳພັນແບບໝັ້ນຄົງ (Secure), ຄວາມສຳພັນແບບວິຕົກກັງວົນ (Anxious), ຄວາມສຳພັນແບບຫຼີກໜີ (Avoidant) ແລະ ຄວາມສຳພັນແບບຢ້ານຄວາມຜູກພັນ (Disorganized).

  • ຄວາມສຳພັນແບບໝັ້ນຄົງ: ແມ່ນໄດ້ຮັບການດູແລເອົາໃຈໃສ່ໃນດ້ານຄວາມຮູ້ສຶກຕັ້ງແຕ່ຍັງນ້ອຍ ເຮັດໃຫ້ເວລາເຕີບໃຫຍ່ຄົນກຸ່ມນີ້ມັກເຄົາລົບ ໃຫ້ພື້ນທີ່ສ່ວນຕົວກັນ ແລະ ກັນ, ມັກຈະສະແດງອອກມາໃນຮູບແບບຄວາມສຳພັນທີ່ເຮັດໃຫ້ຮູ້ສຶກໝັ້ນຄົງ, ອົບອຸ່ນສະບາຍໃຈ ທັງຕອນຢູ່ໃກ້ຊິດກັນ ຫຼື ຢູ່ຫ່າງກັນ.

ວິທີດູແລຄວາມສຳພັນ: ຄວາມສຳພັນໃນຮູບແບບນີ້ແມ່ນດີຢູ່ແລ້ວ ພຽງແຕ່ໃຫ້ຮັກສາໄວ້ໃຫ້ດີ ແລະ ສື່ສານກັນດ້ວຍໃຈ ຊັດເຈນກົງໄປກົງມາ.

  • ຄວາມສຳພັນແບບວິຕົກກັງວົນ: ເປັນຄວາມຮັກທີ່ຕ້ອງການການສະແດງອອກແບບຊັດເຈນຕະຫຼອດເວລາ, ຕ້ອງການຄວາມໃກ້ຊິດ ແລະ ຕ້ອງເປັນຄົນທີ່ສຳຄັນທີ່ສຸດ, ມັກສະແດງຄວາມເປັນເຈົ້າຂອງ ໃນຄວາມສຳພັນມັກມີຄວາມຫວາດລະແວງ ເພາະຕອນຍັງນ້ອຍອາດຈະມັກຖືກເຮັດໃຫ້ຮູ້ສຶກບໍ່ໝັ້ນຄົງໃນຄວາມສຳພັນ.

ວິທີດູແລຄວາມສຳພັນ: ສິ່ງທີ່ຕ້ອງແກ້ໄຂຄືການເອົາຊະນະຄວາມຢ້ານທີ່ຕົວເອງສ້າງຂຶ້ນມາເອງວ່າຈະຖືກປະຖິ້ມ, ຝຶກພຶງພາຕົວເອງ, ສື່ສານຄວາມຕ້ອງການດ້ວຍຈິດໃຈທີ່ມີສະຕິ ແລະ ເຊື່ອໝັ້ນໃນຄວາມສຳພັນ.

  • ຄວາມສຳພັນແບບຫຼີກໜີ: ເປັນກຸ່ມຄົນທີ່ຮູ້ສຶກວ່າຈະມີອິດສະຫຼະທາງດ້ານອາລົມຫຼາຍ ເພາະບໍ່ມັກການຜູກມັກ ຫຼື ຍຶດຕິດ, ເຮັດໃຫ້ເວລາທີ່ຕົກຢູ່ໃນຄວາມສຳພັນໃດໜຶ່ງ ເວລາຈະມີຄົນເຂົ້າມາໃກ້ຊິດພື້ນທີ່ສ່ວນຕົວຫຼາຍເກີນໄປຈະຫວງພື້ນທີ່ຂອງຕົນເອງຂຶ້ນມາທັນທີ ມັກບໍ່ສະແດງອອກທາງດ້ານຄວາມຮູ້ສຶກ.
ອ່ານຕື່ມ:  ຢຸດເປັນຄົນ Self Esteem ຕ່ຳ ໃຜບອກວ່າດີເຈົ້າກໍເຮັດຕາມທັງໆທີ່ບໍ່ມັກ ພໍໃຈ ແລະ ໝັ້ນໃຈໃນຄຸນຄ່າດ້ວຍຕົວເຈົ້າເອງ

ວິທີດູແລຄວາມສຳພັນ: ສິ່ງທີ່ຕ້ອງແກ້ໄຂຄືການຮຽນຮູ້ທີ່ຈະເປີດໃຈ ແລະ ຍອມຮັບຄວາມໃກ້ຊິດ, ຝຶກສະແດງຄວາມຮູ້ສຶກ, ຢ່າໜີລອງລົມກັນ ໃຫ້ຟັງອີກຝ່າຍກ່ອນ ເຖິງໃນຕອນນັ້ນຈະຮູ້ສຶກບໍ່ສະບາຍໃຈກໍຕາມ ແລະ ຍອມຮັບຄວາມຊ່ວຍເຫຼືອຈາກຄົນອື່ນ.

  • ຄວາມສຳພັນແບບຢ້ານຄວາມຜູກພັນ: ກຸ່ມນີ້ຖືວ່າເປັນຄວາມສຳພັນທີ່ຊັບຊ້ອນທີ່ສຸດ ເພາະເປັນສ່ວນປະສົມຂອງກຸ່ມ “ຄວາມສຳພັນແບບວິຕົກກັງວົນ” ແລະ “ຄວາມສຳພັນແບບຫຼີກໜີ” ຈຶ່ງເຮັດໃຫ້ເປັນຄົນທີ່ມີຄວາມຂັດແຍ້ງໃນຈິດໃຈສູງ. ມີຄວາມຮູ້ສຶກຢາກໃກ້ຊິດແຕ່ກໍຢ້ານ, ມັກບໍ່ໝັ້ນໃຈໃນຕົວເອງ ເບິ່ງທຸກຢ່າງໃນດ້ານລົບ ການສະແດງອອກບາງຄັ້ງມີຄວາມສັບສົນໃນຄວາມຄິດຕົວເອງ.

ວິທີດູແລຄວາມສຳພັນ: ສິ່ງທີ່ຕ້ອງແກ້ໄຂຄືການຈັດການກັບຄວາມຂັດແຍ້ງພາຍໃນ ແລະ ຄວາມເຈັບປວດຈາກອະດີດທີ່ພົບ ໃຫ້ປຶກສາແພດນັກຈິດຕະບຳບັດ (Therapist) ເປັນສິ່ງທີ່ສຳຄັນທີ່ສຸດ ເພື່ອຮຽນຮູ້ທີ່ຈະເຂົ້າໃຈບັນຫາ ແລະ ວິທີຈັດການກັບບັນຫາທີ່ຕິດຄ້າງຢູ່ໃນສ່ວນເລິກຂອງຈິດໃຈ ພະຍາຍາມຫາຄວາມສຳພັນທີ່ມີຄວາມໝັ້ນຄົງ (Secure).

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ຫຼາຍຄັ້ງທີ່ເຮົາມັກຈະເບິ່ງວ່າການທີ່ຢູ່ໃນຄວາມສຳພັນໃດໜຶ່ງ ພຽງຮັກກັນກໍພໍແລ້ວ ແຕ່ເວລາຜ່ານໄປຄວາມຮັກພຽງຢ່າງດຽວອາດຈະບໍ່ພຽງພໍທີ່ຈະສ້າງອະນາຄົດທີ່ໝັ້ນຄົງໄດ້ ຖ້າບໍ່ມີເປົ້າໝາຍ ຫຼື ທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

ຄວນເລືອກ “ຮັກແທ້” ຫຼື “ເງິນ”? ເຈາະວິທີຈັດການບັນຫາທາງການເງິນ ເພື່ອໃຫ້ຄວາມສຳພັນໄປຕໍ່ໄດ້

ບົດຄວາມນີ້ເປີດເຜີຍມຸມມອງກ່ຽວກັບຄວາມຮັກ ແລະ ການເງິນ ພ້ອມຄຳແນະນຳທີ່ເປັນປະໂຫຍດສຳລັບຄູ່ຮັກທຸກຄົນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.