ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ອາທຽນ ເສີບຄວາມຫວານຈົນນ້ຳຕານຊິຂຶ້ນຈໍ ໃນເພງໃໝ່ Coz i Love You
Muan Listen - ມ່ວນຊວນຟັງ

ອາທຽນ ເສີບຄວາມຫວານຈົນນ້ຳຕານຊິຂຶ້ນຈໍ ໃນເພງໃໝ່ Coz i Love You

ຊວນສ່ອງຄວາມໜ້າຮັກສົດໃສໃນເພງ Coz i Love You ຈາກ ອາທຽນ, ເພງຮັກສຸດຫວານທີ່ສື່ເຖິງອາການຄົນກຳລັງຕົກຢູ່ໃນຄວາມຫຼົງໃຫຼຂອງກັນ ແລະ ກັນ.

ແບ່ງປັນ

ຫຼັງຈາກຫ່າງຫາຍກັນໄປດົນເຖິງ 3 ປີ, ສິລະປິນດ່ຽວ ອາທຽນ (ATIAN) ຈາກຄ້າຍ Miracle Music ໄດ້ກັບມາພ້ອມຜົນງານເພງທີ່ສອງຂອງລາວທີ່ມີຊື່ວ່າ  “Coz i Love You” ການກັບມາຄັ້ງນີ້ກໍໄດ້ເຜີຍອີກໂຕຕົນຂອງລາວທີ່ມີທັງຄວາມສົດໃສ, ເປັນຊາຍຄົນຮັກທີ່ສຸດແສນຈະໜ້າຮັກ ແລະ ລາວຈະມາເສີບຄວາມຫວານໃຫ້ທຸກຄົນໄດ້ຊຸ່ມຊື່ນຫົວໃຈກັນ.

ໃນວິດີໂອເພງຍັງໄດ້ ພິງກີ້ MVIIZ ມາຮ່ວມສະແດງເປັນນາງເອກປະກົບຄູ່ ອາທຽນ ເຮັດໃຫ້ເຮົາໄດ້ເຫັນໂມເມັ້ນ (Moment) ສຸດໜ້າຮັກຂອງທັງສອງຄົນ ຕ້ອງບອກວ່າຫວານກັນຫຼາຍຈົນນ້ຳຕານຊິຂຶ້ນຈໍແລ້ວ ຄົນໂສດທີ່ກຳລັງຟັງເພງນີ້ຕ້ອງອົດທົນກັນແດ່ເດີ.

Coz i Love You ແມ່ນເພງທີ່ສື່ເຖິງຄົນທີ່ກຳລັງຕົກຢູ່ໃນຄວາມຫຼົງໃຫຼຂອງຄວາມຮັກ. ເພງນີ້ໄດ້ບອກເລົ່າຜ່ານຄວາມຮູ້ສຶກທີ່ກຳລັງຫຼົງຮັກໃຜຜູ້ໜຶ່ງຢ່າງເລິກເຊິ່ງ ແລະ ມີການສື່ສານຢ່າງຊັດເຈນ ເພື່ອຢືນຢັນຄວາມຕ້ອງການທີ່ຈະມີຄົນຮັກໄວ້ຢູ່ຄຽງຂ້າງແຕ່ພຽງຜູ້ດຽວເທົ່ານັ້ນ.

ເພງຍັງເນັ້ນອາລົມຂອງຄວາມຮູ້ສຶກຮັກທີ່ສົດໃສ, ຄວາມຜູກພັນທີ່ໝັ້ນຄົງ ແລະ ການໃຫ້ຄວາມສຳຄັນກັບຄວາມສຳພັນເໜືອກວ່າສິ່ງອື່ນໃດ. ຄວາມຮັກທີ່ບ້າຄັ່ງ (Crazy Love) ເຊິ່ງເປັນສິ່ງທີ່ຢູ່ໃນໃຈຈົນມັນລົ້ນອອກມາເລີຍຕ້ອງຮີບບອກສາລະພາບຮັກຊ້ຳໆວ່າ “Coz i Love You. Love You-Love You-Love You” ເພື່ອຢ້ຳເຕືອນເຖິງຄວາມຈິງໃຈທີ່ມີຕໍ່ຄົນພິເສດ. 

ອ່ານຕື່ມ:  ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຢ່າປ່ອຍໃຫ້ຕ້ອງຈາກກັນ ໂດຍທີ່ບໍ່ມີໂອກາດຂໍໂທດ ຟັງ “ຕາຍຍ້ອນກຽດ” ຈາກ ຕີ໋ ອຸດາໄລ

ບົດຮຽນລາຄາແພງຈາກເພງ "ຕາຍຍ້ອນກຽດ" ຈາກ ຕີ໋ ອຸດາໄລ ເຕືອນໃຫ້ວາງກຽດສັກສີລົງ ກ່ອນທີ່ຝ່າຍໃດຝ່າຍໜຶ່ງຈະຈາກໄປ ໂດຍທີ່ບໍ່ມີໂອກາດໄດ້ຂໍໂທດ.

ຢາກມີຊີວິດດີໆເລີ່ມທີ່ສະຕິ ຟັງ “ເລີ່ມຕົ້ນຊີວິດໃໝ່” ຈາກສິລະປິນຮຸ່ນໃຫຍ່ Preeda Paramee

ຊີວິດໃນປີເກົ່າມັນອັບໂຊກບໍ່ດີຈົນ Preeda Paramee ຂໍຊວນທຸກຄົນລອງຄິດຫາໂຕເອງໃຫ້ຫຼາຍຂຶ້ນ ເພື່ອເລີ່ມຕົ້ນຊີວິດໃໝ່ໃນເພງ "ເລີ່ມຕົ້ນຊີວິດໃໝ່" ເພງທີ່ມີສະໄຕລ໌ສຸດຄລາສສິກທີ່ຄົງເອກະລັກການໃຊ້ພາສາເວົ້າທີ່ມີສະເໜ່ແບບລາວຍຸກເກົ່າ.

We Running ເພງປຸກໃຈຈາກ PHOENIX BOII ເລົ່າຄວາມຝັນຜ່ານມຸມມອງຂອງນັກກີລາລາວ

PHOENIX BOII ເປີດມຸມມອງໃນເພງໃໝ່ "We Running" ຍິ່ງຮູ້ວ່າຄວາມຝັນມັນຍາກກໍຍິ່ງຕ້ອງທ້າທ້າຍ, ຈຶ່ງລຸຍລົງໃນທຸກການແຂ່ງຂັນ ເຖິງຈະເມື່ອຍກໍບໍ່ມີທາງຍອມແພ້ໃນອຸປະສັກການ ແລະ ຕ້ອງໝັ່ນຝຶກຊ້ອມ ການເປັນສິລະປິນກໍເຊັ່ນກັນ.

ເດືອດສຸດ! FAZ $F, GENIUS Flow ແລະ Zamio P ແທັກທີມປ່ອຍເພງໃໝ່ I let the God

I let the God ການລວມໂຕສຸດເດືອດຂອງ FAZ $F, GENIUS Flow ແລະ Zamio P...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.