ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ນັກຮ້ອງລາວ STS73 ຮ່ວມງານກັບສິລະປິນໄທ ໃນເພງ “ແຄ່ພຽງຕ້ອງການ”
Muan Listen - ມ່ວນຊວນຟັງ

ນັກຮ້ອງລາວ STS73 ຮ່ວມງານກັບສິລະປິນໄທ ໃນເພງ “ແຄ່ພຽງຕ້ອງການ”

ແບ່ງປັນ

ເຈົ້າພໍເພງອົກຫັກຜູ້ມີສຽງທຸ້ມ ແລະ ເປັນເອກະລັກຢ່າງ STS73 ທີ່ເປັນສິລະປິນໃນດວງໃຈຂອງທັງຝັ່ງລາວ ແລະ ຝັ່ງໄທ, ຫຼ້າສຸດແມ່ນມີຜົນງານເພງຮ່ວມກັບ P.A.P BEAT BAND ນັກຮ້ອງຈາກຝັ່ງໄທ.

ເນື່ອງຈາກວ່າ STS73 ເປັນທີ່ຮູ້ຈັກກັນດີໃນສາຍທີ່ມັກຟັງເພງລູກທຸ່ງ ແລະ ຍັງເປັນນັກຮ້ອງຍຸກໃໝ່ທີ່ໂດ່ງດັງດ້ວຍເພງທີ່ສ້າງຂຶ້ນມາເອງມາຕະຫຼອດ, ຈົນມາຮອດຊ່ວງທີ່ຄົນຟັງເພງຂອງສຸລິຫຼາຍໆກໍມີແຟນຄລັບຄົນໄທປາກົດໂຕຂຶ້ນມາຫຼາຍ.

ເພງ ‘ແຄ່ພຽງຕ້ອງການ’ ຖືກປ່ອຍໃນວັນທີ 19 ມັງກອນທີ່ຜ່ານມາ ຈົນຮອດຕອນນີ້ແມ່ນສ້າງຍອດວິວໄປແລ້ວ 2 ແສນກວ່າ ແລະ ຍັງໄດ້ດຶດດູດເອົາແຟນຄລັບທັງສອງຝັ່ງມາຟັງເພງນີ້ກັນຖ້ວນໜ້າ.

ເພງນີ້ເວົ້າເຖິງຄົນທີ່ຕ້ອງການຢາກໃຫ້ຄົນຮັກເກົ່າກັບມາ ແລະ ຢາກໃຫ້ຄົນນັ້ນຮັກເຂົາຄືຄໍາສັນຍາທີ່ເຄີຍບອກໄວ້, ເພາະຄົນທາງນີ້ຄິດຮອດເລື່ອງລາວດີໆທີ່ມີໃຫ້ກັນ ແຕ່ຕອນນີ້ມັນພັດກາຍເປັນຄວາມຊົງຈໍາໄປແລ້ວ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ "ເປັນພຽງຝັນ" ຈາກ BAY6IX ແລະ LALA
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

ໃຜວ່າຮິບຮັອບກັບໝໍລຳໄປນຳກັນບໍ່ໄດ້? ມາຟັງເພງນີ້ກ່ອນ! "ໝໍລຳໃຫຍ່" ຈາກ MAO MUN ບອກເລີຍວ່າໂຄດສຸດ! ຈັງຫວະແໜ້ນໆບວກກັບຄວາມເປັນໝໍລຳແບບລາວໆຄືກົມກ່ອມສຸດໆ. ຕອນນີ້ປ່ອຍແລ້ວເດີທັງເວີຊັນ Official ແລະ Live...

ຖ້າຟັງ ຮັກຕ້ອງໃຊ້ເວລາ ເພງເກົ່າເລົ່າໃໝ່ຈາກ Aluna Project

ກັບມາຕາມຄວາມຮຽກຮ້ອງສິລະປິນ Diva ຢ່າງ Aluna ກຽມປ່ອຍເພງຮິດໃນຕຳນານ "ຮັກຕ້ອງໃຊ້ເວລາ" ເວີຊັນ 2026 ເພື່ອພາແຟນໆຫວນຄືນບັນຍາກາດຄວາມຫຼັງຈາກປີ 2007

ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ໃນວົງຈອນຂອງຄວາມຮັກ, ການມູຟອອນ (Move on) ບໍ່ໄດ້ແປວ່າເຮົາຈະສາມາດລົບທຸກຢ່າງຖິ້ມໄປໄດ້ທັງໝົດ ແຕ່ມັນຄືການເກັບທຸກຄວາມຊົງຈຳໄວ້ເລີກໃນໃຈ ແລະ ເພງ "ດີໃຈນຳເດີ້" ຈາກ vvvvanno ຖືເປັນຕົວແທນຂອງຄວາມຮູ້ສຶກໃນມຸມຂອງຄວາມຮັກທີ່ເຈັບປວດ...

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.