ເປັນສິ່ງໜ້າຕື່ນເຕັ້ນຫຼາຍ ສຳລັບວົງການເພງລາວ ເພາະສິລະປິນ Diva ຢ່າງ Aluna ກຳລັງຈະປ່ອຍເພງ”ຮັກຕ້ອງໃຊ້ເວລາ” ໃນເວີຊັນ 2026 ໃຫ້ທຸກຄົນໄດ້ຟັງ ແລະ ຫວນຄືນເຖິງຄວາມຮູ້ສຶກ, ບັນຍາກາດເກົ່າໆທີ່ເຄີຍເກີດຂຶ້ນໃນປີ 2007.

ພາບ: Firstmodelinglao
ຫຼັງຈາກ Aluna Project ໃນປີ 2025 ໄດ້ນຳເພງເກົ່າຄືເພງ ທຸກ 5 ນາທີ ແລະ ຢາກຮູ້ ມາເລົ່າໃໝ່ນັ້ນ, ໃນຕົ້ນປີ 2026 ກໍໄດ້ມີແຟນໆຮຽກຮ້ອງໃຫ້ນຳເພງ “ຮັກຕ້ອງໃຊ້ເວລາ” ຜົນງານຄລາສສິກອີກໜຶ່ງເພງຂອງ Aluna ມາເຮັດໃໝ່ເຊັ່ນດຽວກັນ.

ພາບ: Firstmodelinglao
ພິເສດ, ເວີຊັນ 2026 ຍັງໄດ້ພະເອກ MV ຄື Dias Paragon ໜຸ່ມຄາສັກສະຖານ (ນາຍແບບ ແລະ ນັກສະແດງ) ຄວງຄູ່ມາກັບ Natalie Puscas ມາເປັນນາງເອກ MV (ນາງແບບ ແລະ ນັກສະແດງ) ມາຮ່ວມຖ່າຍທອດທຸກຄວາມຮູ້ສຶກຮັກໃນເພງ “ຮັກຕ້ອງໃຊ້ເວລາ”.
ໃນ MV ຈະມີຫຍັງໃໝ່ໆເຮັດໃຫ້ເຮົາປະທັບໃຈຫັນຕື່ມແດ່ ມາຮ່ວມລຸ້ນໄປນຳກັນເລີຍເດີທຸກຄົນ.
Aluna – ຮັກຕ້ອງໃຊ້ເວລາ (2007)