ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ໃນຄວາມໂດດດ່ຽວ ແລະ ເຈັບປວດ ຍັງມີຄວາມຫວັງ ພາສຳຫຼວດ SOLE ແລະ LSD ສອງເພງທຳອິດຈາກ ALCHEMIST LOVE STORY
Muan Listen - ມ່ວນຊວນຟັງ

ໃນຄວາມໂດດດ່ຽວ ແລະ ເຈັບປວດ ຍັງມີຄວາມຫວັງ ພາສຳຫຼວດ SOLE ແລະ LSD ສອງເພງທຳອິດຈາກ ALCHEMIST LOVE STORY

ແບ່ງປັນ

Alchemist Love Story ກຸ່ມສິລະປິນອັລເທີເນທີຟຣັອກ (Alternative Rock) ສັນຊາດລາວ ໄດ້ປ່ອຍຜົນງານຊຸດທຳອິດຂອງພວກເຂົາອອກມາແລ້ວ ໃນ chapter ເປີດໂຕ Behind the Brightest Light ປະກອບດ້ວຍ 2 ເພງທີ່ເຕັມໄປດ້ວຍຫຼາກຫຼາຍອາລົມ ກໍຄື “SOLE” ແລະ “LSD”. ທັງສອງເພງນີ້ພາຜູ້ຟັງເດີນທາງຜ່ານອາລົມແບບດິບໆໃນຊີວິດທີ່ເຕັມໄປດ້ວຍການຕໍ່ສູ້ດິ້ນລົນ ແລະ ການຄົ້ນຫາຄວາມໝາຍຢ່າງບໍ່ລົດລະ ປານກັບນັ່ງຢູ່ເທິງລົດໄຟໄປສູ່ຄວາມຈິງທີ່ສະເທືອນຄວາມຮູ້ສຶກ.

ຫຼັງຈາກທີ່ກ້າວເຂົ້າສູ່ແວດວົງເພງຂອງລາວໃນຖານະສິລະປິນກຸ່ມໃໝ່, Alchemist Love Story ໄດ້ນຳສະເໜີສອງເພງທຳອິດ ທີ່ສະທ້ອນເຖິງຄວາມເລິກ ແລະ ເຂັ້ມຂຸ້ນຂອງດົນຕີແນວອັລເທີເນທີຟຣັອກ ເຊິ່ງບໍ່ຄ່ອຍໄດ້ເຫັນໃນວົງການເພງລາວ. ເຖິງວ່າເນື້ອຂອງທັງສອງເພງນີ້ຈະເປັນພາສາອັງກິດທັງໝົດ, ເຊິ່ງນັ້ນຖືວ່າເປັນສິ່ງທີ່ຂ້ອນຂ້າງແປກໃໝ່ສຳລັບສິລະປິນລາວ ແຕ່ເຮົາເຊື່ອວ່າເພງນີ້ຈະສາມາດເຂົ້າເຖິງຄວາມຮູ້ສຶກຂອງຜູ້ຟັງໄດ້ທົ່ວໂລກ. ການຮ້ອງເພງເປັນພາສາອັງກິດ ເປີດໂອກາດໃຫ້ພວກເຂົາສາມາດເຊື່ອມຕໍ່ກັບຜູ້ຟັງໄດ້ກວ້າງຂຶ້ນ ເຊັ່ນດຽວກັບສິລະປິນລາວຄົນອື່ນໆ (ເຖິງວ່າຈະບໍ່ມີຫຼາຍປານໃດ) ເຊັ່ນ: Jindie ແລະ Just” ທີ່ເລືອກຍ່າງໃນເສັ້ນທາງສາຍນີ້.

ສຳຫຼວດ “SOLE” – ບົດເພງແຫ່ງຄວາມໂດດດ່ຽວ ແລະ ຄວາມເຂັ້ມແຂງ

ເພງ SOLE ຫຼື ທີ່ແປວ່າ ຄົນດຽວ ຫຼື ໂດດດ່ຽວ ໃນພາສາລາວ ຖ່າຍທອດຄວາມຮູ້ສຶກແຫ່ງຄວາມໂດດດ່ຽວ ແລະ ຄວາມກ້າຫານໃນການປະເຊີນໜ້າກັບການຕໍ່ສູ້ຂອງຊີວິດ. ດ້ວຍເນື້ອຮ້ອງທີ່ວ່າ “I tried alone” ແລະ “I cried alone”, ເພງນີ້ສະທ້ອນເຖິງຄວາມຮູ້ສຶກໂດດດ່ຽວ ແລະ ຄວາມພະຍາຍາມທີ່ຈະອົດທົນທ່າມກາງຄວາມເຫົງາ. ທ່ອນຮຸກທີ່ວ່າ “You only live once, and you’re gonna die soon” ເປັນການເຕືອນໃຫ້ເຮົາຮັບຮູ້ເຖິງຄວາມບອບບາງຂອງຊີວິດ ແລະ ຄວາມສຳຄັນໃນການໃຊ້ຊີວິດຢ່າງມີຈຸດໝາຍ ເຖິງວ່າຈະຢູ່ໃນຄວາມໂດດດ່ຽວກໍຕາມ. ບົດເພງນີ້ສື່ເຖິງຈິດໃຈຂອງຜູ້ທີ່ເຄີຍປະເຊີນກັບຄວາມທ້າທາຍພຽງລຳພັງ.

ອ່ານຕື່ມ:  ຢຸດ ສາລະວັນ ປ່ອຍເພງ "ຢືນໜຶ່ງ" ໄດ້ Zamio P ຊ່ວຍ Producer ເພງໃຫ້

ດຳດິ່ງສູ່ “LSD” – ບົດສະທ້ອນແຫ່ງຄວາມເຈັບປວດ ແລະ ຄວາມຫວັງ

LSD ພາຜູ້ຟັງຂ້າມຜ່ານຄວາມໂດດດ່ຽວໄປສູ່ການປະສົມປະສານຂອງຄວາມຮູ້ສຶກຫຼາຍຢ່າງ ບໍ່ວ່າຈະເປັນຄວາມບໍ່ແນ່ນອນ, ການຕໍ່ສູ້ ແລະ ຄວາມຫວັງທີ່ຄວາມເຈັບປວດເຫຼົ່ານັ້ນຈະມະລາຍຫາຍໄປ. ເພງນີ້ສະອາດສະທ້ອນເຖິງປະສົບການຂອງຄວາມຮູ້ສຶກທີ່ຖືກພັນທະນາການໃນວັງວົນຂອງຄວາມເຈັບປວດ ແລະ ຄວາມປາດຖະໜາວ່າ ຈັກມື້ໜຶ່ງທຸກຢ່າງຈະດີຂຶ້ນ. ສິ່ງທີ່ໜ້າສົນໃຈແມ່ນ ຊື່ເພງ LSD ໄດ້ແຮງບັນດານໃຈຈາກສານຫຼອນປະສາດຮຸນແຮງ ເຊິ່ງໃນທີ່ນີ້ເປັນການປຽບທຽບເຖິງການເດີນທາງທີ່ທັງເໜືອຈິງ ແລະ ເຈັບປວດຜ່ານຄວາມຄິດ ແລະ ຄວາມຮູ້ສຶກຂອງຕົວເອງ.

ຜ່ານ chapter “Behind the Brightest Light”, ວົງ Alchemist Love Story ບໍ່ພຽງແຕ່ສ້າງເພງອອກມາໃຫ້ເຮົາຟັງພຽງຢ່າງດຽວ ແຕ່ຍັງເປີດບົດສົນທະນາກ່ຽວກັບຄວາມໂດດດ່ຽວ, ຄວາມເຂັ້ມແຂງ ແລະ ຄວາມຫວັງ ທີ່ເຮັດໃຫ້ສອງເພງທຳອິດນີ້ເປັນການເດີນທາງທີ່ມີຄວາມໝາຍ ແລະ ສະທ້ອນຄວາມຄິດ.

ສຳລັບຜູ້ທີ່ມັກໃນແນວເພງອັລເທີເນທີຟຣັອກ, ເພງເຫຼົ່ານີ້ຈະພາເຮົາໄປສຳຜັດປະສົບການທີ່ສະເໝືອນຈິງ ແລະ ເຂົ້າເຖິງໄດ້ໃນລະດັບຄວາມຮູ້ສຶກ ແລະ ນີ້ເອງທີ່ເຮັດໃຫ້ Alchemist Love Story ມີຄວາມໂດດເດັ່ນ ແລະ ແຕກຕ່າງ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.