Alchemist Love Story ກຸ່ມສິລະປິນອັລເທີເນທີຟຣັອກ (Alternative Rock) ສັນຊາດລາວ ໄດ້ປ່ອຍຜົນງານຊຸດທຳອິດຂອງພວກເຂົາອອກມາແລ້ວ ໃນ chapter ເປີດໂຕ Behind the Brightest Light ປະກອບດ້ວຍ 2 ເພງທີ່ເຕັມໄປດ້ວຍຫຼາກຫຼາຍອາລົມ ກໍຄື “SOLE” ແລະ “LSD”. ທັງສອງເພງນີ້ພາຜູ້ຟັງເດີນທາງຜ່ານອາລົມແບບດິບໆໃນຊີວິດທີ່ເຕັມໄປດ້ວຍການຕໍ່ສູ້ດິ້ນລົນ...