ໜ້າຫຼັກ Gadzila ຮູ້ຫຍັງບໍ່ສູ້ ຮູ້ AI – ປີ 2025 ຄວນເພີ່ມຄວາມຮູ້ດ້ານ AI ເປັນໜຶ່ງໃນທັກສະທີ່ເຮົາຕ້ອງມີ
Gadzila

ຮູ້ຫຍັງບໍ່ສູ້ ຮູ້ AI – ປີ 2025 ຄວນເພີ່ມຄວາມຮູ້ດ້ານ AI ເປັນໜຶ່ງໃນທັກສະທີ່ເຮົາຕ້ອງມີ

ແບ່ງປັນ
Getting your Trinity Audio player ready...

ເປັນຫຍັງເຮົາຈຶ່ງຍົກເອົາເລື່ອງນີ້ມາເວົ້າ? ນັ້ນກໍເພາະວ່າໃນປີທີ່ຜ່ານມາ ເຮົາເຫັນການປ່ຽນແປງ ແລະ ການພັດທະນາທີ່ວ່ອງໄວຂອງ AI ເຊິ່ງເປັນສັນຍານວ່າ ໃນອະນາຄົດອັນໃກ້ນີ້ ມັນຈະສົ່ງຜົນກະທົບຫຼາຍຢ່າງຕໍ່ການໃຊ້ຊີວິດ ແລະ ການເຮັດວຽກຂອງເຮົາ. ຂະໜາດໃນຕອນນີ້ເອງທີ່ຜູ້ຂຽນກຳລັງຂຽນບົດຄວາມນີ້ ກໍຍັງໄດ້ໃຊ້ AI ເຂົ້າມາຊ່ວນໃນເລື່ອງຂອງການວາງໂຄງເລື່ອງ ແລະ ການຊອກຂໍ້ມູນ. ສະນັ້ນ ກໍປະຕິເສດບໍ່ໄດ້ວ່າ ໜຶ່ງໃນທັກສະທີ່ເຮົາຄວນຮຽນຮູ້ໄວ້ໃນໂລກຍຸກນີ້ແມ່ນ “ຄວາມຮູ້ກ່ຽວກັບ AI” ເຂົ້າມາເພີ່ມນຳ.

AI ເປັນສິ່ງທີ່ເຮົາຫຼີກເວັ້ນບໍ່ໄດ້ ແລະ ມັນກຳລັງປ່ຽນແປງວິທີການເຮັດວຽກໃນຫຼາກຫຼາຍອຸດສາຫະກຳ ບໍ່ແມ່ນພຽງແຕ່ກຸ່ມທີ່ຄົນເຮັດວຽກໃນແວດວົງເຕັກໂນໂລຊີ ຫຼື ວິທະຍາສາດ. ການເຂົ້າໃຈ ແລະ ສາມາດເຮັດວຽກຮ່ວມກັບ AI ໄດ້ ຈຶ່ງເປັນທັກສະທີ່ສຳຄັນຢ່າງຍິ່ງສຳລັບຄົນທີ່ເຮັດວຽກໃນຍຸກດິຈິຕອນ ເພາະວ່າຄວາມສາມາດໃນການໃຊ້ປະໂຫຍດຈາກ AI ຈະຊ່ວຍເພີ່ມປະສິດພາບການເຮັດວຽກ ແລະ ສ້າງໂອກາດໃໝ່ໆໃນອາຊີບ.

AI ແມ່ນຫຍັງ? ຖ້າຈະເວົ້າໃຫ້ເຂົ້າໃຈແບບງ່າຍໆມັນແມ່ນເຕັກໂນໂລຊີທີ່ເຮັດໃຫ້ຄອມພິວເຕີ ຫຼື ລະບົບສາມາດຮຽນຮູ້ໄດ້ຈາກຂໍ້ມູນ ແລະ ການເຮັດວຽກທີ່ຕ້ອງໃຊ້ຄວາມຄິດ ຫຼື ການຕັດສິນໃຈຈາກມະນຸດໄດ້ ເຊັ່ນ: ການຮູ້–ສ້າງຮູບພາບ, ການວິເຄາະຂໍ້ມູນ, ຊ່ວຍຂຽນອີເມວ, ການຂຽນໂປຣແກຣມ, ການສ້າງວິດີໂອ, ການແປພາສາ, ການສ້າງຄອນເທັນ ແລະ ອື່ນໆ.

ຫຼາຍອົງກອນໃນປັດຈຸບັນ ໄດ້ນຳໃຊ້ AI ເຂົ້າໃນການເຮັດວຽກທີ່ຊັບຊ້ອນ ຕັ້ງແຕ່ ລະບົບແນະນຳສິນຄ້າໃນ E-Commerce, ການວິເຄາະຂໍ້ມູນລູກຄ້າ ຫຼື ການບໍລິການລູກຄ້າຜ່ານ Chatbot. ຂະນະດຽວກັນ, ແວດວົງ ຫຼື ສາຍອາຊີບອື່ນໆກໍໄດ້ນຳໃຊ້ AI ເຂົ້າໃນການເຮັດວຽກເຊັ່ນ: ນັກການຕະຫຼາດ ໃຊ້ເພື່ອວິເຄາະຂໍ້ມູນ ຫຼື ຄາດຄະເນພຶດຕິກຳຂອງລູກຄ້າ, ນັກຂຽນໃຊ້ເພື່ອສ້າງຄອນເທັນ ຫຼື ນັກທຸລະກິດໃຊ້ເພື່ອວິເຄາະຂໍ້ມູນຕະຫຼາດ ແລະ ຊ່ວຍໃນການຕັດສິນໃຈທາງທຸລະກິດ.

ອ່ານຕື່ມ:  ແອັບໜ້າຮັກດີຕໍ່ໃຈ ສົ່ງຕໍ່ພະລັງງານບວກດ້ວຍບົດຄວາມ ແລະ ຮູບພາບ

ແລ້ວເປັນຫຍັງ ການມີຄວາມຮູ້ກ່ຽວກັບ AI ຈຶ່ງສຳຄັນໃນປີ 2025?

ເຫດຜົນທຳອິດເລີຍກໍຄື ໂລກຂອງເຮົາກຳລັງປ່ຽນແປງ. ການພັດທະນາ ແລະ ການໃຊ້ງານ AI ໃນທຸລະກິດ ແລະ ຊີວິດປະຈຳວັນ ກຳລັງເພີ່ມຂຶ້ນຢ່າງວ່ອງໄວ. ອົງກອນທີ່ນຳໃຊ້ AI ຈະມີຄວາມໄດ້ປຽບໃນການເຮັດວຽກທັງໃນດ້ານການຫຼຸດຕົ້ນທຶນ, ເພີ່ມຜົນຜະລິດ ແລະ ການສ້າງນະວັດຕະກຳໃໝ່ໆ. ສະນັ້ນ, ຜູ້ທີ່ສາມາດເຂົ້າໃຈ ແລະ ໃຊ້ງານ AI ໄດ້ ຈະສາມາດເຮັດວຽກໄດ້ໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ.

ຕໍ່ມາແມ່ນ AI ເປັນເຄື່ອງມືທີ່ສາມາດເສີມທັກສະຂອງຄົນເຮົາໄດ້. ເຖິງວ່າ AI ຈະສາມາດເຮັດວຽກບາງປະເພດໄດ້ດີກວ່າຄົນເຮົາ ແຕ່ AI ຍັງເປັນໃນວຽກທີ່ຕ້ອງໃຊ້ຄວາມຄິດສ້າງສັນ ຫຼື ການຕັດສິນໃຈທີ່ຊັບຊ້ອນນັ້ນ AI ຈະກາຍເປັນເຄື່ອງມືທີ່ສາມາດເສີມທັກສະ ແລະ ຄວາມສາມາດຂອງມະນຸດ ເຊັ່ນ: ການໃຊ້ AI ຊ່ວຍໃນການອອກແບບ, ການຂຽນ ຫຼື ການເຮັດວຽກດານທຸລະກິດທີ່ໃຫ້ຄວາມຖືກຕ້ອງຊັດເຈນ ແລະ ວ່ອງໄວຂຶ້ນ.

ອີກປະເດັນໜຶ່ງແມ່ນ AI ຊ່ວຍພັດທະນາທັກສະໃໝ່ໆ ໄດ້ຢ່າງວ່ອງໄວ. ເຄື່ອງມື AI ຫຼາຍໂຕສາມາດຊ່ວຍໃຫ້ເຮົາຮຽນຮູ້ທັກສະໃໝ່ໆໄດ້ຢ່າງວ່ອງໄວ ເຊັ່ນ Duolingo AI ທີ່ຊ່ວຍຮຽນພາສາຕ່າງປະເທດ ຫຼື Coursera AI ທີ່ສາມາດແນະນຳຄອສຮຽນຕາມຄວາມສົນໃຈ ຫຼື ຄວາມສາມາດຂອງແຕ່ລະຄົນ ເຊິ່ງເຮັດໃຫ້ຜູ້ທີ່ໃຊ້ AI ສາມາດພັດທະນາຕົວເອງ ແລະ ເຕີບໂຕໃນອາຊີບໄດ້ໄວກວ່າເກົ່າ.

???? ເລີ່ມຕົ້ນແນວໃດດີສຳລັບມືໃໝ່?

1. ເລີ່ມຈາກການເຂົ້າໃຈພື້ນຖານ ໂດຍການເລີ່ມສຶກສາວ່າ AI ແຕ່ລະໂຕເຮັດວຽກແນວໃດ ແລະ ໃຊ້ເພື່ອເຮັດຫຍັງ ເຊິ່ງມີຢູ່ຫຼາຍໂຕ ຍົກຕົວຢ່າງ ChatGPT, Canva AI ຫຼື Notion AI.

ອ່ານຕື່ມ:  DeepSeek AI ນ້ອງໃໝ່ຈາກຈີນກຳລັງມາແຮງຍອດດາວໂຫຼດແອັບສູງເປັນອັບດັບໜຶ່ງໃນ App Store

2. ພັດທະນາທັກສະໃໝ່ໆ ເຊັ່ນ: ການຮຽນຮູ້ກ່ຽວກັບການຂຽນ Prompt ຫຼື ວິທີເລືອກໃຊ້ AI ໃຫ້ເໝາະກັບວຽກ.

3. ຝຶກໂຕເອງໃຫ້ເປັນຄົນທີ່ເປີດຮັບການປ່ຽນແປງ ໂດຍການຊອກຫາໂອກາດໃໝ່ໆທີ່ AI ຈະຊ່ວຍໃຫ້ຊີວິດ ແລະ ວຽກຂອງເຮົາດີຂຶ້ນ.

ທີ່ເຮົາເລົ່າທັງໝົດຂ້າງເທິງນີ້ກໍເພາະວ່າ ໃນປີ 2025 ນີ້ ຈະເປັນປີທີ່ AI ຈະເຂົ້າມາປ່ຽນແປງຫຼາຍຢ່າງ ສັງເກດໄດ້ຈາກການພັດທະນາຢ່າງວ່ອງໄວຂອງມັນ. ໃຜທີ່ປັບໂຕກ່ອນ ຈະມີໂອກາດຫຼາຍກວ່າ ແລະ ນີ້ເປັນເວລາທີ່ດີທີ່ສຸດທີ່ຈະເລີ່ມຮຽນຮູ້ ແລະ ໃຊ້ງານ AI ກ່ອນທີ່ປີໃໝ່ຈະເລີ່ມຂຶ້ນ.

“AI ຈະບໍ່ຍາດວຽກເຈົ້າ, ຖ້າເຈົ້າຮູ້ຈັກໃຊ້ມັນໃຫ້ເປັນ”

ສຳລັບໃນຄັ້ງຕໍ່ໄປເຮົາຈະນຳສະເໜີກ່ຽວກັບ AI ທີ່ເຮົາຕ້ອງຮູ້ ແລະ ແຕ່ລະອັນໃຊ້ເຮັດຫຍັງໄດ້ແດ່.

ໂດຍ: ທີມ Gadzila

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

Grok ເປີດໂຕ Chat Bot “Ani ສາວນ້ອຍ AI” ທີ່ມີບຸກຄະລິກແບບແອນິເມຊັນ

Grok ເປີດຕົວ Ani ສາວນ້ອຍ AI ທີ່ມີບຸກຄະລິກແບບແອນິເມຊັນ ສະໄຕລ໌ Gothic ແລະ Fantasy ສ້າງປະສົບການໃໝ່ໃນການລົມກັບ AI...

ChatGPT ອັບເດດເພີ່ມຄວາມສາມາດການອ່ານຂໍ້ມູນໃນ Google Drive ແລະ OneDrive

ChatGPT ອັບເດດເພີ່ມຄວາມສາມາດການອ່ານໄຟລ໌ Google Drive ແລະ OneDrive, ຄົ້ນພົບວິທີໃໝ່ໃນການເຂົ້າເຖິງ ແລະ ປະມວນໄຟລ໌ຂໍ້ມູນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.