ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ
Muan Watch - ມ່ວນຊວນເບິ່ງ

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ແບ່ງປັນ
Getting your Trinity Audio player ready...

ປ່ອຍອອກມາແລ້ວກັບ “A Little Kindness” ຮູບເງົາສັ້ນທີ່ MVIIZ ເຮັດອອກມາຕໍ່ຍອດເພງ “ສຳຄັນໂຕເອງຜິດໄປ” ເຊິ່ງໄດ້ເລົ່າເຖິງເລື່ອງລາວຂອງໝູ່ສະໜິດຍິງສອງຄົນຕອນຮຽນມັດທະຍົມປາຍ (ສະແດງໂດຍ ຢ້ຽນຢິ ແລະ ນຸ້ນທິດາ) ໂດຍຄວາມສຳພັນທີ່ເລີ່ມຕົ້ນດ້ວຍມິດຕະພາບ ແຕ່ການກະທຳດີໆ ຄວາມໃກ້ຊິດ ໄດ້ເຮັດໃຫ້ຄົນໜຶ່ງຄິດໄປໄກ ວ່າອີກຝ່າຍມີໃຈໃຫ້, ສຸດທ້າຍພໍໃກ້ຮຽນຈົບ ກໍມີເຫດການເຮັດໃຫ້ທັງສອງ ຕ້ອງຫ່າງກັນ ຈົນກາຍເປັນຄົນແປກໜ້າທີ່ເຄີຍຮູ້ຈັກກັນ.

“ທີ່ຜ່ານມາ ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ” ປະໂຫຍກທີ່ເລົ່າແທນເນື້ອເລື່ອງທັງໝົດຂອງຮູບເງົາສັ້ນເລື່ອງນີ້.

ຕ້ອງຂໍຊົມເຊີຍ ຜູ້ກຳກັບທີ່ກ້າເລົ່າເລື່ອງຄວາມຮັກເພດດຽວກັນແບບຍິງ-ຍິງ ເຊິ່ງເປັນເລື່ອງທີ່ sensitive ແຕ່ກໍ real ໃນສັງຄົມໄວລຸ້ນ. ມັນເຮັດໃຫ້ຄົນເບິ່ງຮູ້ສຶກເຊື່ອມໂຍງໄດ້ງ່າຍ ເຊິ່ງບໍ່ວ່າຈະເປັນເພດໃດກໍຕາມ ກໍຕ້ອງເຄີຍມີຄິດແອບຮັກໝູ່ແບບນີ້ມາກ່ອນ.

MVIIZ - A Little Kindness

ຮູບເງົາສັ້ນກ້າທີ່ຈະຍົກເອົາເລື່ອງຄວາມຮັກແບບ LGBTQ+ (ຍິງ-ຍິງ) ມາເລົ່າຜ່ານຕົວລະຄອນແບບໝູ່ສະໜີດ ແລະ ກໍມັນເປັນຫົວຂໍ້ທີ່ບໍ່ຄ່ອຍມີຄົນນຳສະເໜີເທົ່າໃດໃນບ້ານເຮົາ, ແຕ່ວ່າມັນເປັນເລື່ອງທີ່ ເກີດຂຶ້ນຈິງ ໃນສັງຄົມໄວຮຽນ.

ເຮົາບໍ່ໄດ້ກາຍເປັນ gay, lesbian, ຫຼື bisexual, ເຮົາພຽງແຕ່ຕົກຂຸມຮັກໃຜບາງຄົນເທົ່ານັ້ນ.

ພໍແຕ່ເບິ່ງຈົບ ປະໂຫຍກນີ້ກໍລອຍຂຶ້ນມາໃນຫົວທັນທີ ຍິ່ງກັບເວລາທີ່ເຮົາແອບຮັກໝູ່ສະໜິດ ບໍ່ວ່າຈະເພດກົງກັນຂ້າມ ຫຼື ເພດດຽວກັນ ເຊິ່ງມັນງ່າຍຫຼາຍທີ່ຈະ “ສຳຄັນໂຕເອງຜິດໄປ” ເພາະທຸກຄຳເວົ້າ ທຸກການກະທຳພິເສດທີ່ເຂົາເຮັດໃຫ້ເຮົາ, ມັນອາດຈະເປັນພຽງແຕ່ ຄວາມໃຈດີແບບໝູ່ກັນ ຊື່ໆ ແຕ່ສຳລັບຄົນທີ່ຕົກຂຸມຮັກແລ້ວມັນພັດເປັນສຽງທີ່ບອກວ່າເຂົາກໍຄິດຄືກັນກັບເຮົາ.

ຕົວລະຄອນຈາກ “A Little Kindness” ແນ່ນອນວ່າທັງສອງຢາກຈະຂ້າມຜ່ານຄຳວ່າ “ໝູ່” ໄປສູ່ຄວາມສຳພັນທີ່ເລິກເຊິ່ງກວ່ານັ້ນ, ແຕ່ອາດຈະຕິດທີ່ ຄວາມລັງເລ, ຄວາມບໍ່ໝັ້ນໃຈ ຂອງຕົນເອງ ຫຼືວ່າ ຢ້ານສຽງວິພາກວິຈານຂອງສັງຄົມ ສຸດທ້າຍກໍເຮັດ, ຄວາມສຳພັນທີ່ເຄີຍ ສະນິດກັນສຸດໆ ຈຶ່ງຈົບລົງແບບເຈັບໆ, ກາຍເປັນ ຄົນແປກໜ້າ ທີ່ຮູ້ຈັກກັນດີ.

ອ່ານຕື່ມ:  ຊວນມາ “ຕົກຂຸມຮັກ” ນຳກັນກັບໜຸ່ມຫຼໍ່ນ້ອງໃໝ່ ນ້ອຍ ພົງສັກ ສິລະປິນຈາກຄ້າຍ miracle music

ທຸກຄົນທີ່ໄດ້ເບິ່ງແລ້ວຮູ້ສຶກແນວໃດ? ຖ້າທຸກຄົນຕົກຢູ່ໃນສະຖານະການແບບນັ້ນ, ທຸກຄົນຈະເຮັດແນວໃດໃຫ້ກັບໄປເປັນໝູ່ສະນິດຄືເກົ່າ ຫຼືເລືອກທີ່ຈະປ່ອຍໃຫ້ເປັນ “ຄົນແປກໜ້າ” ດີກວ່າ?

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music Goes All Out in 2026: Big Plans Announced – New Music, New Artists, Major Concerts All Year Long

Discover the latest from Miracle Music as they announce exciting plans for...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.