ໜ້າຫຼັກ Gadzila ລວມ Feature ລັບ? ທີ່ແຟນ Instagram ຕ້ອງຮູ້ກັບ 6 ຟີເຈີຣ໌ທີ່ເຮັດໃຫ້ໃຊ້ງານມ່ວນຂຶ້ນ
Gadzila

ລວມ Feature ລັບ? ທີ່ແຟນ Instagram ຕ້ອງຮູ້ກັບ 6 ຟີເຈີຣ໌ທີ່ເຮັດໃຫ້ໃຊ້ງານມ່ວນຂຶ້ນ

ຄົ້ນພົບ 6 ຟີເຈີຣ໌ລັບໃນ Instagram ທີ່ຈະເຮັດໃຫ້ການໃຊ້ງານໜ້າຕື່ນເຕັ້ນຂຶ້ນ.

ແບ່ງປັນ
Getting your Trinity Audio player ready...

ທຸກຄົນໃຊ້ Instagram ມາດົນປານໃດແລ້ວ ແລະ ຮູ້ບໍ່ວ່າມັນມີຟີເຈີຣ໌ລັບໆທີ່ເຊື່ອວ່າຫຼາຍຄົນກໍຍັງບໍ່ຮູ້ ລວມເຖິງກັອດຈະນຳ. ມື້ນີ້ ກັອດຈິ ກໍໄປສືບໄປຄົ້ນມາວ່າມີຫຍັງໃຫ້ພວກເຮົາຫຼິ້ນນຳໄດ້ອີກແດ່? ສະຫຼຸບວ່າມີ 6 ຟີເຈີຣ໌ເດັດສຸດລ້ຳໃນ Instagram ທີ່ຈະເຮັດໃຫ້ທຸກຄົນໃຊ້ໄດ້ມ່ວນຂຶ້ນ ແລະ ເຊົາເບື່ອກັນກັບຮູບແບບການໃຊ້ງານເດີມໆ.

ສະຫຼຸບ 6 ຟີເຈີຣ໌ເດັດສຸດລ້ຳໃນ Instagram

  • ຕັ້ງວັນເວລາການສົ່ງຂໍ້ຄວາມໄດ້: ພິມຂໍ້ຄວາມທີ່ຢາກຈະສົ່ງ, ແລ້ວໃຫ້ກົດບ່ອນສົ່ງຄ້າງໄວ້ຈາກນັ້ນຈະມີວັນເວລາຂຶ້ນ ໃຫ້ສາມາດເລື່ອນຕັ້ງວັນເວລາໄດ້ຕາມທີ່ຕ້ອງການ.
  • ຕັ້ງວັນເວລາໃຫ້ຂໍ້ຄວາມລົບເອງໄດ້ : ໃຫ້ກົດເຂົ້າໄປທີ່ຊື່ Instagram ຂອງໜູ່ເຮົາຜ່ານຫ້ອງແຊັດ ຈາກນັ້ນໃຫ້ກົດເລືອກປຸ່ມ Disappearing messages (ຂໍ້ຄວາມທີ່ຈະຫາຍໄປ) ມັນຈະມີຕົວເລືອກໃຫ້ໃນນັ້ນ.
  • ຫຼິ້ນເກມໃນແຊັດໄດ້ : ວິທີແມ່ນໃຫ້ເລືອກອີໂມຈິໂຕໃດກໍໄດ້ ສົ່ງໄປໃຫ້ໝູ່ຂອງເຈົ້າ ຫຼື ໝູ່ເຈົ້າສົ່ງມາເອງ ໃຫ້ກົດກົດອີໂມຈິນັ້ນໄວ້ໜຶ່ງຄັ້ງ ແລ້ວມັນຈະມີເກມຂຶ້ນມາ ( ໃນເກມມີເກັບແຕ້ມ ) ສາມາດຫຼິ້ນຂ້າເວລາຖ້າໝູ່ຕອບກັບມາໄດ້.
  • ຕັ້ງຊື່ຫຼິ້ນໃຫ້ກັບໝູ່: ກົດເຂົ້າໄປທີ່ຊື່ Instagram ຂອງໝູ່ຜ່ານຫ້ອງແຊັດຈາກນັ້ນໃຫ້ກົດເລືອກ Nicknames (ຊື່ຫຼິ້ນ) ແລ້ວປ່ຽນເປັນຊື່ທີ່ເຮົາຕ້ອງການເລີຍ.
  • ອ່ານແຊັດແຕ່ບໍ່ໃຫ້ເຫັນສະຖານະວ່າອ່ານແລ້ວ: ໃຫ້ກົດເຂົ້າໄປທີ່ຊື່ Instagram ຂອງໜູ່ຜ່ານຫ້ອງແຊັດຈາກນັ້ນໃຫ້ກົດເລືອກ Privacy (ຄວາມເປັນສ່ວນຕົວ) ແລະ Safety (ຄວາມປອດໄພ) ຈາກນັ້ນໃຫ້ຊອກຫາຫົວຂໍ້ທີ່ວ່າ Read Receipts (ໃບຕອບຮັບການເປີດອ່ານ) ສາມາດກົດເລືອກເປີດ – ປິດໄດ້ເລີຍ.
  • ຟີເຈີຣ໌ Blend: ຄືການສ້າງຫ້ອງ Reels ໄວ້ແຊຣ໌ກັບໜູ່ 2 ຄົນໂດຍເນື້ອຫາແມ່ນຈະຢູ່ໃນຫ້ອງແຊັດ ວິທີການໃຊ້ງານແມ່ນໃຫ້ເຂົ້າຫ້ອງແຊັດໝູ່, ສັງເກດເບິ່ງໄອຄອນທາງເບື້ອງຂວາຂ້າງໆຊື່ IG ໝູ່ທີ່ເປັນສັນຍາລັກໜ້າຍິ້ມ ແລະ ເຄື່ອງໜາຍບວກໃຫ້ກົດເຂົ້າໄປໃຫ້ຈະເຫັນຄຳວ່າ Invite ຈາກນັ້ນລໍຖ້າໜູ່ກົດ Join ແລ້ວທັ້ງ 2 ຈະເຫັນ Reels ທີ່ຄັດສະເພາະສິ່ງທີ່ເຈົ້າສົນໃຈຂື້ນມາໃຫ້ເຫັນ.
ອ່ານຕື່ມ:  Meta ຈະແຍກ Reels ອອກຈາກແພລັດຟອມຫຼັກ IG ແລະ Facebook ເອົາໃຈຜູ້ທີ່ມັກເບິ່ງວິດີໂອສັ້ນຫຼາຍກວ່າໂພສຮູບພາບ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.