ໜ້າຫຼັກ Muan Specialty Working Tips 5 ວິທີ ແກ້ການສື່ສານທີ່ບໍ່ມີປະສິດທິພາບໃນບ່ອນເຮັດວຽກ ກ່ອນທີມຈະພັງ
Working Tips

5 ວິທີ ແກ້ການສື່ສານທີ່ບໍ່ມີປະສິດທິພາບໃນບ່ອນເຮັດວຽກ ກ່ອນທີມຈະພັງ

ການສື່ສານທີ່ບໍ່ມີປະສິດທິພາບອາດເປັນຕົ້ນຕໍຂອງຄວາມຂັດແຍ້ງ, ຄວາມເຂົ້າໃຈຜິດ, ແລະ ຜົນງານທີ່ຫຼ້າຊ້າ. ບົດຄວາມນີ້ຈະຊ່ວຍໃຫ້ເຈົ້າຮູ້ຈັກ 5 ວິທີທີ່ສາມາດແກ້ໄຂການສື່ສານໃນທີມຂອງເຈົ້າ, ປ້ອງກັນບໍ່ໃຫ້ວຽກຂອງເຈົ້າຫຼ້າຊ້າ ແລະ ສ້າງສິ່ງແວດລ້ອມທີ່ເຮັດວຽກໄດ້ຢ່າງມີຄວາມສຸກ!

ແບ່ງປັນ
Getting your Trinity Audio player ready...

ໃນການເຮັດວຽກກັບຄົນອື່ນ ເຮົາປະຕິເສດບໍ່ໄດ້ວ່າ ການສື່ສານ ເປັນຮາກຖານສຳຄັນທີ່ຈະເຮັດໃຫ້ວຽກທຸກຢ່າງເດີນໜ້າໄປໄດ້. ແຕ່ໃນຫຼາຍອົງກອນພົບວ່າ ການສື່ສານທີ່ບໍ່ມີປະສິດທິພາບ ກາຍເປັນໜຶ່ງໃນຕົ້ນຕໍຂອງຄວາມເຂົ້າໃຈຜິດ, ຄວາມຂັດແຍ້ງ ແລະ ການເຮັດວຽກທີ່ຫຼ້າຊ້າ.

ມື້ນີ້ເຮົາຈະພາໄປເບິ່ງນຳກັນວ່າ ການສື່ສານທີ່ບໍ່ມີປະສິດທິພາບໜ້າຕາເປັນແນວໃດ ແລະ ຈະຈັດການກັບມັນແນວໃດ ເພື່ອບໍ່ໃຫ້ມັນຝັງຮາກໃນອົງກອນ ແລະ ຍ້ອນກັບມາທຳລາຍເຮົາ.

???? ລັກສະນະຂອງການສື່ສານທີ່ບໍ່ມີປະສິດທິພາບມີຫຍັງແດ່?

  1. ສື່ສານບໍ່ກົງປະເດັນ:
    ໃຊ້ພາສາທີ່ຄຸມເຄືອ, ຍືດຍາວ ຫຼື ພາອອກນອກປະເດັນ ເຮັດໃຫ້ຜູ້ຮັບສານສັບສົນ ບໍ່ເຂົ້າໃຈສິ່ງທີ່ຕ້ອງເຮັດ. ຕົວຢ່າງ: ຫົວໜ້າບອກຄົນໃນທີມວ່າ “ຢາກໃຫ້ວຽກອອກມາດີທີ່ສຸດເດີ” ໂດຍບໍ່ບອກຢ່າງຊັດເຈນວ່າ ວຽກຕ້ອງແລ້ວຕອນໃດ ຫຼື ຄຸນນະພາບທີ່ຄາດຫວັງແມ່ນຫຍັງ. ຜົນລັບທີ່ໄດ້ແມ່ນ ຄົນໃນທີມອາດຕີຄວາມກັນເອງ ເຮັດໃຫ້ວຽກບໍ່ເປັນໄປຕາມທີ່ຫົວໜ້າຄາດຫວັງ ຫຼື ເປົ້າໝາຍທີ່ຕັ້ງໄວ້.
  2. ຂາດການຟັງຢ່າງຕັ້ງໃຈ:
    ຫຼາຍໆຄັ້ງເຮົາມັກຈະເຈິການຟັງແບບ “ພໍເປັນພິທີ” ຫຼື ການຄິດຄຳຕອບລະຫວ່າງທີ່ອີກຄົນເວົ້າ ເຊິ່ງນີ້ສະແດງເຖິງການບໍ່ໃຫ້ກຽດ, ບໍ່ໃສ່ໃຈ ແລະ ອາດພາດຂໍ້ມູນທີ່ສຳຄັນ. ຕົວຢ່າງ: ລະຫວ່າງການປະຊຸມ, ເມື່ອຄົນໜຶ່ງກຳລັງເວົ້າເຖິງບັນຫາທີ່ເຈິ ແລະ ອະທິບາຍວິທີທີ່ສາມາດແກ້ໄຂໄດ້ ແຕ່ເພື່ອນຮ່ວມທີມຊໍ້າພັດຫຼິ້ນໂທລະສັບມືຖື ຫຼື ເວົ້າແຊກ, ຜົນລັບເຮັດໃຫ້ຜູ້ເວົ້າຮູ້ສຶກວ່າບໍ່ໄດ້ຮັບການຮັບຟັງ ແລະ ອາດບໍ່ກ້າເວົ້າໃນຄັ້ງຕໍ່ໄປ.
  1. ບໍ່ມີຊ່ອງທາງການສື່ສານທີ່ຊັດເຈນ:
    ອັນນີ້ຄິດວ່າເປັນບັນຫາທີ່ຫຼາຍຄົນເຈິ ເມື່ອຊ່ອງທາງການສື່ສານໃນປັດຈຸບັນມີເປັນສິບໆ ທັງ WhatsApp, E-mail, LINE, Messenger ແລະ ອື່ນໆ ເຊິ່ງບໍ່ໄດ້ມີການຕົກລົງກັນວ່າຈະໃຊ້ຊ່ອງທາງໃດເປັນຫຼັກໃນການສື່ສານກັນ ເຮັດໃຫ້ຂໍ້ມູນກະແຈກກະຈາຍ. ຕົວຢ່າງ: ບາງຄົນສົ່ງຂໍ້ມູນຜ່ານ WhatsApp ບາງຄົນໃຊ້ Email ບາງຄົນໂທຫາກັນ ເຮັດໃຫ້ຂໍ້ມູນບໍ່ລວມສູນ ແລະ ຄົນໃນທີມຕາມບໍ່ທັນ. ຜົນທີ່ໄດ້ຮັບແມ່ນ ວຽກຕົກຫຼົ່ນ, ຕິດຕາມຍາກ ແລະ ເກີດຄວາມສັບສົນພາຍໃນທີມ.
  1. ຕອບກັບຊ້າ ຫຼື ບໍ່ຕອບເລີຍ:
    ການເຮັດແບບນີ້ຈະເຮັດໃຫ້ເກີດຄວາມຫຼ້າຊ້າໃນຂະບວນການເຮັດວຽກ ແລະ ເຮັດໃຫ້ທີມບໍ່ໝັ້ນໃຈໃນກັນ ແລະ ກັນ. ຕົວຢ່າງ: ພະນັກງານສົ່ງຂໍ້ຄວາມຖາມຫົວໜ້າວ່າຄວນໃຊ້ແບບຟອມໃດ ສຳລັບໂປຣເຈັກໃໝ່ ແຕ່ບໍ່ໄດ້ຮັບຄຳຕອບເປັນເວລາຫຼາຍມື້. ຜົນລັບແມ່ນ ວຽກຊ້າ, ເສຍເວລາ ແລະ ຂາດຄວາມໝັ້ນໃຈໃນການເຮັດວຽກ.
  2. ອາລົມມາກ່ອນເຫດຜົນ:
    ເມື່ອຕ້ອງສື່ສານເລື່ອງທີ່ຍາກໆ, ການໃຊ້ອາລົມ ເຊັ່ນ: ໃຈຮ້າຍ, ປະຊົດ ຫຼື ງຽບໃສ່ກັນ ອາດເຮັດໃຫ້ສະຖານະການຍິ່ງເຮັ່ງຮ້າຍກວ່າເກົ່າ. ຕົວຢ່າງ: ເມື່ອມີຄວາມເຫັນບໍ່ກົງກັນ, ຜູ້ຈັດການເວົ້າດ້ວຍນໍ້າສຽງປະຊົດປະຊັນ ແລະ ຕຳໜິຄົນໃນທີມຢ່າງຮຸນແຮງ. ຜົນລັບກໍຄື ບັນຍາກາດໃນທີມເຄັ່ງຕຶງ, ຂາດຄວາມໄວ້ໃຈ ແລະ ບໍ່ກ້າສື່ສານອີກ.
ອ່ານຕື່ມ:  ບໍ່ແມ່ນ "ຄົນເກັ່ງບໍພໍ" ແຕ່ບໍ່ຮູ້ວ່າ "ຈະເກັ່ງໄປເພື່ອຫຍັງ" ບົດຮຽນຈາກ ນິ້ວກົມ ໃນ PPC2025

✅ ວິທີແກ້ໄຂ ແລະ ປັບປຸງການສື່ສານໃນທີມໃຫ້ມີປະສິດທິພາບ

  1. ຝຶກການສື່ສານຢ່າງກົງໄປກົງມາ ແລະ ຊັດເຈນ:

ໃຊ້ພາສາທີ່ເຂົ້າໃຈງ່າຍ, ກົງປະເດັນ, ບໍ່ອ້ອມໂລກ ແລະ ຄວນສະຫຼຸບໃຫ້ຊັດເຈນວ່າໃຜຕ້ອງເຮັດຫຍັງ ຕອນໃດ. ຕົວຢ່າງ: ແທນທີ່ຈະເວົ້າວ່າ “ຟ້າວເຮັດແດ່ເດີ” ຄວນເວົ້າວ່າ “ລົບກວນສົ່ງລາຍງານນີ້ພາຍໃນວັນພະຫັດນີ້ ເວລາ 17:00 ໂມງເດີ”. ຜົນລັບແມ່ນ ຜູ້ຮັບສານເຂົ້າໃຈຊັດເຈນວ່າຄວນເຮັດຫຍັງແນວໃດ ແລະ ຕອນໃດ.

  1. ຟັງໃຫ້ຫຼາຍກວ່າເວົ້າ:

ການຟັງຢ່າງຕັ້ງໃຈ, ບໍ່ຂັດຈັງຫວະ ແລະ ສະແດງຄວາມເຂົ້າໃຈດ້ວຍການທວນສິ່ງທີ່ໄດ້ຍິນຄືນ ຈະຊ່ວຍຫຼຸດຄວາມເຂົ້າໃຈຜິດໄດ້ຫຼາຍ.

▸ ຕົວຢ່າງ: ເມື່ອທີມງານເລົ່າບັນຫາ ໃຫ້ຜູ້ຟັງທວນຄວາມເຂົ້າໃຈເຊັ່ນ “ສະຫຼຸບແມ່ນ ເຈົ້າຕິດເລື່ອງເອກະສານຈາກຝ່າຍບັນຊີແມ່ນບໍ່?”.

▸ ຜົນລັບແມ່ນ ຊ່ວຍໃຫ້ເກີດຄວາມເຂົ້າໃຈທີ່ກົງກັນ ແລະ ຜູ້ເວົ້າຮູ້ສຶກວ່າໄດ້ຮັບການຮັບຟັງຢ່າງແທ້ຈິງ.

  1. ກຳນົດຊ່ອງທາງການສື່ສານທີ່ຊັດເຈນ:

ຕົກລົງຮ່ວມກັນວ່າເລື່ອງຮີບດ່ວນຄວນໃຊ້ຊ່ອງທາງໃດ, ເລື່ອງທົ່ວໄປໃຊ້ຊ່ອງທາງໃດ ເພື່ອປ້ອງກັນການຕົກຫຼົ່ນຂອງຂໍ້ມູນ.

▸ ຕົວຢ່າງ: ທີມຕົກລົງກັນວ່າ ໃຊ້ WhatsApp ສຳລັບວຽກເລັ່ງດ່ວນ ແລະ ໃຊ້ Email ສຳລັບເອກະສານທີ່ຕ້ອງເກັບເປັນຫຼັກຖານ.

▸ ຜົນລັບແມ່ນ ຫຼຸດການສື່ສານທີ່ຜິດພາດ ແລະ ທຸກຄົນຮູ້ວ່າຈະຫາຂໍ້ມູນຈາກຊ່ອງທາງໃດ.

  1. ມີການອັບເດດການສື່ສານຢ່າງສະໝໍ່າສະເໝີ:

ບໍ່ປ່ອຍໃຫ້ທີມຕ້ອງເດົາເອງ. ຄວນມີການອັບເດດຄວາມຄືບໜ້າ ຫຼື ແຈ້ງບັນຫາໃຫ້ກັນຮູ້ຢ່າງວ່ອງໄວ.

▸ ຕົວຢ່າງ: ຫົວໜ້າທີມສົ່ງລາຍງານສະຖານະໂປຣເຈັກທຸກວັນສຸກຕອນບ່າຍ ແລະ ເປີດຊ່ອງໃຫ້ທີມຖາມ–ຕອບ.

▸ ຜົນລັບ: ທີມຮູ້ຄວາມຄືບໜ້າ ບໍ່ຕ້ອງຄາດເດໄາ ແລະ ປັບແຜນໄດ້ທັນເວລາຫາກມີການປ່ຽນແປງ.

  1. ສ້າງວັດທະນະທຳການສື່ສານທີ່ປອດໄພ:

ໃຫ້ພະນັກງານຮູ້ສຶກວ່າເຂົາເຈົ້າສາມາດນຳສະເໜີ ຄວາມຄິດເຫັນ ຫຼື ເວົ້າເຖິງບັນຫາໄດ້ ໂດຍບໍ່ຖືກຕັດສິນ ຫຼື ເມີນເສີຍ.

ອ່ານຕື່ມ:  ເປັນຫຍັງການສະເຫຼີມສະຫຼອງ ແລະ ດົນຕີ ຈຶ່ງສົ່ງຜົນດີຕໍ່ການເຮັດວຽກ?

▸ ຕົວຢ່າງ: ມີເວລາລົມກັນແບບເປີດໃຈທຸກສອງອາທິດ ເພື່ອໃຫ້ທຸກຄົນສາມາດສະເໜີຄວາມຄິດເຫັນ ຫຼືເວົ້າເຖິງສິ່ງທີ່ຕິດຄ້າງໃຈ.

▸ ຜົນລັບ: ເຮັດໃຫ້ທີມກ້າສື່ສານ, ເປີດໃຈ ແລະ ໄວ້ວາງໃຈກັນຫຼາຍຂຶ້ນ.

ສະຫຼຸບ:

ການສື່ສານທີ່ບໍ່ດີ ເປັນຄືກັບສົມຜົນ ສື່ສານພາດ = ເສຍເວລາ + ເສຍໃຈ + ເສຍວຽກ ເຊິ່ງທຳລາຍທັງວຽກ ແລະ ຄວາມສຳພັນໃນທີມ ແຕ່ຖ້າວ່າເຮົາມີຄວາມຕັ້ງໃຈຈະເຂົ້າໃຈກັນ, ລອງຝຶກການເວົ້າ ແລະ ການຟັງໃຫ້ດີຂຶ້ນ, ກຳນົດວິທີການສື່ສານໃຫ້ຊັດເຈນ ແລະ ເປີດໃຈຍອມຮັບຄວາມຄິດເຫັນຈາກກັນ ແລະ ກັນ ກໍຈະສາມາດປ່ຽນການເຮັດວຽກໃຫ້ເປັນພື້ນທີ່ແຫ່ງຄວາມຮ່ວມມື ແລະ ເຕີບໂຕໄປພ້ອມກັນໄດ້.

ຖ້າໃຜມີວິທີການໃນສື່ສານທີ່ດີ ແລະ ມີປະສິດທິພາບຢາກແບ່ງປັນກັບເຮົາ ກໍສາມາດຄອມເມັ້ນບອກກັນໄດ້ເດີ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

3 ຂັ້ນຕອນ: ກຽມໂຕແນວໃດ ກ່ອນໄປສຳພາດວຽກ

ເຈົ້າເຄີຍຮູ້ສຶກແບບນີ້ບໍ່? ຜູ້ຂຽນຍັງຈື່ໄດ້ສະໄໝຮຽນຈົບໃໝ່ໆ ບັນຍາກາດຕອນຍ່າງເຂົ້າໄປໃນຫ້ອງສຳພາດວຽກດ້ວຍຄວາມຕື່ນເຕັ້ນ ແລະ ໝັ້ນໃຈ ແຕ່ພໍເຈິຄຳຖາມທຳອິດທີ່ອາດຈະບໍ່ໄດ້ຄິດມາກ່ອນເທົ່ານັ້ນແຫຼະ, ຄວາມໝັ້ນໃຈທີ່ເຄີຍມີ ກໍກັບໄປບ້ານເກົ່າຈົນໝົດ. ຖ້າເຈົ້າຢາກກຽມພ້ອມໃຫ້ຄົບເຄື່ອງ, ລອງກຽມ 3 ຂັ້ນຕອນສຳຄັນນີ້...

“ຫົວໜ້າມັກສັ່ງແຕ່ວຽກດ່ວນ” ຂຸດສາເຫດທີ່ເຮັດໃຫ້ຫຼາຍຄົນ “ຄິດແຜນໄລຍະຍາວ” ຍາກ

ສາເຫດເລິກໆ ທີ່ຫົວໜ້າມັກສັ່ງມື້ນີ້ ຂໍມື້ແລງ ເຊື່ອວ່າຫຼາຍຄົນທີ່ໄດ້ເຂົ້າສູ່ວົງໂຄຈອນຂອງການເຮັດວຽກ ເຄີຍປະສົບບັນຫານີ້ ທັງໃນມູມຂອງພະນັກງານທີ່ໄດ້ຮັບແຕ່ວຽກດ່ວນທຸກມື້ ຫຼື ຈະເປັນໃນມູມຂອງເຈົ້າຂອງທຸລະກິດທີ່ລູກຄ້າຂໍສັ່ງວຽກແບບຈານດ່ວນປະຈຳ. ບັນຫາເຫຼົ່ານີ້ບາງເທື່ອບໍ່ແມ່ນຍ້ອນວ່າ “ຈັດການບໍລິຫານເວລາບໍ່ດີ”, ແຕ່ມັນອາດມາຈາກ ບັນຫາຂອງລະບົບຄວາມຄິດ...

oost happiness at work with insights from world-class leaders—simple strategies for daily fulfillment!

5 ຂໍ້ຄິດສຳລັບການເຮັດວຽກ ຈາກບຸກຄົນລະດັບໂລກ ທີ່ຈະເຮັດໃຫ້ເຮົາມີຄວາມສຸກທຸກມື້ໃນບ່ອນເຮັດວຽກ

ການສ້າງຄວາມສຸກໃນບ່ອນເຮັດວຽກບໍ່ແມ່ນຄວາມຝັນ—ມັນເປັນໄປໄດ້! ຮຽນຮູ້ 5 ຂໍ້ຄິດຈາກຜູ້ນໍາທີ່ປະສົບຄວາມສຳເລັດລະດັບໂລກ ເພື່ອສ້າງຄວາມພິເສດໃນທຸກໆມື້ຂອງການເຮັດວຽກ.

AI-McKinsey-2025

AI ສຸດຍອດທ່າແຮງຊ່ວຍວຽກ ຈາກບົດລາຍງານຂອງ McKinsey 2025

AI ກຳລັງປ່ຽນແປງສະພາບບ່ອນເຮັດວຽກ, ຊ່ວຍຜູ້ຄົນຄິດໄດ້ໄວຂຶ້ນ, ວິເຄາະໄດ້ຊັດເຈນ, ປ້ອງກັນບໍ່ໃຫ້ຜູ້ບໍລິຫານຕົກຂະບວນ, ແລະ ສະໜັບສະໜູນໃຫ້ພະນັກງານປົດລັອກສັກກະຍະພາບຂອງຕົນເອງ. ມັນເປັນພະລັງທີ່ບໍ່ຄວນຖືກເບິ່ງຂ້າມ. ໃນທຸລະກິດ, ການນຳໃຊ້ AI ດ້ວຍການວາງກົນລະຍຸດຢ່າງແຜນຈະເປັນການຄົ້ນພົບທີ່ກ້າວໜ້າໃນປີ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.