Year: 2025

250 ບົດຄວາມ
Muan Scoop

ກະແສ Pop Culture ໃນນະຄອນຫຼວງວຽງຈັນ ຊ່ວຍສ້າງສັນແຮງບັນດານໃຈໃໝ່ໆສູ່ຄົນເມືອງ

Pop Culture ຄືສິ່ງທີ່ຜູ້ຄົນຈຳນວນຫຼາຍມັກ ແລະ ເຮັດຕາມກັນ ໃນຊ່ວງເວລາໃດໜຶ່ງ. ມັນໄດ້ກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນ ແລະ ສະທ້ອນຄວາມຮູ້ສຶກ, ຄວາມຄິດ ແລະ ຕົວຕົນຂອງຄົນໃນສັງຄົມ. Pop Culture ກຳລັງເຮັດໃຫ້ນະຄອນຫຼວງວຽງຈັນມີຊີວິດຊີວາ.

Muan Listen - ມ່ວນຊວນຟັງ

ເພງ ລືມບໍ່ໄຫວ ຈາກ ຢຸດ ສາລະວັນ ກະແສມາແຮງຂຶ້ນ YouTube Trending

ເພງ ລືມບໍ່ໄຫວ ຈາກ ຢຸດ ສາລະວັນ ກະແສມາແຮງຂຶ້ນ YouTube Trending. ເພງນີ້ບອກເລົ່າຄວາມຮັກທີ່ຖືກຖິ້ມໃຫ້ເຈັບຊ້ຳ ແລະ ຄວາມຮັກທີ່ບໍ່ສາມາດກັບໄປໄດ້.

Muan Listen - ມ່ວນຊວນຟັງ

ບາງເລື່ອງຄິດວ່າລື່ມໄດ້ແຕ່ພໍເພງນີ້ຂື້ນທຸກຢ່າງກໍຍ້ອນກັບມາ ຜົນງານຈາກ M4CSSK x LUSSIAN ແລະ AKP JOEY

ເຄີຍບໍ່ເວລາຂັບລົດໄປໄກໆປ່ອຍໃຫ້ເພງໃນລົດເປີດວົນໄປແບບບໍ່ໄດ້ຕັ້ງໃຈແລ້ວຢູ່ດີໆຄວາມຊົງຈຳທີ່ເຮົາພະຍາຍາມໜີມາຕະຫຼອດມັນກັບຄ່ອຍໆລອບຂື້ນມາຄືພາບເກົ້່າໆທີ່ເຄີຍຖ່າຍໄວ້ໃນໃຈ. “ຝັງໃນຄວາມຊົງຈຳ” ຜົນງານເພງຈາກ 3 ໜຸ່ມແຣັບເປີ M4CSSK x LUSSIAN ແລະ AKP JOEY ທີ່ຈະຍ້ອນກັບໄປໃນຊ່ວງເວລາທີ່ເຄີຍຮັກເຄັບເຈັບ ແລະ ເຄີຍເກັບມັນເອົາໄວ້ ດ້ວຍດົນຕີແນວອິນດີ້ປະສົມກັບການແຣັປແນວສະເພາະຂອງ 3 ສິລະປິນເຮັດໃຫ້ເພງນີ້ເໝືອນກັບຂັບລົດໜີອອກໄປນອກໃນວັນທີ່ແດດອອກແຕ່ຍັງເຈັບຈຸກຄືຝົນຕົກຕະຫຼອດທາງ. ແຖມຜົນງານນີ້ໄດ້ຜ່ານການຜະລິດໂດຍ XXXVVIIV ໂປຼດິວເຊີຄຸນະພາບແຖວໜ້າຂອງລາວທີ່ເຂົ້າມາເຕີມເຕັມກິ່ນອາຍຂອງຄວາມເຫງົາແບບມີສະໄຕລ໌ເພງນີ້ຄື ຕົວແທນຂອງຄົນທີ່ຍັງ move on...

Muan Watch - ມ່ວນຊວນເບິ່ງ

ຂ່າວດີຈາກ Netflix ປະກາດພາກຕໍ່ One Piece Live Action SS2

ລູຟີ່ ແລະ ກຸ່ມໂຈນສະລັດໝວກຟາງ ກັບມາອີກຄັ້ງໃນ One Piece Live Action ຊີຊັນ 2. ພວກເຂົາກຳລັງເຂົ້າສູ່ເສັ້ນທາງແກຣນດ໌ລາຍ ແລະ ພົບກັບການຜະຈົນໄພໃໝ່ໆ

JoJo Miracle: Lao Artist Makes History at HOFS Award 2025
The Crown Exclusive

JoJo Miracle ສ້າງປະຫວັດສາດ ຄວ້າລາງວັນ HOFS Award 2025

JoJo Miracle ສ້າງປະຫວັດສາດ! ສິລະປິນຫຼາກຫຼາຍຄວາມສາມາດຂອງລາວ ຮັບລາງວັນ HOFS Award 2025 ໃນສາຂາ "Shining International Model" ຖືເປັນຄົນລາວອີກໜຶ່ງຄົນທີ່ໄດ້ຮັບກຽດເຂົ້າສູ່ Hall Of Fame Singapore. ມາຮູ້ຈັກກັບຜົນງານອັນໂດດເດັ່ນຂອງ JoJo Miracle ທັງໃນຖານະນັກຮ້ອງ, ນັກແຕ່ງເພງ, ໂປຣດິວເຊີ,...

The Interview

ຕຸລີ່: ພິທີກອນໜ້າໃໝ່ ເຜີຍມຸມມອງການຂັບເຄື່ອນສັງຄົມ ແລະ ພັດທະນາໄວໜຸ່ມລາວ

ພິທີກອນໜ້າໃໝ່ ຂໍເຜີຍມຸມມອງໃນການຂັບເຄື່ອນສັງຄົມ ແລະ ການພັດທະນາໄວໜຸ່ມລາວ. ຕຸລີ່ ສຸພາວັນ ແສນສຸພັນ ຄືຜູ້ນໍາຍຸກໃໝ່ທີ່ກໍາລັງສ້າງການປ່ຽນແປງໃນສັງຄົມລາວ ດ້ວຍຄວາມຫຼົງໃຫຼໃນການຂັບເຄື່ອນໄວຫນຸ່ມ ແລະ ສິດທິມະນຸດ ເພື່ອໃຫ້ໄວໜຸ່ມມີພື້ນທີ່ໃນການສະແດງຄວາມຄິດເຫັນ ແລະ ສ້າງຜູ້ນໍາໃນອະນາຄົດ.

Muan Listen - ມ່ວນຊວນຟັງ

“ມື້ໃດ” ເພງຈາກ Vegghy ເຂົ້າກັບ Summer Vibe ທີ່ເຮັດໃຫ້ເຫງົາໃຈ

“ມື້ໃດ” ຜົນງານເພງຈາກ Vegghy ສິລະປິນໜຸ່ມລາວທີ່ມາພ້ອມບັນຍາກາດເຫງົາໆກາງແສງແດດໃນລະດູຮ້ອນ ເພງທີ່ເຮັດໃຫ້ຄົນໂສດຫົວໃຈສະເທືອນໃນທຸກຄຳ. ເພງນີ້ຈະມາໃນແນວ Indie ທີ່ເຂົ້າຍາມຮ້ອນກັນເມື່ອໄດ້ຟັງ ປະສົມແນວສະຕິງລາວ ກັບສຽງຫ້ອງທີ່ອົບອຸ່ນແຕ່ແອບປ່ຽວເຫງົາຖ່າຍທອດອາລົມຂອງວັນທີ່ໂລກທັງໃບໃນມຸມມອງງຽບເຫງົາຄືກັບໃຈຂາດຫຍັງໄປ. Vegghy ຖ່າຍທອດຄວາມຮູ້ສຶກວ່າ “ກໍນານແລ້ວຄຳວ່າຮັກ ທີ່ຫ່າງເຫີນໄປ” ໃນຂະນະທີ່ຄົນອື່ນມີຄົນເດີນຄຽງຂ້າງແຕ່ຕົວເອງກັບຖາມຊ້ຳໆວ່າເມື່ອໃດຊ່ວງເວລານັ້ນຈະມາເຖິງຈັກເທື່ອ ວັນທີ່ກຫົວໃຈຈະມີໃຜຝາກໄວ້ກ່ອນທີ່ສາຍຕາຈະປິດລົງ. “ມື້ໃດ” ເຮັດໃຫ້ເຮົາໄດ້ຮູ້ວ່າທຸກຄົນຕ່າງເຝົ້າຊ່ວງເວລາຂອງຄວາມຮັກ ແລະ ໃນວັນທີ່ຄວາມເຫງົາມັນແໜ້ນຈົນແທບຫາຍໃຈ ເປັນເພງທີ່ຮູ້ໃຈທີ່ສຸດເພງໜຶ່ງທີ່ພ້ອມເດີນໄປກັບເຮົາໃນວັນຟ້າແດດຈ້າແຕ່ຫົວໃຈໝືອມົນ.

Muan Listen - ມ່ວນຊວນຟັງ

4 ໜຸ່ມແຣັບເປີລວມໂຕໄລ່ບິນເກັບໂຕະ “ຍັງດີ” ຜົນງານເພງທີ່ຫັກຫ້າມຫົວໃຈໃນຄວາມສຳພັນທີ່ບໍ່ຊັດເຈນ

Dee Roc, VVIIV, sumt1me ແລະ D1zzzy 4 ໜຸ່ມສິລະປິນແຣັບເປີແນວ Trap HipHop ແທັກທີມປ່ອຍຜົນງານທີ່ຖ່າຍທອດເຖິງຮູ້ສຶກທີ່ບໍ່ຊັດເຈນກັບອີກຝ່າຍ ແຕ່ຢາກຫັກຫ້າມຫົວໃຈບໍ່ໃຫ້ໄປໄກເກີນກວ່ານີ້. ດ້ວຍກິມມິກການແຣັບຂອງທັງ 4 ໜຸ່ມທີ່ແຕກຕ່າງກັນເອົາແບບເພງນີ້ໃຫ້ vibe ແຣັບໂຟຣວ໌ 4 ສະໄຕລ໌ໃນເພງດຽວ. ພ້ອມບີດ 808 ທີ່ແໜ້ນ ແລະ...

Muan Specialty

15 ຂໍ້ຄິດໃນການສ້າງທຸລະກິດສະຕາດອັບ ຈາກຊີຣີສ໌ Mad Unicorn

ຈາກທີ່ເບິ່ງຊີຣີສ໌ມາແຮງປະຈຳເດືອນນີ້ ສົງຄາມສົ່ງດ່ວນ (Mad Unicorn) ໃນມຸມມອງຂອງຂ້ອຍຜູ້ຂຽນ ທີ່ເຮັດສະຕາດອັບລົ້ມລຸກຄຸກຄານມາແຕ່ປີ 2013 ຈຶ່ງຢາກສະຫຼຸບ 15 ຂໍ້ຄິດໃນການສ້າງທຸລະກິດ ການບໍລິຫານ, ລວມທັງການສ້າງແບຣນດ໌ ສະຕາດອັບ ທີ່ໂຕເອງຮູ້ສຶກວ່າໜ້າຈະເປັນປະໂຫຍດກັບຄົນອ່ານ ແລະ ຕົນເອງທີ່ມີປະສົບການໃກ້ຄຽງໃນການເລີ່ມເຮັດທຸລະກິດແບບສະຕາດອັບ. ຍາວໆ ແບບນີ້ ໃຜພ້ອມກໍລຸຍອ່ານກັນເລີຍ! ເລື່ອງຫຍໍ້ ສົງຄາມສົ່ງດ່ວນ ເປັນລະຄອນຊີຣີສ໌ ທີ່ໄດ້ຮັບແຮງບັນດານໃຈຈາກທຸລະກິດສະຕາດອັບຂົນສົ່ງບໍລິສັດໜຶ່ງ...

Muan Suan Pai (Explore) - ມ່ວນຊວນໄປ

ຊວນໄປຍ່າງຫຼິ້ນ-ຊັອບປິ້ງ ທີ່ງານຕະຫຼາດນັດ Laos-Korea Agro Fair 2025

ອາທິດນີ້ໄປຍ່າງຫຼິ້ນ, ກິນ ແລະ ເຮັດກິດຈະກຳຕ່າງໆກັນທີ່ງານຕະຫຼາດນັດກະສິກຳທີ່ Laos-Korea Agro Fair 2025. ງານດີໆແບບນີ້ພາດບໍ່ໄດ້ເດັດຂາດ, ມ່ວນຊວນໄປມື້ນີ້ຈະພາທຸກຄົນໄປສຳຜັດບັນຍາກາດຄວາມມ່ວນຊື່ນ ແລະ ສີສັນຂອງງານ Laos-Korea Agro Fair 2025, ໃນວັນທີ 6-7 ມິຖຸນາ 2025 ທີ່ ໄອເຕັກ (ຕຶກເກົ່າ)...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.