ໃນຊີວິດທີ່ເຫຼືອຈະໄດ້ພົບກັບ “ຮັກສຸດທ້າຍ” ບໍ? ຊວນຫາຄຳຕອບໃນເພງໃໝ່ສຸດຊື້ງຈາກ ຕີ໋ ອຸດາໄລ ທີ່ໄດ້ຝາກຜົນງານເພງໃໝ່ ແລະ ບອກເລົ່າຄວາມຮັກສຸດກິນໃຈຜ່ານທຳນອງ ແລະ ເນື້ອເພງທີ່ຟັງແລ້ວເຮັດໃຫ້ຄົນທີ່ມີຄູ່ນັ້ນມີກຳລັງໃຈໃນການສູ້ ຮ່ວມກັນເອົາຊະນະອຸປະສັກກ້າວຂ້າມຜ່ານມັນໄປດ້ວຍກັນ. ໃນເອັມວີເພງກໍໄດ້ເລົ່າພາບມຸມມອງຂອງຄູ່ຮັກທີ່ມີອາຊີບທີ່ຕ່າງກັນ ແລະ ພະເອກເອັມວີກໍມີຄວາມຝັນທີ່ຢາກເຮັດ ແຕ່ລາວກໍຢາກຮັກສາທັງຄວາມຝັນ ແລະ ຜູ້ຍິງທີ່ເຮົາຮັກໃຫ້ກ້າວໄປດ້ວຍກັນ. ໃນສ່ວນນາງເອກນັ້ນກໍຢາກໃຫ້ພະເອກໄດ້ເດີນຕາມຄວາມຝັນໂດຍທີ່ບໍ່ຕ້ອງມາກັງວົນ. ດ້ວຍຄວາມຮັກທີ່ທັງສອງຄົນມີໃຫ້ກັນ ມັນກໍໄດ້ເຮັດໃຫ້ພວກເຂົາກັບມາຢູ່ດ້ວຍກັນເຖິງວ່າເວລາຂອງນາງເອກຈະເຫຼືອບໍ່ຫຼາຍ, ພວກເຂົາກໍເລືອກທີ່ຈະໃຊ້ທຸກເວລາ ແລະ...
ບໍ່ໜ້າເຊື່ອ DEE ROC ແຫກຄາແລັກເຕີປ່ອຍເພງໃໝ່ໄດ້ຫວານຊຶ້ງກິນໃຈ ຕ້ອນຮັບວາເລັນທາຍ. ໂດຍປົກກະຕິຖ້າໃຜໄດ້ຕິດຕາມ DEE ROC ຢູ່ແລ້ວກໍຈະຮູ້ດີວ່າສໄຕເພງສ່ວນຫຼາຍຈະເປັນສະໄຕHipHop/Trap. ການປ່ອຍເພງຄັ້ງນີ້ຖືວ່າອອກມາໜ້າປະທັບໃຈໂດຍສະເພະາໃນສ່ວນຂອງເນື້ອເພງທີ່ຂ້ອນຂ້າງກິນໃຈແຕ່ກໍຍັງຄົງກິ່ນອາຍຄາແລັກເຕີ ຄວາມເປັນ ເອກະລັກໄວ້ເຮັດໃຫ້ເຫັນອີກມຸມມອງໜຶ່ງຂອງ ສິລະປິນຄົນນີ້. ວາດຝັນ ເປັນເພງທີ່ເວົ້າເຖິງຄວາມຮັກ ທີ່ເຮົາພະຍາຍາມສ້າງໃຫ້ມັນໄປໄດ້ດີ, ປະຄັບປະຄອງ ແລະ ປັບໂຕທຸກທາງເພື່ອໃຫ້ບໍ່ມີປັນຫາ ແຕ່ກໍເກີດເລື່ອງ ແລະ ເປັນປັນຫາຢູ່ດີ, ເລີຍກັບມາຄິດໃຫ້ເລີກຂຶ້ນໄດ້ວ່າຄວາມຮັກ...
ຍັງ Move on ຈາກເພງເກົ່າບໍ່ພໍເທົ່າໃດ ກໍປ່ອຍເພງໃໝ່ອອກມາອີກແລ້ວກັບສິລະປິນ NAEMZ ແຣັປເປີນ້ອງໃໝ່ໄຟແຮງເຈົ້າຂອງຜົນງານເພງຮິດຕິດຫູ ສາວປັອບສຕາ ໄດ້ປ່ອຍຜົນງານໃໝ່ຫຼ້າສຸດສົດໆຮ້ອນໆພ້ອມເສີບໃຫ້ FC ໄດ້ຟັງກັນນັ້ນກໍຄືເພງ ສະຕິ ( สติ ). ທີ່ໄດ້ ແຣັປເປີດັງຈາກຟັງໄທຢ່າງ RachYO ຊື່ນີ້ແຟນໆຊາວHiphop/RNBບ້ານນາລາວ-ໄທຮູ້ດີ ກາລັນຕີ ຜົນງານເພງດັງຫຼາຍໆເພງ ໄດ້ມາ Featuring...
“ຖ້າເຮົາຕ້ອງຈາກລາ ວັນສຸດທ້າຍເຮົາຈະຍິ້ມໃຫ້ກັນບໍ່” ກັບເອັມວີເພງ:ບົດສຸດທ້າຍຜົນງານໃໝ່ລ່າສຸດຂອງ ສິລະປິນລາວThinalamphone ທີ່ໄດ້ແຣັປເປີຮ້ອນແຮງທີ່ໃນຫຼວງພະບາງຂະໜະນີ້ຢ່າງ PHOENIX BOIIi ມາຟີດນຳ ດ້ວຍຕົົວເພງມາໃນແນວ R&B ມູດເສົ້າພ້ອມກັບທຳນອງເພງທີ່ຊ້າ ແລະ ຄ້ອຍຕາມຂອງ Thinalamphone ປະສົມປະສານກັນຢ່າງລົງໂຕກັບການແຣັປທີ່ເປັນເອກະລັກຂອງ PHOENIX BOII ຈົນເກີດເປັນຜົນງານທີ່ເຮົາເຫັນໃນ MV ເພງ”ບົດສຸດທ້າຍ” ຊື່ເຖິງຄວາມໝາຍຂອງການຈາກລາແບບຕົງໄປຕົງມາບວກກັບດົນຕີຊ້າແບບເລິກເຊິງທີ່ສອດແຊກສຽງທີ່ອິນອ້ອຍຂອງໄວໂອວິນເຂົ້າໄປ, ໃຫ້ຜູ້ຊົມຄືເຮົາໄດ້ອິນໄປຕາມ....
ຫຼັງຈາກ ຕ່າຍ ອາກາດ ປະກາດເລື່ອນການປ່ອຍເພງ “ຄືນຂອງເຮົາ ຫຼື Our Night” ຈາກວັນທີ 08 ກຸມພາ ມາເປັນ 14 ກຸມພາ 2025. ໃນທີ່ສຸດລາວກໍໄດ້ປ່ອຍຕົວຢ່າງ Official Teaser ມາໃຫ້ເບິ່ງກັນ ເພື່ອໃຫ້ທຸກຄົນໄດ້ລອງຟັງ ແລະ ເອີ້ນນ້ຳຍ່ອຍກັນແລ້ວເດີ ກັບເພງໃໝ່ທີ່ມີຊື່ວ່າ...
ການລາຈາກແບບໃດເຈັບປວດທີ່ສຸດ? ພໍເວົ້າເຖິງຄຳວ່າຈາກກັນບໍ່ວ່າຈະເປັນຮູບແບບໃດມັນກໍເສຍໃຈກັນທັງໝົດ ເພາະການທີ່ມີກັນຢູ່ດີໆ ແລ້ວມື້ໜຶ່ງເຂົາກໍຫາຍອອກໄປຈາກຊີວິດໄປ ຄວາມຮູ້ສຶກຂອງຄົນທີ່ຍັງຢູ່ບ່ອນເກົ່ານັ້ນມັນຈະເຈັບປວດຂະໜາດໃດບໍ່ມີໃຜຮູ້ໄດ້ແນ່ນອນ. ລອງຟັງເພງ “ບົດສຸດທ້າຍ” ເພງໃໝ່ຈາກ Phoenix Boii x Thinlamphone ທີ່ຕ້ອງບອກວ່າເປັນການມາຮ່ວມຮ້ອງດ້ວຍກັນໄດ້ຢ່າງກົມກ່ອມ, ມີມິຕິດ້ວຍສຽງແຣັປທີ່ເທ້ລະມຸນ ແລະ ສຽງຫວານກັງວານຊວນຝັນ. Phoenix Boii ແຣັປເປີຈາກຫຼວງພະບາງທີ່ມາພ້ອມກັບລັກສະນະການແຣັປທີ່ມີສະເໜ່ ແລະ ເທ້ຂອງລາວ, ໄດ້ມາຖ່າຍທອດຄວາມຮູ້ສຶກຜ່ານທ່ອນແຮັປທີ່ໄດ້ບອກເຖິງຄວາມຮູ້ສຶກທີ່ແສນເຈັບປວດຂອງຄົນທີ່ຍັງຢູ່. ໄດ້ເລົ່າເຖິງຄວາມຮັກຄວາມສຳພັນຂອງຄູ່ຮັກຄູ່ໜຶ່ງທີ່ຖືວ່າທັງສອງນັ້ນຮັກກັນຫຼາຍ...
ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ. ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ ທັງໄປທ່ຽວ ແລະ ໄປວຽກ ຫຼັງຈາກທີ່ໄດ້ຮັບຂ່າວດີນີ້ກໍຮູ້ສຶກດີໃຈຫຼາຍທີ່ຈະສາມາດໃຊ້ບໍລິການທີ່ຕອບໂຈດທັງໃນແງ່ຂອງຄຸນນະພາບບໍລິການ ແລະ ໄລຍະເວລາໃນການເດີນທາງທີ່ສັ້ນ. ສຳລັບເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ຈະມີບິນທຸກວັນ...
ປະກາດຈາກ Microsoft ຈະເລີ່ມຕົ້ນເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດໃນເດືອນກຸມພາ 2025, ເພື່ອໃຫ້ຜູ້ໃຊ້ງານຍັງຄົງສະຖານະການເຂົ້າລະບົບຕະຫຼອດເວລາ ເຊິ່ງໝາຍຄວາມວ່າຫຼັງຈາກທີ່ຜູ້ໃຊ້ເຂົ້າສູ່ລະບົບບັນຊີ Microsoft ຂອງຕົວເອງໄດ້ແລ້ວ. ຫຼັງຈາກນີ້ ກໍຈະບໍ່ຈຳເປັນຕ້ອງເຂົ້າສູ່ລະບົບໃໝ່ທຸກຄັ້ງທີ່ຈະເປີດໃຊ້ງານແອັບ ຫຼື ບໍລິການທີ່ກ່ຽວຂ້ອງກັບ Microsoft ເຊັ່ນ: Outlook, OneDrive ຫຼື Office 365. ຈຸດປະສົງຫຼັກໃນການອັບເດດລະບົບນີ້ເພື່ອເພີ່ມຄວາມສະດວກສະບາຍໃຫ້ກັບຜູ້ໃຊ້, ຫຼຸດຄວາມຫຍຸ້ງຍາກໃນການ Log in...
ໃນຂະນະທີ່ມີຂ່າວວ່າ TikTok ຍັກໃຫຍ່ແຫ່ງວົງການໂຊຊຽວ ຈະປິດແອັບລົງໃນວັນອາທິດທີ 19 ມັງກອນ 2025 ນີ້ ເຊິ່ງເປັນມື້ທີ່ກົດໝາຍແບນແອັບດັ່ງກ່າວ ຈະມີຜົນບັງຄັບໃຊ້. ແຕ່ຜູ້ໃຊ້ຫຼາຍກວ່າ 170 ຄົນໃນສະຫະລັດກໍບໍ່ໄດ້ປ່ອຍໃຫ້ໂຕເອງຕ້ອງໄດ້ຮັບຜົນກະທົບນີ້ແບບເຕັມໆ ໂດຍສະເພາະທີ່ເປັນຄອນເທັນຄຣີເອເຕີ ເພາະພວກເຂົາເລີ່ມຊອກຫາແພລດຟອມທີ່ຈະມາແທນທີ່ຕິກຕັອກຢ່າງວ່ອງໄວ ແລະ ເລີ່ມຍ້າຍໄປໃຊ້ແອັບ REDNOTE ເຊິ່ງເປັນໂຊຊຽວມີເດຍຂອງຈີນ ແລະ ເອີ້ນໂຕເອງວ່າເປັນ TikTok refugees...
Oishi Teen Idol ກຳລັງຈະລົງໄປຕາມຫາໄອດໍ້ເຖິງທີ່ ທີ່ໂຮງຮຽນເຫຼົ່ານີ້ ຟ້າວສະໝັກແລ້ວມາສະແດງຄວາມສາມາດກັນໄດ້ເລີຍ! ສາມາດລົງຊື່ສະໝັກກັບອາຈານຝ່າຍກິດຈະກຳທີ່ໂຮງຮຽນຂ້າງລຸ່ມນີ້ ແຕ່ສຳລັບໂຮງຮຽນທີ່ເຮົາບໍ່ໄດ້ລົງໄປ ສາມາດສົ່ງວິດີໂອອໍດິຊັ້ນອອນລາຍມາທີ່ເພຈ Oishi Drink Station ໄດ້ແລ້ວມື້ນີ້!!